ທຸກພາກສ່ວນຮ່ວມມື ໃນຄໍາສັ່ງ ລ໊ອກດາວ

ອຸ່ນແກ້ວ ສຸກສະຫວັນ
2021.04.23
ທຸກພາກສ່ວນຮ່ວມມື ໃນຄໍາສັ່ງ ລ໊ອກດາວ
ນັກຂ່າວພົລເມືອງ

ຫຼາຍພາກສ່ວນ ໃຫ້ການຮ່ວມມື ກັບ ຣັຖບານ ໃນການປິດການ ເຂົ້າ-ອອກ ນະຄອນຫລວງວຽງຈັນ ເພື່ອຕ້ານ ການແຜ່ລະບາດ ໂຄວິດ-19 ຄັ້ງໃໝ່ ຕາມການແຈ້ງຂອງ ນາຍົກຣັຖມົນຕຣີ ສະບັບເລກທີ 15 ລົງວັນທີ 21 ເມສາ 2021.

ສະເພາະສາຍການບິນລາວ ກໍໄດ້ອອກແຈ້ງການຍົກເລີກຖ້ຽວບິນ ໃນປະເທດ ແລະຕ່າງປະເທດ ທຸກເສັ້ນທາງ ເປັນການຊົ່ວຄາວ ຈົນວ່າຈະມີການແຈ້ງການປ່ຽນແປງໃໝ່ ຊຶ່ງ ເລີ່ມແຕ່ວັນທີ 22 ເມສາ ຫາ ວັນທີ 5 ພືສພາ 2021.

ຄະນະບໍຣິຫານ ສາຍການບິນລາວ ກຳລັງພິຈາຣະນາ ຈະອອກຂໍ້ຕົກລົງ ວ່າຜູ້ໂດຍສານທີ່ຖືກໂຈະຖ້ຽວບິນ ສາມາດເລື່ອນຖ້ຽວບິນ ໄດ້. ເຈົ້າໜ້າທີ່ສາຍການບິນລາວ ໄດ້ກ່າວໃນວັນທີ 22 ເມສາ ວ່າ:

"ກໍເຂົາປິດໝົດເລີຍນີ້ ຕ່າງປະເທດກໍແຮງໄປບໍ່ໄດ້ ວັນທີ 22 ຫາ ວັນທີ 5 ເດືອນ 5 ຕອນນີ້ເຂົາເຈົ້າກຳລັງລວມຢູ່ ຍັງບໍ່ທັນໄດ້ອອກ ຂໍ້ຕົກລົງມາເທື່ອ ແຕ່ວ່າຫລັກໆນັ້ນ ເພິ່ນກໍຢາກໃຫ້ ເກັບປີ້ໄວ້ ແລ້ວເວລາຊິເປີດຖ້ຽວບິນ ໃຫ້ເອົາປີ້ມາແຈ້ງວ່າ ຊິເດີນທາງມື້ໃດຈັ່ງ ຈະເລື່ອນປີ້ ແມ່ນແລ້ວ ເລື່ອນມື້ແຫລະ."

ຄິວຣົດເມສາຍເໜືອ ຫຼວງພຣະບາງ ກໍໄດ້ປ່ອຍລົດເມ ເປັນມື້ສຸດທ້າຍຈົນຮອດເວລາ 20 ໂມງ ແລ້ວກໍປິດບໍຣິການຊົ່ວຄາວຈົນເຖິງ ວັນທີ 5 ພຶສພາ 2021. ພະນັກງານຄິວຣົດເມ ສາຍເໜືອ ຫລວງພຣະບາງ ໄດ້ກ່າວວ່າ ຈະມີການສົ່ງເງິນຄືນ ໃຫ້ລູກຄ້າປະມານ 30 ຄົນ ທີ່ຊື້ປີ້ໄວ້ ລະຫວ່າງວັນທີ 22 ເມສາ ຫາ ວັນທີ 5 ພຶສພາ ເພື່ອຮັກສາລູກຄ້າ ໃຫ້ກັບມາໃຊ້ ບໍຣິການຄິວຣົດຄືເກົ່າ.

