ຫຼາຍຄົນເດືອດຮ້ອນ ເພາະຂຍາຍໄລຍະລ໊ອກດາວ

ຈຳປາທອງ
2021.10.18
ຫຼາຍຄົນເດືອດຮ້ອນ ເພາະຂຍາຍໄລຍະລ໊ອກດາວ ການຕິດເຊື້ອໂຄວິດ-19 ໃນຊຸມຊົນ ຍັງສືບຕໍ່ມີຢູ່ຕໍ່ໄປ ແລະ ທຸກຄົນກໍຕ້ອງສືບຕໍ່ຢ່າງຣະມັດຣະວັງ ໃນນະຄອນຫຼວງວຽງຈັນ ເມື່ອເດືອນຕຸລາ 2021.
ນັກຂ່າວ ພົລເມືອງ

ທາງການລາວ ອອກແຈ້ງການຂຍາຍໄລຍະເວລາ ລ໊ອກດາວໄປຕື່ມອີກ 15 ມື້ ຄືແຕ່ມື້ວັນທີ 16 ຫາວັນທີ 30 ຕຸລາ 2021, ອີງຕາມຄໍາເວົ້າຂອງຍານາງ ທິບພະກອນ ຈັນທິວົງສາ ຮອງຣັຖມົນຕຣີ ຮອງຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະແກ້ໄຂການຣະບາດຂອງໂຄວິດ-19 ໃນມື້ວັນທີ 15 ຕຸລານີ້. ມາຕການດັ່ງກ່າວເຮັດໃຫ້ປະຊາຊົນ ບໍ່ສາມາດດໍາລົງຊີວິດໄດ້ຕາມປົກກະຕິ ແລະມີຄວາມຫຍຸ້ງຍາກ ໃນການທໍາມາຫາກິນຕື່ມອີກ ດັ່ງປະຊາຊົນເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 18 ຕຸລານີ້ວ່າ:

ບໍ່ມີແນວຊິຫາຢູ່ຫາກິນ ແບບວ່າຊອກຫາເງິນຍາກ ກໍວ່າກັນໄປ ໂອຍເສັຽຫາຍ ເສັຽຫາຍຫຼາຍ ມີຜົລສະທ້ອນຕໍ່ປະຊາຊົນຫຼາຍ ມັນຕໍ່ປະຊາຊົນມັນຊິບໍ່ມີ ປະຊາຊົນມັນບໍ່ມີຫຍັງຫາຢູ່ ບໍ່ມີແນວຢູ່ແນວກິນນີ້ ພວກກັມກອນ ກັມກອນກໍບໍ່ມີອາຊີບ ຢູ່ກິນຈະຫາທາງດ້ານໃດກໍບໍ່ໄດ້ເນາະ 

ໃນໄລຍະ ລ໊ອກດາວປ້ອງກັນການແພ່ຣະບາດ ຂອງໂຄວິດ-19 ນີ້ ໂຮງງານຫຼາຍແຫ່ງຈໍາເປັນຕ້ອງໄດ້ປິດກິຈການຊົ່ວຄາວ ເຮັດໃຫ້ຄົນງານຈໍານວນຫຼວງຫຼາຍ ບໍ່ມີວຽກເຮັດງານທໍາ, ບໍ່ມີລາຍໄດ້ ດັ່ງຄົນງານໂຮງງານຕັດຫຍິບແຫ່ງນຶ່ງຢູ່ນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ດຽວກັນນີ້ວ່າ:

ເອື້ອຍກໍເປັນກັມກອນຢູ່ໂຮງງານ ໂຮງງານກໍປິດ ກໍພັກ ກໍບໍ່ໄດ້ໄປເຮັດວຽກ ເຮັດງານ ກໍບໍ່ຮູ້ ຮູ້ມາວ່າໃຫ້ລ໊ອກດາວຮອດວັນທີ 30 ຂອງເດືອນຕຸລາ ເນາະ ເພິ່ນກໍລ໊ອກດາວໄປຕໍ່ ເບິ່ງສະຖານະການຫັ້ນແຫຼະ ເພິ່ນໃຫ້ເປີດໂຮງງານເຮົາກໍເປີດ.”  

