ປະຊາຊົນລາວໄດ້ທົນ ເຝົ້າລະວັງ ໂຄວິດ-19
2021.07.28

ປະຊາຊົນສ່ວນຫຼາຍຍັງຄົງ ທຳມາຫາກິນບໍ່ທັນໄດ້ ນັບແຕ່ມີການຣະບາດຂອງໂຄວິດ-19 ໃນຮອບໃໝ່ ຍ້ອນວ່າ ເຂົາເຈົ້າຈຳເປັນ ຕ້ອງໄດ້ຢູ່ບ້ານ. ປະຊາຊົນທ່ານນຶ່ງ ໃຫ້ສຳພາດ ຕໍ່ເອເຊັຽເສຣີ ວ່າ:
ນັກຂ່າວ: ເປັນຈັ່ງໃດການດຳຣົງຊີວິດຂອງເຮົາ ຊ້ວງໄລຍະໂຄວິດ -19 ຣະບາດ ຮອບທີ 2, ທີ 3 ນີ້?
ປະຊາຊົນ: ຖາມເຖິງວ່າ ເປັນຈັ່ງໃດ ການດຳຣົງຊີວິດ ມັນກະລຳບາກຫັ້ນແຫຼະເນາະ ເພາະວ່າ ມັນກະປິດໄປໝົດເນາະ ບໍ່ວ່າອີ່ຫຍັງ ກະດາຍ ຫາຢູ່ ຫາກິນ ກະຝືດເຄືອງ.
ນັກຂ່າວ: ມັນລຳບາກຈັ່ງໃດລະ ມັນຝືດເຄືອງຈັ່ງໃດລະ?
ປະຊາຊົນ: ກະບໍ່ມີຣາຍໄດ້ ອີ່ຫຍັງລະເນາະ ລະກະນ້ຳ ໄຟ ນີ້ກະແພງ ຊັ້ນດອກເນາະເງິນກະຫາບໍ່ໄດ້ ຍາກ. ຄັນວ່າບໍ່ມີພີ່ໆນ້ອງໆ ຊ່ວຍເຫຼືອ ເພາະວ່າພາກຣັຖເຮົາກະບໍ່ໄດ້ ຊ່ວຍເຫຼືອແຕ່ຢ່າງໃດນະ ຄວາມຈິງໄດ໋ເນາະບໍ່ແມ່ນວ່າ ໂຈມຕີແນວນັ້ນແນວນີ້ ເພາະວ່າ ເປັນຄວາມຈິງຫັ້ນນະເນາະ ວ່າຊັ້ນຊະ ບໍ່ໄດ້ຊ່ວຍເຫຼືອ ແຕ່ຢ່າງໃດ ໂຕເອງເພິ່ງໂຕເອງ ຫັ້ນນ່າຊ້ວງນີ້.
ພາກຣັຖກະບໍ່ໄດ້ຊ່ວຍເຫຼືອ ເພາະຫຼາຍປັດໃຈຕິເບາະ ບໍ່ມີຕິເບາະ ຫຼືວ່າ ຈັ່ງໃດ ສະນັ້ນຂ້າພະເຈົ້າ ເຊື່ອເຫຼືອເກີນວ່າ ປະຊາຊົນ 90 ເປີເຊັນ ກະຊິກຸ້ມໂຕເອງໝົດຫັ້ນແຫຼະໄປ໋ ຜູ້ໃດມີ ຜັກກະກິນຜັກ ຜູ້ໃດມີຫຍ້າ ກະກິນຫຍ້າ ຄືດັ່ງເຮົາວ່າຫັ້ນແຫຼວ.
ນັກຂ່າວ: ເກັບຜັກຫັກໜໍ່ກິນເອງ?
ປະຊາຊົນ: ກະຊິປະມານນັ້ນຫັ້ນແຫຼະ ຄືພວກເຮົາຢູ່ໃນເມືອງນີ້ ກະລຳບາກຫັ້ນແຫຼະເນາະ ເງິນອຸດໜູນມາແຕ່ໃສ ກະບໍ່ມີຫັ້ນນ່າ ວ່າຊັ້ນຊະ ໂຊກດີ ທີ່ຂ້າພະເຈົ້າ ບໍ່ໄດ້ເຊົ່າເຮືອນຢູ່ ຢູ່ແຕ່ເຮືອນໂຕເອງ ຫ້ວຍຄັນວ່າ ເຊົ່າເຮືອນຢູ່ນີ້ ຕາຍແທ້ໄດ໋.
ນັກຂ່າວ: ລະເຮົາຫາຢູ່ ຫາກິນຈັ່ງໃດລະ?
