ນະຄອນຫຼວງວຽງຈັນ ຕິດເຊື້ອໂຄວິດ-19 ເພີ່ມຂຶ້ນ

ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຈຳເປັນຕ້ອງເຂັ້ມງວດກວດກາ ໃນການເຂົ້າ-ອອກ ຂອງຊາວບ້ານ ໃນເຂດບ້ານທີ່ມີຄວາມສ່ຽງ ເພື່ອປ້ອງກັນ ໂຄວິດ-19, ເດືອນຕຸລາ 2021 (TS)
ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຈຳເປັນຕ້ອງເຂັ້ມງວດກວດກາ ໃນການເຂົ້າ-ອອກ ຂອງຊາວບ້ານ ໃນເຂດບ້ານທີ່ມີຄວາມສ່ຽງ ເພື່ອປ້ອງກັນ ໂຄວິດ-19, ເດືອນຕຸລາ 2021 (TS) (RFA)

0:00 / 0:00

ສະພາບການຣະບາດ ຂອງເຊື້ອພະຍາດໂຄວິດ-19ໃນລາວ ມາເຖິງວັນທີ 26 ຕຸລາ 2021 ຍັງມີຜູ້ຕິດເຊື້ອເພີ່ມຂຶ້ນ ຢ່າງຕໍ່ເນື່ອງໂດຍສະເພາະແມ່ນໃນຊຸມຊົນ. ຄນະສະເພາະກິຈໄດ້ຣາຍງານວ່າ ນະຄອນຫຼວງວຽງຈັນ ຍັງມີຜູ້ຕິດເຊື້ອໃນຊຸມຊົນຫຼາຍກວ່າໝູ່ 337 ຄົນ ກວມເອົາ 44% ຂອງ ຈຳນວນຜູ້ຕິດເຊື້ອ 770 ຄົນ ທົ່ວປະເທດ. ດັ່ງເຈົ້າໜ້າທີ່ ຄນະສະເພາະກິຈ ຄວບຄຸມໂຄວິດ-19 ນະຄອນຫຼວງວຽງຈັນ ໄດ້ກ່າວຕໍ່ນັກຂ່າວວິທຍຸເອເຊັຽເສຣີໃນວັນທີ 26 ຕຸລາ 2021 ວ່າ:

" ແມ່ນຢູ່ ເຂົາເຈົ້າວ່າ ເຂົາເຈົ້າມາກັກໂຕໃນໂຮງງານ ແຕ່ໂຕຈິງມັນບໍ່ໄດ້ກັກໂຕແຫຼະ. ພະນັກງານກັມກອນ ບາງຄົນກັບປະຊາຊົນບໍ່ໃຫ້ຄວາມຮ່ວມມື ເຮົານີ້ແຫຼະ ມີຢູ່ ອັດປາກ, ອັດດັງ ແຕ່ບໍ່ຖືກວິທີ ແມ່ນຢູ່ດອກຈັບອັດດັງ ອອກໄປຕລາດຕລີ ຖອດອອກມາຍັດໃສ່ຖົງໂສງ ກັບເອົາມາໃສ່ສົບສືບຕໍ່ອີກ ມັນບໍ່ແມ່ນເດ້ ກິນເຂົ້າກໍປົດອອກ ກິນເຂົ້າແລ້ວຈັບມາໃສ່ຄືເກົ່າ ສ່ວນຫຼາຍໄປຄ້າ ໄປຂາຍ ຢູ່ເມືອງອື່ນ ຢູ່ບ່ອນອື່ນແລ້ວ ກັບມາຫາຄອບຄົວ ຈາກຕລາດບຶງທາດຫຼວງບໍ່, ຕລາດສົດບໍ່ ກໍແມ່ນຈຳນວນແມ່ຄ້າ ຕລາດນີ້ໝົດສ່ວນຫຼາຍ. "

ທ່ານໄດ້ກ່າວຕື່ມວ່າ ນະຄອນຫຼວງວຽງຈັນ ໄດ້ສັກວັກຊີນໄປແລ້ວ ພ້ອມທັງປະຊາຊົນ ທຸກພາກສ່ວນ ໄດ້ປະຕິບັດມາຕການ ປ້ອງກັນຕາມທີີ່ທາງການ ໄດ້ໂຄສະນາປະຊາສຳພັນ ໃຫ້ຢ່າງເຂັ້ມງວດ.

