25 ຕຸລາ ຫຼວງພຣະບາງ ພົບຜູ້ຕິດໂຄວິດ-19 ຫຼາຍສຸດ
2021.10.25

ແຂວງຫຼວງພຣະບາງ ກວດພົບຜູ້ຕິດເຊື້ອໂຄວິດ-19 ຫຼາຍທີ່ສຸດ ຈຳນວນ 229 ຄົນ. ໃນນີ້, ເປັນກຸ່ມນັກໂທດ ຢູ່ພາຍໃນຄຸກບ້ານຜາໂອ ນະຄອນຫຼວງພຣະບາງ ຈຳນວນ 165 ຄົນ ແລະ ຕິດເຊື້ອໃນຊຸມຊົນ 64 ຄົນ. ຕໍ່ການຣະບາດ ຂອງໂຄວິດ-19 ໃນຊຸມຊົນນີ້, ສົ່ງຜົລໃຫ້ແຂວງຫຼວງພຣະບາງ ຕ້ອງປະກາດລ໊ອກດາວ ຂັ້ນສູງສຸດ, ໂດຍຫ້າມຄົນເດີນທາງ ລະຫວ່າງບ້ານຕໍ່ບ້ານ, ເມືອງຕໍ່ເມືອງ ແລະ ແຂວງຕໍ່ແຂວງ ເພື່ອຄວບຄຸມການຣະບາດ ບໍ່ໃຫ້ແຜ່ລາມໄປຫຼາຍກວ່ານີ້. ດັ່ງເຈົ້າໜ້າທີ່ ສາທາຣະນະສຸຂ ແຂວງຫຼວງພຣະບາງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 25 ຕຸລາ ນີ້ວ່າ:
“ແມ່ນແຫຼະ ມື້ນີ້ເຮົາກະຕິດ 200 ປາຍເນາະ, ຕາມບ້ານນີ້ກະມີ. ໜັກສຸດລະແມ່ນນັກໂທດເນາະ, ແຕ່ວ່າດຽວນີ້ລະແມ່ນຮອດວັນທີ 30 ເນາະ ເຮົາກະບໍ່ແນ່ວ່າ ສະຖານະການ ມັນຊິເປັນແນວໃດເທື່ອ, ຫັ້ນນ່າ. ຄັນຖ້າຫາກວ່າ ຍັງບໍ່ຜ່ອນລົງເທື່ອ ບາງທີເພິ່ນກະຊິຕໍ່ໄປອີກ, ຫັ້ນນ່າ.”
ທ່ານກ່າວຕື່ມອີກວ່າ ມາຕການຄວບຄຸມ ແລະ ປ້ອງກັນໂຄວິດ-19 ຂອງແຂວງຫຼວງພຣະບາງ ກໍໄດ້ສົ່ງເຈົ້າໜ້າທີ່ ອອກໄປໂຄສະນາ ໃຫ້ຄວາມຮູ້ໃນການປ້ອງກັນໂຕເອງ ຢູ່ຕາມຊຸມຊົນ ແລະ ເຂດບ້ານຕ່າງໆ, ຫາກບໍ່ຈຳເປັນ ກະບໍ່ໃຫ້ອອກເຮືອນໄປໃສ. ສ່ວນໃນຄ້າຍຄຸມຂັງບ້ານຜາໂອ ກໍໄດ້ແຍກປ່ຽວກຸ່ມນັກໂທດ ທີ່ຕິດເຊື້ອໂຄວິດ-19 ເພື່ອປິ່ນປົວຢູ່ໂຮງໝໍສນາມ ພາຍໃນຄ້າຍຄຸມຂັງ ແລະ ນັກໂທດຄົນອື່ນໆ ກໍຈະໃຫ້ເວັ້ນໄລຍະຫ່າງ, ຫ້າມຊຸມແຊວກັນ ແລະ ເຝົ້າຣະວັງອາການທຸກຄົນ ຢ່າງໃກ້ຊິດ.
