ທູຕສະຫະຣັຖຊ່ອຍວັກຊິນ ປ້ອງກັນ ໂຄວິດ-19

ຈໍາປາທອງ
2021.07.26
ທູຕສະຫະຣັຖຊ່ອຍວັກຊິນ ປ້ອງກັນ ໂຄວິດ-19 ພິທີມອບຮັບວັກຊິນ ປ້ອງກັນໂຄວິດ-19 ຍີ່ຫໍ້ ຈ່ອນຊັ້ນແອນຈ່ອນຊັ້ນ ຈຳນວນ 1,008,000 ໂດສ ໃຫ້ແກ່ຣັຖບານ ແລະ ປະຊາຊົນລາວ ທີ່ນະຄອນຫຼວງວຽງຈັນ. ( ຖ່າຍເມື່ອ: ເດືອນ ກໍຣະກະດາ 2021 )
ຖ່າຍຮູບໂດຍ: ສະຖານທູຕ ສະຫະຣັຖ ອາເມຣິກາ ປະຈຳລາວ

ເອກອັຄຣັຖທູຕສະຫະຣັຖອາເມຣິກາ ປະຈຳລາວ ໄດ້ເນັ້ນຢ້ຳວ່າ ການຊ່ອຍເຫຼືອອຸປະກອນດ້ານການແພດຕ່າງໆ ເພື່ອປ້ອງກັນ ແລະ ຮັບມືກັບການແຜ່ຣະບາດ ຂອງໂຄວິດ-19 ແລະ ການມອບວັກຊິນປ້ອງກັນໂຄວິດ-19 ໃຫ້ແກ່ຣັຖບານ ແລະ ປະຊາຊົນລາວ ແມ່ນ ມີຄວາມສຳຄັນທີ່ສຸດ ທີ່ຈະຊ່ອຍໃຫ້ປະເທດລາວ ສາມາດພົ້ນຈາກວິກິດ ອັນເກີດມາຈາກການ ແຜ່ຣະບາດຂອງໂຄວິດ-19 ແລະ ສາມາດຟື້ນຟູເສຖກິຈ ໃຫ້ກັບມາດີຂຶ້ນເທື່ອລະກ້າວ ໃນອະນາຄົດໄດ້. ດັ່ງເອກອັຄຣັຖທູຕ ສະຫະຣັຖອາເມຣິກາ ປະຈຳລາວ ທ່ານ ດຣ. ປີ່ເຕີ້ ເຮ່ມ໊ອນ ໄດ້ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນວັນທີ 26 ກໍຣະກະດາ ນີ້ວ່າ:

“ຣັຖບານລາວ ທັງປະຊາຊົນລາວ ກະຮັບຮູ້ວ່າ ຖ້າຊິພົ້ນຈາກຄວາມທ້າທາຍ ຂອງໂຄວິດ-19 ນັ້ນກໍຄືມີການສັກວັກຊິນ ໃຫ້ຄົນຫຼາຍ ທີ່ສຸດ ເທົ່າທີ່ເຮັດໄດ້. ເພາະສະນັ້ນ, ການມອບວັກຊິນ ຈ່ອນຊັ້ນແອນຈ່ອນຊັ້ນ ເທື່ອນີ້ກະມັນຊ່ອຍໃຫ້ຣັຖບານລາວ ກະເຮັດບາດກ້າວ ອັນສຳຄັນ ເພື່ອບັນລຸເປົ້າໝາຍ ໃນການສັກຢາວັກຊິນ ໃຫ້ປະຊາຊົນ.”

ທ່ານກ່າວຕື່ມວ່າ ທຸກໆປະເທດ ຕ່າງກໍມີມະຕິເຫັນດີຮ່ວມກັນວ່າ ໂດຍພື້ນຖານແລ້ວ ຫົນທາງທີ່ຈະສາມາດຜ່ານພົ້ນວິກິດ ຈາກການ ແຜ່ຣະບາດ ຂອງໂຄວິດ-19 ໄດ້ນັ້ນ, ແມ່ນຈະຕ້ອງມີການຊ່ອຍປ້ອງກັນສຸຂພາບ ຂອງປະຊາຊົນ ພາຍໃນປະເທດ ແລະ ເຮັດໃຫ້ ເຂົາເຈົ້າ ສາມາດເຂົ້າເຖິງການສັກວັກຊິນ ປ້ອງກັນໂຄວິດ-19 ໄດ້ຢ່າງທົ່ວເຖິງ.

"ຖ້າບໍ່ມີການຮັກສາບັນຫາທາງການແພດ, ບໍ່ມີທາງຟື້ນຟູເສຖກິຈ. ສະນັ້ນບາດກ້າວທຳອິດ ຫຼືຈຸດທຳອິດຄືຕ້ອງມີການຊ່ອຍປ້ອງກັນ ສຸຂພາບ ຂອງປະຊາຊົນ ລະຄ່ອຍສາມາດຟື້ນເສຖກິຈ. ຝ່າຍສະຫະຣັຖ ກະຊິພະຍາຍາມຊ່ອຍທັງ 2 ດ້ານ, ກະຕ້ອງເຣີ່ມຕົ້ນການ ສັກຢາວັກຊິນ.”

