ປິດດ່ານລາວ-ວຽດ ເພາະເຈົ້າໜ້າທີ່ ຕິດໂຄວິດ-19

ເຈົ້າໜ້າທີ່ ສາຣະວັນ ເຕືອນໃຫ້ ປະຊາຊົນ ກັກຕຸນ ອາຫານໄວ້ ໃນຂະນະທີ່ ມີຜູ້ຕິດເຊື້ອ ໂຄວິດ-19 ເພີ່ມຂຶ້ນ.
ເຈົ້າໜ້າທີ່ ສາຣະວັນ ເຕືອນໃຫ້ ປະຊາຊົນ ກັກຕຸນ ອາຫານໄວ້ ໃນຂະນະທີ່ ມີຜູ້ຕິດເຊື້ອ ໂຄວິດ-19 ເພີ່ມຂຶ້ນ. (RFA)

0:00 / 0:00

ເຈົ້າໜ້າທີ່ພາສີ ແລະຕໍຣວດຊາຍແດນ ດ່ານສາກົລລາໄລ ເມືອງສະມ້ວຍ ແຂວງສາຣະວັນ ທີ່ຕິດກັບປະເທດວຽດນາມ ຈໍານວນນຶ່ງຕິດເຊື້ອໂຄວິດ-19, ທາງການໄດ້ສັ່ງໃຫ້ປິດດ່ານ ແລະບໍ່ໃຫ້ຄະນະຄຸ້ມຄອງດ່ານ ເຮັດວຽກເປັນເວລາ 3 ມື້, ຄືແຕ່ມື້ວັນທີ 20 ຫາວັນທີ 22 ຕຸລານີ້ ເພື່ອທໍາການຂ້າເຊື້ອ, ເຮັດໃຫ້ຣົດຂົນສົ່ງສິນຄ້າ ຜ່ານແດນຕ້ອງໄດ້ຢຸດ ໄປກ່ອນຊົ່ວຄາວ. ສໍາລັບເຈົ້າໜ້າທີ່, ຄອບຄົວ ແລະບຸກຄົນທີ່ໄດ້ພົວພັນ ໃກ້ຊິດກັບຜູ້ຕິດເຊື້ອ ທຸກຄົນໄດ້ຖືກກັກຕົວ ແລະບ້ານ ທີ່ຢູ່ໃກ້ກັບດ່ານລາໄລ ກໍຫ້າມບໍ່ໃຫ້ຄົນເດີນທາງ ເຂົ້າ-ອອກ ໂດຍສະເພາະບ້ານແດງ ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງຢູ່ເມືອງສະມ້ວຍ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 20 ຕຸລານິີ້ວ່າ:

“ແມ່ນແຫລະ ໂຕນີ້ມັນພະນັກງານ ຢູ່ດ່ານສາກົລ ເຂົາຕິດແລະເຂົາກໍໄດ້ເຂົ້າມາ ໃນເມືອງ ກໍຢູ່ໃນເທສບານເຮົາກໍຕິດ ດຽວນີ້ຢູ່ດ່ານ ສົ່ງສິນຄ້າຫັ້ນນ່າປິດ ຢູ່ບ້ານທີ່ໃກ້ຄຽງເນາະ ບ້ານໃດທີ່ວ່າຕິດກະປິດຫັ້ນແຫລະ ປິດໄວ້ບໍ່ໃຫ້ໄປໃຫ້ມາຫາກັນ.”

ກ່ຽວກັບເຣື່ອງນີ້ ຊາວບ້ານ ຢູ່ແຂວງສາຣະວັນຜູ້ນຶ່ງເວົ້າວ່າ ປັດຈຸບັນ ໃນເຂດເທສບານແລະ ເຂດບ້ານ ທີ່ມີຄົນຕິດເຊື້ອໂຄວິດ-19 ແລະບ້ານທີ່ຢູ່ໃກ້ດ່ານລາໄລ ທາງການບໍ່ໃຫ້ ປະຊາຊົນ ອອກຈາກເຮືອນ ຖ້າບໍ່ຈໍາເປັນ, ເວັ້ນເສັຽແຕ່ໄປຕລາດ ຊື້ເຄື່ອງຢູ່ຂອງກິນ:

“ເພິ່ນສັ່ງໃຫ້ປິດໝົດ ບໍ່ໃຫ້ມີການເຂົ້າອອກ ຂອງແຕ່ລະເມືອງ ແຕ່ລະບ້ານ ຖ້າມີຄວາມຈໍາເປັນກໍໃຫ້ອອກໄດ້ ແບບລົງຕລາດແບບນີ້ ມັນມີກໍຣະນີ ທີ່ແບບພົວພັນ ຜົລກວດຍັງບໍ່ອອກໝົດ.”

