ຜ່ອນມາຕການ ໃນນະຄອນຫຼວງ, ຈຳປາສັກ

ອາວະຣີ
ຜ່ອນມາຕການ ໃນນະຄອນຫຼວງ, ຈຳປາສັກ ກ່ອນ​ໜ້າ​ນີ້ ເຈົ້າໜ້າທີ່ຕຳຣວດ ຕັ້ງດ່ານກວດກາ ໃນເຂຕນະຄອນຫຼວງວຽງຈັນ ປ້ອງກັນ ຜູ້ຝ່າຝືນ ມາຕການປ້ອງກັນ ໂຄວິດ-19, ແຕ່​ປັດ​ຈຸບ​ນີ້ ກໍ​ຜ່ອນ​ຄາຍ​ແດ່​ແລ້ວ.
RFA

ເຖິງວ່າ ຈຳນວນຜູ້ຕິດ ໂຄວິດ-19 ຍັງຫຼາຍຢູ່, ແຕ່ທາງການລາວ ກໍເຣິ່ມຜ່ອນຄາຍ ມາດຕະການບາງຢ່າງແລ້ວ ເຊັ່ນໄດ້ ຍົກເລີກ ການຕັ້ງດ່ານ ກວດກາ ຕາມຖນົນ ຫົນທາງ ໃນເຂດ ນະຄອນຫຼວງວຽງຈັນແລະ ແຂວງຈຳປາສັກ ເພື່ອ ອະນຸຍາດ ໃຫ້ປະຊາຊົນ ທີ່ຢູ່ໃນພື້ນທີ່ ສີຂຽວສາມາດ ໄປເຮັດວຽກ ຫຼື ທຳມາຫາກິນໄດ້ ແຕ່ສຳລັບຜູ້ ຢູ່ໃນເຂດພື້ນ ທີ່ສີແດງ ຍັງຕ້ອງປະຕິ ບັດຕາມກົດ ລະບຽບຢ່າງ ເຂັ້ມງວດຄືເກົ່າ, ຕາມຄຳເວົ້າ ຂອງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ. ເວົ້າສະເພາະ ຢູ່ໃນເຂດ ນະຄອນຫຼວງວຽງຈັນ, ເຈົ້າໜ້າທີ່ ທ່ານນຶ່ງ ທີ່ບໍ່ປະສົງອອກຊື່ ແລະ ຕຳແໜ່ງ ເລົ່າເຣື່ອງນີ້ສູ່ ວິທະຍຸເອເຊັຽເສຣີ ຟັງໃນວັນທີ່ 11 ຕຸລາ 2021 ນີ້ວ່າ:
ແມ່ນແຫຼະ ແມ່ນແຫຼະ ການໄປ ການມາ ຂອງປະຊາຊົນ ຊາວຄ້າຂາຍ ຫາຢູ່ ຫາກິນ ແມ່ນຫຍັງ ກໍກະທົບ ໂຕນີ້ນ່າ ແຕ່ວ່າ ບ້ານແດງ ເພິ່ນຈະ ບໍ່ອະນຸຍາດ ເພິ່ນກໍຍັງ ຈຳກັດພື້ນທີ່ ສະເພາະເຂດແດງແທ້ໆ ເພິ່ນກໍຍັງ ບໍ່ທັນໃຫ້ໄປ ນາຍບ້ານເພິ່ນ ຈະບໍ່ອອກໜັງສື ໃຫ້ຜ່ານ ຕລາດທີ່ ບໍ່ມີການຣະບາດ ເຂົາກໍເປີດ ປົກກະຕິ ຫັ່ນແຫຼະ ໄລຍະນີ້ຖືວ່າ ຈຳນວນບ້ານແດງກໍເພີ່ມ.”

