ງົດຈັດບຸນຊ່ວງເຮືອ ມື້ອອກພັນສາ
2021.10.16

ຫຼາຍແຂວງຢູ່ໃນລາວຈຳເປັນຕ້ອງຍົກເລີກ ການຈັດບຸນຊ່ວງເຮືອປະເພນີ ໃນວັນບຸນອອກພັນສາປີນີ້ ເນື່ອງຈາກ ມີການຣະບາດຂອງເຊື້ອໂຄວິດ-19 ແລະ ມາຕການປ້ອງກັນກໍຍັງບໍ່ບັງ ຄັບໃຊ້ຢ່າງເຂັ້ມງວດຊຶ່ງພາກສ່ວນທີ່ກ່ຽວຂ້ອງໃນຫຼາຍແຂວງທີ່ຕິດແມ່ນໍ້າຂອງກຳລັງຫາລືກັນກ່ຽວກັບການໂຈະການຈັດງານບຸນຊ່ວງເຮືອຮວມທັງມາຕການທີ່ກ່ຽວຂ້ອງໃນວັນບຸນ ອອກພັນສາແລະຈະປະກາດໃຫ້ປະຊາຊົນຮັບຊາບໃນມໍ່ ໆ ນີ້. ດັ່ງເຈົ້າໜາທີ່ຜແນກຖແລງຂ່າວ ວັທນາທັມ ແລະ ທ່ອງທ່ຽວແຂວງຫຼວງພຣະບາງກ່າວຕໍ່ວິທຍຸເອເຊັຍເສຣີໃນວັນທີ 15 ຕຸລາ ນີ້ວ່າ.
“ບຸນຊ່ວງເຮືອຄືຊິໂຈະຫຼາຍກວ່າ ສະຖານະການຊ່ວງນີ້ມັນຣະບາດໜັກຢູ່ຫຼວງພຣະບາງ ຈະມີການແຈ້ງການອອກມາເປັນໄລຍະໆ ດອກ ເຣື່ອງມາຕການ.”
ໃນຂນະ ທີ່ຢູ່ແຂວງສວັນນະເຂດ ກໍມີຄວາມເປັນໄປໄດ້ສູງ ທີ່ຈະຍົກເລີກການຈັດບຸນຊ່ວງເຮືອ ປະຈຳປີເນື່ອງໃນວັນບຸນອອກພັນສາ ຍ້ອນສະຖານະການແຜ່ຣະບາດຂອງໂຄວິດ-19 ຢູ່ ພາຍໃນແຂວງກໍຍັງບໍ່ດີຂື້ນປານໃດ ແຕ່ອາດຈະມີການຈັດກິຈກັມບາງຢ່າງ ໄດ້ຕາມປົກກະຕິຢູ່ ຊຶ່ງພາກສ່ວນທີ່ກ່ຽວຂ້ອງກຳລັງຫາລືກັນຢູ່ ແລະຈະອອກແຈ້ງການ ກ່ຽວກັບມາຕການຜ່ອນຜັນໃນມໍ່ໆນີ້ເຊັ່ນກັນ. ດັ່ງເຈົ້າໜ້າທີ່ ຜແນກ ຖແລງຂ່າວ, ວັທນາທັມ ແລະ ທ່ອງທ່ຽວ ແຂວງສວັນນະເຂດໄດ້ກ່າວວ່າ:
“ເບິ່ງສະພາບການຣະບາດມັນຍັງບໍ່ ຄົງຢູ່ໂຕນີ້ ຕ້ອງໄດ້ລໍຖ້າເບິ່ງ ຄນະສະເພາະກິຈເພິ່ນປະຊຸມອອກມາ ເພິ່ນຈະຜ່ອນຜັນວຽກໂຕໃດແນ່ ບຸນປະຈຳປີທັມມະດາຊີ້ ເພິ່ນກາຍັງໃຫ້ຈັດແບບລຽບງ່າຍ ພໍໃຫ້ມັນເປັນຮີດເປັນຄອງຊື່ໆ.”
ສ່ວນຢູ່ ນະຄອນຫຼວງວຽງຈັນເອງ ທາງພາກສ່ວນທີ່ກ່ຽວຂ້ອງ ກໍກຳລັງມີການຫາລືກັນຢູ່ ຊຶ່ງມີຄວາມເປັນໄປໄດ້ສູງ ທີ່ຈະຍົກເລີກ ຈັດບຸນຊ່ວງເຮືອປະຈຳປີ ໃນມື້ບຸນອອກພັນສາປະຈຳປີນີ້ ຢູ່ທ່າວັດຈັນໂດຍຈະແຈ້ງການອອກມາໃນມໍ່ໆນີ້, ສ່ວນການຈັດກິຈກັມວຽນທຽນ ແລະຕັກບາດ ໃນມື້ບຸນອອກພັນສາກໍອາດຈະຜ່ອນຜັນ ໃຫ້ຈັດຕາມວັດຕ່າງໆ ທີ່ຢູ່ໃນເຂດບ້ານທີ່ບໍ່ມີ ການຣະບາດຂອງໂຄວິດ-19 . ດັ່ງຄຣູບາຢູ່ນະຄອນຫຼວງວຽງຈັນກ່າວວ່າ:
“ໂຈະຫັ້ນແຫຼະຕິດຫຼາຍ ໂຄວິດມັນຣະບາດຫຼາຍ ຈະໂຈະແຕ່ເຂດແດງສ່ວນໃຫຍ່ເນາະ ແຖວນອກຊົນນະບົດປົກກະຕິ ເຮົາກໍເຂົ້າຄືເກົ່າແຕ່ວ່າຈະຮັກສາໄລຍະຫ່າງ ຣະຫວ່າງໂຕ.”