ແມ່ຄ້າຢູ່ແຂວງສາຣະວັນ ຜູ້ນຶ່ງກໍເວົ້າວ່າ ສໍາລັບຮ້ານອາຫານ, ຮ້ານຂາຍເຄື່ອງດື່ມ ແລະຮ້ານອື່ນໆ ທາງການກໍສັ່ງໃຫ້ປິດໝົດ, ຈະນັ່ງກິນຢູ່ຮ້ານບໍ່ໄດ້, ແຕ່ສາມາດຊື້ເຄື່ອງກິນໃສ່ຖົງໄປກິນຢູ່ເຮືອນໄດ້:

“ແມ່ນໆປິດໝົດ ທົ່ວແຂວງສາລະວັນ ມີແຕ່ຂາຍໃສ່ຖົງ ບໍ່ສາມາດ ນັ່ງກິນຢູ່ຮ້ານໄດ້ ຕິດມື້ນີ້ຫຼາຍຢູ່ ຢູ່ເມືອງສະມ້ວຍ ປົກຕິກໍຢູ່ໂຕເມືອງສາຣະວັນ ຈະຫຼາຍກວ່າ.”

ທາງການແຂວງສາຣະວັນ ມີແຈ້ງການ ຫ້າມບໍ່ໃຫ້ພໍ່ຄ້າແມ່ຄ້າ ຢູ່ພາຍໃນແຂວງ ສວຍໂອກາດ ຂຶ້ນລາຄາສິນຄ້າ ໃນໄລຍະລ໊ອກດາວນີ້, ຖ້າຫາກເຈົ້າໜ້າທີ່ ກວດພົບຜູ້ລະເມີດ ກໍຈະຖືກປັບໃໝ ແລະຖອນໃບອະນຸຍາດ ເຮັດທຸຣະກິດທັນທີ.

ກ່ຽວກັບເຣື່ອງທີ່ນີ້ ແມ່ຄ້າຢູ່ນະຄອນຫຼວງວຽງຈັນ ນາງນຶ່ງເວົ້າຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 20 ຕຸລານີ້ວ່າ ດີແທ້ ທາງການຄວນແກ້ໄຂ ທີ່ຕົ້ນເຫດ, ບໍ່ແມ່ນຈະແກ້ໄຂ ທີ່ປາຍເຫດ ເພາະແມ່ຄ້າພໍ່ຄ້າບາງຄົນ ຊື້ສິນຄ້າ ມາຂາຍກໍແພງແລ້ວ ແລະໄລຍະນີ້ ຄ່າເງິນກີບ ກໍຕົກຊຶ່ງສ່ວນໃຫຍ່ ສິນຄ້າທີ່ຂຶ້ນລາຄານັ້ນ ກໍແມ່ນສິນຄ້າທີ່ນໍາເຂົ້າ ມາຈາກຕ່າງປະເທດ. ດັ່ງນັ້ນ ທາງການຄວນຈະສອບຖາມ ຄວາມເປັນມາກ່ອນ ຈະປັບໃໝ ແລະຖອນໃບອະນຸຍາດນັ້ນ.

“ຄັນຈະໃຫ້ໄປຂາຍ ຕາມລາຄາຂອງເກົ່າ ມັນກໍເປັນໄປບໍ່ໄດ້ ເພາະວ່າເງິນມັນຂຶ້ນສາມເຈັດແລ້ວເດ໋ ເຂົາໄປຊື້ ເຂົາກໍຊື້ເປັນເງິນບາດ ກໍຕ້ອງໄດ້ດູລຕາມເງິນ ຄືຊີ້ນໝູຊ່ວງນຶ່ງຫັ້ນ ແມ່ຄ້າເຂົາກໍຂາຍບໍ່ໄດ້ ເພາະວ່າຢູ່ທີ່ຟາມຣ໌ ເຂົາສົ່ງໃຫ້ແມ່ຄ້າສໍ່ານັ້ນເດ໋ ເຂົາກໍຕ້ອງກິນກໍາໄຣອັນລະພັນກີບ ມັນຕ້ອງຮູ້ ຕົ້ນປາຍສາຍເຫດ ທີ່ມັນມາຈາກໃສ ກ່ອນຈະປັບເຂົານ່າ.”

ນາງເວົ້າຕື່ມວ່າ ສ່ວນໃຫຍ່ແລ້ວ ຜູ້ບໍຣິໂພກຫຼາຍຄົນກໍເຂົ້າໃຈ ເພາະແມ່ຄ້າກໍບໍ່ໄດ້ເອົາ ກໍາໄຣຫຼາຍເກີນໄປ, ຍັງຢູ່ໃນຣະດັບ ຜູ້ບໍຣິໂພກພໍຈ່າຍໄດ້. ແຕ່ກໍມີສ່ວນນຶ່ງ ທີ່ພໍ່ຄ້າແມ່ຄ້າ ສວຍໂອກາດຂຶ້ນລາຄາສິນຄ້າຫຼາຍເກີນໄປ, ໃນກໍຣະນີນີ້ ເຈົ້າໜ້າທີ່ ຕ້ອງປະຕິບັດຕາມລະບຽບການ.

