ໂຄວິດ-19 ຮອບນີ້ ຂຍາຍໄວ ທັງຈະແກ່ຍາວ
2021.08.03

ການແຜ່ຣະບາດຂອງໂຄວິດ-19 ຢູ່ປະເທດເພື່ອນບ້ານ ຍັງມີແນວໂນ້ມສູງຂຶ້ນ ນັ້ນຈະເຮັດໃຫ້ ອັດຕາການຕິດເຊື້ອຢູ່ປະເທດລາວ ສູງຂຶ້ນເຊັ່ນດຽວກັນ.
ຫຼ້າສຸດ ຈຳນວນຜູ້ຕິດເຊື້ອໃໝ່ ຢູ່ປະເທດລາວ ໃນວັນທີ 2 ສິງຫາ 2021 ມີຈຳນວນ 199 ຄົນ, ຜູ້ຕິດເຊື້ອສະສົມ 6,765 ຄົນ, ເສັຽຊີວິດ 7 ຄົນ. ຈຳນວນຜູ້ຕິດເຊື້ອ 199 ຄົນ ທີ່ປະກາດ ໃນວັນທີ 2 ສິງຫາ 2021 ໃນນັ້ນ ມີຕິດເຊື້ອຢູ່ໃນຊຸມຊົນ 6 ຄົນ ທັງໝົດນັ້ນ ຈາກຜົລກວດວິເຄາະຫາເຊື້ອ 2,298 ຄົນ ໃນວັນທີ 1 ສິງຫາ 2021.
ນັກວິຊາການລາວ ທ່ານນຶ່ງ ຊີ້ໃຫ້ເຫັນວ່າ ການຣະບາດຄັ້ງນີ້ ຕ້ອງໃຊ້ເວລາດົນ ກ່ອນທີ່ ສະຖານະການ ຈະກັບມາເປັນປົກຕິ.
ນັກວິຊາການ: ມັນສາມາດເປັນໄປໄດ້ 2 ທາງ. ອັນນີ້ ເວົ້າດ້ານດີຊະເນາະ ເວົ້າດ້ານດີກ່ອນ ຖ້າເຮົາສາມາດຄວບຄຸມການເຂົ້າມາ ໃຫ້ມັນຖືກກົດໝາຍນິ. ໃຫ້ຄວາມສະດວກໃຫ້ເຂົາ ເຂົ້າມາ ໄດ້ຮັບການດູແລເອົາໃຈໃສ່, ແຕ່ວ່າ ຕອນນີ້ກະຖືວ່າເຮັດ ໄດ້ດີລະຫຼະ ວ່າຊັ້ນຊະ ສ່ວນໃຫຍ່ກະແມ່ນເຂົ້າມາໃນດ່ານຖືກກົດໝາຍ ລະກະມີການກັກໂຕ ລະກະມີການຄັດແຍກ ຜູ້ທີ່ຕິດເຊື້ອ ກະຖືວ່າເຮັດ ໄດ້ດີລະ ວ່າຊັ້ນເທາະໄປ໋ ເຖິງວ່າ ມັນຊິເຂົ້າມາເປັນຈຳນວນຫຼາຍ ກະຕິດເຊື້ອກະຫຼາຍໄດ໋. ກະໄດ້ຍິນວ່າ ບາງເຂດທາງໃຕ້ເຂົ້າມາ ຢູ່ລະຫວ່າງ 30-40 ເປີເຊັນ ຕິດພວກທີ່ກັບມາແຕ່ ປະເທດເພື່ອນບ້ານນີ້, ແຕ່ກະເຮົາກະບໍ່ ເປັນຫ່ວງປານໃດ ມັນເຂົ້າມາແບບບໍ່ ຖືກກົດໝາຍ.
ນັກຂ່າວ: ແຕ່ອີກດ້ານນຶ່ງເດ້?
ນັກວິຊາການ: ແຕ່ອີກດ້ານນຶ່ງ ໃນດ້ານທີ່ມັນເປັນຕາຢ້ານເນາະ ຫຼືວ່າ ເປັນກັງວົນນີ້ກະຄື ຖ້າວ່າ ມັນຍັງມີຈຳນວນທີ່ລັກລອບເຂົ້າມາ ແລ້ວອຳນາດການປົກຄອງ ກະບໍ່ເຂັ້ມແຂງ ບໍ່ໄດ້ມີຣະບົບການເຝົ້າລະວັງ ພາຍໃນບ້ານ ອັນນີ້ໜ້າເປັນຫ່ວງໂຕນີ້ ຄັນວ່າເຂົ້າມາລະ ມາແຜ່ ເຊື້ອພຍາດພາຍໃນຄອບຄົວ ລະຄົນພາຍໃນຄອບຄົວ ກະໄປຕິດຕໍ່ພາຍໃນຊຸມຊົນ ບ່ອນອື່ນໆ ຕໍ່ໆໄປ ອັນນີ້ຄື ສິ່ງທີ່ໜ້າ ເປັນຫ່ວງ.
