ເມືອງຕົ້ນເຜິ້ງຢ້ານໂຄວິດ ປິດ ເຂົ້າ-ອອກ

ມະນີຈັນ
2020.12.09
ເມືອງຕົ້ນເຜິ້ງຢ້ານໂຄວິດ ປິດ ເຂົ້າ-ອອກ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ
File photo: RFA

ຊາວເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ມີຊີວິດຢູ່ຢ່າງບໍ່ເປັນສຸກ ບໍ່ກ້າອອກເຮືອນ ຍ້ອນຢ້ານ ການຣະບາດຂອງເຊື້ຶອພຍາດໂຄວິດ-19, ຮ້ານອາຫານແຄມທາງ ກໍບໍ່ຄ່ອຍເປີດ, ອີງຕາມ ຄໍາເວົ້າຂອງຊາວບ້ານ ຢູ່ເມືອງຕົ້ນເຜິ້ງ ທ່ານນຶ່ງຜູ້ຂໍສງວນຊື່ຕໍ່ RFA ໃນມື້ວັນທີ 9 ທັນວາ 2020 ນີ້:

"ແຕ່ລະບ້ານກໍປິດໝົດ ໃຫ້ຢູ່ບ້ານໃຜບ້ານລາວ, ມັນກໍຫຍູ້ງຍາກແຫຼະ, ບໍ່ມີໃຜຢາກອອກໄປນອກເຮືອນ ເຂົາກໍຢ້ານໂຄວິດ, ຮ້ານອາຫານ ແຄມທາງ ເຂົາກໍເປີດ ບາງຮ້ານເຂົາກໍປິດ ເພາະເຂົາຢ້ານ.“

ທາງເຈົ້າຂອງຮ້ານກິນດື່ມ ແຫ່ງນຶ່ງ ຢູ່ເມືອງຕົ້ນເຜິ້ງ ກໍເວົ້າຕໍ່ RFA ໃນມື້ດຽວກັນນີ້ວ່າ ຕົນໄດ້ຮັບຄວາມເດືອດຮ້ອນ, ທາງການມີ ຄໍາສັ່ງໃຫ້ປິດຮ້ານຊົ່ວຄາວ ແລະ ປິດຮ້ານມາໄດ້ນຶ່ງ ອາທິດແລ້ວ ປະຕິບັດຕາມມາຕການປ້ອງກັນ ການແຜ່ຣະບາດ ຂອງໂຄວິດ-19.

“ປິດຮ້ານແລ້ວ ໄດ້ອາທິດນຶ່ງລະ ທາງການເຂົາສັ່ງປິດ ຮ້ານບັນເທິງ ຮ້ານນວດ ຮ້ານອິຫຍັງກໍປິດໝົດ ກໍຍາກໜ້ອຍນຶ່ງ ເຂົາກໍມີແຕ່ ກວດຄົນເຂົ້າອອກຫັ້ນແຫຼະ ບໍ່ໃຫ້ເຂົ້າ ແລ້ວເຂົາ ກໍກໍາລັງຊອກຄົນທີ່ລັກພາ ຄົນຈີນມາ.”

ສໍາລັບເຣື່ອງການຂົນສົ່ງສິນຄ້າ ກໍຖືວ່າເປັນເຣື່ອງຫຍູ້ງຍາກຢູ່ ຍ້ອນຣົດຂົນສົ່ງ ທີ່ຈະໄປສົ່ງສິນຄ້າ ໃນເມືອງຕົ້ນເຜິ້ງ ຕ້ອງໄປຂໍ ອະນຸຍາດ ກັບເຈົ້າໜ້າທີ່ຫ້ອງວ່າການແຂວງກ່ອນ ເນື່ອງຈາກວ່າໄລຍະນີ້ ຕ້ອງໄດ້ປະຕິບັດຕາມມາຕການ ປ້ອງກັນເຊື້ອພຍາດ ໂຄວິດ-19. ດັ່ງ ພະນັກງານຂົນສົ່ງສິນຄ້າ ທ່ານນຶ່ງເວົ້າຕໍ່ RFA ໃນມື້ວັນທີ 9 ທັນວາ ນີ້ວ່າ:

“ຊ່ວງນີ້ຂະເຈົ້າປິດ ໝົດເລີຍຫັ້ນນ່າ ບໍ່ໃຫ້ອອກເລີຍຫັ້ນນ່າ. ດຽວນີ້ເຂົາເຈົ້າໃຫ້ນະໂຍບາຍ ຈະເປັນຂົນສົ່ງເຄື່ອງ ຈະຕ້ອງອອກໄປ ແຈ້ງທາງຫ້ອງວ່າການແຂວງ ກໍຈະໃຫ້ສາມາດ ນໍາເຂົ້າສິນຄ້າໄດ້ ມາຕົ້ນເຜິ້ງ ເຈົ້າ, ຂົນສົ່ງໃຫ້ຍັງທີ່ຖ້າກ່ອນວ່າ ສະຖານະການ ວ່າຈະເປັນແນວໃດ.”

