26 ກໍຣະກະດາ ຜູ້ຕິດໂຄວິດ-19 ເພີ່ມ 169 ຄົນ
2021.07.27

ທາງການລາວ ກວດພົບຜູ້ຕິດເຊຶ້ອໂຄວິດ-19 ໃໝ່ເພີ່ມອີກ 169 ຄົນ ຈາກຜົລການວິເຄາະ ຫາຜູ້ຕິດເຊື້ອ ທັງໝົດ 1,483 ໂຕຢ່າງ ຂອງມື້ວັນທີ 26 ກໍຣະກະດາ 2021 ເຮັດໃຫ້ປະເທດລາວ ມີຜູ້ຕິດເຊຶ້ອສະສົມ 5,154 ຄົນ. ດັ່ງ ດຣ. ພອນປະເສີດ ໄຊຍະມຸງຄຸນ, ຮອງຫົວໜ້າ ກົມຄວບຄຸມພຍາດຕິດຕໍ່, ກະຊວງສາທາຣະນະສຸຂ ແລະ ຕາງໜ້າຄະນະ ສະເພາະກິຈປ້ອງກັນໂຄວິດ-19 ໄດ້ຖແລງ ຂ່າວຕໍ່ສື່ມວນຊົນ ໃນວັນທີ 27 ກໍຣະກະດາ ນີ້ວ່າ:
“ໃນວັນທີ 27 ກໍຣະກະດາ ນີ້, ມີຣາຍງານຜູ້ຕິດເຊື້ອໃໝ່ຈຳນວນ 169 ຄົນ ເຮັດໃຫ້ໂຕເລຂຜູ້ຕິດເຊື້ອສະສົມ ໃນທົ່ວປະເທດມາຮອດ ມື້ນີ້ ແມ່ນ 5,154 ຄົນ.”
ທ່ານກ່າວຕື່ມວ່າ ໃນຈຳນວນຜູ້ຕິດເຊື້ອໃໝ່ນີ້, ແມ່ນກວດພົບຢູ່ນະຄອນຫຼວງວຽງຈັນ 10 ຄົນ, ສວັນນະເຂດ 85 ຄົນ, ຈຳປາສັກ 60 ຄົນ, ສາຣະວັນ 8 ຄົນ ແລະ ຄຳມ່ວນ 6 ຄົນ. ໃນຈຳນວນຜູ້ທີ່ຕິດເຊື້ອທັງໝົດນີ້, ແມ່ນເປັນກໍຣະນີນຳເຂົ້າ 167 ຄົນ ແລະ ມີ 2 ຄົນ ທີ່ຕິດເຊື້ອ ຢູ່ໃນສູນກັກໂຕ ທີ່ແຂວງສວັນນະເຂດ ໃນຣະຫວ່າງທີ່ເຝົ້າເບິ່ງອາການ.
ກ່ຽວກັບການເລັ່ງຮັບມື ແລະ ປິ່ນປົວຜູ້ຕິດເຊື້ອໂຄວິດ-19 ໃນແຂວງພາກໃຕນັ້ນ, ຄະນະສະເພາະກິຈ ປ້ອງກັນໂຄວິດ-19 ຂັ້ນສູນ ກາງ ກໍໄດ້ປະຊຸມກັນ ຜ່ານຣະບົບທາງໄກ ກັບຄະນະສະເພາະກິຈ ປ້ອງກັນໂຄວິດ-19 ຂັ້ນແຂວງ ແລະ ນະຄອນຫຼວງວຽງຈັນ ເມື່ອວັນທີ 23 ກໍຣະກະດາ ທີ່ຜ່ານມາ, ໂດຍໄດ້ເນັ້ນໃຫ້ບັນດາ ຄະນະສະເພາະກິຈຂັ້ນແຂວງ ເອົາໃຈໃສ່ມາຕການສະເພາະໜ້າ ທີ່ເລັ່ງດ່ວນ, ດ້ວຍການປັບປຸງ ແລະ ຂຍາຍສູນກັກໂຕ ແລະ ສູນປິ່ນປົວໃຫ້ພຽງພໍກັບຄົນງານລາວ ທີ່ຈະເດີນທາງກັບມາ. ກວດກາ ຄືນສະຖານທີ່ ໃຫ້ມີຄວາມພ້ອມ ແລະ ເໝາະສົມ, ໂດຍສະເພາະ ແຂວງທີ່ມີຜູ້ຕິດເຊື້ອຈຳນວນຫຼາຍ.