ປະຊາຊົນ: ສຳລັບສ່ວນຕົວນີ້ກະ ຫາຢູ່ຫາກິນ ໄປຕາມພາສານີ້ແຫຼະເນາະ ໝາຍຄວາມວ່າ ຂັ້ນຊິວ່າ ກະມີເງິນອຸດໜູນເລັກໆນ້ອຍໆ ວ່າຊັ້ນຊາ ເງິນເດືອນເກົ່າແກ່ ແມ່ນຫຍັງຈຳນວນນີ້ ກະລູກໆ ຫຼານໆ ໝູ່ພວກແດ່ ໃຫ້ຈັກເລັກຈັກໜ້ອຍ ໄປຈັ່ງຊັ້ນແຫຼະ ຄືຜູ້ຂ້າວ່າ ແທນທີ່ໄດ້ກິນຊີ້ນ ກະຊິໄດ້ກິນແຕ່ຜັກ ໄດ້ກິນຊີ້ນ ກະຊິເອົາແຕ່ວິນຍານ. ຊີ້ນເລັກໆ ໜ້ອຍໆ ກະປະສົມ ກັບຜັກ ຊັ້ນແຫຼະເນາະ ຂັ້ນຄອບຄົວອື່ນລະ ເຮົາບໍ່ຮູ້ ຂັ້ນຄອບຄົວເຮົາແລ້ວ ລະກະກິນໄປຈັ່ງຊັ້ນແຫຼະ ກະຄືວ່າຫັ້ນແຫຼະ ກະມີໝູ່ມີພວກແດ່ ອຸດໜູນເລັກໆ ໜ້ອຍໆ ຂໍບ່ອນໃດ ທີ່ຂໍໄດ້ ຫັ້ນລະໄປ໋ ເອີ ອັນນີ້ ເວົ້າຄວາມເປັນຈິງຫັ້ນແຫຼະ.
ຄອບຄົວທ່ານອື່ນລະບໍ່ຮູ້ວ່າ ອີ່ມເຕັມຄືເຮົາບໍ່ ແຕ່ສຳລັບເຮົາ ເຣື່ອງລຳບາກ ກະລຳບາກຫັ້ນແຫຼວ ເງິນເຄີຍໄດ້ ມັນກະບໍ່ໄດ້ເນາະ ເງິນເດືອນ ກະບໍ່ໄດ້ຕາມເປົ້າໝາຍເນາະ ວ່າຊັ້ນຊະ ເຄີຍໄດ້ສົມມຸດວ່າ ໄດ້ວັນທີ 5 ຮອດ ວັນທີ 10 ກະບໍ່ໄດ້ຫັ້ນແຫຼະ ວັນທີ 25 ກະບໍ່ໄດ້ ກະມີ ວ່າຊັ້ນເທາະໄປ໋ ແຖມເງິນໜ້ອຍອີກ. ຄັນເງິນເດືອນວ່າ 10 -20 ລ້ານ ກະໄຄ ບາງເທື່ອ ເງິນເດືອນລ້ານປາຍ ຫັກນັ້ນ ຫັກນີ້ ບາງເທື່ອເຫຼືອລ້ານດຽວ.
ນັກຂ່າວ: ຄົນຢູ່ແຖວວຽງ ມິດບໍ່ດຽວນີ້?
ປະຊາຊົນ: ນັບແຕ່ວັນທີ 19 ມານີ້ ກະອັນນັ້ນຄືນເນາະ ຫ້າວຫັ້ນເບາະ ກະເລີ່ມຖນົນຫົນທາງ. ນັບແຕ່ວັນທີ 19 ມານີ້ ກະເລີ່ມ ປົກຕິລະນ່າ ນຳຖນົນຫົນທາງຫຍັງກະ ຣົດລາງຫຍັງ ກະຫຼາຍ ຮ້ານອາຫານຕາມສັ່ງຫຍັງ ກະເປີດປົກຕິແລ້ວ ນັບແຕ່ວັນທີ 19 ເດືອນ 7 ມານີ້ນ່າ ທີ່ຜ່ານມາກະງຽບຫັ້ນແຫຼະ.
ນອກຈາກນີ້ ປະຊາຊົນອີກທ່ານນຶ່ງ ກໍໄດ້ກ່າວວ່າ: ຢູ່ຈຸດທີ່ລາວຢູ່ ບໍ່ມີການຣະບາດ ແລະ ກໍສາມາດໄປເຮັດວຽກໄດ້ ແຕ່ຕ້ອງໄດ້ໃສ່ ຜ້າອັດ ປາກ-ດັງ ໃນເວລາອອກໄປນອກບ້ານ.
