ຊາວລາວວ່າບາງມາຕການ ຫຼຸດຜ່ອນ ບໍ່ຖືກຕ້ອງ

ຈໍາປາທອງ
2021.06.07
ຊາວລາວວ່າບາງມາຕການ ຫຼຸດຜ່ອນ ບໍ່ຖືກຕ້ອງ ສະຖານທີ່ບັນເທີງ ຮ້ານອາຫານ ແລະ ຄາຣາໂອເກະ ເຊິ່ງເປັນ ສະຖານທີ່ ທີ່ຍັງຖືກສັ່ງປິດ.
RFA

ປະຊາຊົນລາວເຫັນວ່າ ມາຕການຜ່ອນຜັນຫລ້າສຸດ ກ່ຽວກັບການປິດ ແລະການເປີດບາງກິຈການ ເພື່ອຄວບຄຸມການແຜ່ຣະບາດ ຂອງໂຄວິດ-19 ນັ້ນ ບໍ່ມີຄວາມຍຸຕິທັມ ແລະ ບໍ່ເໝາະສົມ ເປັນຕົ້ນ ກິຈການຮ້ານບໍຣິການ ທີ່ມີຄົນເຂົ້າໄປໃຊ້ໜ້ອຍ ກໍຍັງຖືກສັ່ງ ໃຫ້ປິດຢູ່ຕໍ່ໄປ. ແຕ່ບາງກິຈການ ທີ່ມີລູກຄ້າເຂົ້າໄປ ໃຊ້ບໍຣິການຫຼາຍ ກັບເປີດໄດ້ຕາມປົກກະຕິ ທັ້ງໆທີ່ມີຄວາມສ່ຽງຫຼາຍ ຕໍ່ການ ແຜ່ຣະບາດ ຂອງເຊື້ອໂຄວິດ-19 ນັ້ນ ດັ່ງພະນັກງານຮ້ານສະປາ ຮ້ານນວດແຫ່ງນຶ່ງ ທີ່ຍັງຖືກສັ່ງໃຫ້ປິດຢູ່ນັ້ນ ກ່າວຕໍ່ວິທຍຸເອເຊັຽ ເສຣີ ໃນມື້ວັນທີ 7 ມິຖຸນາ ນີ້ວ່າ:

“ຮ້ານສະປານີ໋ ຍັງພັດໃຫ້ປິດ ມັນໜ້າຄວນຈະເປີດໄດ້ແລ້ວ ປ້ອງກັນລູກຄ້າ ມັນມີເຄື່ອງວັດແທກອຸນຫະພູມ ມີແຈວ ພະນັກງານ ເຮົາກະໃສ່ແມັສ ມຸບປາກອິຫຍັງ. ຫ້ອງນວດເຮົາ ມັນກະສາມາດແຍກ.”

ນາງກ່າວຕື່ມວ່າ ມາຕການຫຼ້າສຸດນີ້ ເຮັດໃຫ້ຮ້ານຂອງຕົນຍັງປິດຢູ່ເກືອບ 2 ເດືອນແລ້ວ, ຂາດຣາຍໄດ້ ແລະຕ້ອງໄດ້ປົດພະນັກງານ ຈໍານວນນຶ່ງອອກ ເພື່ອຮັກສາກິຈການເອົາໄວ້ ຊຶ່ງຕົນກໍຮູ້ສຶກວ່າ ບໍ່ໄດ້ຮັບຄວາມເປັນທັມເທົ່າທີ່ຄວນ ຍ້ອນວ່າກິຈການອື່ນໆ ທີ່ໄດ້ຮັບ ການຜ່ອນຜັນ ໃຫ້ເປີດຢູ່ນັ້ນ ກໍລ້ວນແລ້ວແຕ່ເປັນກິຈການ ທີ່ມີລູກຄ້າເຂົ້າອອກມື້ນຶ່ງຫຼາຍຄົນ ແຕ່ເຖິງຢ່າງໃດ ກໍບໍ່ສາມາດຮ້ອງຮຽນ ຫຍັງໄດ້.

ແລະເຈົ້າຂອງກິຈການຮ້ານນວດ ອີກແຫ່ງນຶ່ງ ກໍກ່າວວ່າ ນອກຈາກຕົນເອງບໍ່ໄດ້ຮັບ ຄວາມເປັນທັມ ຈາກມາຕການຜ່ອນຜັນຫຼ້າສຸດ ນີ້ແລ້ວຍັງຕ້ອງປະສົບກັບ ບັນຫາຂາດຣາຍໄດ້ ຫຼັກໄປອີກ 1 ເດືອນ, ເຮັດໃຫ້ຕົນປົດພະນັກງານ ຮ້ານອອກໝົດທຸກຄົນໄປຈົນກວ່າ ວ່າສະຖານະການຈະດີຂຶ້ນ ຈຶ່ງຈະເປີດຮັບເອົາ ພະນັກງານເກົ່າກັບມາ ດັ່ງທີ່ນາງເວົ້າວ່າ:

“ຮ້ານປິດແຕ່ດົນແລ້ວ ກໍບໍ່ໄດ້ເປີດມາເດືອນປາຍແລ້ວເດ໋ ບໍ່ໄດ້ເປີດໝົດທົວຫັ້ນແຫຼະ ພະນັກງານບໍ່ມີແລ້ວຊ້ວງນີ້ ເພາະວ່າເຮົາບໍ່ໄດ້ ເປີດຮ້ານ ກະບໍ່ໄດ້ຮັບແຫຼະເນາະ ກໍຍັງເບິ່ງຖ້າ ໂຄວິດ ວ່າມັນຕິດເພີ່ມ ຫລືວ່າຈັ່ງໃດ. ອັນນີ້ເຮົາກະບໍ່ຮູ້.”