ທາງດ້ານຊາວບ້ານ ຢູ່ນະຄອນຫຼວງວຽງຈັນ ກ່າວວ່າ ລາວເອງກໍຢາກໃຫ້ ພາກສ່ວນທີ່ກ່ຽວຂ້ອງ ຍົກເລີກການຈັດບຸນຊ່ວງເຮືອປະຈຳປີ ຢູ່ທ່າວັດຈັນເນື່ອງຈາກ ສະຖານະການຍັງບໍ່ເອື້ອອຳນວຍ ສ່ວນການຈັດກິຈກັມຢູ່ຕາມວັດຕ່າງໆ ໃນມື້ອອກພັນສາ ກໍຄວນມີມາຕການຢ່າງເຂັ້ມງວດ.
“ໂຈະແຫຼະ ບໍ່ໄດ້ເຮັດ ໂຄວິດມັນຣະບາດໜັກ ບໍ່ໄດ້ເຮັດເດີ້ ງານຕ່າງໆ ມັນຢຸດເພາະວ່າຣະບາດໜັກແດ່ ເບິ່ງປີໜ້ານີ້ວ່າແນວໃດເນາະ.”
ໃນຂນະດຽວກັນ ຊາວບ້ານຢູ່ນະຄອນຫຼວງພຣະບາງ, ແຂວງຫຼວງພຣະບາງ ກ່າວວ່າ ລາວເອງກໍບໍ່ຢາກໃຫ້ມີການຈັດບຸນຊ່ວງເຮືອປະຈຳປີ ເພື່ອປ້ອງກັນການຣະບາດ ຂອງໂຄວິດ-19 ຍ້ອນທຸກມື້ນີ້ ຊາວບ້ານຕ່າງກໍພາກັນ ໃຊ້ຊີວິດແບບຫຍຸ້ງຍາກຢູ່ແລ້ວ.
“ບໍ່ມີການຈັດງານຫຍັງ ບໍ່ຈັດບຸນຊ່ວງເຮືອເພາະວ່າມັນພະຍາດຫຼາຍ ເພິ່ນບໍ່ຈັດງານຫຍັງ ບໍ່ມີໃຜມີແຕ່ໄທຍຫຼວງພຣະບາງ ຍ່າງອອກໄປຊື້ເຄື່ອງຊື້ຂອງກໍຍາກ.”
ຊາວບ້ານຢູ່ນະຄອນໄກສອນພົມວິຫານ, ແຂວງສວັນນະເຂດ ກ່າວວ່າການຍົກເລີກຫຼືບໍ່ຍົກເລີກ ການຈັດບຸນຊ່ວງເຮືອປະຈຳປີ ໃນມື້ວັນອອກພັນສານັ້ນ ກໍສຸດແລ້ວແຕ່ຂັ້ນເທິງເປັນຜູ້ພິຈາຣະນາ ແຕ່ຄັນເປັນໄປໄດ້ລາວເອງກໍຢາກຍົກເລີກຈັດໃນປີນີ້ ເພື່ອຈະບໍ່ມີຊາວບ້ານໄປແອອັດກັນຫຼາຍ.
“ໂຈະຫຼືບໍ່ໂຈະ ເຮົາກໍບໍ່ຮູ້ນຳເພິ່ນນ່າ ສຸດແລ້ວແຕ່ເພິ່ນອັນນີ້ເພາະວ່າ ເຮົາກໍບໍ່ເຂົ້າໃຈເນາະ ເພາະວ່າມັນມີອົງປະກອບຫຼາຍແນວຫັ້ນນ່າ ມັນມີເຣື່ອງພະຍາດເດ້.”
ສຳລັບ ວັນອອກພັນສາປະຈຳປີນີ້ ຈະກົງກັບມື້ ວັນທີ 21 ຕຸລາ 2021 ຊຶ່ງກົງກັບວັນຂື້ນ 15 ຄໍ່າເດືອນ 11. ເມື່ອປີຜ່ານມາ ຫຼາຍແຂວງໄດ້ສັ່ງໂຈະ ການຈັດບຸນຊ່ວງເຮືອປະຈຳປີ ໃນວັນອອກພັນສາ ເພື່ອປະຕິບັດມາຕການ ປ້ອງກັນໂຄວິດ-19 ແຕ່ໃນຫຼາຍພື້ນທີ່ ຍັງອະນຸຍາດໃຫ້ຊາວບ້ານ ສາມາດຈັດກິຈກັມບາງຢ່າງ ທາງສາສນາ ໃນວັນອອກພັນສາ ຕາມຮີດຄອງປະເພນີ ແຕ່ຕ້ອງຮັກສາໄລຍະຫ່າງ ວັດແທັກອຸນຫະພູມ ແລະໃສ່ໜ້າກາກປ້ອງກັນ.