ນັກຂ່າວ: ເປັນຈັ່ງໃດ ຊ່ວງໂຄວິດນີ້ ຢູ່ຈັ່ງໃດ ກິນຈັ່ງໃດ?
ປະຊາຊົນ: ເອີ, ຢູ່ບ່ອນ ບໍ່ຣະບາດຫຼາຍນີ້ ມັນກະ ກະບໍ່ຢາກປານໃດ ກະສະດວກຢູ່ ບໍ່ຮູ້ແຫຼະ ບ່ອນມັນຣະບາດຫຼາຍ ຄືຢູ່ຈຳປາສັກ ຈັ່ງຊີ້ ບ່ອນນັ້ນ ເຮົາກະບໍ່ຮູ້ນຳ ຖາມພີ່ນ້ອງເຂົາກະ ວ່າຢາກຍາກແດ່ຫັ້ນແຫຼະ ເຂົາກະວ່າ ກະໄປມາມັນກະ ເຂົາກະລ໊ອກດອກ ລ໊ອກດາວ ມັນກະແມ່ນຄວາມເພິ່ນຫັ້ນແຫຼະ ຄັນບໍ່ເຮັດຈັ່ງຊັ້ນ ມັນກະຊິຣະບາດ. ຄົນກະບໍ່ເຂົ້າໃຈ ມາກະບໍ່ຟັງຄວາມເພິ່ນ ໃຫ້ກັກຕົວ ກັກຕົນ ກະລັກຫຼົບຫຼອກ ຫຼົບໜີ ໄປຈັ່ງຊັ້ນ ມັນກະຍາກ.
ນັກຂ່າວ: ມີກໍຣະນີແບບນີ້ຫວະ?
ປະຊາຊົນ: ມີຫັ້ນແຫຼະ ຄົນລັກໜີເນາະ ເພິ່ນກະຊິເບິ່ງຫຸ້ມເບິ່ງທົ່ວໄດ້ ມັນຫຼາຍໂພດ ສຸດຫຼາຍນີ້ລັກໜີ ລັກສັງໄປກະມີ ກະເລັກໆ ນ້ອຍໆດອກ ເພິ່ນກະນຳຫານຳຕົວຢູ່ ຢູ່ເຂດບ່ອນຢູ່ ກະບໍ່ເປັນສັງ.
ນັກຂ່າວ: ວຽກງານເຮົາເດ້ເປັນຈັ່ງໃດ ໂອເຄ ບໍ່?
ປະຊາຊົນ: ເອີ ວຽກງານກະພໍມີຢູ່ ກະຢາກຍາກໜ້ອຍນຶ່ງ ການໄປວຽກໄປງານ ຄັນບາງບໍຣິສັດ ຄັນບໍ່ທັນສັກວັກຊີນຜ່ານເຂົາກະ ບໍ່ຮັບ ກະແມ່ນຄວາມເຂົາແຫຼະ ເຂົາປ້ອງກັນ. ພາກັນໄປສັກ ອັນນັ້ນ ອັນນີ້ ກະພຍາຍາມໄປສັກຢູ່ດອກ ຢາມາລະເຂົາກະໄປ.
ນັກຂ່າວ: ເຮົາໄດ້ສັກລະເບາະ?
ປະຊາຊົນ: ສັກແລ້ວ ສັກຊິນໂນຟາມ ຄົບ 2 ເຂັມ ໄດ້ເປັນເດືອນປ່າຍລະ ໄປມາກະລະວັງຄືເກົ່າຫັ້ນແຫຼວ ອາສັຍຜ້າຜິດປາກ ຈັບມືຈັບໄມ້ ກະລະວັງຄືເກົ່າ ມີແຕ່ຍົກມືສະບາຍດີກັນ ລະກະແລ້ວ. ມັນຕ້ອງໄດ້ເຮັດໄດ້ຫາເດ້ ຊິຢູ່ລ້າ ມັນບໍ່ມີອັນກິນໄດ໋ ລຳບາກແດ່ກະອົດເອົາ ເຂົາກະລະວັງເຮົາ ເຮົາກະລະວັງເຂົາ ລະວັງກັນແດ່ ບໍ່ໃກ້ກັນ ຫັ້ນນ່າ ເຮົາຢູ່ນຳກັນແທ້ໆ ກະໄຄຢູ່ ໄປພົວພັນວຽກ 2-3 ມື້ ມານີ້ ກະຢູ່ຫ່າງໆ ກັນໄວ້ ເຂົາກະຢ້ານເຮົາຄືກັນ ຕ່າງຄົນ ຕ່າງຢ່ານກັນໂອ້ຍ ຜ້າອັດປາກບໍ່ປະດອກ.
