ໂຄວິດ-19 ຍັງຣະບາດໜັກ ໃນຫຼາຍຊຸມຊົນ ທົ່ວປະເທດ
2021.10.14
ໃນໄລຍະ 2 ມື້ມານີ້ ການຕິດເຊື້ອໂຄວິດ-19 ໃນແຂວງຫຼວງພຣະບາງ ມີເຖິງ 400 ຄົນ ຖືວ່າເປັນໂຕເລຂທີ່ສູງ ຮອງລົງມາຈາກ ນະຄອນຫຼວງວຽງຈັນ ສ່ວນໃຫຍ່ຜູ້ຕິດເຊື້ອ ໂຄວິດ-19 ເປັນນັກໂທດ ໃນຄ້າຍຄຸມຂັງ ແລະພຣະສົງຈໍານວນນຶ່ງ ຢູ່ເຂດບ້ານຜາໂອ, ນະຄອນຫຼວງພຣະບາງ, ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງແຂວງຫຼວງພຣະບາງ ທ່ານນຶ່ງທີ່ຂໍສງວນຊື່ ແລະຕໍາແໜ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 14 ຕຸລາ 2021 ນີ້ວ່າ:
“ແມ່ນ ໜັກຫຼາຍ ມັນມີແຕ່ວ່າ ຢູ່ຄຸມຂັງ ນັກໂທດຫັ້ນ 100 ປາຍຄົນ ໃນຄ້າຍຄຸມຂັງ ມັນກໍມີຕໍາຣວດນ່າ ທີ່ວ່າເຂົາເຈົ້າໄປຍາມຢູ່ຫັ້ນ ສໍາຜັດໃຜກໍບໍ່ຮູ້ ຊົ່ວວ່າມັນຈະຮູ້ຜົນກວດ ມັນກໍຫຼາຍມື້ ມັນກໍເອົາເຊື້ອໄປແຜ່ຢູ່ພຸ້ນລະ ດຽວນີ້ເພິ່ນກໍແຍກເອົາພວກຕິດ ກໍເອົາໄປຕ່າງຫາກ ໄປປົວຕ່າງຫາກ ເອົາແພດເຂົ້າໄປໃຫ້.”
ທ່ານກ່າວຕື່ມວ່າ ສາເຫດທີ່ມີການຕິດເຊືິ້ອ ໃນກຸ່ມນັກໂທດ ຍ້ອນວ່າ ເຈົ້າໜ້າທີ່ຕໍາຣວດ ທີ່ໄປປ່ຽນເວນຍາມບໍ່ຮູ້ວ່າ ໂຕເອງຕິດເຊື້ອ ໂຄວິດ-19 ຈຶ່ງເຂົ້າໄປປ່ຽນ ເວນຍາມປົກກະຕິ ແນ່ນອນວ່າ ເຊື້ອກໍຕ້ອງໄດ້ແຜ່ກະຈາຍໄປຍັງ ນັກໂທດຢ່າງໄວວາ ເພາະຄ້າຍຄຸມຂັງ ເປັນສະຖານທີ່ ທີ່ຄັບແຄບຢູ່ແລ້ວ ພາຍຫຼັງທີ່ເຈົ້າໜ້າທີ່ ພົບການຕິດເຊື້ອ ໂຄວິດ-19 ໃນຄ້າຍຄຸມຂັງ ຄະນະສະເພາະກິຈ ກໍໄດ້ສ້າງສູນກັກໂຕຕ່າງຫາກ ເພື່ອແຍກຜູ້ສໍາຜັດໃກ້ຊິດ ອອກຈາກກຸ່ມທີ່ຍັງບໍ່ສ່ຽງ ແລະສ້າງສູນປິ່ນປົວ ຕ່າງຫາກຢູ່ພາຍໃນ.