ເວົ້າເຖິງແຈ້ງການທີ່ວ່ານັ້ນ ເຈົ້າໜ້າທີ່ອຸດສາຫະກັມ ແລະການຄ້າໃນນະຄອນຫຼວງວຽງຈັນ ທ່ານນຶ່ງກໍເວົ້າໃນມື້ດຽວກັນນີ້ວ່າ ການອອກແຈ້ງການນັ້ນ ກໍເພື່ອໃຫ້ພໍ່ຄ້າ ແມ່ຄ້າຮັບຊາບ ຊຶ່ງແຕ່ລະອາທິດ ກໍຈະມີເຈົ້າໜ້າທີ່ລົງກວດກາ ຮ້ານຄ້າຕ່າງໆ. ຖ້າພົບເຫັນຮ້ານຄ້າໃດຂາຍເຄື່ອງ ໃນລາຄາແພງ ກໍຈະຖືກສອບຖາມກ່ອນ, ແທນທີ່ຈະປັບໃໝ ຫຼືຖອນໃບອະນຸຍາດ ໃນທັນທີນັ້ນໂລດ:

“ແຈ້ງການໄວ້ຊື່ໆ ຄັນມີການລະເມີດ ປະຕິບັດແທ້ໃດ ທຸກມື້ເຂົາກໍລົງຕິດຕາມຕໍ່ຢູ່ເນາະ ເຂົາກໍມີການວິເຄາະວິຈັຍ ຄັກແນ່ ຢູ່ໆຈະມາປະຕິບັດເລີຍ ມັນກໍບໍ່ແມ່ນເນາະ ກໍຣະນີຂາຍຂຶ້ນລາຄາ ມັນຂຶ້ນດ້ວຍສາເຫດຫຍັງ ເຂົາຕ້ອງໄດ້ວິເຄາະວິຈັຍຄັກແນ່ນ່າ.”

ທາງການລາວ ກໍານົດລາຄາສິນຄ້າ ທີ່ຈໍາເປັນຫຼາຍຣາຍການ ເປັນຕົ້ນເຂົ້າໜຽວຊັ້ນ 1 ໃຫ້ຂາຍ 9,000 ກີບ ຕໍ່ກິໂລ, ຊັ້ນສອງ 8,000 ກີບ, ເຂົ້າຈ້າວຊະນິດພິເສດ 10,000 ກີບ, ເຂົ້າຈ້າວທໍາມະດາ 8,000 ກີບ ຕໍ່ກິໂລ, ຊີ້ນງົວ, ຊີ້ນຄວາຍ ປະເພດນຶ່ງ 70,000 ກີບ ຕໍ່ກິໂລ, ປະເພດສອງ 65,000 ກີບ, ຊີ້ນໝູປະເພດນຶ່ງ 40,000 ກີບ, ປະເພດສອງ 35,000 ກີບ ຕໍ່ກິໂລ, ໄຂ່ໄກ່ເບີ 1 ແຕະລະ 35,000 ກີບ, ເບີ 2 ແຕລະ 30,000 ກີບ. ຊີ້ນໄກ່ພັນ ກິໂລນຶ່ງ 25,000 ກີບ, ໄກ່ລາດ 50,000 ກີບ, ປານິນ, ປາດຸກ 25,000 ກີບ ຕໍ່ກິໂລ. ໝີ່ໄວໆ, ໝີ່ມ່າໆ 45,000 ກີບ ຕໍ່ແກັດ.

ເຣື່ອງການຣະບາດ ຂອງໂຄວິດ-19 ຈາກຜົລຂອງການ ກວດວິເຄາະຫາເຊື້ອ ໂຄວິດ-19 ຈຳວນວ 5,710 ຄົນ ໃນມື້ວັນທີ 19 ຕຸລານີ້ ທາງການລາວ ປະກາດໃນມື້ວັນທີ 20 ຕຸລາ ກວດພົບຜູ້ຕິດເຊື້ອໃໝ່ ຕື່ມ 635 ຄົນ. ໃນນັ້ນຕິດເຊື້ອໃນຊຸມຊົນ 628 ຄົນ ແລະນໍາເຂົ້າ 7 ຄົນ. ໃນຈໍານວນຜູ້ຕິດເຊື້ອໃໝ່ 635 ຄົນນັ້ນ ຕິດຫຼາຍກວ່າໝູ່ແມ່ນຢູ່ນະຄອນຫຼວງວຽງຈັນ 439 ຄົນ, ຮອງລົງມາແມ່ນ ແຂວງຫຼວງພຣະບາງ 72 ຄົນ, ແຂວງວຽງຈັນ 39 ຄົນ ແລະຢູ່ແຂວງອື່ນໆ ອີກ 9 ແຂວງ. ມາເຖິງປັດຈຸບັນ ມີຜູ້ຕິດເຊື້ອສະສົມ 33,606 ຄົນ, ກໍາລັງປິ່ນປົວ 7,093 ຄົນ, ປິ່ນປົວເຊົາແລ້ວ 26,466 ຄົນ, ເສັຍຊີວິດ 47.