27 ຕຸລາ ມີຄົນຕິດໂຄວິດ-19 ເພີ່ມອີກ 733 ຄົນ

ພູວົງສ໌
2021.10.28
27 ຕຸລາ ມີຄົນຕິດໂຄວິດ-19 ເພີ່ມອີກ 733 ຄົນ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ສືບຕໍ່ກວດຫາເຊື້ອໂຄວິດ-19 ໃຫ້ແກ່ກຸ່ມບຸກຄົນ ທີ່ຄຶດວ່າໂຕເອງມີຄວາມສ່ຽງ ທີ່ໂຮງໝໍເມືອງໄຊທານີ ນະຄອນຫຼວງວຽງຈັນ. ຖ່າຍຮູບໂດຍ: (TS)
RFA

ການແຜ່ຣະບາດ ຂອງໂຄວິດ-19 ໃນມື້ວັນທີ 27 ຕຸລາ ມີຜູ້ຕິດເຊື້ອໃໝ່ ເພີ່ມຂຶ້ນ 733 ຄົນ. ໃນນັ້ນ, ແມ່ນນະຄອນຫຼວງວຽງຈັນ ຫຼາຍກວ່າໝູ່ 358 ຄົນ. ສະເພາະຢູ່ແຂວງບໍ່ແກ້ວ, ມື້ນີ້ ວັນທີ 27 ຕຸລາ ມີຜູ້ຕິດເຊື້ອໃໝ່ 73 ຄົນ ຂະນະທີ່ 2 ວັນຜ່ານມາ ມີຜູ້ຕິດເຊື້ອຢູ່ 41 ຄົນ. ທັງນີ້, ການຕິດເຊື້ອທັງໝົດນັ້ນ ສ່ວນໃຫຍ່ ແມ່ນຕິດເຊື້ອໃນຊຸມຊົນ ແລະ ກໍແຜ່ລາມໄປຫຼາຍບ້ານ ສະແດງໃຫ້ເຫັນວ່າ ປະຊາຊົນພາຍໃນແຂວງ, ໂດຍສະເພາະຢູ່ເມືອງຫ້ວຍຊາຍ ຖືເບົາມາຕການຕ້ານ ແລະ ສະກັດກັ້ນໂຄວິດ-19 ໂດຍສະເພາະກຸ່ມຊາວໜຸ່ມ ພາກັນໄປລອຍກະທົງ ໃນໄລຍະບຸນອອກພັນສາ ທີ່ຜ່ານມາ ແລ້ວກໍແຜ່ລາມໄປສູ່ຄອບຄົວ ຈາກຄອບຄົວ ກໍແຜ່ລາມໄປຊຸມຊົນ. ເຈົ້າໜ້າທີ່ ຄະນະສະເພາະກິຈ ຄວບຄຸມໂຄວິດ-19 ແຂວງບໍ່ແກ້ວ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 26 ຕຸລາ ນີ້ວ່າ:

“ແລ້ວພວກທີ່ມັກເລາະ ມັກຫຼິ້ນ, ຫັ້ນເນາະ ໄລຍະເຮົາຕິດຫຼາຍ ໄລຍະລອຍກະທົງ, ຫັ້ນເນາະ. ເພິ່ນວ່າໃຫ້ປິດ ແລ້ວເຂົາເຈົ້າອອກໄປລອຍກະທົງ ເຊື້ອເພີ່ມຫຼາຍ ຍ້ອນເຂົ້າເຈົ້າໄປລອຍກະທົງຫັ້ນ, ໜ່ວຍສະເພາະກິຈ ໄປເວົ້າ ເຂົາເຈົ້າບໍ່ຟັງ, ຫັ້ນນ່າ ແລະ ຜູ້ຕິດເຊື້ອໄປກິນນຳເຂົາ.​ ດຽວນີ້, ມັນກໍເພີ່ມຂຶ້ນຫຼາຍນ່າ.”