ເມືອງໄຊທານີ ແມ່ນອີກເມືອງນຶ່ງ ທີ່ມີການຕິດເຊື້ອໃນຊຸມຊົນ ເພີ່ມຂຶ້ນຕໍ່ເນື່ອງເຖິງວ່າ ປະຊາຊົນພາຍໃນເມືອງຈະໄດ້ສັກວັກຊີນປ້ອງກັນໂຄວິດ-19 ໄປແລ້ວ ແຕ່ສະພາບການຣະບາດ ໃນຊຸມຊົນກໍຍັງໜ້າເປັນຫ່ວງ. ດັ່ງເຈົ້າໜ້າທີ່ ຄນະສະເພາະກິຈຄວບຄຸມໂຄວິດ-19 ເມືອງ ໄຊທານີ ນະຄອນຫຼວງວຽງຈັນໄດ້ກ່າວວ່າ:

" ແມ່ນເມືອງໄຊທານີຫຼາຍ ມັນກໍຍ້ອນວ່າ ເມືອງເຮົາມັນໃຫຍ່ ປະຊາກອນຫຼາຍ ມັນກໍຍັງຕິດຢູ່ ຕິດໄດ້ຍ້ອນຫຍັງ ເພາະວ່າເຊື້ອນີ້ເຂົາຮ້ອງວ່າເຊື້ອເດລຕ້າເດ້ ມັນແຮງ ມັນໄວ ສັກຢານີ້ມັນໝາຍຄວາມວ່າ ມັນບໍ່ແມ່ນສັກຢາກັນໂຄວິດ-19 ສັກຢາເພື່ອວ່າຫຍັງ ສ້າງພູມຄຸ້ມກັນ ຄວາມອັນຕລາຍ ຄວາມສ່ຽງ ມັນບໍ່ມີເວົ້າເຣື່ອງ ການລົງປອດລົງຫຍັງ ມັນບໍ່ມີເດ້. "

ສະພາບການຣະບາດ ໃນນະຄອນຫຼວງວຽງຈັນ ຖືວ່າຮຸນແຮງຫຼາຍ ຕາມການປະເມີນເຫດການ ຂອງຄນະສະເພາະກິຈຂັ້ນສູງກາງ ໃນໄລຍະ ເດືອນຕຸລາ ທີ່ຜ່ານມານັ້ນພົບວ່າ ຍອດຜູ້ຕິດເຊື້ອ ໃນຊຸມຊົນບໍ່ມີທ່າທີ່ຫຼຸດລົງ. ສາເຫດກ່ອນໜ້ານັ້ນ ທາງການໄດ້ມີ ມາຕການຜ່ອນຜັນ ໃຫ້ໂຮງຈັກໂຮງງານ ກັບມາເປີດຜລິດໄດ້ຕາມປົກກະຕິ. ພາຍຫຼັງທີ່ກັມກອນ ໄດ້ສັກວັກຊີນໄປແລ້ວ. ແຕ່ການຕິດເຊື້ອ ໃນເດືອນກັນຍາທີ່ຜ່ານມາ ທີ່ໂຮງງານຕັດຫຍິບອາລພີລາວ ກໍເປັນຕົ້ນເຫດທີ່ເຮັດໃຫ້ ຫຼາຍໂຮງງານມີການຕິດເຊື້ອ ແລະແຜ່ອອກມາຊູ່ຊຸມຊົນຈົນເຖິງປັຈຈຸບັນນີ້.

ຕລາດກໍເປັນອີກຈຸດນຶ່ງ ທີ່ມີຜູ້ຕິດເຊື້ອໂຄວິດ-19, ຕລາດຫຼາຍແຫ່ງໃນນະຄອນ ຫຼວງວຽງຈັນຕ້ອງໄດ້ປິດຊົ່ວຄາວ. ດັ່ງປະຊາຊົນຢູ່ເຂດບ້ານດອນດູ່ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນໄດ້ກ່າວວ່າກໍຣະມັດ ຣະວັງຄືກັນເວລາໄປຕລາດຊື້ຂອງກີນ.

“ສຳຄັນລະແມ່ນເພິ່ນໄປຕລາດຫັ້ນແຫຼະ ແລ້ວກໍມີການສຳພັດ ເຣື່ອງທາງຖືເຄື່ອງຖື ຂອງເປັນຄຳນີ້ແຫຼະເຂົາສີດແຫຼະເນາະເງິນນ່າ ມັນປຽກ ມັນຊຸ່ມ ມັນກໍແຮງແຫຼະເນາະ ມັນກໍມີຄວາມຊຸ່ມຊື່ນຫັ້ນນ່າ ກໍຍ້ອນມັນເປັນແນວນັ້ນ ອັນນີ້ກໍບໍ່ໄດ້ວ່າຫຍັງດອກ.”