ທ່ານກ່າວມ້ວນທ້າຍວ່າ ຜ່ານການມອບວັກຊິນ ປ້ອງກັນໂຄວິດ-19 ຈຳນວນ 2 ຄັ້ງທີ່ຜ່ານມາ ທັງຍີ່ຫໍ້ ໄຟເຊີ້ ແລະ ຈ່ອນຊັ້ນ ແອນ ຈ່ອນຊັ້ນ ກໍສັງເກດເຫັນໄດ້ວ່າປະຊາຊົນລາວ ຕ່າງກໍມີຄວາມຍິນດີຕໍ່ການຊ່ອຍເຫຼືອ ຂອງສະຫະຣັຖອາເມຣິກາ ແລະ ໃຫ້ສຽງຕອບ ຮັບເປັນຢ່າງດີ ດ້ວຍຄວາມເຊື່ອໝັ້ນສູງ ຕໍ່ວັກຊິນ ປ້ອງກັນໂຄວິດ-19 ທີ່ຜລິຕໃນປະເທດສະຫະຣັຖອາເມຣິກາ.

“ປະຊາຊົນລາວ ກະຮູ້ວ່າ ສະຫະຣັຖອາເມຣິກາ ແມ່ນ 1 ໃນຈຳນວນມິຕປະເທດ ທີ່ກຳລັງຊ່ອຍເຫຼືອ ທາງດ້ານສາທາຣະນະສຸຂ, ລະ ໂດຍສະເພາະໂຄວິດ-19. ສັງເກດສຽງຕ້ອນຮັບ ກໍຍິນດີ ກະແນ່ນອນ ກະຕ້ອງຍິນດີ ຄືຮູ້ວ່າ ຮັບວັກຊິນ ມັນຊິຊ່ອຍໃຫ້ແກ້ໄຂບັນຫາ ທາງດ້ານສາທາຣະນະສຸຂ ທາງດ້ານເສຖກິຈ.”

ໃນຮອບ 2 ເດືອນທີ່ຜ່ານມາ, ຣັຖບານສະຫະຣັຖອາເມຣິກາ ໄດ້ມອບວັກຊິນ ປ້ອງກັນໂຄວິດ-19 ໃຫ້ແກ່ຣັຖບານ ແລະ ປະຊາຊົນ ລາວແລ້ວ 2 ຄັ້ງ ແລະ ມີຈຳນວນທັງໝົດ 1,108,620 ໂດສ, ອັນປະກອບດ້ວຍຍີ່ຫໍ້ ໄຟເຊີ້ ຈຳນວນ 100,620 ໂດສ ແລະ ຍີ່ຫໍ້ ຈ່ອນຊັ້ນແອນຈ່ອນຊັ້ນ ຈຳນວນ 1,008,000 ໂດສ ຕາມລຳດັບ.

ການມອບວັກຊິນ ປ້ອງກັນໂຄວິດ-19 ຈຳນວນດັ່ງກ່າວ ແມ່ນເປັນການມອບຜ່ານໂຄງການ ຄວາມຮ່ວມມືດ້ານວັກຊິນ ປ້ອງກັນ ໂຄວິດ-19 ຣະດັບສາກົລ ຫຼື COVAX ທີ່ຣັຖບານລາວ ກໍເປັນ 1 ໃນປະເທດສະມາຊິກ ທີ່ໄດ້ຮັບໂຄຕ້າ ການຊ່ອຍເຫຼືອດ້ານວັກຊິນ ປ້ອງກັນໂຄວິດ-19 ຮ່ວມກັບອີກຫຼາຍປະເທດໃນທົ່ວໂລກ.

ນອກຈາກການຊ່ອຍເຫຼືອວັກຊິນ ປ້ອງກັນໂຄວິດ-19 ແລ້ວ, ຣັຖບານສະຫະຣັຖອາເມຣິກາ ກໍຍັງໄດ້ຊ່ອຍເຫຼືອອຸປະກອນການແພດ ເພື່ອປ້ອງກັນ ແລະ ສະກັດກັ້ນໂຄວິດ-19 ໃຫ້ແກ່ກະຊວງສາທາຣະນະສຸຂລາວ ຈຳນວນຫຼາຍຄັ້ງ ເປັນແຕ່ລະໄລຍະຢ່າງເນື່ອງນິດ ແລະ ລຽນຕິດ, ເຊິ່ງມີມູລຄ່າຫຼາຍລ້ານໂດລ່າສະຫະຣັຖ ທີ່ເປັນສ່ວນນຶ່ງ ໃນການຊ່ອຍເຫຼືອຣັຖບານ ແລະ ປະຊາຊົນລາວ ເພື່ອຮ່ວມ ຕໍ່ສູ້ ແລະ ຮັບມື ກັບການແຜ່ຣະບາດ ຂອງໂຄວິດ-19 ໃນຮອບທີ 2 ນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.