ງົດຈັດງານບຸນອອກພັນສາ ປ້ອງກັນໂຄວິດ-19

0:00 / 0:00

ທາງການລາວໄດ້ອອກແຈ້ງການ ໃນມື້ວັນທີ 20 ຕຸລາ 2021 ບໍ່ໃຫ້ປະຊາຊົນ ທີ່ຢູ່ໃນເຂດພື້ນທີ່ສີແດງ ຊຶ່ງມີການຣະບາດ ຂອງເຊື້ອໂຄວິດ-19 ຈັດງານບຸນອອກພັນສາເດັດຂາດ ເພື່ອປ້ອງກັນບໍ່ໃຫ້ ເຊື້ອຣະບາດອອກໄປໃນຊຸມຊົນຕື່ມ, ສ່ວນເຂດບ້ານສີຂຽວ ຫຼືບ້ານທີ່ບໍ່ມີຄົນຕິດໂຄວິດ-19 ໃຫ້ຈັດໄດ້ ແຕ່ຕ້ອງເຮັດພໍເປັນພິທີ ຕາມຮີດຄອງປະເພນີເທົ່ານັ້ນ ແລະຕ້ອງປະຕິບັດຕາມ ມາຕການປ້ອງກັນໂຄວິດ-19, ບໍ່ໃຫ້ມີ ການເຕົ້າໂຮມຄົນຫຼາຍ, ຮັກສາໄລຍະຫ່າງ, ໃຊ້ເຈວລ້າງມື, ໃສ່ຜ້າອັດປາກອັດດັງ ດັ່ງເຈົ້າໜ້າທີ່ ທີ່ກ່ຽວ ຂ້ອງ ຢູ່ນະຄອນຫຼວງວຽງຈັນ ຜູ້ຂໍສງວນຊື່ ແລະຕໍາແໜ່ງທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 21 ຕຸລານີ້ວ່າ:

" ເຂດບ້ານແດງຫ້າມຫັ້ນແລ້ວ ບໍ່ຢາກໃຫ້ຈັດ ຈະໄປເຮັດບຸນບໍ່ໄດ້ ຖ້າຫາກວ່າຢູ່ເຂດໃດ ບໍ່ແມ່ນເຂດສ່ຽງ ບໍ່ແມ່ນເຂດແດງຫັ້ນນ່າ ແຕ່ກໍບໍ່ໃຫ້ມັນເອິກກະເຫຼີກ ຊິໃສ່ບາດກໍຕັ້ງບາດໄວ້ ມາໃສ່ແລ້ວກໍກັບ ບໍ່ໃຫ້ຢູ່ໃກ້ກັນ ຢູ່ຫ່າງກັນ ບໍ່ໃຫ້ໄປໃກ້ຄຣູບາ ບໍ່ໃຫ້ໂຮມຊຸນຸມ. "

ປີນີ້ ທາງການກໍໄດ້ປະກາດ ບໍ່ໃຫ້ມີບຸນຊ່ວງເຮືອຕາມປະເພນີ ໃນພິທີເຮັດບຸນອອກພັນສາ, ສໍາລັບວັດທີ່ຢູ່ໃນພື້ນທີ່ສີຂຽວ ແມ່ນໃຫ້ທາງວັດ ເອົາບາດມາຕັ້ງລຽນໄວ້ ໃຫ້ອອກຕົນຍາດໂຍມ ຄ່ອຍພາກັນມາໃສ່ບາດ, ເມື່ອໃສ່ບາດແລ້ວ ກໍແຍກຍ້າຍກັນກັບບ້ານເຮືອນຂອງໃຜລາວ. ສໍາລັບອອກຕົນຍາດໂຍມ ທີ່ມີສັດທາ ຕ້ອງການໃຫ້ທານ ກັບທາງວັດ ກໍໃຫ້ທານ ທາງອອນລາຍນ໌ ຜ່ານລະບົບທະນາຄານ ແລະທາງພຣະສົງ ກໍໃຫ້ພອນ ຜູ້ທານທາງອອນລາຍນ໌ ເຊັ່ນກັນ.

