ນາຍົກລາວ ລົງພາກໃຕ້ ກວດກາ ສູນປິ່ນປົວ ໂຄວິດ-19
2021.07.30

ໃນວັນທີ 29 ກໍຣະກະດາ, ທ່ານ ພັນຄຳ ວິພາວັນ ນາຍົກຣັຖມົນຕຣີ ໄດ້ລົງພື້ນທີ່ ແຂວງສວັນນະເຂດ ແລະ ແຂວງຈຳປາສັກ ໂອ້ລົມ ກັບເຈົ້າໜ້າທີ່ແຂວງ ກ່ຽວກັບວຽກງານການ ປ້ອງກັນໂຄວິດ-19 ໂດຍສະເພາະ ການຂຍາຍສູນຈຳກັດບໍຣິເວນ ແລະ ໂຮງໝໍສນາມ ເພື່ອໃຫ້ສາມາດຮອງຮັບ ຄົນງານລາວທີ່ເດີນທາງກັບມາ ຈາກປະເທດໄທຍ ແລະ ປິ່ນປົວ ຜູ້ທີ່ຕິດໂຄວິດ-19 ໄດ້ຢ່າງພຽງພໍ. ເຈົ້າໜ້າທີ່ກ່ຽວຂ້ອງ ແຂວງຈຳປາສັກ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 30 ກໍຣະກະດາ ວ່າ:
"ເພິ່ນລົງມາໂຕດຽວຫັ້ນແລ້ວ ໂຄວິດ ນີ້ທາງການເຮົາ ກໍແມ່ນເອົາໃຈໃສ່ ກະບໍ່ໄດ້ລົດລະ ເວົ້າເຣື່ອງພັທນາ ເພິ່ນກໍເວົ້າໂຕນີ້ ສັກຢາ ໂຕ ຈອນສັນ ຂອງ ອາເມຣິກາ ຖ້າມີພຍາດໂຕນີ້ ມັນຣະບາດ ມັນໄປບໍ່ໄດ້ ພັທນາກໍພັທນາບໍ່ໄດ້ ຖ້າປະຊາຊົນບໍ່ມີສຸຂພາບ."
ທ່ານກ່າວຕື່ມວ່າ ສ່ວນເຈົ້າໜ້າທີ່ກ່ຽວຂ້ອງ ຕ້ອງຕຽມພ້ອມຢູ່ສເມີ ເພື່ອຊ່ວຍເຫຼືອກັນແລະກັນ ໃນໄລຍະທີ່ເກີດການແຜ່ຣະບາດຂອງ ໂຄວິດ-19 ນີ້ ແລະ ຍັງໄດ້ເນັ້ນໃຫ້ປະຊາຊົນ ທຸກຄົນ ພ້ອມໃຈການໄປສັກວັກຊິນປ້ອງກັນ ໂຄວິດ-19 ໂດຍບໍ່ຕ້ອງລັງເລ ເພື່ອໃຫ້ ມີພູມຄຸ້ມກັນ ສ່ວນຜູ້ທີ່ຕິດໂຄວິດ-19 ກໍສາມາດສັກວັກຊີນໄດ້ ແຕ່ຕ້ອງຫຼັງຈາກ 6 ເດືອນ ທີ່ປິ່ນປົວ ເຊົາດີແລ້ວ ນອກຈາກນັ້ນ ຣັຖບານ ຈະຈັດສົ່ງເຄື່ອງອຸປກອນ ການແພດຕ່າງໆ ຕາມຄວາມຕ້ອງການທີ່ຈຳເປັນ ແລະ ສນອງງົບປະມານ ຢ່າງສົມເຫດສົມຜົນ ນຳດ້ວຍ.