ຍານາງກ່າວຕື່ມວ່າ ໃນໄລຍະເດືອນສິງຫາ ຫາເດືອນກັນຍາ, ຢູ່ເມືອງຫ້ວຍຊາຍ ຍັງບໍ່ມີຜູ້ຕິດເຊື້ອ, ແຕ່ຫາກໍ່ມີ ຫຼັງຈາກບຸນອອກພັນສາ ອີກທັງຢູ່ໃນເຂດນອກ ປະຊາຊົນຈະຖືເບົາ ມາຕການຕ້ານ ແລະ ສະກັດກັ້ນໂຄວິດ-19 ໂພດ ຈຶ່ງເຮັດໃຫ້ການຕິດເຊື້ອ ເພີ່ມຂຶ້ນ ແລະ ມີທ່າທີວ່າ ຈະເພີ່ມຂຶ້ນອີກ ເນື່ອງຈາກເປັນການຕິດເຊື້ອ ໃນຊຸມຊົນ ບໍ່ແມ່ນການນຳເຂົ້າ ທີ່ຈະສາມາດຄວບຄຸມ ການແຜ່ຣະບາດ ໄດ້ງ່າຍກວ່າ. ອີກທັງການຕິດເຊື້ອ ໃນຊຸມຊົນ ສ່ວນໃຫຍ່ ປະຊາຊົນຈະບໍ່ຮູ້ໂຕ ຈົນກວ່າຈະມີອາການ ແລະ ລະຫວ່າງທີ່ບໍ່ຮູ້ໂຕນັ້ນ ກໍສາມາດແຜ່ເຊື້ອ ໃຫ້ຜູ້ອື່ນໄດ້ນຳອີກ ເນື່ອງຈາກວິຖີຊີວິຕ ຂອງປະຊາຊົນ ຢູ່ເຂດນອກ ເຂົາມັກຈະໄປມາຫາສູ່ກັນ ແລ້ວບໍ່ທັນໄດ້ລະວັງໂຕ ໄດ້ດີປານໃດ.

ຢູ່ບ້ານປ່າອ້ອຍ, ເມືອງຫ້ວຍຊາຍ ມີຜູ້ຕິດເຊື້ອມື້ນີ້ 34 ຄົນແລ້ວ, ເຊິ່ງເປັນບ້ານ ທີ່ຕິດເຊື້ອຫຼາຍກ່ອນໝູ່ ຂະນະທີ່ຢູ່ບ້ານອຸດົມ, ເມືອງຫ້ວຍຊາຍ ມີຜູ້ຕິດເຊື້ອ 8 ຄົນ. ທັງນີ້, ການຕິດເຊື້ອ ຂອງຊາວບ້ານ ຢູ່ບ້ານປ່າອ້ອຍ ແມ່ນເປັນໄປຕາມຄວາມເວົ້າ ຂອງເຈົ້າໜ້າທີ່ ຄະນະສະເພາະກິຈ ຄວບຄຸມໂຄວິດ-19 ແຂວງບໍ່ແກ້ວ ອີກທັງຊົນເຜົ່າລາວເທິງ ພາຍໃນເມືອງຫ້ວຍຊາຍ ທີ່ຢູ່ເຂດນອກ ຈະບໍ່ປະລະ ຮີດຄອງປະເພນີ ຈະໄປຮ່ວມງານເຮືອນດີ ເພື່ອສົ່ງສະການ ແລ້ວບໍ່ເວັ້ນໄລຍະຫ່າງ, ຖອດໜ້າກາກອະນາມັຍ ຕັ້ງວົງກິນເຂົ້ານຳກັນ ຈຶ່ງເຮັດໃຫ້ຢູ່ພາຍໃນ ບ້ານປ່າອ້ອຍ ເພີ່ມຂຶ້ນຫຼາຍກວ່າໝູ່.