ທາງການ ແຂວງຈຳປາສັກ ກໍເຣິ່ມ ຜ່ອນຄາຍ ເຊັ່ນດຽວກັນ ຄືໄດ້ ຍົກເລີກການ ຕັ້ງດ່ານ ກວດກາ ຕາມຖນົນ ຫົນທາງ ນັ້ນແລ້ວ ສຳລັບໃນເຂດ ທີ່ບໍ່ມີການ ຣະບາດຂອງ ໂຄວິດ-19 ແຕ່ທາງການ ກໍຍັງບໍ່ ອະນຸຍາດ ໃຫ້ສະຖານ ທີ່ບັນເທີງເປີດ ຄືນໄດ້ເທື່ອ ດັ່ງເຈົ້າໜ້າທີ່ ແຂວງຈຳປາ ສັກ ໄດ້ກ່າວຕໍ່ ວິທະຍຸເອເຊັຽເສຣີວ່າ:

ຜ່ອນຜັນ ເລັກໜ້ອຍ ໄປໄດ້ຢູ່ ແຕ່ວ່າ ການຊຸມແຊວ ເພິ່ນກໍບໍໃຫ້ເຮັດ ຈຳກັດຄືເກົ່າໝົດ ໃຊ້ມາດຕະການ ຄືເກົ່າ ມີຍາມຄືເກົ່າ ເມືອງຕໍ່ເມືອງນີ້ ມັນຊິໄປໄດ້ຢູ່ ມີໜັງສື ສັກສາ ຄົບຊຸດຄືເກົ່າ ຄືບ້ານແດງເພິ່ນ ບໍ່ໃຫ້ເຂົ້າໂລດແຫຼະ ຄືວ່າບ້ານເຮົາ ໄປຕິດເຊື້ອນຳເຂົາ.”

ເຈົ້າໜ້າທີ່ທ່ານນີ້ ກ່າວຕື່ມວ່າ ທາງການ ຍັງອະນຸຍາດໃຫ້ ຕລາດ ແລະ ຮ້ານອາຫານ ຢູ່ນອກເຂດພື້ນທີ່ສີແດງ ເປີດໄດ້ຢູ່ ຄົນສາມາດ ນັ່ງກິນໃນ ຮ້ານອາຫານໄດ້ ແຕ່ຍັງຕ້ອງ ປະຕິບັດຕາມ ມາດຕະການ ໄລຍະຫ່າງ ຄືຢູ່ຫ່າງກັນ ຢ່າງໜ້ອຍນຶ່ງແມັດ ແລະກໍຫ້າມ ກິນເຫຼົ້າຢ່າງ ເດັດຂາດ.
ປະຊາຊົນຊາວ ນະຄອນຫຼວງວຽງຈັນ ຜູ້ນຶ່ງ ກໍເຫັນວ່າ ພື້ນທີ່ ສີແດງຍັງ ປິດຢ່າງເຂັ້ມງວດ ສ່ວນໃນເຂດອື່ນ ປະຊາຊົນ ສາມາດ ໄປມາ ໄດ້ແລ້ວ:
ກໍບໍ ປົກກະຕິປານໃດ ບ້ານແດງ ຈຳກັດໄວ້ ບໍ່ແມ່ນບ້ານແດງ ປົກກະຕິ ເປີດໄປເຮັດວຽກ ເຮັດງານໄດ້ເລີຍ ຂຶ້ນກັບຫ້ອງການ ແຕ່ລະຫ້ອງການເນາະ ເຮັດໃບຢັ້ງຢືນມາ ເດ່ເນາະ ປະຈຳການ ແທ້ກໍໄດ້ອອກ.”