ທາງການແຂວງຈຳປາສັກ ຕຽມຂຍາຍຈຸດກັກໂຕ ຢູ່ມະຫາວິທຍາໄລການເງິນພາກໃຕ້ ທີ່ຖືກໃຊ້ເປັນໂຮງໝໍພາກສນາມ ເພື່ອຮອງ ຮັບຜູ້ຕິດເຊືອໂຄວິດ-19 ທີ່ຈະເພີ່ມຂຶ້ນ ແລະ ຍັງມີການຂຍາຍສູນກັກໂຕ ຢູ່ແຕ່ລະເມືອງ ຍ້ອນວ່າຄົນງານລາວ ຈາກຕ່າງປະເທດ ຍັງເດີນທາງເຂົ້າມາແຕ່ລະມີ້. ເຈົ້າໜ້າທີ່ແຂວງຈຳປາສັກ ກ່າວຕື່ມອີກວ່າ:
"ເພິ່ນຊິຂຍາຍໂຮງໝໍ ແຕ່ມັນກໍຊິບໍ່ທັນດອກ ແຕ່ວ່າ ເພິ່ນຈະຂຍາຍ ລົງແຕ່ລະເມືອງກ່ອນ ທັນກັບສະພາບການ ເພາະວ່າຣົດຄົນ ເຈັບນິເນາະ ຢູ່ໂຮງໝໍແຕ່ລະເມືອງມີໝົດແລ້ວ ຂອງກິນ ມີໜ່ວຍງານສົ່ງບໍ່ໄດ້ຂາດ ຄອຍບໍຣິການຢູ່ ເພິ່ນກໍແຈ້ງໃຫ້ພີ່ນ້ອງ ຕ້ອງ ເອົາໃຈໃສ່ຊ່ວຍກັນຕື່ມ."
ນອກຈາກນີ້ເຈົ້າໜ້າທີ່ ຢູ່ແຂວງສວັນນະເຂດ ໄດ້ນຳໃຊ້ໂຮງງານຂອງບໍຣິສັດ ອາເດີລານລາວຈຳກັດ ເປັນໂຮງໝໍພາກສນາມເພື່ອ ປິ່ນປົວຜູ້ຕິດເຊື້ອໂຄວິດ-19 ແລະ ດັດແປງອາຄານຫຼັງເກົ່າ ທີ່ຕັ້ງຢູ່ບ້ານໂນນສະຫວາດ ນະຄອນໄກສອນພົມວິຫານ ເປັນສະຖານທີ່ ກັກບໍຣິເວນຄົນງານລາວ ທີ່ກັບມາຈາກໄທຍ ຊຶ່ງສາມາດຮອງໄດ້ຮັບຄົນໄດ້ເຖິງ 10 ພັນຄົນ. ເຈົ້າໜ້າທີ່ແຂວງສວັນນະເຂດ ຜູ້ທີ່ບໍ່ ປະສົງອອກຊື່ ແລະ ຕຳແໜ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:
"ປັດຈຸບັນຍັງຮອງຮັບໄດ້ຢູ່ ລະກະຜູ້ຄົນ 14 ວັນ ກໍອອກໄປນຳແດ່ ເຮົາກໍພຍາຍາມ ຫາທາງອອກທີ່ສຸດຫັ້ນແຫຼະ ຂຍາຍສນາມອອກ ຫຼື ອີ່ຫຍັງຕ່າງໆ ຂຍາຍສູກກັກບໍຣິເວນ ຕື່ມ ຖ້າມັນອັ່ງຫຼາຍ ມັນກໍຈະສຸ່ມກັບການແຜ່ເຊື້ອ ຫຼາຍຄົນມາຢູ່ຮ່ວມກັນເນາະ ມັນບໍ່ມີແຕ່ ແຂວງດຽວ ບາດເວລາເຮົາມາຢູ່ ມັນກະມີຄວາມກົດດັນ ເພາະວ່າ ເຮົາບໍ່ສາມາດເຄື່ອນຍ້າຍເສຣີໄດ້ເນາະ ເຮົາຕ້ອງປະຕິບັດຕາມ ມາຕການ."
ຄົນງານລາວຫຼາຍຮ້ອຍຄົນ ທີ່ເດີນທາງມາຈາກຕ່າງປະເທດ ເຂົ້າມາລາວ ແລະ ໃນຂນະທີ່ ເຂົາເຈົ້າກັກໂຕຢູ່ໃນສູນ ເຈົ້າໜ້າທີ່ຈະມີ ອາຫານໃຫ້ກິນ 3 ຄາບຕໍ່ມື້.
ໃນວັນທີ 30 ກໍຣະກະດາ, ເຈົ້າໜ້າທີ່ສະເພາະກິດ ຄວບຄຸມໂຄວິດ-19 ໄດ້ຢືນຢັນວ່າມີຜູ້ຕິດເຊື້ອເພີ່ມ 244 ຄົນຈາກຜົລກວດທັງໝົດ 2,379 ຕົວຢ່າງ ຂອງວັນທີ 29 ກໍຣະກະດາ 2021.