ແຕ່ການຕິດເຊື້ອຢູ່ບ້ານອຸດົມ ແມ່ນມາຈາກທະຫານ ຈາກຄາສິໂນ ຄິງສ໌ໂຣມັນ ແຂວງບໍ່ແກ້ວ ໄດ້ໄປປະຕິບັດໜ້າທີ່ ແລ້ວເອົາເຊື້ອນັ້ນ ມາແຜ່ສູ່ຄອບຄົວ ໂດຍບໍ່ຮູ້ໂຕ ເຮັດໃຫ້ພໍ່ແມ່, ຍາດຕິພີ່ນ້ອງ ຕິດເຊື້ອ ລວມທັງໝົດ 8 ຄົນ. ດັ່ງຊາວບ້ານ ຢູ່ບ້ານອຸດົມ, ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ກ່າວວ່າ:

“ພີ່ນ້ອງໃກ້ຊິດ ຕິດແທດເດ້ ອອກພັນສາ ເຂົາເຈົ້າເປັນລູກ ເປັນຫຼານເນາະ ຢາກມາກິນເຂົ້ານຳເຮົາ, ຫັ້ນນ່າ. ເຂົາກໍຊື້ຊີ້ນ ຊື້ປາ ມາສູ່ພໍ່ສູ່ແມ່ກິນ, ຫັ້ນນ່າ. ບາດນີ້, ເຮົາກໍບໍ່ຮູ້ຫັ້ນດູ້ ກໍບໍ່ໄດ້ກິນເບັຽກິນຫຍັງ ກິນເຂົ້າຊື່ໆນີ້ນ່າ.”

ຢູ່ແຂວງເຊກອງ ຄະນະສະເພາະກິຈ ຄວບຄຸມໂຄວິດ-19 ຂັ້ນແຂວງ ໄດ້ຖແລງຂ່າວ ຕໍ່ສື່ມວນຊົນລາວ ໃນວັນທີ 26 ຕຸລາ ທີ່ຜ່ານມາ ຮຽກຮ້ອງໃຫ້ທຸກພາກສ່ວນ ປະຕິບັດມາຕການ ປ້ອງກັນໂຄວິດ-19 ຢ່າງເຂັ້ມງວດ ເນື່ອງຈາກໂຕເລຂ ຜູ້ຕິດເຊື້ອພາຍໃນແຂວງ ເພີ່ມຂຶ້ນ, ໂດຍສະເພາະ ຢູ່ເມືອງທ່າແຕງ ແລະ ເມືອງລະມາມ ທີ່ຍັງໜ້າເປັນຫ່ວງ ແລະ ມີທ່າທີສູງ ທີ່ຈະມີໂຕເລຂ ຂອງຜູ້ຕິດເຊື້ອເພີ່ມຂຶ້ນ ເນື່ອງຈາກການຣະບາດ ເກີດຈາກເຈົ້າໜ້າທີ່ຣັຖ ທີ່ມີການພົວພັນ ກັບຜູ້ຕິດເຊື້ອ ແລ້ວບໍ່ຮູ້ໂຕ ແລ້ວລົງໄປເຄື່ອນໄຫວວິຊາສະເພາະ ຢູ່ແຕ່ລະບ້ານ ແລ້ວອາຈເຮັດໃຫ້ເຊື້ອນັ້ນ ກະຈາຍເປັນວົງກວ້າງ ພາຍໃນຊຸມຊົນໄດ້. ເຈົ້າໜ້າທີ່ ຄະນະສະເພາະກິຈ ຄວບຄຸມໂຄວິດ-19 ແຂວງເຊກອງ ກ່າວວ່າ:

“ສ່ວນຫຼາຍ ພວກເຮົາກໍໄປທາງກິຈກັມ ທາງດ້ານວິຊາສະເພາະ ພວກເຮົານີ້ແຫຼະ ການເຄື່ອນໄຫວ ວິຊາສະເພາະເຮົາ, ແຕ່ວ່າ ມັນໄປພົວພັນກັບຄອບຄົວ. ສ່ວນຫຼາຍນີ້, ມັນຕິດຢູ່ໃນຄອບຄົວດຽວ ມັນຕິດແບບເຮົາບໍ່ເວັ້ນໄລຍະຫ່າງ, ຫັ້ນນ່າ ມັນຕິດແບບວ່າ ເວລາເຮົາຊຸມແຊວກັນ ເວລາເຮົາສັງສັນກັນ, ໂດຍສະເພາະ ງານເຮືອນດີ ສົ່ງສະການ, ຈັ່ງຊີ້ນ່າ.”

ທ່ານກ່າວຕື່ມວ່າ ຄາດວ່າ ຈະມີການຕິດເຊື້ອ ໃນພາຍໃນແຂວງ ເພີ່ມຂຶ້ນ ຍ້ອນວ່າ ປັດຈຸບັນ ຍັງມີເຈົ້າໜ້າທີ່ຣັຖ ຈຳນວນ 21 ຄົນ ທີ່ຍັງລໍຖ້າກວດວ່າ ຈະຕິດເຊື້ອໂຄວິດ-19 ຮອບທີ 2 ເພີ່ມຕື່ມ ພາຍຫຼັງຈຳນວນດັ່ງກ່າວ ໄດ້ກວດໄປຮອບທຳອິດ ແລ້ວບໍ່ພົບວ່າ ຕິດເຊື້ອໂຄວິດ-19, ເຊິ່ງເຈົ້າໜ້າທີ່ ຈຳນວນດັ່ງກ່າວ ຄືກຸ່ມສ່ຽງ ທີ່ມີການພົວພັນ ກັບຜູ້ຕິດເຊື້ອ ຂະນະທີ່ໂຕເລຂ ຜູ້ຕິດເຊື້ອ ຂອງແຂວງ ປະຈຳວັນທີ 27 ຕຸລາ ມີທັງໝົດ 5 ຄົນ. ຫຼ້າສຸດນີ້, ວັນທີ 27 ຕຸລາ ອຳນາດການປົກຄອງ ຂັ້ນແຂວງ 18 ຂແນງການ ທີ່ກ່ຽວຂ້ອງ ກ່ຽວກັບການຄວບຄຸມ ການຣະບາດ ຂອງໂຄວິດ-19 ໄດ້ປະຊຸມ ແລະ ມີມະຕິ ໃຫ້ມີມາຕການເດັດຂາດ ຄືລົງວິນັຍ, ປັບໃໝ ແລະ ໃສ່ໂທດ ຕໍ່ເຈົ້າໜ້າທີ່ຣັຖ ທຸກຂແນງການ ທີ່ບໍ່ໄດ້ເອົາໃຈໃສ່ ຕໍ່ການປ້ອງກັນໂຄວິດ-19 ເປັນຕົ້ນ ບໍ່ຍອມມາຣາຍງານໂຕວ່າ ຕິດໂຄວິດ-19 ຕໍ່ເຈົ້າໜ້າທີ່ ຫຼືບໍ່ກັກໂຕເອງ ຢູ່ເຮືອນ 14 ມື້ ເມື່ອຮູ້ໂຕວ່າ ເປັນກຸ່ມສ່ຽງ ມີສ່ວນພົວພັນກັບຜູ້ຕິດເຊື້ອ.