ຂນະທີ່ ເຈົ້າໜ້າທີ່ ແຂວງຫຼວງພຣະບາງ ອີກທ່ານນຶ່ງ ກ່າວວ່າ ສໍາລັບການຕິດເຊື້ອ ຂອງພຣະສົງນັ້ນ ສ່ວນໃຫຍ່ກໍເປັນສໍາມະເນນ ທີ່ຍັງບໍ່ໄດ້ສັກວັກຊິນປ້ອງກັນ ໂຄວິດ-19 ເຈົ້າໜ້າທີ່ ກໍນໍາໄປປິ່ນປົວແລ້ວ ສ່ວນຜູ້ທີ່ສໍາຜັດໃກ້ຊິດ ເຈົ້າໜ້າທີ່ກໍໃຫ້ກັກໂຕ ຢູ່ແຕ່ໃນຫ້ອງ ຕາມມາຕການປ້ອງກັນໂຄວິດ-19 ບໍ່ຕ້ອງອອກໄປໃສ ໂດຍມີເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ສົ່ງເຂົ້າ ແລະ ນໍ້າໃຫ້. ການຕິດເຊື້ອຂອງສໍາມະເນນນີ້ ເຈົ້າໜ້າທີ່ຄາດວ່າ ຕິດເຊື້ອຈາກຍາດພີ່ນ້ອງ ທີ່ມາຖວາຍອາຫານ ຊຶ່ງກ່ອນໜ້ານີ້ ເຂດບ້ານດັ່ງກ່າວນັ້ນ ຍັງບໍ່ແມ່ນເຂດບ້ານແດງ ຫຼາຍຄົນກໍໄປມາຫາສູ່ກັນ ແລະມີການຖືເບົາ ໄປໃສ ມາໃສກໍປິດບັງ ທາມລາຍ (Timeline) ກັບເຈົ້າໜ້າທີ່ ເຮັດໃຫ້ເກີດການຣະບາດຂຶ້ນ, ດັ່ງທ່ານກ່າວວ່າ:
“ຣະບາດຫຼາຍຂຶ້ນຫຼາຍ ພໍ່ແມ່ປະຊາຊົນ ບໍ່ຢາກໃຫ້ຄວາມຮ່ວມໄມ້ຮ່ວມມື ຢາກປິດບັງການໄປ ການມາຫັ້ນນ່າ ໄປສໍາຜັດກັບໃຜຜູ້ໃດ ຢາກອໍາໜ້ອຍນຶ່ງຫັ້ນນ່າ ຜູ້ສໍາຜັດກັບພຣະສົງຫັ້ນນ່າ ມັນກໍເປັນວັດຢູ່ຜາໂອເນາະ ວັດໃຫຍ່ ຕິດຕໍ່ກັນໄປ ຖືກສໍາມະເນນ ມັນຫຼາຍຄົນຢູ່ຫັ້ນເນາະ ສໍາມະເນນເຂົາເຈົ້າ ກໍອາຍຸບໍ່ເຖິງ ກໍບໍ່ໄດ້ສັກວັກຊິນເນາະ.”
ທ່ານກ່າວຕື່ມວ່າ ທາງການແຂວງຫຼວງພຣະບາງ ກໍມີມາຕການປ້ອງກັນເຂັ້ມງວດຫຼາຍກວ່າເກົ່າ ສັ່ງລ໊ອກດາວທົ່ວແຂວງຄືເກົ່າ ແລະຫ້າມປະຊາຊົນ ອອກຈາກເຮືອນ ໂດຍບໍ່ຈໍາເປັນ ຍົກເວັ້ນມີວຽກຈໍາເປັນເທົ່ານັ້ນ ປິດການສັນຈອນຕັ້ງແຕ່ 5 ໂມງເຊົ້າ ຮອດ 6 ໂມງແລງ ແລະຖ້າຫາກຜູ້ໃດຝ່າຝືນ ກໍຈະມີການປັບໃໝ ແລະຕ້ອງຖືກນໍາໄປກັກໂຕ ຕາມມາຕການປ້ອງກັນ ໂຄວິດ-19.