ນອກຈາກນີ້ ຄິວຣົດສາຍໃຕ້ ກໍໄດ້ຢຸດການ ໃຫ້ບໍຣິການຊົ່ວຄາວ ຈົນຮອດວັນທີ 5 ພຶສພາ 2021. ເຈົ້າໜ້າທີ່ຄະນະສະເພາະກິດ ຄວບຄຸມໂຄວິດ-19 ກ່າວວ່າພາກສ່ວນກ່ຽວຂ້ອງ ໄດ້ລົງພົ່ນຢາຂ້າເຊື້ອ ຢູ່ບ່ອນທີ່ມີກໍຣະນີຜູ້ຕິດເຊື້ອ ແລະແຈ້ງການໃຫ້ເຈົ້າໜ້າທີ່ ກ່ຽວຂ້ອງ ບໍ່ໃຫ້ໄປຫ້ອງການ.

"ເຂົາກໍເຮັດຕາມປົກກະຕິເລີຍ ບ່ອນທີ່ມີການຕິດເຊື້ອ ມີຄົນກໍຣະນີຕິດເຊື້ອ ເຮົາກໍໄປພົ່ນຢາຂ້າເຊື້ອເນາະ ເຮົາເປີດບ່ອນກວດ ໃຫ້ປະຊາຊົນ ມາຫາເພີ່ມຫລາຍຂຶ້ນ ເປີດຢູ່ 4 ຈຸດ ພ້ອມ 2 ໂຮງໝໍ ແລະ ກໍກະຕຽມຮອງຮັບ ຄົນເຈັບທີ່ອາດຈະເພີ່ມຂຶ້ນເຈົ້າ ແລ້ວກໍລ໊ອກດາວ ຢູ່ບ້ານໃຜບ້ານມັນ ບໍ່ໃຫ້ໄປການເຈົ້າ."

ຊາວບ້ານຮ່ອງແຊງ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ໄດ້ກ່າວວ່າ ຢູ່ບ້ານຂອງລາວ ກໍເປັນພື້ນທີ່ສ່ຽງ ຍ້ອນວ່າຢູ່ໃນເຂດ ໂຕເມືອງ ແລະ ປັດຈຸບັນ ກໍບອກໃຫ້ຄອບຄົວລະວັງ ໂຕເອງ.

"ສະເພາະຄອບຄົວເຮົາ ໄທເຮົາກໍບອກລູກ ບອກຫລານ ຢູ່ພາຍໃນຄອບຄົວແຫລະ ບໍ່ໃຫ້ໄປໃສມາໃສ ມີສະຕິນີ້ແຫລະ ບໍ່ໃຫ້ເປັນ ອີ່ຫລີ ກໍບໍ່ໄດ້ອອກໄປໃສດອກ ກໍເວັ້ນແຕ່ໄປຊື້ ຂອງຢູ່ຂອງກິນ ທັມມະດານີ້ແຫລະ ໃນການຈັດຕັ້ງບ້ານເຮົາ ກໍແຈ້ງໃຫ້ປະຊາຊົນ ຮັບຮູ້ ຕາມໂທຣະໂຄ່ງ ຂອງບ້ານນັ້ນຫັ້ນແຫລະ ແຕ່ລະຄອບຄົວກໍໃຫ້ມີສະຕິ ຫ້າມຊຸມແຊວ ກິນເຫລົ້າ ກິນຢາ ມີຫຍັງ ບໍ່ຢາກໃຫ້ ມີການຊຸມນຸມ ມີການລະວັງໂຕ ໄປທາງໃດແພອັດປາກ."

ຊາວບ້ານໂພນເຄັງ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ໄດ້ກ່າວວ່າ ປັດຈຸບັນ ພາຍໃນບ້ານກໍມິດງຽບ ໄປຕລາດຊື້ເຄື່ອງ ກໍມິດງຽບ - ບໍ່ມີຄົນໄປຕລາດຫຼາຍ ສ່ວນວ່າຊາວບ້ານ ຄົນອື່ນກໍພັກຢູ່ບ້ານໃຜ ບ້ານມັນ ແລະ ແລະມີການຍາມບ້ານຕລອດ 24 ຊົ່ວໂມງ.

