ສະຫະຣັຖໃຫ້ການ ຊ່ອຍເຫຼືອ ຕ້ານໄຂ້ ມາເລເຣັຽ
2021.07.31

ສະຫະຣັຖ ອາເມຣິກາ ມອບເງິນສນັບສນູນ 700,000 ໂດລາ ໃຫ້ແກ່ອົງການສາກົນ ບໍຣິການປະຊາຊົນ ຫຼື PSILao ເພື່ອນຳໃຊ້ ເຂົ້າໃນວຽກງານສ້າງຄວາມເຂັ້ມແຂງ ໃນການເຝົ້າ ລະວັງ ແລະ ກຳຈັດໄຂ້ມາເລເຣັຽ ໃນປະເທດລາວ ແຕ່ປີ 2021-2023.
ການຊ່ວຍເຫຼືອທຶນດັ່ງກ່າວ ຈະຫຼຸດຜ່ອນອັດຕຣາການຕິດເຊື້ອໄຂ້ມາເລເຣັຽ ແລະ ໃຫ້ຜູ້ຕິດເຊື້ອຍິນຍອມ ມາປິ່ນປົວຢູ່ໂຮງໝໍເພື່ອ ບໍ່ໃຫ້ເຂົາເຈົ້າເສັຽຊີວິດ ຫຼື ໃຫ້ທຶນເຈົ້າໜ້າທີ່ອອກໄປ ປິ່ນປົວປະຊາຊົນ ທີ່ຕິດເຊື້ອຢູ່ຕາມບ້ານ. ເຈົ້າໜ້າທີ່ ຜແນກສາທາຣະນະສຸຂ ແຂວງສວັນນະເຂດ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 30 ກໍຣະກະດາ ວ່າ:
"ມັນໜ້າຈະຊ່ອຍເຣື່ອງ ສຸຂພາບນີ້ແຫຼະ ຂອງປະຊາຊົນນີ້ແຫຼະໄດ້ ດຽວນີ້ເນາະ ສົມມຸດວ່າ ເດືອນນີ້ ມັນເກີດເຫດແບບນີ້ຫັ້ນນ່າ ໄປ ປະຈຳຢູ່ຫັ້ນ ມັນອາຈຊ່ອຍໄດ້ຕື່ມຫັ້ນນ່າ ເພື່ອວ່າ ເກັບກຳ ຫຼືວ່າ ຈະມີງົບໃຫ້ເຂົາເຈົ້າ ມານອນປິ່ນປົວບໍ່ ມາປົວຢູ່ໂຮງໝໍ ແລ້ວມີງົບ ປົວແບບຫາຍດີແລ້ວ ຈຶ່ງກັບບ້ານ ຫັ້ນນ່າ ໝາຍຄວາມວ່າ ຕ້ອງມີອັດຕາກິນໃຫ້ເຂົາເນາະ ແບບນີ້ນ່າ ຄັນສົມມຸດວ່າໃຫ້ເຂົາມາປົວ ມາປະຈຳຢູ່ນີ້ຫັ້ນນ່າ ຄັນໃຫ້ເຂົາມາເອງເຂົາບໍ່ມາ."
ຍານາງ ກ່າວຕື່ມວ່າ ສະເພາະເດືອນມິຖຸນາ ທີ່ຜ່ານມາ ແຂວງສວັນນະເຂດ ກວດພົບ ມີຜູ້ຕິດເຊື້ອໄຂ້ມາເລເຣັຽ ທັງໝົດ 109 ຄົນ ຊຶ່ງເປັນຈຳນວນທີ່ສູງ ຖ້າທຽບໃສ່ໃນເດືອນດຽວກັນ ຂອງປີທີ່ຜ່ານມາ ທີ່ມີຜູ້ຕິດເຊືອໄຂ້ມາເລເຣັຽ ຢູ່ທີ່ 30-40 ຄົນ ເທົ່ານັ້ນ ດັ່ງນັ້ນ ຖ້າມີໂຄງການຊ່ອຍເຫຼືອສາກົນ ເຂົ້າມາເຄື່ອນໄຫວໃນກິຈກັມ ຕ້ານໄຂ້ມາເລເຣັຽ ຈະເປັນການດີ ຍ້ອນວ່າ ແຂວງສວັນນະເຂດ ມີ ເມືອງພູດອຍ ທີ່ເປັນພື້ນທີ່ສ່ຽງ.
ເຈົ້າໜ້າທີ່ຫ້ອງການສາທາຣະນະສຸຂ ເມືອງຊານໄຊ ແຂວງອັດຕະປື ກ່າວວ່າຖ້າມີໂຄງການຊ່ອຍເຫຼືອວຽກງານ ຕ້ານໄຂ້ມາເລເຣັຽ ກໍເປັນການດີ ເພາະວ່າ ຈະໄດ້ຊ່ອຍເຫຼືອຊາວບ້ານ ແລະ ຫຼຸດຜ່ອນຄວາມສ່ຽງ:
"ຄັນມີໂຄງການ ເຮົາຈະມີງົບປະມານ ລົງໄປຊ່ອຍຮອດບ້ານເດ້ ເພາະວ່າ ອ້າຍມີສນອງອຸປກອນຄັກແນ່ໃຫ້ເຂົາ ເພາະວ່າປະຊາຊົນ ສ່ວນຫຼາຍໄປປ່າ ໄປອີ່ສັງເຂົາກະບໍ່ມັກຖືມຸ້ງ ຖືກອີ່ສັງຫັ້ນນ່າ ບໍ່ວ່າຈະເປັນມາປົວບໍ່ ຫັ້ນນ່າ ສ່ວນຫຼາຍເຂົາກໍປ້ອງກັນຢູ່ ແຕ່ວ່າ ການໄປການມາ ການຫາຢູ່ຫາກິນຂອງເຂົາຫັ້ນ ເຂົາບໍ່ປົກປ້ອງຊື່ໆ."
ທ່ານກ່າວຕື່ມວ່າ ທີ່ຜ່ານມາ ພາຍໃນເມືອງຊານໄຊ ບໍ່ເຄີຍມີກໍຣະນີ ຊາວບ້ານຕິດໄຂ້ມາເລເຣັຽ ເທື່ອ ປີນີ້ຖືວ່າ ເປັນປີທຳອິດທີ່ມີ ຊາວບ້ານ ຢູ່ບ້ານມູນ 4 ຄົນ ຕິດໄຂ້ມາເລເຣັຽ ຊຶ່ງປັດຈຸບັນ ເຈົ້າໜ້າທີ່ກ່ຽວຂ້ອງ ກໍໄດ້ລົງຕິດຕາມ ແລະ ເກັບກຳຂໍ້ມູນ ພ້ອມທັງ ໄປປິ່ນປົວເຂົາເຈົ້າ ຢູ່ພາຍໃນບ້ານແລ້ວ.
ປັດຈຸບັນ ຂແນງສາທາຣະນະສຸຂ ສຸມໃສ່ຕ້ານການຣະບາດຂອງໂຄວິດ-19 ຫຼາຍທີ່ສຸດ ສະນັ້ນງົບປະມານສ່ວນຫຼາຍ ຕ້ອງໄດ້ທຸ້ມເທ ໃສ່, ໃນຂນະທີ່ ງົບປະມານວຽກງານຕ້ານໄຂ້ຍຸງ ແລະ ໄຂ້ມາເລເຣັຽ ກໍຍັງມີຈຳນວນຈຳກັດ. ເຈົ້າໜ້າທີ່ຜແນກສາທາຣະນະສຸຂ ນະຄອນຫລວງວຽງຈັນ ໄດ້ກ່າວວ່າ:
"ກໍຊ່ອຍວຽກລົງຕິດຕາມເກັບກັມຂໍ້ມູນ ແລ້ວກໍຫຼຸດຜ່ອນການຕາຍ ຫຼຸດຜ່ອນການເຈັບເປັນກໍເປັນຜົລດີແຫຼະ ເຂົາເຈົ້າເອົາທຶນເອົາຮອນ ມາໃຫ້ເນາະ ຊ້ວງນີ້ຍິ່ງບໍ່ມີງົບ ເຂົາເຈົ້າເອົາໄປ ໃຊ້ວຽກໂຄວິດ-19 ໝົດ."
ໃນຂນະທີ່ ຊາວແຂວງສວັນນະເຂດ ກ່າວວ່າ ການໄດ້ຮັບການຊ່ວຍເຫຼືອ ແບບນີ້ ກໍເປັນເຣື່ອງທີ່ດີ.
"ກະຊິດີແຫຼະເນາະ ເພາະວ່າ ຈະເຮັດໃຫ້ບໍ່ມີໄຂ້ຍຸງກັນ ຣະບາດເນາະ ເພາະວ່າ ແຖວນອກ ເພິ່ນສ່ວນກໍຢູ່ຕາມພູ ຕາມປ່າກໍມີ ແຖວ ອັນນອກໆ ແຖວບ້ານແຖວຫຍັງຫັ້ນນ່າ."
ສຳລັບໄຂ້ມາເລເຣັຽ ຫຼື ໄຂ້ປ່າຖືເປັນພຍາດ ທີ່ເກີດຂຶ້ນຕາມຣະດູການ ທີ່ມີຜົນຕໍ່ສຸຂພາບ ຂອງປະຊາຊົນ. ປະຊາຊົນ ທີ່ໄປທຳມາ ຫາກິນຢູ່ໃນປ່າ ແລະ ນອນບໍ່ກາງມຸ້ງ ເປັນກຸ່ມ ທີ່ມີຄວາມສ່ຽງຫຼາຍທີ່ສຸດ.
ເຖິງວ່າ ເຈົ້າໜ້າທີ່ສາທາຣະນະສຸຂ ໄປຣະດົມໃຫ້ປະຊາຊົນ ນອນກາງມຸ້ງ, ໃຊ້ມຸ້ງອາບນ້ຳຢາ, ທາຢາກັນຍຸງ ຫຼື ຈູດຢາໃຕ້ຍຸງ ແລະ ໃສ່ເນື້ອຜ້າໃຫ້ປົກຄຸມຕົວເອງ, ແຕ່ ຊາວບ້ານຢູ່ເຂດ ຊົນນະບົດບໍ່ສາມາດ ປະຕິບັດໄດ້ຢ່າງທົ່ວເຖິງ ຍ້ອນວ່າ ສະເພາະທາງດ້ານເສຖກິຈ ແລະ ຄວາມຮັບຮູ້ຂອງປະຊາຊົນ ອີງຕາມຂໍ້ມູນຈາກເຈົ້າໜ້າທີ່ ສາທາຣະນະສຸຂ.
ໃນທ້າຍເດືອນພຶສພາ ປີ 2020, ທາງການລາວຣາຍງານວ່າ ໃນທົ່ວປະເທດ ມີຜູ້ຕິດໄຂ້ຍຸງລາຍທັງໝົດເກືອບ 1,400 ກໍຣະນີ ແລະ ເສັຽຊີວິດ 4 ກໍຣະນີ, ແຕ່ ບໍ່ມີການເຜີຍແຜ່ ບົດລາຍງານຜູ້ຕິດເຊື້ອ ໄຂ້ມາເລເຣັຽ.