ນອກຈາກນັ້ນ ພວກທີ່ຢູ່ຈຸດບ່ອນອີກໂຕນຶ່ງ ທີ່ສຳຄັນນີ້ ຄັນຖ້າວ່າກັກກັນ 14 ມື້ແລ້ວເນາະ ລະໃຫ້ກັບບ້ານ ລະກະໄປກັກໂຕຢູ່ເຮືອນ ຢູ່ຊານ ຄັນຖ້າວ່າ ພວກເຮົາເຮັດບໍ່ໄດ້ດີນິ ກະຍັງເປັນຕາຢ້ານຢູ່ຄືກັນ ເພາະວ່າ ຕາມໄດ້ຍິນຂ່າວນີ້ ມີບາງກໍຣະນີ ນິ ກັກໂຕ 14 ມື້ ລະກັບເມືອບ້ານ 2-3 ມື້ ລະມີອາການ ກະຖືວ່າ ໄປພົວພັນກັບຄອບຄົວຕ່າງໆ ຫຼືວ່າ ອອກໄປນອກລະເດ້ ອັນນີ້ກະໜ້າເປັນຫ່ວງ. ຄັນຖ້າວ່າ ບໍ່ເອົາແທ້ໆ ນີ້ ກະເປັນຢ້ານຄືກັນໄດ໋.
ນັກຂ່າວ: ແຕ່ວ່າແນວໂນ້ມເດ້ ໂຕນີ້ມັນຊິໄປຮອດໃສ ມັນຊິຍາວກ່ອນປີທີ່ຜ່ານມາບໍ່ ຫຼືວ່າ ມັນຊິສັ້ນກ່ອນເກົ່າຢູ່ລາວ ສະເພາະຢູ່ລາວ?
ນັກວິຊາການ: ທ່າອ່ຽງຂອງມັນນີ້ ຍາວແນ່ນອນ ຍາວແນ່ນອນ ຍາວແນ່ນອນ ຕອນນີ້ນິ ຢູ້ຕິດເຊື້ອມັນກາຍ 6 ພັນ ລະ ບໍ່ແມ່ນຫວະ ຄັນຈື່ບໍ່ຜິດ ແລ້ວບາດນີ້ເຂົ້າມາຕາມດ່ານທາງການ ຍັງເຂົ້າມາ ລະຍັງມີຜູ້ຕິດເຊື້ອຕິດຢູ່ນີ້ ມັນບໍ່ງ່າຍແລ້ວ ໂອ້ຍຍັງຊິຍາວ ຍັງຊິຍາວ.
ບໍ່ຮູ້ວ່າ ມັນຊິສາມາດຟື້ນໂຕ ຕອນໃດນີ້ ຍັງເວົ້າໄດ້ຍາກ ຄັນເມື່ອໃດ ຜູ້ທີ່ກັບມາຍັງມີຜູ້ຕິດເຊື້ອ ເພີ່ມຂຶ້ນເລື້ອຍໆ ອັນນີ້ ຍັງຍາວຢູ່ ທ່າອ່ຽງນີ້ ຍັງຍາວ ແລ້ວບໍ່ພຽງແຕ່ທໍ່ນີ້ໄດ໋ ເຮົາຕ້ອງ ເບິ່ງໄປຕໍ່ອີກ ເບິ່ງໄປຕໍ່ ຮອດແຮງງານ ທີ່ກັບຄືນມານີ້ ຫຼາຍແສນນີ້ ຫຼັງຈາກ ສະຖານະການມັນ ສງົບລົງຍົກຕົວຢ່າງເນາະ ເຣື່ອງການຕິດເຊື້ອຫຼຸດລົງເບົາລົງ ແຕ່ວ່າສະຖານະການ ເຣື່ອງປາກທ້ອງນີ້ໄດ໋ ບາດນີ້ ຄົນເຂົ້າມາ ກັບຄືນມາຫຼາຍແສນນິ ຊິເຮັດຈັ່ງໃດຕໍ່ ວຽກເຮັດງານທຳເດ້ ແມ່ນຫຍັງຕ່າງໆ ໂອ້ ມັນເປັນບັນຫາ ທີ່ໜ້າເປັນຫ່ວງ ມີ ຜົລກະທົບໝົດ ທັງເສຖກິຈ ທັງສັງຄົມໝົດທຸກສິ່ງທຸກຢ່າງ ທັງສຸຂພາບ.