ນອກຈາກນີ້, ຢູ່ເມືອງທຸຣະຄົມ ແຂວງວຽງຈັນ ໄດ້ສືບຕໍ່ປິດບ້ານປິດເມືອງ ຕັ້ງແຕ່ວັນທີ 26 ຕຸລາ ໄປຫາວັນທີ 7 ພຶສຈິກາ ເພື່ອປ້ອງກັນ ການແຜ່ຣະບາດ ຂອງໂຄວິດ-19 ເນື່ອງຈາກການແຜ່ຣະບາດ ສ່ວນໃຫຍ່ ມາຈາກແມ່ຄ້າຊາວຂາຍ ຢູ່ແຂວງວຽງຈັນ ຂົນເຄື່ອງໄປຂາຍ ຢູ່ນະຄອນຫຼວງວຽງຈັນ ແລະ ລູກ, ຫຼານ, ຍາດຕິພີ່ນ້ອງ ທີ່ຮັກແພງກັນ ພາກັນໄປມາຫາສູ່ກັນ ຈຶ່ງຈຳເປັນ ຕ້ອງປິດບ້ານປິດເມືອງ ເພື່ອຢຸດການແຜ່ຣະບາດ ຂອງໂຄວິດ-19. ເຈົ້າໜ້າທີ່ ຄະນະສະເພາະກິຈ ຄວບຄຸມໂຄວິດ-19 ເມືອງທຸຣະຄົມ ກ່າວວ່າ:

“ປະຊາຊົນເອົາຜົລຜລິຕ ທາງດ້ານກະສິກັມນີ້ ໄປຈຳໜ່າຍ ຢູ່ນະຄອນຫຼວງວຽງຈັນ ໄປເອົາເຊື້ອມາ ອັນທີ່ນຶ່ງນ່າ. ອັນທີສອງ ກໍຄົນນະຄອນຫຼວງ ເປັນລູກເປັນເຕົ້າ ເປັນຮັກເປັນແພງ ຢູ່ນະຄອນຫຼວງ ສ່ວນຫຼາຍ ມີແຕ່ພວກທີ່ມີຣົດໃຫຍ່, ຫັ້ນນ່າ ບໍ່ຢາກຟັງຄວາມ ຢາມພໍ່ຢາມແມ່, ຫັ້ນນ່າ, ທາງນະຄອນຫຼວງ ມາຫາເມືອງທຸຣະຄົມ ກໍດາຍນ່າ. ທາງເມືອງທຸຣະຄົມ ກໍວ່າ ມີຄວາມເຈັບຄວາມເປັນ ພີ່ນ້ອງນອນຢູ່ໂຮງໝໍ ຂໍໄປແທ້ໆ ຫຼືມີຄວາມຈຳເປັນ ໄປຊື້ເຄື່ອງ, ຫັ້ນນ່າ. ເຂົາກໍໄປຊູຊີ ຢູ່ທາງດ່ານກັ່ນກອງຫັ້ນ ຄົນລາວເຮົາເນາະ ເຫັນໜ້າ ເຫັນຕາກັນລະ ດູຮ້າຍກັນ. ເອົ້າ! ໄປສາ.”

ທ່ານກ່າວຕື່ມວ່າ ນັບແຕ່ວັນທີ 26 ຕຸລາ ມາຮອດມື້ນີ້ ກໍບໍ່ມີການຕິດເຊື້ອ ເພີ່ມຂຶ້ນແລ້ວ ເນື່ອງຈາກການປິດບ້ານປິດເມືອງ ໃນ 42 ບ້ານ ທົ່ວເມືອງທຸຣະຄົມ ແລະ ການຕັ້ງຈຸດກວດກາ ຄົນເຂົ້າ-ອອກ ພາຍໃນບ້ານດັ່ງກ່າວ ຢ່າງເຄັ່ງຄັດ ຕລອດ 24 ຊົ່ວໂມງ ຫ້າມປະຊາຊົນ ພາຍໃນບ້ານ ເດີນທາງເຂົ້າ-ອອກບ້ານ ໃນໄລຍະ ປະຕິບັດຄຳສັ່ງນີ້. ສ່ວນໂຕເລຂ ທີ່ຕິດເຊື້ອເພີ່ມຂຶ້ນ 29 ຄົນ ຢູ່ແຂວງວຽງຈັນ ໃນມື້ວັນທີ 27 ຕຸລາ ແມ່ນມາຈາກ ເມືອງວັງວຽງ ແລະ ເມືອງໂພນໂຮງ.

