7 ມິຖຸນາ ຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 5 ຄົນ
2021.06.07

ທາງການລາວ ກວດພົບເຫັນຜູ້ຕິດເຊຶ້ອໂຄວິດ-19 ເພີ່ມອີກ 5 ຄົນ ໃນຂນະທີ່ເຈົ້າໜ້າທີ່ ສາທາຣະນະສຸຂ ພ້ອມຈະເຣີ່ມສັກວັກຊິນ ຫຍີ່ຫໍ້ ໄຟເຊີ ໃຫ້ກຸ່ມບູຣິມະສີດ ຢູ່ ນະຄອນຫຼວງ ວຽງຈັນ ໃນກາງເດືອນນີ້. ໃນຈຳນວນຜູ້ຕິດເຊຶ້ອຣາຍໃໝ່ ນັ້ນ 1 ຄົນ ຢູ່ນະຄອນ ຫຼວງວຽງຈັນ 3 ຄົນ ຢູ່ແຂວງສວັນນະເຂດ ແລະ 1 ຄົນ ຢູ່ແຂວງຈຳປາສັກ. ດັ່ງ ດຣ ຣັດສະໝີ ວົງຄຳຊາວ ຮອງຫົວໜ້າຜແນກ ຄວບຄຸມພຍາດຕິດຕໍ່ ກະຊວງສາທາຣະນະສຸຂ ແລະ ຕ່າງໜ້າຄະນະສະເພາະກິດ ປ້ອງກັນໂຄວິດ-19 ກ່າວໃນພິທີຖແລງຂ່າວ ຕໍ່ສື່ມວນຊົນໃນວັນທີ 7 ມິຖຸນາ ປີ 2021 ນີ້ວ່າ:
“ຮອດປັດຈຸບັນແມ່ນ ມີຜູ້ຕິດເຊື້ອສະສົມທັງຫມົດ 1,968 ຄົນ ໃນມື້ວານນີ້ທົ່ວປະເທດໄດ້ມີການເກັບໂຕຢ່າງ ມາກວດຫາເຊື້ອ ໂຄວິດ-19 ແມ່ນມີຈຳນວນ 1,873 ຕົວຢ່າງ ຕິດແມ່ນມີ 5 ຄົນ ແມ່ນນະຄອນຫຼວງວຽງຈັນ 1 ຄົນ ຈາກແຂວງສວັນນະເຂດ 3 ຄົນ ຈຳປາສັກ 1 ຄົນ.”
ສຳລັບວັກຊິນ ຍີ່ຫໍ້ ໄຟເຊີ ໜວ່ຍງານສາທາຣະນະສຸຂ ມີກຳນົດຈະສັກໃຫ້ກຸ່ມບູຣິມະສີດ ຜູ້ສຸງອາຍຸແລະບຸກຄົນທີ່ມີໂຣຄປະຈຳໂຕ ຮ່ວມທັງເຈົ້າຫນ້າທີ່ ແພດແລະຫມໍ ຜູ້ທີ່ບໍ່ໄດ້ສັກ ວັກຊິນໃນໄລຍະຜ່ານມານັ້ນ ທາງການຈະສັກໃຫ້ ໃນວັນທີ 16 ມິຖຸນາ ນີ້ ຊຶ່ງ ທາງການໄດ້ຕຽມພ້ອມແລ້ວ ໂດຍໃຫ້ບັນດາອຳນາດການປົກຄອງບ້ານ ແຕ່ລະບ້ານຮິບໂຮມຂໍ້ມູນ ບຸກຄົນກຸ່ມນີ້ໄວ້ ເມື່ອເຖິງເວລາ ກໍຈະໄດ້ສັກໃຫ້ພວກຂະເຈົ້າ.
ຢາວັນຊິນຍີ່ຫໍ້ໄຟເຊີ ທາງການບໍ່ໄດ້ສົ່ງໄປແຂວງອື່ນ ມີແຕ່ສັກຢູ່ນະຄອນຫຼວງວຽງຈັນ ເທົ່ານັ້ນຍ້ອນວັກຊິນດັ່ງກ່າວ ຕ້ອງເອົາໄວ້ ຕູ້ແຊ່ແຂງ ອຸນຫະພູມ ລົບ 80 ອົງສາ ແຊວຊຽດ ແລະ ຍັງມີຈຳນວນຈໍາກັດນຳອີກ ດັ່ງເຈົ້າໜ້າທີ່ສະເພາະກິດ ຕ້ານໂຄວິດ-19 ນະຄອນຫຼວງວຽງຈັນ ທ່ານນື່ງກ່າວຕໍ່ເອເຊັຽເສຣີ ໃນມື້ດຽວນີ້ວ່າ:
“ບໍ່ໄດ້ສົ່່ງ ຈະເປັນະຄອນຫຼວງວຽງຈັນ ກ່ອນເພາະວ່າການເກັບຮັກສາ ຢູ່ຕ່າງແຂວງຍັງບໍ່ໄດ້ເທື່ອ ໄຟເຊີ ຈະຕ້ອງເກັບພິເສດ ອີກຢ່າງ ໄຟເຊີເຂົ້າມາກໍມີແຕ່ 50 ພັນ ຄົນເນາະ ເພີ່ນໄລ່ສະເຣັ່ຽແລ້ວຢູ່ ນະຄອນຫຼວງ ກໍຫນ້າຈະຫມົດ.”
ເຈົ້າໜ້າທີ່ອຳນາດການຄອງທ້ອງຖີ່ນ ຢູ່ເມືອງໄຊທານີ ທ່ານນຶ່ງກ່າວວ່າ ໃນປັດຈຸບັນທາງການກໍໃຫ້ບັນດາ ນາຍບ້ານຮີບໂຮມ ຂໍ້ມູນ ກຸ່ມບູຣິມະສີດແລ້ວ ຫລັງຈາກນັ້ນ ກໍຈະສົ່ງຣາຍຊື່ ໃຫ້ທາງການ.