ຂະນະທີ່ຊາວບ້ານ ໃນນະຄອນຫຼວງພຣະບາງ ແຂວງຫຼວງພຣະບາງ ໄດ້ກ່າວວ່າ ສະພາບການລ໊ອກດາວ ຂັ້ນສູງສຸດ ພາຍໃນແຂວງຫຼວງພຣະບາງ ເຮັດໃຫ້ບັນຍາກາດງຽບເຫງົາຫຼາຍ, ແຕ່ລະບ້ານ, ແຕ່ລະເມືອງ ກໍພາກັນປິດໝົດ ຫ້າມຄົນເດີນທາງ ໄປ-ມາຫາສູ່ກັນ ຫາກບໍ່ຈຳເປັນແທ້ໆ, ແຕ່ສະພາບການຣະບາດ ຂອງໂຄວິດ-19 ໃນແຂວງຫຼວງພຣະບາງ ສ່ວນຫຼາຍ ເປັນກຸ່ມນັກໂທດ ພາຍໃນຄຸກບ້ານຜາໂອ. ສະນັ້ນແລ້ວ, ກໍຮູ້ສຶກເຫັນໃຈ ກຸ່ມນັກໂທດເຫຼົ່ານັ້ນ ແລະ ຢາກໃຫ້ທາງການແຂວງ ເອົາໃຈໃສ່ໃນການປິ່ນປົວ ແລະ ເບິ່ງແຍງສຸຂພາບ ຂອງຂະເຈົ້າ, ໂດຍສະເພາະເຣື່ອງອາຫານການກິນ ແລະ ການເປັນຢູ່ພາຍໃນ. ດັ່ງຊາວລາວ ຜູ້ນຶ່ງ ໃນນະຄອນຫຼວງພຣະບາງ ແຂວງຫຼວງພຣະບາງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ງຽບໝົດ ບໍ່ມີຫຍັງ, 6 ໂມງແລ້ວແມ່ນບໍ່ມີໃຜແລ້ວ, ຫົນທາງກະບໍ່ມີໃຜ ຣົດຊິທຽວກະບໍ່ໄດ້, ເພິ່ນຕັນແຕ່ລະບ້ານ ແຕ່ລະບ້ານ, ແພດ ແລະ ໝໍ ກະໜ້ອຍ ຊິມາຄຸມໄດ້ ກະບໍ່ໄດ້. ໂອ້ຍ, ນັກໂທດ ແລ້ວເຂົາຕາຍອຶດ ຕາຍຢາກແນ່ເນາະ ເຈົ້າກະຕ້ອງມີບ່ອນຂັງ ບ່ອນເບິ່ງເຂົາຕ່າງຫາກ, ຄັນວ່າເຂົາໄຂ້. ຈັກໝອນ ຈັກຜ້າຫົ່ມ ນອນເພີງໃສ່ກັນຢູ່ຫັ້ນ ນອນເປັນແຖວໄປ. ເອີ, ຫຼັກພັນພຸ້ນແລ້ວ.”
ສ່ວນສະພາບການຣະບາດ ຂອງໂຄວິດ-19 ໃນທົ່ວປະເທດ, ໃນວັນທີ 25 ຕຸລາ 2021 ນີ້, ໄດ້ກວດພົບຜູ້ຕິດໂຄວິດ-19 ຣາຍໃໝ່ ເພີ່ມອີກ 615 ຄົນ. ໃນນັ້ນ, ຕິດເຊື້ອໃນຊຸມຊົນ 612 ແລະ ຕິດເຊື້ອນຳເຂົ້າ 3 ຄົນ ແລະ ມີຜູ້ເສັຽຊີວິຕເພີ່ມ 1 ຄົນ. ດັ່ງທ່ານ ດຣ. ສີສະຫວາດ ສຸດທານີລະໄຊ, ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາຣະນະສຸຂ ແລະ ຕາງໜ້າຄະນະສະເພາະກິຈ ປ້ອງກັນໂຄວິດ-19 ກ່າວໃນພິທີຖແລງຂ່າວ ຕໍ່ສື່ມວນຊົນ ໃນມື້ວັນທີ 25 ຕຸລາ ນີ້ວ່າ:
“ສຳລັບສະພາບການຣະບາດ ຂອງໂຄວິດ-19 ຢູ່ ສປປລາວ ພວກເຮົາ, ທົ່ວປະເທດ ໄດ້ເກັບໂຕຢ່າງ ມາກວດວິເຄາະທັງໝົດ 5,741 ໂຕຢ່າງ. ຢູ່ໃນນັ້ນ, ໄດ້ກວດພົບຜູ້ຕິດເຊື້ອໃໝ່ 615 ຄົນ.”