ຈຳນວນຜູ້ຕິດເຊື້ອ ລວມມີ ແຂວງສວັນນະເຂດ 118 ຄົນ, ແຂວງຈຳປາສັກ 38 ຄົນ, ນະຄອນຫລວງວຽງຈັນ 31 ຄົນ, ແຂວງ ສາຣະວັນ 46 ຄົນ, ແຂວງຄຳມ່ວນ 10 ຄົນ.
ດຣ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພຍາດຕິດຕໍ່ ກະຊວງສາທາຣະນະສຸຂໄດ້ຖແລງໃນວັນທີ 30 ກໍຣະກະດາ ວ່າ:
"ພວກເຮົາໄດ້ກວດວິເຄາະ ທັງໝົດ 2,379 ຢູ່ໃນນັ້ນ ກວດພົບຜູ້ຕິດເຊືອໃໝ່ ທັງໝົດ ກະແມ່ນ 244 ຄົນ ຕິດເຊືອໃນຊຸມຊົນ ມີ 1 ກໍຣະນີ ແລະ ກໍຣະນີນຳເຂົ້າ ແມ່ນ 243 ກໍຣະນີ."
ນອກຈາກນີ້, ສະຖານເອກອັຄຣາຊທູດໄທຍ ປະຈຳລາວ ໄດ້ມອບເຄື່ອງບ່ອນນອນ 500 ຊຸດ, ຜ້າອັດປາກ-ດັງ, ນ້ຳຢາລ້າງມື, ຖັງ ເກັບນ້ຳ, ຖັງຂີ້ເຫຍື້ອ ແລະ ແຟັບຊັກເຄື່ອງ ມູນຄ່າ 5 ແສນບາດ ເພື່ອຊ່ວຍເຫຼືອຄົນງານລາວ ທີ່ເດີນທາງກັບຈາກຕ່າງປະເທດ ແລະ ຢູ່ໃນຣະຫວ່າງການກັກໂຕ ຢູ່ສູນຈຳກັດບໍຣິເວນ ເພື່ອຄວບຄຸມການແຜ່ຣະບາດຂອງໂຄວິດ-19 ໃນລາວ. ເຈົ້າໜ້າທີ່ ສະຖານທູດໄທຍ ປະຈຳລາວ ທີ່ຂໍສງວນຊື່ ແລະ ຕຳແໜ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 30 ກໍຣະກະດາ ວ່າ:
"ເປັນການຊ່ວຍເຫຼືອບ່ອນນອນ ພ້ອມມຸ້ງ ຜ້າຫົ່ມ ອີ່ຫຍັງຕ່າງໆ ຖັງນ້ຳ ຖົງຂີ້ເຫຍື້ອ ທີ່ເຂົາຈະໄດ້ໃຊ້ທີ່ກັກໂຕ ເພາະວ່າ ປັດຈຸບັນ ກໍມີຄົນງານ ເຂົ້າມາຫຼາຍ ແລະ ກໍມີຫຼາຍຄົນຕິດເຊື້ອ ກໍພຍາຍາມຊ່ວຍເທົ່າທີ່ຊ່ວຍໄດ້."
ຄະນະສະເພາະກິດ ຄວບຄຸມໂຕວິດ-19 ໄດ້ຣາຍງານໃນວັນທີ 30 ກໍຣະກະດາ 2021 ວ່າ ມີຜູ້ທີ່ໄດ້ຮັບການກວດ ວິເຄາະຫາເຊື້ອ ໂຄວິດ-19 ທັງໝົດ 347,006 ຄົນ ໃນນັ້ນ ພົບຜູ້ຕິດເຊືອ ສະສົມ 5,919 ຄົນ, ເສັຽຊີວິດ 6 ຄົນ, ປິ່ນປົວເຊົາແລ້ວ 3,139 ຄົນ, ກຳລັງປິ່ນປົວ ແລະ ຕິດຕາມອາການ ຢູ່ໂຮງໝໍ 2,774 ຄົນ. ປະຊາຊົນໄດ້ຮັບການ ສັກວັກຊິນເຂັມທີ 1 ໄປແລ້ວ 1,109,541 ຄົນ ສ່ວນວ່າ ເຂັມທີ 2 ມີຈຳນວນ 857,566 ຄົນ.