ຄົນຂັບຣົດໂດຍສານຜູ້ນຶ່ງກໍເວົ້າວ່າ ເຖິງແມ່ນໃນໄລຍະ ລ໊ອກດາວນີ້ຈະເຮັດໃຫ້ຈໍານວນຄົນ ຕິດໂຄວິດ-19 ຫຼຸດລົງ ແຕ່ປະຊາຊົນຈໍານວນນຶ່ງກໍຢາກໃຫ້ ພາກສ່ວນທີ່ກ່ຽວຂ້ອງພິຈາລະນາ ຫຼຸດຜ່ອນບາງມາຕການລົງ ໂດຍສະເພາະ ອະນຸຍາດໃຫ້ຜູ້ທີ່ໄດ້ສັກວັກຊິນ ປ້ອງກັນໂຄວິດ-19 ຄົບ 2 ເຂັມ ຫຼືຄົບຕາມກໍານົດແລ້ວ ເດີນທາງ ໄປເຮັດວຽກແຂວງອື່ນໄດ້:

ສົມມຸດເຮົາຊິໄປເຮັດວຽກ ຢູ່ຕ່າງແຂວງ ມັນກໍຊິໄປຍາກຊີ້ນ່າ ເພາະວ່າພະຍາດມັນຍັງບໍ່ເຊົາ ວ່າຊັ້ນສາ ຈະລ໊ອກອີກ 7 ມື້ ຫຼືວ່າເປີດອີກ 7 ມື້ ໃຫ້ຄົນໄປໄດ້ມາໄດ້ ແມ່ນແລ້ວ ຄົນເຮົາມັນຄົນໃຊ້ແຮງງານ ມັນຕ້ອງໄປຕາມໜ້າທີ່ເພື່ອວ່າເຂົາເຈົ້າຢາກໄດ້ຄົນ ທີ່ຢູ່ຕ່າງແຂວງຊີ້ນ່າ ບັງເອີນວ່າໄປບໍ່ໄດ້ ຢູ່ເຮືອນກໍບໍ່ມີວຽກເຮັດ ຢູ່ໄປມັນກໍຍາກ ບໍ່ມີເງິນມີຄໍາມັນກໍຍາກ.

ແລະເຈົ້າຂອງຮ້ານຂາຍເຄື່ອງນາງນຶ່ງກໍເວົ້າວ່າ ເມື່ອປະຊາຊົນບໍ່ມີວຽກເຮັດງານທໍາ, ບໍ່ມີລາຍໄດ້ ກໍເຮັດໃຫ້ຜູ້ປະກອບອາຊີບຄ້າຂາຍ ຂາຍເຄື່ອງຍາກ ຂາຍໄດ້ໜ້ອຍລົງ ແລະມີລາຍໄດ້ຫຼຸດລົງຫຼາຍ.

ແນ່ນອນລະໂຕນີ້ ເຣື່ອງການຂາຍເຄື່ອງມັນຂາຍຍາກ ເພາະວ່າເສຖກິດມັນກໍຄືວ່າ ທຸກຄົນມັນຫາເງິນຍາກຫັ້ນນ່າ ເຣື່ອງການຊົມໃຊ້ ເຂົາເຈົ້າກໍຕ້ອງມີການປຢັດໃຊ້ ປຢັດຈ່າຍ ແບບວ່າບໍ່ຊື້ຊີ້ນ່າ ຫຼຸດລົງ ອັດຕຣາ ຊື້ໜ້ອຍທີ່ສຸດຫັ້ນນ່າ ແລ້ວບາດນີ້ສໍາລັບຜູ້ຂາຍເນາະ ທີ່ວ່າເຄີຍໄດ້ຂາຍຫຼາຍ ກໍຍອດກໍຕົກຫຼາຍ.

ໃນຂະນະດຽວກັນ ເຈົ້າໜ້າທີ່ຜແນກສາທາຣະນະສຸຂ ນະຄອນຫຼວງວຽງຈັນນາງນຶ່ງ ກໍເວົ້າວ່າ ການທີ່ທາງການລາວ ມີນະໂຍບາຍຂຍາຍໄລຍະເວລາ ລ໊ອກດາວ ເພື່ອຫຼຸດຜ່ອນການແພ່ຣະບາດ ຂອງເຊື້ອໂຄວິດ-19 ໄປເລື້ອຍໆນັ້ນ ແມ່ນເປັນຍ້ອນຍັງມີການຣະບາດ ໃນຊຸມຊົນຫຼາຍຢູ່, ແຕ່ເຖິງຢ່າງໃດກໍຕາມ ມາຕການລ໊ອກດາວເທື່ອນີ້ ເພິ່ນກໍຜ່ອນຜັນອອກໃຫ້ໜ້ອຍນຶ່ງ, ອະນຸຍາດໃຫ້ປະຊາຊົນ ເດີນທາງໄປຕ່າງແຂວງໄດ້ ແຕ່ຕ້ອງໄດ້ຮັບອະນຸຍາດ ຈາກຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະແກ້ໄຂການຣະບາດ ຂອງໂຄວິດ-19 ດັ່ງທີ່ນາງກ່າວວ່າ:

ກໍບໍ່ແຕກຕ່າງຫຼາຍ ແຕ່ວ່າດຽວນີ້ເພິ່ນກໍຄາຍໆອອກໜ້ອຍນຶ່ງ ເພາະວ່າໃຫ້ເດີນທາງໄດ້ຢູ່ ແຕ່ວ່າຕ້ອງມີວ່າຕ້ອງມີໃບຢັ້ງຢືນ ຈາກສະເພາະກິດນະຄອນຫຼວງຮອງຮັບເອົາ ຫຼືວ່າສົ່ງເດີນທາງ ຈຶ່ງໄປໄດ້ ຜ່ານມາມັນແມ່ນບໍ່ໄດ້ນະ. ຂ້າມແຂວງໄດ້ຢູ່ ແຕ່ວ່າໃຫ້ມີທາງ ຮັບຮອງ ແລ້ວກໍທາງສົ່ງ ນະຄອນຫຼວງສົ່ງໄປ ແລ້ວກໍບ່ອນປາຍທາງຮັບເອົາ.

ອີງຕາມແຈ້ງການ ຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະແກ້ໄຂ ການຣະບາດຂອງໂຄວິດ-19 ໃນມື້ວັນທີ 15​ ຕຸລານີ້, ນັບຕັ້ງແຕ່ມື້ວັນທີ 1 ຫາ ວັນທີ 15 ຕຸລາ ເຖິງແມ່ນວ່າຈໍານວນຄົນຕິດເຊື້ອໂດຍລວມໃນແຕ່ລະມື້ ຈະຫຼຸດລົງ ແຕ່ການຕິດເຊື້ອໃນຊຸມຊົນ ຍັງເພີ່ມຂຶ້ນເຖິງ 98.5%, ສະນັ້ນ ຣັຖບານຈຶ່ງມີຄວາມຈໍາເປັນ ຕ້ອງໄດ້ເພີ່ມຄວາມເຂັ້ມງວດ ແລະສືບຕໍ່ປະຕິບັດມາຕການຕື່ມອີກ 15 ມື້ ຕາມທີ່ໄດ້ລະບຸໄວ້ໃນຄໍາສັ່ງເລກທີ 15/ນຍ ລົງວັນທີ 21 ເມສາ ທີ່ຜ່ານມາ ແລະແຈ້ງການເລກທີ 1260 ລົງວັນທີ 30 ກັນຍາ ຜ່ານມານີ້.

ທາງການລາວ ຣາຍງານໃນມື້ວັນທີ 18 ຕຸລານີ້ວ່າ ຈາກຜົລຂອງການກວດວິເຄາະຫາເຊື້ອ ໂຄວິດ-19 3,637 ຄົນ, ໃນມື້ວັນທີ 17 ຕຸລາ ກວດພົບຜູ້ຕິດເຊື້ອລາຍໃໝ່ຕື່ມອີກ 285 ຄົນ, ໃນນັ້ນຕິດເຊື້ອໃນຊຸມຊົນ 280 ຄົນ ແລະນໍາເຂົ້າ 5 ຄົນ. ມາເຖິງປັດຈຸບັນ ຢູ່ລາວມີ ຜູ້ໄດ້ຮັບການກວດວິເຄາະຫາເຊື້ອໂຄວິດ-19 ທັງໝົດ 670,630 ຄົນ, ມີຜູ້ຕິດເຊື້ອສະສົມ 32,314 ຄົນ, ປິ່ນປົວຫາຍແລ້ວ 25,269 ຄົນ, ກໍາລັງປິ່ນປົວ 7,005 ຄົນ, ເສັຽຊີວິດ 40 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.