ຢູ່ແຂວງຫຼວງພຣະບາງ ທາງການບໍ່ອະນຸຍາດໃຫ້ປະຊາຊົນ ໃນທົ່ວແຂວງຮວມທັງ ຜູ້ທີ່ຢູ່ໃນບ້ານທີ່ບໍ່ມີຄົນຕິດເຊື້ອ ໂຄວິດ-19 ເຮັດບຸນອອກພັນສາ ເດັດຂາດ, ມີແຕ່ອະນຸຍາດໃຫ້ ພຣະສົງ ຈັດພິທີທາງສາສນາ ຢູ່ພາຍໃນຂອງແຕ່ລະວັດ ເພື່ອປ້ອງກັນບໍ່ໃຫ້ ເຊື້ອແພ່ຣະບາດອອກໄປ ເປັນວົງກວ້າງຕື່ມ ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຢູ່ແຂວງຫຼວງພຣະບາງ ທ່ານນຶ່ງເວົ້າ ໃນມື້ດຽວກັນນີ້ວ່າ:

" ຫຼວງພຣະບາງນີ້ ບໍ່ໄດ້ເຮັດເລີຍ ມີແຕ່ໃຫ້ວັດເຮັດ ແລ້ວກໍແລ້ວ ວັດໃຜວັດລາວ ບໍ່ໃຫ້ຈົວວັດນັ້ນ ມາຫາວັດນີ້ ພຣະວັດນີ້ໄປຫາ ວັດນັ້ນ ບໍ່ໃຫ້ມີເລີຍ ຍາດໂຍມຫຍັງ ກໍບໍ່ໃຫ້ໄປເລີຍ. "

ປະຊາຊົນ ຢູ່ແຂວງຫຼວງພຣະບາງ ຜູ້ນຶ່ງກໍເວົ້າວ່າ ປີນີ້ທາງການແຂວງ ໄດ້ສັ່ງຫ້າມບໍ່ໃຫ້ ຊາວບ້ານໃນທົ່ວແຂວງ ໄປເຮັດບຸນອອກພັນສາ ຢູ່ວັດ, ໃຫ້ແຕ່ທາງວັດເພິ່ນ ຈັດພິທີເອົາເອງ, ຕົນເອງຮູ້ສຶກງຽບເຫງົາ ທີ່ບໍ່ໄດ້ໄປເຮັດບຸນປະເພນີ ທີ່ເຄີຍປະຕິບັດສືບທອດກັນມາ:

" ບໍ່ໄດ້ຈັດຄືກັນ ທຸກໆບ້ານຫັ້ນແຫຼະ ບ້ານເຮົາກໍບໍ່ ມັນງຽບເຫງົາ ແລ້ວປີກາຍກໍບໍ່ໄດ້ເຮັດ ເຮັດຕາມຮີດຊື່ໆຫັ້ນນ່າ ລະກໍແລ້ວ. "

ຢູ່ນະຄອນຫຼວງວຽງຈັນ ພຣະອາຈານອົງນຶ່ງ ຢູ່ວັດສີສະເກດ ກ່າວວ່າ ມື້ວັນທີ 21 ຕຸລາ ນີ້ເປັນມື້ອອກພັນສາ, ຕາມປົກກະຕິ ມື້ນີ້ຈະເປັນມື້ຕັກບາດ ໃນຕອນເຊົ້າ ແລະຕອນແລງກໍມີການວຽນທຽນ, ແຕ່ປີນີ້ ທາງວັດຈະບໍ່ໄດ້ຈັດ ເພາະວັດນີ້ ຢູ່ໃນເຂດພື້ນທີ່ສີແດງ, ແຕ່ທາງວັດກໍຈະມີການສູຕມົນ ແລະເຮັດກິຈກັມສົງຕາມຮີດຄອງປະເພນີ ດັ່ງພຣະອາຈານກ່າວວ່າ:

" ໂດຍທົ່ວໄປເນາະ ມື້ນີ້ຕັກບາດເນາະບ້ານເຮົາ ວຽນທຽນແຕ່ວ່າດຽວນີ້ມັນບໍ່ໄດ້ເຮັດ ຕອນເຊົ້າຂອງມື້ວັນເສົາຫັ້ນ ຂອງພຣະສົງເພິ່ນຕ້ອງໄດ້ເຮັດ ກໍມີພິທີໄຫວ້ພຣະ ປາວໍຣະນາ ແລະກໍກ່າວຕັກເຕືອນກັນຫັ້ນລະເນາະ ຕາມຂໍ້ປະຕິບັດຂອງພຣະສົງ ຄັນວ່າບ້ານທີ່ບໍ່ໄດ້ຢູ່ເຂດແດງຫັ້ນ ປອດພັຍຫັ້ນນ່າ ຍາດໂຍມທີ່ມີສ່ວນຮ່ວມກໍມື້ໃສ່ບາດຫັ້ນ. "