ທ່ານກ່າວຕື່ມອີກວ່າ ກໍຣະນີຜູ້ເສັຽຊີວິຕຣາຍໃໝ່ 1 ຄົນ ແມ່ນເປັນເພດຍິງ ອາຍຸ 75 ປີ, ຢູ່ບ້ານພູເຂົາຄຳ, ເມືອງແກ້ວອຸດົມ ແຂວງວຽງຈັນ. ຜູ້ກ່ຽວແມ່ນຍັງບໍ່ໄດ້ຮັບການສັກວັກຊິນ ປ້ອງກັນໂຄວິດ-19 ແລະ ມີພະຍາດປະຈຳໂຕ ເປັນເບົາຫວານ ແລະ ຄວາມດັນ, ເຊິ່ງຜູ້ກ່ຽວຕິດເຊື້ອໂຄວິດ-19 ຈາກຄົນໃນຄອບຄົວ ແລະ ຕິດເຊື້ອໂຄວິດ-19 ມາແຕ່ວັນທີ 13 ຕຸລາ ທີ່ຜ່ານມາ ຈົນກະທັ້ງໄດ້ເສັຽຊີວິຕ ໃນມື້ວັນທີ 24 ຕຸລາ ນີ້.
ຊາວລາວອີກຜູ້ນຶ່ງ ໃນນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ການຣະບາດ ຂອງໂຄວິດ-19 ໃນຊຸມຊົນ ຍັງເພີ່ມຂຶ້ນຫຼາຍ, ແຕ່ກະຍັງສາມາດໄປຈັບຈ່າຍຊື້ເຄື່ອງ ຊື້ຂອງໃຊ້ຈຳເປັນໄດ້ຢູ່, ແຕ່ຫ້າມອອກໄປຊຸມແຊວບ່ອນອື່ນ.
“ດຽວນີ້ລາວ ວັນລະ 200, 300, 400 ເດ້. ຈະໄປໃສມາໃສ ພວກຕລາດ ພວກມິນິມາທ ເຂົາກໍໃຫ້ເປີດ 9 ໂມງເຊົ້າ, ເຖິງ 2 ໂມງແລງ ເຂົາກະໃຫ້ປິດ. ຕອນນີ້ແຕ່ລະແຂວງຫັ້ນ ມັນກະຈາຍໄປຊຸມຊົນ ບ້ານແດງທັງນັ້ນ.”
ມາຮອດວັນທີ 25 ຕຸລາ 2021 ນີ້, ປະເທດລາວ ມີຜູ້ຕິດເຊື້ອໂຄວິດ-19 ສະສົມ ຈຳນວນ 36,248 ຄົນ, ປິ່ນປົວເຊົາແລ້ວ 29,107 ຄົນ, ກຳລັງປິ່ນປົວ 7,088 ຄົນ ແລະ ເສັຽຊີວິຕສະສົມ 53 ຄົນ. ສຳລັບແຂວງທີ່ມີການສັກວັກຊິນ ປ້ອງກັນໂຄວິດ-19 ໄດ້ເກີນ 50% ຂອງປະຊາກອນທັງໝົດ ໃນທົ່ວແຂວງ ແມ່ນມີ 2 ແຂວງ ຄື ນະຄອນຫຼວງວຽງຈັນ ແລະ ແຂວງບໍ່ແກ້ວເທົ່ານັ້ນ.