ລ໊ອກດາວເຮັດໃຫ້ຄົນລາວໃຊ້ຊີວິດລຳບາກຫຼາຍຂຶ້ນ
2021.10.15

ຊາວລາວ ໃຊ້ຊີວິຍາກລຳບາກ ຍ້ອນໂຄວິດ-19 ກຳລັງຣະບາດຢ່າງແຮງ ແລະບ້ານເມືອງ ກໍປິດຢ່າງເຂັ້ມງວດ. ອາວະຣີ ມີຣາຍງານ.
ປັດຈຸບັນ ປະຊາຊົນລາວເກືອບທົ່ວປະເທດ ກຳລັງດຳເນີນຊີວິດແບບຍາກລຳບາກ ເພາະ ໂຄວິດ-19 ກຳລັງຣະບາດຢ່າງແຮງ ແລະທາງການກໍປະກາດປິດບ້ານ ປິດເມືອງ ຢ່າງເຂັ້ມງວດ ຈຳກັດການໄປມາຫາສູ່ ແລະການທຳມາຫາກິນ ຂອງປະຊາຊົນ ແບບວ່າບໍ່ຈຳເປັນ ບໍ່ໃຫ້ອອກຈາກບ້ານ ຈາກເຮືອນ; ຢູ່ໃນເມືອງຕລາດກໍປິດ, ສ່ວນຢູ່ບ້ານນອກ ສະເພາະຜູ້ຢູ່ໃນເຂດພື້ນທີ່ສີແດງ ກໍໄປມາຫາສູ່ກັນຍາກ ແມ່ນແຕ່ໄປກ່ຽວເຂົ້າ ແລະຫາປູຫາປາກໍຍາກລຳບາກ. ນັ້ນແມ່ນຄຳເວົ້າຂອງຊາວລາວສ່ວນນຶ່ງ ທັງຢູ່ເຂດໃນເມືອງ ແລະຊົນນະບົດ.
ນາງບຸນ ຢູ່ບ້ານທາດຂາວ ໃນໃຈກາງ ນະຄອນຫຼວງວຽງຈັນ ທີ່ບໍ່ປະສົງອອກສຽງ ເລົ່າໃຫ້ ວິທະຍຸເອເຊັຽເສຣີ ຟັງໃນວັນທີ່ 14 ຕຸລາ 2021 ນີ້ວ່າ ກ່ອນນີ້ບໍ່ດົນ ເຮືອນຫ້ອງແຖວຢູ່ໃກ້ໆກັບໂຮງຮຽນທາດຂາວ ມີຄົນຕິດໂຄວິດສາມຄົນ; ອຳນາດການປົກຄອງບ້ານ ປະກາດເຂດນັ້ນໃຫ້ເປັນພື້ນທີ່ ສີແດງທັນທີ ພ້ອມທັງ ຈັດກອງຫຼອນ ເວນຍາມທັງເວັນທັງຄືນ ຫ້າມປະຊາຊົນ ເຂົ້າ-ອອກ ບໍຣິເວນນັ້ນຢ່າງເດັດຂາດ ຊາວບ້ານໂດຍສະເພາະຜູ້ຢູ່ໃກ້ເຮືອນຫ້ອງແຖວ ຫ້າມອອກຈາກເຮືອນໂດຍທີ່ບໍ່ຈຳເປັນ.
ນາງກ່າວອີກວ່າ ການຣະບາດຂອງໂຄວິດ-19 ຢູ່ໃນບ້ານ ເຮັດໃຫ້ການໃຊ້ຊີວິດ ປະຈຳວັນຂອງຊາວບ້ານ ຍຸ້ງຍາກຂື້ນ ເຊັ່ນຄອບຄົວຂອງນາງ ດົນໆ 3-4 ມື້ ຈຶ່ງສົ່ງສະມາຊິກຄອບຄົວຄົນນຶ່ງອອກໄປຊື້ ຂອງຢູ່ຂອງກິນ ແລະເວລາອອກຈາກບ້ານ ສາມາດອອກໄປໄດ້ແຕ່ທາງດຽວ ຄືທາງແຄມຂອງ, ບໍ່ສາມາດໄປຜ່ານບໍຣິເວນທີ່ຕິດພະຍາດນັ້ນໄດ້ເລີຍ.
