ເຣື້ອງທີ່ເກັບບັນທຶກໄວ້
2021-08-03
ນັກວິຊາການລາວ ໃຫ້ຄຳເຫັນວ່າ ການຣະບາດ ຂອງ ໂຄວິດ-19 ໃນຮອບນີ້ ຈະໃຊ້ເວລາດົນ ກ່ອນທີ່ຈະ ຄວບຄຸມໄດ້ ຍ້ອນວ່າ ຈຳນວນ ຄົນງານລາວ ທີ່ກັບມາຈາກ ປະເທດ ເພື່ອນບ້ານ ຍັງຕິດເຊື້ອ ເພີ່ມຂຶ້ນ ເລື້ອຍໆ.
2021-08-02
ທາງການ ແຂວງບໍ່ແກ້ວ ສັ່ງປິດ ການເຂົ້າ-ອອກ ເຂດ ເສຖກິດ ພິເສດ ສາມຫຼ່ຽມຄໍາ, ແຕ່ມື້ວັນທີ 1 ຫາ ວັນທີ 15 ສິງຫາ 2021 ນີ້ ຍ້ອນ ກວດພົບວ່າ ມີຄົນງານລາວ ທີ່ ກັບຄືນບ້ານ ຕິດໂຄວິດ-19.
2021-07-31
ສະຫະຣັຖ ອາເມຣິກາ ຊ່ອຍເຫຼືອ ໂຄງການປາບປາມ ໄຂ້ ມາເລເຣັຽ ໃນລາວ.
2021-07-30
ໃນວັນທີ 29 ກໍຣະກະດາ, ທ່ານ ພັນຄຳ ວິພາວັນ ນາຍົກຣັຖມົນຕຼີ ໄດ້ລົງພື້ນທີ່ ແຂວງສວັນນະເຂດ ແລະ ແຂວງຈຳປາສັກ ໂອ້ລົມກັບ ເຈົ້າໜ້າທີ່ແຂວງ ໃນວຽກງານ ປ້ອງກັນ ໂຄວິດ-19.
2021-07-29
ເມືອງ ໄຊຍະບູຣີ ຖືກສັ່ງໃຫ້ປິດ ຍ້ອນພົບເຫັນ ຄົນງານລາວ 2 ຄົນ ຕິດເຊື້ອ ໂຄວິດ-19.
2021-07-28
ຈາກຜົລຂອງການກວດວິເຄາະ ຫາເຊື້ອໂຄວິດ-19 2,080 ຄົນ ໃນມື້ວັນທີ 27 ກໍຣະກະດາ 2021 ນີ້ ປະເທດລາວ ມີຜູ້ຕິດເຊື້ອໂຄວິດ-19 ຕື່ມອີກ 280 ຄົນ.
2021-07-28
ໃນໄລຍະ ການເຝົ້າລະວັງ ການຣະບາດ ຂອງໂຄວິດ-19 ປະຊາຊົນ ສ່ວນຫຼາຍ ຕ້ອງໄດ້ຢູ່ເຮືອນ, ສໍາລັບ ຜູ້ທີ່ຕ້ອງ ອອກທຳມາ ຫາກິນ ກໍໄປຢ່າງລຳບາກ ຍ້ອນການ ປິດບ້ານ ປິດຖນົນ.
2021-07-27
ທາງການລາວ ກວດພົບຜູ້ຕິດເຊຶ້ອ ໂຄວິດ-19 ເພີ່ມອີກ 169 ຄົນ ຈາກ ຜົລການວິເຄາະ ຫາຜູ້ຕິດເຊື້ອ ທັງໝົດ 1,483 ໂຕຢ່າງ ຂອງມື້ວັນທີ 26 ກໍຣະກະດາ 2021, ເຮັດໃຫ້ ລາວ ມີຜູ້ຕິດເຊຶ້ອ ສະສົມ 5,154 ຄົນ.
2021-07-26
ທູຕ ສະຫະຣັຖ ອາເມຣິກາ ປະຈຳລາວ ເນັ້ນຢ້ຳວ່າ ວັກຊິນ ປ້ອງກັນໂຄວິດ-19 ທີ່ ສະຫະຣັຖ ຊ່ອຍ ມີຄວາມສຳຄັນ ທັງທາງດ້ານ ການແພດ ແລະ ເສຖກິຈລາວ.
2021-07-26
ທາງການລາວກວດພົບ ຜູ້ຕິດເຊື້ອໂຄວິດໃໝ່ ເພີ່ມອີກ 223 ຄົນ, ຈາກຜົລກວດວິເຄາະ ທັງໝົດ 1,454 ໂຕຢ່່າງ ຂອງວັນທີ 25 ກໍຣະກະດາ 2021, ຂນະທີ່ ເມືອງສອງຄອນ 4 ບ້ານ ຖືກສັ່ັງປິດ.
2021-07-24
ຄົນງານລາວ ໃນປະເທດໄທຍ ພົບຄວາມຫຍຸ້ງຍາກ ໃນການເຂົ້າເຖິງ ການປິ່ນປົວ ໂຄວິດ-19 ແລະ ການສັກວັກຊີນ ປ້ອງກັນໂຄວິດ-19 ໃຫ້ທັນເວລາ ຈຶ່ງເຮັດໃຫ້ ບາງຄົນ ຢາກກັບຄືນບ້ານ ທີ່ປະເທດລາວ.
2021-07-23
ສປຈີນ ຫ້າມ ການນໍາເຂົ້າງົວ ຈາກ ສປປລາວ ຍ້ອນພຍາດ ຜິວໜັງອັກເສບ ຣະບາດຫຼາຍ.
2021-07-23
ທາງການລາວ ກວດພົບ ຜູ້ຕິດໂຄວິດ-19 ຕື່ມອີກ 223 ຄົນ, ແຂວງຈໍາປາສັກ ສັ່ງໂຈະ ທຸກໂຮງຮຽນ ສາມັນສຶກສາ.
2021-07-23
ສປປລາວ ມີຄົນຕິດ ເຊື້ອໂຄວິດ-19 ຕື່ມອີກ 256 ຄົນ ຊຶ່ງສ່ວນໃຫຍ່ ເປັນຄົນງານລາວ ທີ່ກັບມາຈາກ ຕ່າງປະເທດ.
2021-07-21
ປະຊາຊົນ ຢູ່ ແຂວງສວັນນະເຂດ ກັງວົນ ຢ້ານເຊື້ອໂຄວິດ-19 ແຜ່ຣະບາດ ສູ່ຊຸມຊົນ ພາຍຫຼັງ ທີ່ພົບຄົນງານລາວ ຕິດເຊື້ອເພີ່ມຂຶ້ນ ຈໍານວນຫຼາຍ.