ນັກຂ່າວ: ໂຕນີ້ ມັນຈະອີງໃສ່ແນວໂນ້ມ ຂອງປະເທດເພື່ອນບ້ານບໍ່ ໂຕທີ່ວ່າຈະເຮັດໃຫ້ມັນຫຼຸດລົງ ຫຼືວ່າ ເພີ່ມຂຶ້ນ ຫຼືວ່າ ມັນຊິຍາວ ຫຼືວ່າ ມັນຊິສັ້ນນິ ກ່ຽວກັບການແຜ່ຣະບາດນິ?
ນັກວິຊາການ: ທີ່ຈິງ ມັນກະມີອັນນັ້ນກັນຢູ່ ມັນກະມີຄວາມເຊື່ອມໂຍງກັນຢູ່ ເພາະວ່າ ເຮົາກະປະເທດໃກ້ກັນເນາະ ໃນການຕິດເຊື້ອນີ້ ຕິດເຊື້ອເປັນວົງກວ້າງແລ້ວ ໂດຍສະເພາະ ຜູ້ກັບມາຈາກບ້ານໃກ້ເຮືອນຄຽງ ນີ້ແຫຼະ ຄິດວ່າ ມັນພົວກັນແນ່ນອນໂຕນີ້.
ແຕ່ກະມັນກະຍາກທີ່ຈະມາປະເມີນ ຫຼືວ່າ ມາຕີລາຄາກ່ຽວກັບທ່າອ່ຽງ ເພາະວ່າ ມັນເປັນການຣະບາດ ທີ່ຍັງບໍ່ມີໃຜມີປະສົບການນະ ວ່າແນວນີ້ຊະ ເຖິງວ່າ ຊິພຍາຍາມຕິດຕາມ ເຖິງວ່າ ວິຊາການ ຊິດີປານໃດກໍແລ້ວແຕ່.
ຍົກຕົວຢ່າງຄື ປະເທດບ້ານໃກ້ເຮືອນຄຽງເຮົານີ້ ເຣື່ອງຣະບົບ ສາທາຣະນະສຸຂ ກະມີຄຸນນະພາບ ລະກະຮອງຮັບໄດ້ດີຫັ້ນແຫຼວ ໂລກກະຮັບຮູ້ ແຕ່ວ່າ ເມື່ອເວລາມັນເກີດຂຶ້ນຄືແນວນີ້ ມັນຮັບມືຈົນຊິບໍ່ໄດ້ລະຕົວຢ່າງ.
ອັນນີ້ ມັນຄື ມັນວິກິດນະ ມັນປະເມີນຍາກ ມັນປະເມີນຍາກ ມັນຕ່າງກັນການຕໍ່ສູ້ກັບ ສິ່ງທີເຮົາແນມເຫັນ, ອັນນີ້ ເຮົາຕໍ່ສູ້ກັບສິ່ງທີ່ ເຮົາແນມບໍ່ເຫັນ ລະມັນກະມີການກະຈາຍ ແບບທີ່ເຮົາ ບໍ່ສາມາດເຫັນໄດ້.
ມັນຕ້ອງມີການຕິດຕາມ ສະຖານະການເປັນໄລຍະ ໄລຍະ ຖ້າວ່າ ມັນຍັງເປັນລັກສນະແນວນີ້ ການເຂົ້າມັນຍັງຄວບຄຄຸມໄດ້ ຫັ້ນນ່າ ການກັບຄືນຂອງແຮງງານນີ້ ຍັງຄວບຄຸມໄດ້ຢູ່.
ອັນນີ້ ກະຄຶດວ່າ ມັນກະຮອດໄລຍະໃດໄລຍະນຶ່ງ ໃນຕໍ່ໜ້າໄປນີ້ ກະຊີຄ່ອຍໆເບົາບາງ, ແຕ່ວ່າ ຕ້ອງຮັບປະກັນເຣື່ອງ ການແຜ່ ຣະບາດ ຄວບຄຸມການແຜ່ຣະບາດໃນຊຸມຊົນ ໃຫ້ໄດ້ໄດ໋ ໂຕນີ້ ໂຕນີ້ກະເປັນໂຕສຳຄັນຄືກັນ ເພາະວ່າ ຂັ້ນວ່າບ້ານໃກ້ເຮືອນຄຽງເຮົາ ຣະບົບສາທາຣະນະສຸຂ ເຂົາເຈົ້າ ຍັງດີກວ່າເຮົາຫຼາຍເທົ່າ ເຂົາເຈົ້າກະຍັງຮັບມືບໍ່ໄຫວ.