ນັກຂ່າວ: ຄົນໃສ່ຜ້າອັດປາກໝົດຕີ້ ຢູ່ບ້ານເຮົາດຽວນີ້ນະ?
ປະຊາຊົນ: ເອີ ໃສ່ຕົວວ່າ ໃສ່ໄດ໋ ບໍ່ໃສ່ໝູ່ກະເວົ້າໃຫ້ ມັນກະຈຳເປັນໃສ່ລະເວີຍ ເຂົາກະໃສ່ຢູ່ໄດ໋ ໂອ້, ປະຕິບັດດີລະເວີຍ ໝູ່ໃສ່ ເຈົ້າບໍ່ໃສ່ລະເຂົາກະເວົ້າໃຫ້ ໝູ່ກະຍ່າງໜີ ອີກບໍ່ລົມນຳ ເຈົ້າຈຳເປັນໃສ່ລະເວີຍ ລົມຫ່າງກັນ 2-3 ແມັດ ຢູ່ດອກ ບໍ່ໃສ່ຜ້າອັດປາກ ເຂົາກະບໍ່ລົມນຳ.
ທຸກຄົນເອົາໃຈໃສ່ດີ ຄົນລາວເຮົາ ເອົາໃຈໃສ່ດີ ຖົງນຶ່ງ 10 ພັນກີບ ບາງໝ້ອງກະໃສ່ແຕ່ 9 ຖົງ ກໍມີ, 8 ຖົງກະມີ, 10 ຖົງກະມີ. ເອີ, ບໍ່ແມ່ນຖົງ 10 ແຜນນ່າ. ທັມດາ ມັນກະ 10 ພັນ ຄວນມາຂາຍຢູ່ ຈັກ 7 ພັນບໍ່ ເພາະວ່າ ມັນໃສ່ ມື້ ສອງມື້ ມັນກະຖິ້ມໄດ໋ ມັນບໍ່ໄຫວຊີ້ໄດ໋ ສອງເທື່ອຂ້ອຍກະໄດ້ຊັກເອົາ ຫັ້ນແຫຼະ ລະຕາກແດດ. ເອີ ຢູ່ນີ້ ຊັກໄດ້ ແຕ່ຊື້ມານີ້ຊັກໄດ້ຢູ່ ຊັກເທື່ອນຶ່ງ ສອງເທື່ອ ລະກະຖິ້ມ ມາໄລ່ເບິ່ງແລ້ວ ປີນຶ່ງກະໝົດຫຼາຍຢູ່ດອກ ຂັ້ນຢູ່ທີ່ 6 ພັນ 7 ພັນ ກະຊິໝົດ ບໍ່ຫຼາຍ ປີນຶ່ງ ກະຊິໝົດຢູ່ 10 ຖົງ 10 ກວ່າຖົງ.
ທາງການໄດ້ຣາຍງານຢັ້ງຢືນ ໃນວັນທີ 27 ກໍຣະກະດາ ວ່າ ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 169 ຄົນ ຈາກຜົລການວິເຄາະ ທັງໝົດ 1,483 ໂຕຢ່າງ. ຜົລກວດຕົວຢ່າງ ໃນວັນທີ 26 ກໍຣະກະດາ 2021 ເຮັດໃຫ້ ປະເທດລາວ ມີຜູ້ຕິດເຊຶ້ອສະສົມ 5,154 ຄົນ, ມີຜູ້ເສັຽຊີວິດສະສົມ 5 ຄົນ.
ດຣ. ພອນປະເສີດ ໄຊຍະມຸງຄຸນ ຕາງໜ້າຄະນະສະເພາະກິຈ ຄວບຄຸມໂຄວິດ-19 ໄດ້ຖແລງຂ່າວຕໍ່ສື່ມວນຊົນ ໃນວັນທີ 27 ກໍຣະກະດາ ນີ້ວ່າ: ໃນຈຳນວນຜູ້ຕິດເຊື້ອໃໝ່ນີ້, ແມ່ນກວດພົບຢູ່ ນະຄອນຫຼວງ ວຽງຈັນ 10 ຄົນ, ສວັນນະເຂດ 85 ຄົນ, ຈຳປາສັກ 60 ຄົນ, ສາຣະວັນ 8 ຄົນ ແລະ ຄຳມ່ວນ 6 ຄົນ. ໃນຈຳນວນຜູ້ທີ່ຕິດເຊື້ອ ທັງໝົດນີ້, ແມ່ນເປັນ ກໍຣະນີນຳເຂົ້າ 167 ຄົນ ແລະ ມີ 2 ຄົນ ທີ່ຕິດເຊື້ອໃນສູນກັກໂຕ ຢູ່ ຂວງສວັນນະເຂດ.