ເຈົ້າໜ້າທີ່ສະເພາະກິດ ທ່ານນຶ່ງ ຢູ່ແຂວງບໍ່ແກ້ວ ກໍກ່າວຕໍ່ RFA ໃນມື້ດຽວກັນນີ້ວ່າ, ອີງຕາມການປະກາດ ຂອງກະຊວງ ໃນເບື້ອງຕົ້ນ ທີ່ໄດ້ສັ່ງໃຫ້ປິດເມືອງຕົ້ນເຜິ້ງ ເປັນເວລາ 14 ມື້, ຫາກບໍ່ມີຜູ້ຕິດເຊື້ອ ໂຄວິດ-19 ຈຶ່ງສາມາດເປີດເມືອງນີ້ໄດ້. ແຕ່ຄັນຖ້າພົບຜູ້ຕິດເຊື້ອ ກໍຈະຕ້ອງໄດ້ປິດຕໍ່ໄປ, ທ່ານກ່າວ.

“ອັນນີ້ຄືແຈ້ງການຂອງແຂວງ ຄືແຈ້ງການກະຊວງ ແຈ້ງການປິດເມືອງຕົ້ນເຜິ້ງ 14 ວັນ ນີ້, ຖ້າບໍ່ມີກໍຣະນີນີ໋, ເພິ່ນ ໂຄວິດບໍ່ມິຫຍັງ ເກີດຂຶ້ນ ກໍສິອັນນັ້ນ ຖ້າມີກໍຈະປິດຕໍ່ອີກ ຍັງບໍ່ທັນຮູ້.”

ວັນທີ 5 ທັນວາ 2020 ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ເລີ່ມປະຕິບັດມາຕການ ປິດເມືອງຊົ່ວຄາວ ຕາມຄໍາສັ່ງເລກທີ 1389 ຂອງ ຫົວໜ້າສະເພາະກິດປ້ອງກັນຄວບຄຸມ ແລະ ແກ້ໄຂການແຜ່ຣະບາດ ຂອງ ເຊື້ອພຍາດໂຄວິດ-19 ທີ່ສັ່ງໂຈະການຂົນສົ່ງ ສິນຄ້າ ທາງເຮືອ. ສ່ວນການຂົນສົ່ງທາງຣົດ ຈະຕ້ອງບອກຊື່ ແລະ ນາມສະກຸນ ຜູ້ຂັບຣົດ ຜູ້ຂັບປ່ຽນ ແລະ ປ້າຍຣົດ ແລ້ວສເນີຕໍ່ຄະນະ ສະເພາະກິດ ເພື່ອຄົ້ນຄວ້າພິຈາຣະນາ ແລະ ສາມາດເຂົ້າ-ອອກ ໄດ້ຕັ້ງແຕ່ ເວລາ 8 ໂມງເຊົ້າ ເຖິງ 6 ໂມງແລງ ເທົ່ານັ້ນ.

ສໍາລັບການຂົນສົ່ງສິນຄ້າ ກະສິກັມ ແລະ ສິນຄ້າ ອຸປໂພກ-ບໍຣິໂພກ ທີ່ຈໍາເປັນ ເຂົ້າ-ອອກ ເມືອງຕົ້ນເຜິ້ງນັ້ນ ແມ່ນຕ້ອງສັບປ່ຽນ ພະນັກງານ ຂັບຣົດຢູ່ຈຸດດ່ານນໍ້າເກິ່ງ ບ່ອນທີ່ມີການ ພົ່ນຢາຂ້າເຊື້ອ ແລະ ແທກອຸນຫະພູມ ຮ່າງກາຍ.

ສ່ວນການສົ່ງສິນຄ້າ ທີ່ບໍ່ສາມາດສັບປ່ຽນ ພະນັກງານຂັບຣົດໄດ້ເຊັ່ນ; ຣົດຂົນນໍ້າມັນເຊື້ອເພີງ ຕ້ອງມີເຈົ້າໜ້າທີ່ ຄະນະສະເພາະກິດ ເປີດ-ປິດ ຂະບວນຣົດ ຢູ່ຈຸດດ່ານນໍ້າເກິ່ງ ນັ້ນ.

ນອກຈາກນີ້ ທາງການຍັງໄດ້ແຈ້ງໃຫ້ໂຮງຮຽນ ຢູ່ທົ່ວເມືອງຕົ້ນເຜິ້ງ ປິດການຮຽນການສອນ ຊົ່ວຄາວ, ໃຫ້ຜູ້ປະກອບການຮ້ານ ບັນເທິງ, ຮ້ານຄາຣາໂອເກ໋, ຮ້ານບໍຣິການນວດ, ສະຖານ ອອກກໍາລັງກາຍ, ຕລາດກາງຄືນ, ຮ້ານເບັຽ, ຮ້ານ Spa ທຸກປະເພດ ທີ່ມີຄວາມສ່ຽງ ພາຍໃນເມືອງນີ້ ປິດກິຈການ ຫຼັງຈາກເກີດ ກໍຣະນີຄົນຈີນ 2 ຄົນ ຕິດເຊື້ອໂຄວິດ-19 ທີ່ເດີນ ທາງມາຈາກ ປະເທດພະມ້າ ເຂົ້າມາແຂວງບໍ່ແກ້ວ ເພື່ອລັກລອບກັບຄືນ ປະເທດຈີນ ອັນເຮັດໃຫ້ຊາວບ້ານ ກໍມີຄວາມກັງວົນ ແລະຢ້ານວ່າ ໂຄວິດ-19 ຈະລະບາດຢູ່ລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.