ສໍາລັບວັດທີ່ ບໍ່ມີພຣະສົງຕິດເຊື້ອ ໂຄວິດ-19 ກໍອະນຸຍາດໃຫ້ຈັດກິຈກັມ ທາງສາສນາພໍເປັນພິທີ, ບໍ່ໃຫ້ຈັດໃຫຍ່ໂຕ, ປະຕິບັດຕາມ ມາຕການປ້ອງກັນໂຄວິດ-19 ແລະໃຫ້ມີເຈົ້າໜ້າທີ່ບ້ານ ຕິດຕາມຊ່ອຍເຫຼືອ. ກ່ຽວກັບເຣື່ອງທີ່ນີ້ ປະຊາຊົນໃນນະຄອນຫຼວງວຽງຈັນ ທ່ານນຶ່ງເວົ້າວ່າ ອອກພັນສາປີນີ້ ບໍ່ໄດ້ໄປເຮັດບຸນໃສ່ບາດຢູ່ວັດ ຄືແຕ່ກ່ອນ, ບັນຍາກາດງຽບເຫງົາ ບໍ່ຄຶກຄື້ນຄືກັບແຕ່ກ່ອນ, ປັດຈຸບັນ ຊາວບ້ານຫຼາຍຄົນ ໄດ້ແຕ່ຝາກອາຫານແຫ້ງ ໄປຖວາຍພຣະສົງ ນໍາເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໄປຮ່ວມກິນທານ ຢູ່ໃນວັດເທົ່ານັ້ນ:

" ເປັນບຸນໃຫຍ່ຄືເກົ່າ ບໍ່ໄດ້ເຮັດແລ້ວ ທຸກປີຕ້ອງເຮັດ ເຂົ້າຕົ້ມເຂົ້າໜົມແລ້ວກໍມ່ວນ. ຜູ້ໃດຢາກທານຫຍັງກໍທານ ແຕ່ປີນີ້ບໍ່ມີເດ໋ ກໍຫງວ່ມເຫງົາຫຼາຍແຫຼະເນາະ ມີແຕ່ເອົາຂອງກິນແຫ້ງ ໃຫ້ພວກເຂົາເຈົ້າ ສົ່ງເຄື່ອງຫັ້ນ ໄປສົ່ງວັດນັ້ນວັດນີ້ນ່າ. "

ເວົ້າເຖິງເຣື່ອງການຕິດເຊື້ອ ໂຄວິດ-19 ຢູ່ປະເທດລາວ ໃນປັດຈຸບັນແມ່ນຍັງມີ ຜູ້ຕິດເຊື້ອໃນຊຸມຊົນຫຼາຍຢູ່. ໂຄວິດ-19 ໄດ້ແພ່ລາມໄປເຖິງ ເກືອບທຸກພາກສ່ວນໃນສັງຄົມ ຮວມທັງແພດ, ໝໍ ແລະທະຫານຢູ່ວິທຍາຄານໄກສອນ ຄ້າຍຈິນາຍໂມ້ ນະຄອນຫຼວງວຽງຈັນ, ເຈົ້າໜ້າທີ່ຕໍາຣວດ, ນັກໂທດໃນຄ້າຍຄຸມຂັງ ແລະປະຊາຊົນທົ່ວໄປ ຊຶ່ງໃນນັ້ນຫຼາຍຄົນ ໄດ້ສັກວັກຊິນປ້ອງກັນ ໂຄວິດ-19 ຄົບຕາມກໍານົດແລ້ວ.

ທາງການລາວ ປະກາດໃນມື້ວັນທີ 21 ຕຸລາ ນີ້ວ່າ ຈາກຜົລຂອງການ ກວດວິເຄາະຫາເຊື້ອ ໂຄວິດ-19 6,579 ຄົນ ໃນມື້ວັນທີ 20 ຕຸລາ, ກວດພົບຜູ້ຕິດເຊື້ອໃໝ່ຕື່ມ 392 ຄົນ, ໃນນັ້ນຕິດເຊື້ອໃນຊຸມຊົນ 389 ຄົນ ແລະນໍາເຂົ້າ 3 ຄົນ. ໃນຈໍານວນຜູ້ຕິດເຊື້ອໃໝ່ 392 ຄົນ ນັ້ນຕິດຫຼາຍກວ່າໝູ່ແມ່ນຢູ່ ນະຄອນຫຼວງວຽງຈັນ 158 ຄົນ, ຮອງລົງມາແມ່ນແຂວງວຽງຈັນ 99 ຄົນ, ແຂວງຫຼວງພຣະບາງ 44 ຄົນ ແລະຢູ່ແຂວງອື່ນໆອີກ 9 ແຂວງ. ມາເຖິງປັດຈຸບັນ ມີຜູ້ຕິດເຊື້ອສະສົມ 33,998 ຄົນ, ກໍາລັງປິ່ນປົວ 6,985 ຄົນ, ປິ່ນປົວເຊົາແລ້ວ 26,964 ຄົນ ແລະເສັຽຊີວິດ 49.