ຢູ່ໃນເຂດຊົນນະບົດ ສະພາບການປິດບ້ານ ຫຼື ລ໊ອກດາວ ກໍເຄັ່ງຄັດຄືກັນ ໂຕຢ່າງຢູ່ບ້ານທົ່ງນາມີ ເມືອງປາກກະດິງ ແຂວງບໍຣິຄຳໄຊ ຊາວບ້ານຜູ້ອາວຸໂສຄົນນຶ່ງ ກ່າວວ່າ ຊາວບ້ານທົ່ງນາມີ ສິບກວ່າຄົນພາກັນໄປສົ່ງສະການ ພີ່ນ້ອງຢູ່ອີກບ້ານນຶ່ງ ເມື່ອອາທິດທີ່ຜ່ານມາ ແລ້ວ 2 ມື້ຕໍ່ມາ ມີຊາວບ້ານຕິດໂຄວິດ-19, 9 ຄົນ. ເຈົ້າໜ້າທີ່ແພດເມືອງ ກໍມາຮັບຜູ້ຕິດເຊື້ອໄປປິ່ນປົວທັນທີ່ ແລະສົ່ງຜູ້ທີ່ໄດ້ສຳພັດກັບຜູ້ຕິດເຊື້ອໄປກັກໂຕ. ສ່ວນທາງອຳນາດການປົກຄອງບ້ານ ກໍປະກາດທາງໂທຣະໂຄງວ່າ ບ້ານທົ່ງນາມີ ຊຶ່ງເປັນບ້ານໃຫຍ່ ມີປະຊາກອນເຖິງພັນກວ່າຄອບຄົວ ເປັນບ້ານສີແດງ ຫ້າມຄົນເດີນທາງ ເຂົ້າ-ອອກ ນອກຈາກໄປທຳມາຫາກິນ ເປັນຕົ້ນເປັນກ່ຽວເຂົ້າ. ບໍ່ເທົ່ານັ້ນ ທາງການ ຍັງສັ່ງປິດຕລາດ ແລະຈັດກອງຫຼອນ ຍາມລອດເວລາ. ອີກບັນຫານຶ່ງ ປະຊາຊົນບ້ານທີ່ໃກ້ຄຽງ ເປັນພື້ນທີ່ສີຂຽວ ຫຼືບໍ່ມີການຣະບາດຂັດຂ້ອງ ເພາະບໍ່ຢາກໃຫ້ຊາວບ້ານ ບ້ານທົ່ງນາມີ ຍ່າງຜ່ານບ້ານເຂົາໄປນາ. ຊາວບ້ານໃກ້ຄຽງໃຫ້ເຫດຜົນວ່າ ພວກເຂົາຢ້ານໂຄວິດ. ປັດຈຸບັນ ອຳນາດການປົກຄອງບ້ານທົ່ງນາມີ ແລະບ້ານໃກ້ຄຽງ ກຳລັງເຈຣະຈາ ຫາທາງແກ້ໄຂກັນຢູ່.
ຢູ່ເມືອງທ່າແຂກ ແຂວງຄຳມ່ວນ ຊຶ່ງກໍເປັນພື້ນທີ່ສີແດງເຂັ້ມ. ແມ່ບ້ານຄົນນຶ່ງໃນເມືອງທ່າແຂກ ຈົ່ມວ່າ ພວກເຂົາໃຊ້ວິຊິດ ຍາກລຳບາກຫຼາຍ ນັບແຕ່ມີການຣະບາດຂອງໂຄວິດ-19 ຮອບທີ 2 ເປັນຕົ້ນມາ ຍ້ອນຕລາດກໍປິດໝົດ ແຕ່ຍັງມີພວກພໍ່ຄ້າແມ່ຄ້າ ຂາຍອາຫານການກິນ ຢູ່ເຮືອນຂອງພວກເຂົາເຈົ້າເອງ ຫຼືພວກພໍ່ຄ້າແມ່ຄ້າ ອີກຈຳນວນນຶ່ງກໍແລ່ນຣົດກະບະ ເລາະຂາຍເຄື່ອງເປັນ ຕົ້ນຜັກ, ຊິ້ນ, ປາ ແລະ ອາຫານ ໄປຕາມຖນົນຫົນທາງ ຢູ່ໃນເຂດເທດສະບານເມືອງທ່າແຂກ ແລະຄອບຄົວນຶ່ງ ດົນໆ ກໍສົ່ງສະມາຊິກຄອບຄົວຂອງຕົນ ອອກໄປລັດຊື້ອາຫານ ຫຼືບໍ່ກໍໄປຊື້ຢູ່ເຮືອນຂອງພໍ່ຄ້າແມ່ຄ້າ ແລະເວລາຊື້ ກໍຊື້ຫຼາຍໆ ເພື່ອໃຫ້ກຸ້ມຫຼາຍມື້. ປະມານ 4-5 ມື້ ຈຶ່ງໄປເທື່ອນຶ່ງ.