ຄັນຖ້າມັນສະຖານະການຄ້າຍຄືບ້ານເຂົາເຈົ້ານີ້ ເຮົາຊິເຮັດຈັ່ງໃດ ເພາະວ່າ ຕອນນີ້ຄື ລົ້ນລະເດ້ ຍົກຕົວຢ່າງ ຄື ໂຮງໝໍ ຢູ່ທາງໃຕ້ນີ້ ກະຖືວ່າ ເຕັມລະເຣື່ອງການຮອງຮັບເຮົາ ມັນກະມີ ຄວາມຈຳກັດຫຼາຍ.
ນັກວິຊາການອີກທ່ານຶ່ງກ່າວວ່າ: ແນ່ນອນສະຖານະການຈະດີຂຶ້ນ ຈົນກວ່າວ່າຄົນງາລາວ ຈະເຂົ້າມາໝົດພຸ້ນລະ ຄົນງານມາໝົດ ຈະສາມາດຫຼຸດຄວາມສ່ຽງ ຕໍ່ການແຜ່ເຊື້ອໃສ່ ບັນດາທີມງານ ທີ່ກ່ຽວຂ້ອງຕ່າງໆ ໃນສູນກັກກັນ ແຕ່ລະແຂວງ.
ອະດີດເຈົ້າໜ້າທີ່ທາງການລາວ ທ່ານນຶ່ງ ກ່າວວ່າ: ຄົງຈະອີກບໍ່ດົນການຕິດເຊື້ອຈະໝົດໄປ ຍ້ອນວ່າ ຄົນງານລາວທີ່ເຮັດວຽກຢູ່ໄທຍ ກັບມາໝົດ ແລ້ວປິ່ນປົວຕາມອາການ ກະຖືວ່າ ໝົດໄປ, ແຕ່ຕ້ອງລະວັງຈຳນວນ ພວກທີ່ຂ້າມມາລາວ ໂດຍບໍ່ຖືກຕ້ອງຫັ້ນ.
ໃນວັນທີ 29 ກໍຣະກະດາ 2021 ທີ່ຜ່ານມາ, ທ່ານ ພັນຄຳ ວິພາວັນ ນາຍົກຣັຖມົນຕຼີ ໄດ້ກ່າວ ໃນຂນະທີ່ປະຊຸມກັບ ເຈົ້າໜ້າທີ່ ແຂວງຈຳປາສັກ ຕອນນຶ່ງ ວ່າ:
"ອັນສຳຄັນສຸດລະຕ້ອງ ໃຊ້ເຫດ ໃຊ້ຜົລ ບໍ່ປ້ອຍບໍ່ດ່າກັນ ມັນເປັນລະເດ້ ບໍ່ມີໃຜຊິຢາກໃຫ້ມັນເປັນ ລາວເຮົາຕ້ອງ ສາມັກຄີກັນ ຮັກແພງກັນ ເຈົ້າໜ້າທີ່ກະເຫັນໃຈຜູ້ປ່ວຍ ຜູ້ປ່ວຍ ຜູ້ເຈັບແຮງງານ ທີ່ເຂົ້າມາ ກະເຫັນໃຈເຈົ້າໜ້າທີ່ ເຂົາເມື່ອຍ ເຂົາຮັບໃຊ້ໂຕເອງ ມາລະຊິຮຽກເອົາຮ້ອງເອົາ ໃຫ້ໄດ້ໃຈໂຕເອງ ຫ້ວຍມັນກະບໍ່ໄດ້ໄດ໋ ມັນຫຼາຍຄົນເດ້ ຄຶດເບິ່ງແມ້ ສູນ 1,000 ປາຍຄົນ ເຈົ້າໜ້າທີ່ ຈັກທໍ່ໃດຄົນ ຮັບໃຊ້ ບໍ່ແມ່ນເຣື່ອງຫຼິ້ນ."
ອີງຕາມຂໍ້ມູນ ຈາກກະຊວງສາຣະນະສຸຂ ຂອງລາວ ໃນວັນທີ 2 ສິງຫາ ພົບວ່າ:
• ປະເທດໄທຍ ຜູ້ຕິດເຊື້ອສະສົມ 615,314 ຄົນ.
• ພະມ້າ ຜູ້ຕິດເຊື້ອສະສົມ 302,665 ຄົນ
• ກຳພູຊາ ຕິດເຊື້ອສະສົມ 78,474 ຄົນ
• ວຽດນາມ ຜູ້ຕິດເຊື້ອສະສົມ 157,507 ຄົນ.