ກ່ຽວກັບເຣື່ອງນີ້ ຊາວບ້ານ ໃນນະຄອນຫຼວງພຣະບາງ ທ່ານນຶ່ງກ່າວວ່າ ໃນໄລຍະນີ້ ຫຼາຍບ້ານ ກໍບໍ່ໄດ້ໃຫ້ຄົນເຂົ້າ-ອອກແລ້ວ ແລະຜູ້ໃດທີ່ມີອາການເປັນຫວັດ ຫຼືມີໄຂ້ ກໍໃຫ້ໄປຮັບການກວດຫາເຊື້ອ ໂຄວິດ-19 ຊຶ່ງທາງການກໍກວດໃຫ້ຟຣີ ບໍ່ໄດ້ເສັຽຄ່າໃຊ້ຈ່າຍ:
“ບໍ່ໃຫ້ອອກໄປໃສ ບ້ານເມືອງເຂົາປິດໝົດ ຕລາດແມ່ນຫຍັງ ເຂົາກໍປິດ ແຕ່ລະບ້ານເຂົາເຈົ້າກໍມີກອງຫຼອນ ປ້ອງກັນຍາມ. ແບບເປັນຫວັດເປັນໄຂ້ໃຫ້ໄປກວດ ຊິມີເຊື້ອແທ້ບໍ່ ຖ້າມີກະຄືຊິໄດ້ປິ່ນປົວ.”
ຊາວບ້ານ ໃນນະຄອນຫຼວງພຣະບາງ ອີກທ່ານນຶ່ງ ກໍກ່າວວ່າ ຫຼາຍບ້ານກໍບໍ່ໄດ້ໃຫ້ຄົນເຂົ້າ-ອອກແລ້ວ ຮ້ານຕ່າງໆກໍປິດໝົດ ຍົກເວັ້ນ ຮ້ານຂາຍເຄື່ອງຍ່ອຍເທົ່ານັ້ນ ເພາະມັນມີການຣະບາດຫຼາຍ ເຈົ້າໜ້າທີ່ຈຶ່ງເຂັ້ມງວດຫຼາຍກວ່າເກົ່າ:
“ເຂົາເຈົ້າລ໊ອກໝົດແລ້ວ ບໍ່ໄດ້ອອກໄປໃສ ພາກັນກັກໂຕຢູ່ໃນເຮືອນ ປິດໝົດເລີຍ ບໍ່ໄດ້ເຮັດຫຍັງເລີຍ ຄົນນອກບໍ່ໃຫ້ເຂົ້າ ຄົນໃນບໍ່ໃຫ້ອອກເລີຍ ຄ້າຂາຍກໍມີແຕ່ແບບຣົດນໍ້າມາສົ່ງໄດ້ ແຕ່ວ່າຣົດແນວອື່ນເຂົ້າມາບໍ່ໄດ້ ຮ້ານຂາຍເຄື່ອງຍ່ອຍເປີດຂາຍໄດ້ ແຕ່ວ່າຢູ່ຕລາດ ເຂົາໃຫ້ສັ່ງໃຫ້ປິດໝົດ.”
ພ້ອມດຽວກັນນີ້ ດຣ. ບຸນຊູ ແກ້ວຫາວົງ ຫົວໜ້າກົມອາຫານ ແລະ ຢາ ກະຊວງສາທາຣະນະສຸຂ ກໍໄດ້ເຕືອນປະຊາຊົນ ຢ່າໄປຫຼົງເຊື່ອ ການໂຄສະນາ ຂອງຢາທີ່ຊື່ວ່າ ຫຼຽນຮົວຊິງເຫວິນ ແຄບຊູນ (Lianhua Qingwen) ທີ່ບອກວ່າ ໃຊ້ປິ່ນປົວເຊື້ອໂຄວິດ-19 ໄດ້ນັ້ນ ອົງການອານາມັຍໂລກ ຍັງບໍ່ໄດ້ຮັບຮອງ ວ່າປິ່ນປົວເຊື້ອໂຄວິດ-19 ໄດ້. ຊຶ່ງຢາດັ່ງກ່າວນີ້ ທາງການລາວ ໄດ້ຮັບການຂຶ້ນທະບຽນ ໃນປີ 2020 ໃຊ້ເປັນຢາແກ້ພິດເບື່ອ, ແກ້ໄຂ້, ແກ້ຫວັດ, ແກ້ໄອ ແລະ ບັນເທົາອາການເຈັບຄໍ, ບໍ່ໄດ້ເຈາະຈົງວ່າ ໃຊ້ປິ່ນປົວໂຄວິດ-19 ໂດຍກົງ ຊຶ່ງທີ່ຜ່ານມາ ຈີນກໍເຄີຍນໍາມາໃຫ້ຈໍານວນ 280,000 ກວ່າ ແຄບຊູນ ແຈກຢາຍໄປຕາມສູນປິ່ນປົວ ໃຫ້ຜູ້ຕິດເຊື້ອໂຄວິດ-19. ຖ້າຫາກພົບເຫັນບັນດາພໍ່ຄ້າແມ່ຄ້າ ຂາຍຕາມສື່ອອນລາຍນ໌ (Online), ທາງການ ກໍຈະມີການກວດກາຕື່ມ ແລະຈະຍຶດສິນຄ້າ ແລະປັບໃໝທັນທີ, ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໃນນະຄອນຫຼວງວຽງຈັນ ທ່ານນຶ່ງ ກ່າວໃນມື້ດຽວກັນນີ້ວ່າ:
“ເຮົາກໍປະກາດຢູ່ເດ້ ລັກຊະນະວ່າ ບໍ່ແມ່ນຢາປົວໂຄວິດ ດອກ ຢາແກ້ຫວັດ ແກ້ຫຍັງຊື່ໆນ່າ ບຸກຄົນເອົາເຂົ້າມາເອງ ລັກເອົາມາບໍ ໃນກໍຣະນີທີ່ວ່າມາຍຸແຍ່ ຫຼືວ່າເອົາສິ່ງບໍ່ຖືກຕ້ອງ ມາຂາຍນ່າ ກະບໍ່ດີແຫຼະ ຄັນສາມາດປິ່ນປົວໄດ້ ເພິ່ນຕ້ອງແຈ້ງການທົ່ວປະເທດ.”
ນອກຈາກນີ້ ໃນວັນທີ 13 ຕຸລາ ທີ່ຜ່ານມານີ້ ຣັຖບານລາວ ກໍໄດ້ຮັບວັກຊິນປ້ອງກັນໂຄວິດ-19 ຍີ່ຫໍ້ຊິໂນຟາມ (Sinopharm) ຈາກຣັຖບານຈີນ ອີກຈໍານວນ 1 ລ້ານໂດສ.
ໃນວັນທີ 14 ຕຸລາ 2021 ນີ້, ທາງການລາວໄດ້ກວດພົບ ຜູ້ຕິດເຊື້ອໂຄວິດ-19 ຣາຍໃໝ່ 651 ຄົນ, ໃນນີ້ ຕິດເຊື້ອໃນຊຸມຊົນ 644 ຄົນ ແລະກໍຣະນີຕິດເຊື້ອນໍາເຂົ້າ 7 ຄົນ, ຈາກຜົນການກວດວິເຄາະຫາເຊື້ອໂຄວິດ-19 ທັງໝົດ 6,855 ໂຕຢ່າງ.
ມາຮອດປັດຈຸບັນ ຢູ່ລາວ ມີຜູ້ໄດ້ຮັບ ການກວດວິເຄາະຫາເຊື້ອ ໂຄວິດ-19 ຈໍານວນ 655,121 ຄົນ, ພົບຜູ້ຕິດເຊື້ອສະສົມ 30,615 ຄົນ, ປິ່ນປົວເຊົາ 23,477 ຄົນ, ກໍາລັງປິ່ນປົວ 7,102 ຄົນ ແລະ ເສັຽຊີວິດ 36 ຄົນ.
ສ່ວນການສັກວັກຊິນ ປ້ອງກັນໂຄວິດ-19, ມາຮອດປັດຈຸບັນ ມີຜູ້ໄດ້ຮັບການສັກວັກຊິນແລ້ວ ແຍກເປັນເຂັມທີ່ 1 ຈໍານວນ 3,091,161 ຄົນ ແລະເຂັມທີ່ 2 ຈໍານວນ 2,343,258 ຄົນ.