ແມ່ຄ້າຊາວຂາຍ ທີ່ຕ້ອງໄປທຳມາຫາກິນ ພາຍຫຼັງທາງການ ໄດ້ເປີດຕລາດ ກໍຍອມຮັບວ່າ ໂຕເອງຜິດ ທີ່ໄດ້ໄປຂາຍເຄື່ອງ ແລ້ວປ້ອງກັນໂຕເອງບໍ່ດີ ເປັນຕົ້ນວ່າ ເອົາມືຖອດ ໜ້າກາກອະນາມັຍ ບໍ່ຖືກວິທີ ຈຶ່ງເຮັດໃຫ້ໂຕເອງ ຕິດເຊື້ອໂຄວິດ-19, ແຕ່ຫາກບໍ່ໄປຂາຍເຄື່ອງ ກໍບໍ່ມີເງິນໄວ້ໃຊ້ ເພື່ອຢູ່ ເພື່ອກິນ ອີກທັງໂຄວິດ-19 ແມ່ນໄດ້ກິນເວລາ ມາດົນແລ້ວ ເຮັດໃຫ້ຫຼາຍຄົນ ປະສົບບັນຫາ ການໃຊ້ຊີວິຕຫຼາຍ ຈຶ່ງຢາກໃຫ້ຂັ້ນເທິງ ພະຍາຍາມເຂົ້າໃຈ ແລະ ຊອກຫາວິທີ ແກ້ໄຂບັນຫາ ຊ່ອຍປະຊາຊົນ ບໍ່ແມ່ນເອົາແຕ່ ປິດບ້ານປິດເມືອງ. ແມ່ຄ້າປູກຜັກ ຢູ່ແຂວງວຽງຈັນ ເພື່ອເອົາໄປຂາຍ ຢູ່ຕລາດ ໃນນະຄອນຫຼວງວຽງຈັນ ກ່າວວ່າ:

“ມັນດົນໂພດ, ຫັ້ນນ່າ ເຮົາກໍເລີຍວ່າ ເຮັດເປັນທັມດາ, ຫັ້ນນ່າ, ກໍຍ້ອນຖືເບົາຫັ້ນແຫຼະ. ເອີ, ເຮັດຫຍັງກໍບໍ່ໄດ້ເນາະ ໄປຫຍັງກໍບໍ່ໄດ້ເນາະ ທຳມາຫາກິນ ການຄ້າຂາຍ ເຮົາເຄີຍໄດ້ ກໍພັດບໍ່ໄດ້ເນາະ, ເຮົາເຄີຍເຮັດ ກໍບໍ່ໄດ້ໄປຫຍັງ, ຫັ້ນນ່າ. ຄັນຊິວ່າ ແຕ່ຟັງພະຍາດ ເຮົາພັດບໍ່ມີແທ້ໆເດ້ ບໍ່ມີຢູ່ບໍ່ມີກິນແທ້ໆນ່າ.”

ສຳລັບສະຖານະການ ການຕິດເຊື້ອໂຄວິດ-19 ໃນປະເທດລາວ ປະຈຳວັນທີ 27 ຕຸລາ 2021 ແມ່ນຕິດເຊື້ອໃໝ່ 733 ຄົນ. ໃນນັ້ນ, ແມ່ນນະຄອນຫຼວງວຽງຈັນ ຫຼາຍກວ່າໝູ່ ຮອງລົງມາ ແຂວງຫຼວງພຣະບາງ ແລະ ແຂວງບໍ່ແກ້ວ, ຕິດເຊື້ອລວມ 37,751 ຄົນ. ປິ່ນປົວເຊົາ ແລະ ອອກຈາກໂຮງໝໍເພີ່ມ 411 ຄົນ, ເສັຽຊີວິຕໃໝ່ 3 ຄົນ, ເສັຽຊີວິຕລວມສະສົມ 59 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.