ປະຊາຊົນຜູ້ນີ້ໄດ້ກ່າວຕື່ມວ່າ ສ່ວນຢູ່ພາຍໃນບ້ານເຂດດອນດູ່ຕາມການຣາຍງານກໍມີຜູ້ຕິດເຊື້ອພຽງ 1 ຄົນ ແຕ່ກໍມີການປິດບາງຈຸດ ໂດຍສະເພາະແມ່ນເຂດ ມີຜູ້ຕິດເຊື້ອແລະກຸ່ມສ່ຽງທີ່ໄດສຳພັດ. ປັຈຈຸບັນອຳນາດ ການປົກຄອງບ້ານ ໄດ້ຈັດກຳລັງເພື່ອປະຊາສຳພັນ ໃຫ້ລູກບ້ານປ້ອງກັນໂຕເອງ.

ສ່ວນປະຊາຊົນຢູ່ບ້ານ ໂພສີ ເມືອງນາຊາຍທອງ ກ່າວວ່າບໍ່ໄດ້ອອກຈາກເຮືອນໄປໃສ ຍ້ອນວ່າໃນເຂດບ້ານຕົນ ພົບຜູ້ຕິດເຊື້ອໂຄວິດ-19 ເຖິງສາມຄົນ.

" ໂອຢ້ານຈົນຮອດບໍ່ອອກ ບໍ່ເຂົ້າບ້ານ ແຕ່ໄດ້ຍີນຂ່າວວ່າ ຄອບຄົວນັ້ນເປັນຄົນເຜົ່າມົ້ງນ່າ ເຂົາເຈົ້າເປັນ,ຢ້ານວ່າເຂົາເຈົ້າໄປຫຼັກ 52, ບ້ານເຮົາກໍປ້ອງກັນ ດີກວ່າ ບໍ່ຖືເບົາເດ້ໄປໃສກໍໃສ່ຜ້າອັດປາກ. "

ສະຖານະການ ທາງແຂວງສວັນນະເຂດ ກໍເຣີ່ມຜ່ອນລົງມາຮອດ ວັນທີ 26 ຕຸລາ 2021 ຢູ່ໃນສູນປີ່ນປົວພາຍໃນໂຮງໝໍ ພາກສນາມຂອງແຂວງ ຍັງເຫຼືອພຽງ 273 ຄົນ ຈາກທັງໝົດ 7,522 ຄົນ. ປັຈຈຸບັນໂຮງໝໍພາກສນາມ ໄດ້ປິດໄປແລ້ວ 3 ແຫ່ງ ຍັງເຫຼືອພຽງແຫ່ງດຽວ ຢູ່ຫຼັກ 9. ດັ່ງເຈົ້າໜ້າທີ່ ຄນະສະເພາະກິຈຄວບຄຸມໂຄວິດ-19 ແຂວງສວັນນະເຂດໄດ້ກ່າວວ່າ.

" ມັນໂລ່ງໃຈອີຫຼີເດ້ ແຕ່ຄືວ່າມາຕການກໍຍັງຄືເກົ່າ ຫຼາຍພາກສ່ວນກໍປະກອບສ່ວນເນາະ ນັບແຕ່ປະຊາຊົນຫັ້ນແຫຼະ ເຂົາເຈົ້າກໍຮ່ວມມືເດ ຂນາດວ່າເພິ່ນເປີດແລ້ວເນາະ ເປີດໃຫ້ໃຊ້ຊີວິດ ປົກກະຕິດຫຼາຍຂື້ນຫັ້ນນ່າ ເຂົາເຈົ້າກໍຮູ້ຣະວັງໂຕຢູ່ເດ້. "

ຄນະສະເພາະກິຈຄວບຄຸມໂຄວິດ-19 ໄດ້ຣາຍງານປະຈຳວັນທີ 26 ຕຸລາ 2021 ວ່າ ມີຜູ້ຕິດເຊື້ອໃໝ່ 770 ຄົນ, ໃນນີ້ນະຄອນຫຼວງວຽງຈັນ ຕິດເຊື້ອອັນດັບນຶ່ງ, ຮອງລົງມາ ແຂວງຫຼວງພຣະບາງ, ແຂວງວຽງຈັນ. ປັຈຈຸບັນມີຜູ້ຕິດເຊື້ອສະສົມທັງໝົດ 37,018 ຄົນ, ປີ່ນປົວເຊົາ 497 ຄົນ, ເສັຽຊີວິດໃໝ່ 3 ຄົນ, ຍອດເສັຽຊີວິດສະສົມ 56 ຄົນ.