ໃຫ້ບັນດາແຂວງ ພາກກາງ ແລະ ພາກໃຕ້ ໂດຍສະເພາະ ແຂວງສວັນນະເຂດ ແລະ ແຂວງຈໍາປາສັກ ປະສານກັບແຂວງເຊິ່ງໜ້າ ຂອງປະເທດໃກ້ຄຽງ ກ່ຽວກັບຄົນງານລາວ ທີ່ຈະເດີນທາງກັບມາ ເພື່ອວາງແຜນຮັບມື ໃຫ້ໄດ້ຢ່າງຈະແຈ້ງ.
ສ່ວນການຊ່ອຍເຫຼືອດ້ານວັກຊິນ ປ້ອງກັນໂຄວິດ-19 ນັ້ນ, ຫຼ້າສຸດນີ້ ຣັຖບານລາວ ຈະໄດ້ຮັບວັກຊິນ ປ້ອງ ກັນໂຄວິດ-19 ເພີ່ມອີກ ຈຳນວນ 1,415,000 ໂດສ, ໂດຍຈະໄດ້ຮັບຈາກ ຣັຖບານຈີນ ຈຳນວນ 1 ລ້ານໂດສ ແລະ ຈະໄດ້ຮັບຈາກຣັຖບານອັງກິດ ຈຳນວນ 415,000 ໂດສ, ເຊິ່ງທັງໝົດ ຈະໄດ້ມີການມອບຮັບ ໃນເດືອນສິງຫາ ທີ່ຈະມາເຖິງນີ້. ດັ່ງທ່ານ ດຣ. ພອນປະເສີດ ອຸນາພົມ, ຫົວໜ້າກົມອະນາມັຍ ແລະ ສົ່ງເສີມສຸຂພາບ, ກະຊວງສາທາຣະນະສຸຂ ແລະ ຕາງໜ້າຄະນະສະເພາະກິຈ ປ້ອງກັນໂຄວິດ-19 ໄດ້ຖແລງຂ່າວ ຕໍ່ສື່ມວນຊົນ ໃນມື້ດຽວກັນນີ້ວ່າ:
“ໝວດເຮົາຍັງມີຂ່າວດີ ແຈ້ງໃຫ້ພໍ່ແມ່ປະຊາຊົນ ຢູ່ໃນຂອບເຂດທົ່ວປະເທດ ໄດ້ຮັບຊາບຕື່ມວ່າ ໃນອາທິດຈະມານີ້ໝວດເຮົາຍັງຈະໄດ້ ຮັບຢາວັກຊິນ ຈາກຣັຖບານ ສປ.ຈີນ ເນາະ ແມ່ນຢາຊນິດ ຊິໂນຟາມ ນີ້ ຈຳນວນ 1 ລ້ານໂດສ ຈະເຂົ້າມາຕື່ມອີກ. ລະອັນທີ 2 ກະແມ່ນຣັຖບານອັງກິດ ເນາະ ຈະໄດ້ຊ່ອຍເຫຼືອ ແອັສຕຣ້າ ເຊ່ເນ່ກ້າ ຈຳນວນ 415,000 ໂດສ.”
ອີງຕາມການຣາຍງານ ຂອງຄະນະສະເພາະກິຈ ປ້ອງກັນໂຄວິດ-19 ໃນວັນທີ 27 ກໍຣະກະດາ 2021 ນີ້, ຮອດປັດຈຸບັນມີຜູ້ໄດ້ຮັບ ການກວດວິເຄາະ ຫາເຊື້ອໂຄວິດ-19 ທັງໝົດ 340,465 ຄົນ. ໃນນັ້ນ, ພົບຜູ້ຕິດເຊື້ອສະສົມ 5,154 ຄົນ, ປິ່ນປົວເຊົາແລ້ວ 2,707 ແລະ ກຳລັງປິ່ນປົວ ແລະ ຕິດຕາມອາການຢູ່ໂຮງໝໍ 2,442 ຄົນ.
ສ່ວນການສັກວັກຊິນ ປ້ອງກັນໂຄວິດ-19 ນັ້ນ, ມາຮອດມື້ນີ້ ມີຜູ້ໄດ້ຮັບການສັກວັກຊິນແລ້ວ ໂດຍແຍກເປັນເຂັມທີ 1 ຈຳນວນ 1,070,856 ຄົນ ແລະ ເຂັມທີ 2 ຈຳນວນ 842,091 ຄົນ.