ສຳລັບ ປະຊາຊົນ ນະຄອນປາກເຊ ແຂວງ ຈຳປາສັກ ຜູ້ນຶ່ງ ກໍກ່າວວ່າ ເຣິ່ມຜ່ອນຜັນ ແດ່ແລ້ວ:

ຜ່ອນໜ້ອຍນຶ່ງ ນ່າ ຍັງຈຳກັດ ກັນຢູ່ ສີ່ໂມງນີ້ ຕລາດເພິ່ນ ກໍປິດແລ້ວ ຄົນເຂົາ ກໍບໍໄປ ຫຼາຍນ່າດຽວນີ້ ສ່ວນຫຼາຍ ຄົນກໍດີໃຈ ແຕ່ເຂົາກໍ ມີສະຕິເນາະ ມັນກໍຍັງຜະຫວາ ຢູ່ຫັ່ນແຫຼະ ເຂົາກໍຍັງ ຣະມັດຣະວັງ ກໍບໍ່ຄືເກົ່າແຫຼະ.”

ສ່ວນການ ສັກວັກຊີນ ສຳຣັບ ຜູ້ທີ່ມີອາຍຸແຕ່ 17 ຂື້ນໄປນັ້ນ ໄດ້ເຣິ່ມແລ້ວ ຢູ່ນະຄອນຫຼວງວຽງຈັນ ດັ່ງເຈົ້າໜ້າທີ່ ການແພດທ່ານນຶ່ງໃນ ເຂດນະຄອນຫຼວງ ໄດ້ກ່າວວ່າ:

ເຣິ່ມໄປແລ້ວ ສັກອາຍຸ 17 ປີຫັ່ນ ເຂົາເຈົ້າອັນ ຕື່ນໂຕຫຼາຍແລ້ວ ໃຜກໍຢາກໄປ ສັກຢາຫັ່ນແຫຼະ ຫຼາຍກວ່າເກົ່າ ວ່າຊິສະ ຜົນຂ້າງຂຽງ ກໍຈະມີການໄຂ້ ປວດຕາມ ຕົນໂຕ ກໍຄ້າຍໆ ຄືຜູ້ໃຫຍ່ເລີຍ.”

ເຈົ້າໜ້າທີ່ ທ່ານນີ້ກ່າວຕື່ມວ່າ ໃນເຂດ ນະຄອນຫຼວງວຽງຈັນ ການສັກ ວັກຊີນ ໃຫ້ແກ່ຜູ້ ທີ່ມີອາຍຸ 17 ປີຂຶ້ນໄປ ເຣິ່ມແລ້ວ ແຕ່ວັນທີ 11 ຈົນເຖິງ ວັນທີ 15 ເດືອນ ຕຸລາ ນີ້ ຢູ່ທີ່ສູນການຄ້າ ລາວໄອແທັກ. ໃນຂນະ ດຽວກັນ ຣັຖບານຈີນ ກໍໄດ້ມອບວັກຊີນຊີໂນຟາມ (Sinopharm) ໃຫ້ແກ່ລາວ ຕື່ມອີກນຶ່ງ 1,000,000 (ນຶ່ງລ້ານ)ໂດສ໌ ແລະ ຣັຖບານ ເກົາຫຼີໃຕ້ ກໍໄດ້ມອບວັກຊີນຍີ່ຫໍ້ ເອສຕຣາຊີເນກ່າ (AstraZeneca) 500,000 (ຫ້າແສນ) ໂດສ໌ ໃຫ້ແກ່ ຣັຖບານລາວ ເຊັ່ນດຽວກັນ.

ສຳລັບ ການຣະບາດ ຂອງໂຄວິດ-19 ໃນ ວັນຈັນ ວັນທີ 11 ເດືອນ ຕຸລາ ປີ 2021 ນີ້, ໃນທົ່ວປະເທດລາວ ມີຜູ້ຕິດໂຄວິດ-19 ຕື່ມອີກ 309 ຄົນ ໃນນັ້ນ 303 ຄົນແມ່ນຕິດຢູ່ໃນຊຸມ ຊົນ ພຽງແຕ່ 6 ຄົນເທົ່ານັ້ນແມ່ນ ກໍຣະນີນຳເຂົ້າ. ຈົນເຖິງປັດຈຸບັນ ຢູ່ລາວ ມີຄົນຕິດ ພະຍາດ ສະສົມທັງໝົດ 28,849 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.