ສຳຣັບນັກທຸຣະກິດຫຼາຍຄົນ ຈຳເປັນຕ້ອງປິດກິດຈະການເລີຍ; ໂຕຢ່າງ ເຈົ້າຂອງຮ້ານອາຫານແຫ່ງນຶ່ງ ຢູ່ເຂດເສຖກິດພິເສດສາມຫຼ່ຽມຄຳ ແຂວງບໍ່ແກ້ວ ກ່າວກັບ ວິທະຍຸເອເຊັຽເສຣີ ເມື່ອວັນທີ 8 ຕຸລາ 2021 ນີ້ວ່າ:
“ຕັ້ງແຕ່ໂຄວິດເຂົ້າມາ ກໍປິດຮ້ານ ຂນາດຮ້ານຂາຍເຄື່ອງນ້ອຍໆ ກະສັ່ງປິດໝົດເລີຍນ່າ ຈົນຮອດມື້ນີ້ແຫຼະ.”
ເຈົ້າຂອງຮ້ານອາຫານຜູ້ນີ້ ອະທິບາຍວ່າ ທຸຣະກິດຂນາດນ້ອຍ ເຊັ່ນໂຮງແຮມ, ຮ້ານອາຫານ ແລະຮ້ານຄ້າ ຂາດຣາຍໄດ້ເປັນເວລາດົນນານ. ສຳຣັບການໄປມາຫາສູ່ ມີແຕ່ຜູ້ທີ່ໄດ້ສັກວັກຊີນ 2 ເຂັມ ແລະຜູ້ມີໃບອະນຸຍາດເທົ່ານັ້ນ ຈຶ່ງສາມາດເດີນທາງໄປມາໄດ້ ນອກຈາກນັ້ນຕ້ອງກັກໂຕຢູ່ບ້ານ.
ບໍ່ພຽງແຕ່ໂຮງແຮມແລະຮ້ານອາຫານ ແມ່ນແຕ່ ທະນາຄານຢູ່ໃນເຂດສາມຫຼ່ຽມຄຳ ກໍປິດເຊັ່ນດຽວກັນ ເຊັ່ນ ທະນາຄານຮ່ວມພັທນາ ກໍປິດໄດ້ສ 3 ເດືອນແລ້ວ ດັ່ງພະນັກງານທະນາຄານດັ່ງກ່າວ ກ່າວຕອນນຶ່ງວ່າ:
“ຢູ່ເຂດນັ້ນແມ່ນຊ່ວງນີ້ ເຂດຂະເຈົ້າປິດບໍ່ໃຫ້ຄົນນອກເຂົ້າຫັ່ນໜາ ໜ່ວຍເພິ່ນກໍເຂົາເຈົ້າກໍປິດບໍຣິການຊົ່ວຄາວ.”
ຄົນງານຜູ້ນຶ່ງ ຢູ່ເຂດເສຖກິດສາມຫຼ່ຽມຄຳ ຢູ່ເຂດເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ກໍຈົ່ມວ່າ ການໄປມາ ລຳບາກຫຼາຍ ຢູ່ແຂວງບໍ່ແກ້ວໂດຍສະເພາະ ຢູ່ເຂດສາມຫຼ່ຽມຄຳ:
“ແມ່ນໆ ມັນຍັງໄປຍາກຢູ່ ກໍໄດ້ຢູ່ ແຕ່ວ່າມັນກໍບາກລຳບາກ ຍາກຫັ່ນແຫຼະ.”
ແມ່ນແຕ່ຢູ່ແຂວງຫົວພັນ ຊຶ່ງເປັນແຂວງດຽວທີ່ບໍ່ມີການຣະບາດ ຂອງໂຄວິດ-19, ປະຊາຊົນກໍດຳເນີນຊີວິດຢ່າງຍາກລຳບາກ ເພາະທາງການແຂວງ ກໍວາງມາດຕະການເຂັ້ມງວດ ເພື່ອປ້ອງກັນພະຍາດບໍ່ໃຫ້ແຜ່ລາມເຂົ້າມາໃນແຂວງ ດັ່ງເຈົ້າໜ້າທີ່ ຜແນກສາທາຣະນະສຸກ ແຂວງຫົວພັນທ່ານນຶ່ງ ທີ່ບໍ່ປະສົງບອກຊື່ ກ່າວກັບ ວິທະຍຸເອເຊັຽເສຣີ ເມື່ອວັນທີ 4 ຕຸລາ 2021 ນີ້ວ່າ:
“ແມ່ນແຫຼະ ຄັນບໍ່ແມ່ນແຂວງຫົວພັນເນາະ ຄົນຕ່າງແຂວງຫັ່ນບໍ່ໃຫ້ເຂົ້າ.”
ສລຸບແລ້ວ ການໃຊ້ມາຕການເຂັ້ມງວດ ເພື່ອປ້ອງກັນ ແລະຄວບຄຸມ ການຣະບາດ ຂອງໂຄວິດ-19 ຢູ່ປະເທດລາວ ໄດ້ເປັນເຫດໃຫ້ການໄປມາ ແລະການທຳມາ ຫາກິນຂອງປະຊາຊົນ ຍາກລຳບາກຫຼາຍຂື້ນ.