“ແມ່ນແລ້່ວກຳລັງຮວບຮວມຢູ່ ເກັບສະຖິຕິກ່ອນຕາມເພິ່ນແຈ້ງບອກ ຜູ້ໃດບໍ່ໄປແຈ້ງລົງທະບຽນນ່າ ແລະເຂົາເຈົ້າບໍ່ສັກໃຫ້ລົງທະບຽນ ແລ້ວເຂົາເຈົ້າ ກໍຈະແນະນຳ.”
ເຈົ້າໜ້າທີ່ທ້ອງຖິ່ນ ຢູ່ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ເວົ້າວ່າກຸ່ມນາຍບ້ານກໍພາກັນຮິບໂຮມ ຂໍ້ມູນສຳລັບບຸກຄົນທີ່ໄດ້ ສັກວັກຊິນຍີ່ຫໍ້ ໄຟເຊີ ແລ້ວພ້ອມທີ່ຈະສັກ.
“ຫົວຫນ້າຫນ່ວຍ ຫາກໍມາເອົາສະຖິຕິແລງວານນີ້ ເກັບກຳຂໍ້ມູນ ຜູ້ໃດສັກຜູ້ໃດບໍ່ສັກ ສັກຕັ້ງແຕ່ 60 ປີ ຂຶ້ນໄປ ເຂົາຮັບປະກັນຫມົດ ເປັນພຍາດຫຍັງ ເຂົາໄປກວດເປັນເບົາຫວານບໍ ເປັນຕົ້ນ ເປັນປອດບໍ ເຂົາກວດເບິ່ງຫມົດຈຶ່ງສັກ."
ກ່ຽວກັບເຣຶ້ອງນີ້ ຊາວບ້ານຜູ້ທີ່ມີອາຍຸ ຫຼາຍກວ່າ 60 ປີ ທ່ານນຶ່ງເວົ້າວ່າ ກໍຢາກສັກວັກຊິນ ຍີ່ຫໍ້ໄຟເຊີ ເພາະມັນດີກວ່າຍີ່ຫໍ້ອື່ນ ທີ່ບໍ່ມີ ຜົລຂ້າງຄຽງ ແລະກໍຕຽມພ້ອມແລ້ວ ຍ້ອນມີໂຣຄ ປະຈຳໂຕ.
“ເຣື່ອງກຽມພ້ອມ ກໍມີແຕ່ກຽມຈິດກຽມໃຈ ຂອງເຮົາແຫຼະເນາະ ຄັນວ່າເຮົາມີ ພຍາດປະຈຳໂຕແທ້ ຕ້ອງໄດ້ມີເອກສານທີ່ວ່າ ປວັດ ປີ່ນປົວຫັ້ນ ສ່ວນຫຼາຍບາງຄົນຢາກສັກ ໄຟເຊີ ເນາະ ແຕ່ວ່າຄັນບໍ່ມີຫຍັງ ຢັ້ງຢືນເພິ່ນກະໄດ້ຈິ້ມໄດ້ຖາມເບິ່ງ ຄວາມເປັນຈິງຕື່ມ ອີກບາດນຶ່ງ.”
ຜູ້ສູງອາຍຸອີກຄົນນຶ່ງ ກ່າວວ່າລາວໄດ້ກະກຽມຕົວເອງແລ້ວ. ຖ້າຫາກໄປສັກວັກຊີນ ໄຟເຊີ ຕ້ອງໄດ້ຕຽມໂຕ ແລະ ພັກຜ່ອນເພື່ອສ້າງ ພູມຕ້ານທານ.
“ມີແຕ່ພັກຜ່ອນຫັ້ນ ບາດເວລາເຂົາເອີ້ນເຮົາຊິໄດ້ໄປເດ້ ເພາະວ່າມັນປ້ອງກັນໄດ້ເດ້ ມັນປ້ອງກັນໂຕເຮົາແດ່ ກໍປ້ອງກັນບ້ານເມືອງ ແດ່ເຮົາໄປໃສກໍຢ້ານເຂົາເວົ້າໃສ່ເຮົາເດ 60 ປີແລ້ວ ອັນນຶ່ງ ອັນສອງມາກໍມີໂຣຄປະຈຳໂຕ."
ອີງຕາມການຣາຍງານ ຄະນະສະເພາະກິຈປ້ອງກັນ Covid-19 ວັນທີ 7 ມິຖຸນາ 2021 ຣະບຸວ່າ ມາຮອດປັດຈຸບັນ ມີຜູ້ໄດ້ຮັບການ ວິເຄາະກວດຫາເຊຶ້ອໂຄວິດ-19 ທັງໝົດ 262,163 ຄົນໃນນັ້ນ ພົບຜູ້ຕິດເຊຶ້ອສະສົມ ຈຳນວນ 1,968 ມີ 3 ຄົນເສັຽຊີວິດ, ປົວເຊົາ ແລ້ວ 1,720 ຄົນ ແລະ 239 ຄົນກຳລັງປິ່ນປົວ ຢູ່ໂຮງໝໍ.
ສ່ວນການສັກຢາວັກຊິນເພື່ອ ປ້ອງກັນ covid-19, ໃນປັດຈຸບັນ ມີຄົນໄດ້ຮັບການສັກຢາວັກຊິນແລ້ວ ໂດຍແຍກອອກເປັນເຂັມທີ 1 ປະມານ 686,794 ຄົນ ແລະ ເຂັມທີ 2 ມີ 313,402 ຄົນ.