"ເຂົາປະກາດ ເຂົາແຈ້ງນຳຄອບຄົວ ມີຄົນມາແຕ່ໄທຍ ມາພັກ ມາເຊົານະ ໃຫ້ມາແຈ້ງ ມາແຕ່ບ່ອນອື່ນ ເຂດອື່ນ ກໍຖືວ່າພັກຢູ່ ບ້ານເຮົາ ຕ້ອງໄດ້ມາແຈ້ງ ກວດກາເບິ່ງຄວາມເປັນ ລະບຽບຮຽບຮ້ອຍນັ້ນແຫຼະ ມັນມີການຊຸມແຊວບໍ່ ການຢູ່ຮ່ວມກັນຫຼາຍຄົນ ຢູ່ໃນບ້ານຫັ້ນນະ, ກໍໃຫ້ເຂົາເຈົ້າປິດບ່ອນວ່າ ຫ້າມຊື້ຫ້າມຂາຍ 9 ໂມງໄປກໍປິດ ແບບຮ້ານຂາຍເຄື່ອງ ຮ້ານເລັກຮ້ານນ້ອຍຫັ້ນນ່າ."

ແມ່ຄ້າຂາຍໝູ ແລະ ຊຸກກີ້ ຢູ່ສູນການຄ້າທົ່ງຂັນຄຳ ເວົ້າວ່າ ມື້ນີ້ ເປັນມື້ທຳອິດ ທີ່ປິດບ້ານ ປິດເມືອງ ແລະ ປັດຈຸບັນນີ້ ແຂກຄົນ ກໍບໍ່ຫລາຍ.

"ບໍ່ ບໍ່ປານໃດ ຄົນບໍ່ຫລາຍ ເຂົາພັກໂຮງຮຽນ ບໍ່ຫລາຍ ມາເທື່ອລະໜ້ອຍ ມາເທື່ອລະຄົນ ສອງຄົນ ແບບວ່າ ມັນເປັນໝົດບ້ານໝົດ ເມືອງເດ້ ເຮົາກໍສູ້ໄປ ມີແຕ່ໃສ່ຜ້າປິດປາກ ແລະ ຫ່າງໄກກັນ."

ແມ່ຄ້າຂາຍໝູ ຢູ່ຕລາດຂົວດິນ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ເວົ້າວ່າ ຂາຍໝູບໍ່ໄດ້ຫລາຍປານໃດ ບໍ່ຄ່ອຍມີລູກຄ້າ.

"ຄົນເຂົາເຈົ້າ ກໍບໍ່ປານໃດ ມີແຕ່ແມ່ ກໍບໍ່ໄດ້ເຮັດຫຼາຍ ເຮັດສະເພາະໜ້ອຍນຶ່ງ ພໍໄດ້ມາຂາຍ 2-3 ໂມງ ແມ່ກໍເມືອ ຂາຍບໍ່ໄດ້ດັ່ງໃຈ ແຕ່ກໍມາ ຈັ່ງໃດ ມັນໄດ້ອົດມາມັນກໍໄດ້ມາ ໃຫ້ຢູ່ບ້ານລ້າໆ ມັນກໍບໍ່ໄດ້ກິນ ຄື ມື້ນີ້ ຫາກໍ່ເລີ່ມ ຍັງບໍ່ທັນໄດ້ເງິນພໍລ້ານ ທຶນໝູ [ໂຕນຶ່ງ] 2 ລ້ານປາຍແລ້ວ ບາງເທື່ອ ກໍ 2 ລ້ານ 3 ແສນ ກີບ, 2 ລ້ານ 5 ແສນ ກີບ."

ນອກຈາກນີ້ ກະຊວງສຶກສາທິການ ແລະ ກິລາ ກໍຍັງໄດ້ອອກຄຳສັ່ງ ເລກທີ 421 ລົງວັນທີ 21 ເມສາ 2021 ທີ່ລະບຸວ່າໃຫ້ ສະຖາບັນ ສຶກສາທຸກລະດັບຊັ້ນ ໃນຂະແໜງສຶກສາ ພັກການຮຽນຊົ່ວຄາວ ທັງພາກຣັຖ ແລະ ເອກຊົນ ທົ່ວນະຄອນຫລວງວຽງຈັນ ເພື່ອປ້ອງກັນໂຄວິດ-19.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.