ສ່ວນຜູ້ປະກອບການຮ້ານເສີມສວຍແຫ່ງນຶ່ງ ທີ່ຂໍສງວນຊື່ແລະສຽງ ກໍເວົ້າວ່າ ຕົນຮູ້ສຶກວ່າບໍ່ເປັນທັມ ທີ່ຍັງມີມາຕການສັ່ງໃຫ້ຮ້ານ ເສີມສວຍປິດຢູ່ ທັງໆທີ່ຮ້ານຕັດຜົມທົ່ວໄປ ຍັງອະນຸຍາດໃຫ້ເປີດຢູ່ ຊຶ່ງຕົນເຫັນວ່າ ຮ້ານເສີມສວຍກໍມີມາຕການເຝົ້າຣະວັງໂຄວິດ-19 ຄືກັນກັບຮ້ານຕັດຜົມ ແລ້ວເປັນຫຍັງຈຶ່ງຖືກສັ່ງໃຫ້ປິດຢູ່ຄືເກົ່າ.

ໃນຂນະດຽວກັນ ຊາວລາວຈໍານວນນຶ່ງ ກໍຮູ້ສຶກເປັນຫ່ວງນໍາ ເຣື່ອງມາຕການຜ່ອນຜັນຫຼ້າສຸດນີ້ ຍ້ອນເຫັນວ່າເປັນການອໍານວຍຜົລ ປໂຍດໃຫ້ກຸ່ມນາຍທຶນຫຼາຍເກີນໄປ ເປັນຕົ້ນກິຈການກາສິໂນ ທີ່ເປີດບໍຣິການໄດ້ ຕາມປົກກະຕິຢູ່ ທັງໆທີ່ອົງການອະນາມັຍໂລກ ເຄີຍເຕືອນວ່າ ກາສິໂນເປັນແຫລ່ງແຜ່ເຊື້ອ ທີ່ອັນຕະຣາຍ ເພາະມີການສໍາພັດໂດຍກົງ ແຕ່ຍ້ອນກາສິໂນເປັນແຫຼ່ງທີ່ສ້າງຣາຍຮັບ ເຂົ້າປະເທດຫຼາຍ ຈຶ່ງເປັນເຣື່ອງຍາກ ທີ່ຈະຖືກສັ່ງໃຫ້ປິດ ດັ່ງຊາວລາວທ່ານນຶ່ງ ກ່າວກ່ຽວກັບເຣື່ອງນີ້ວ່າ:

“ກາສິໂນນີ໋ປົກກະຕິ ເພາະວ່າຣາຍຮັບປະເທດລາວ ມັນເຫຼືອແຕ່ກາສິໂນນີ໊. ຄັນປິດກາສິໂນ ມັນຈະບໍ່ມີຣາຍຮັບ ເພາະວ່າປະເທດລາວ ມັນຣາຍຮັບມາຈາກ ກາສິໂນມັນຫຼາຍ. ໂອ໋ ບໍ່ເປັນທັມແຫຼະ ຣັຖບານກະເຮັດກະບໍ່ຊ່າງວ່າແລ້ວ.”

ທາງດ້ານຜູ້ປະກອນການຮ້ານກິນດື່ມ ແຫ່ງນຶ່ງຢູ່ແຂວງບໍ່ແກ້ວ ກໍກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 7 ມິຖຸນາ ນີ້ວ່າມາຕການຜ່ອນຜັນ ຫລ້າສຸດນີ້ ຕົນເອງກໍບໍ່ເຫັນດີນໍາ ຍ້ອນຮ້ານ ຂອງຕົນຖ້າເບິ່ງຕາມຄວາມເປັນຈິງ ກໍມີລູກຄ້າເຂົ້າມາໃຊ້ ບໍຣິການໃນຮ້ານໜ້ອຍຢູ່ແລ້ວ ແລະ ຕົນກໍຄິດວ່າ ຄວນຈະໃຫ້ ກາສິໂນ ຫລື ຫ້ອງຈັດປະຊຸມຕາມ ໂຮງແຮມຕ່າງໆ ປິດ ຫຼາຍກວ່າ ເພາະເປັນບ່ອນທີ່ມີຄວາມສ່ຽງ ຕໍ່ການແຜ່ເຊື້ອໂຄວິດ-19 ຫຼາຍທີ່ສຸດ ດັ່ງທີ່ທ່ານກ່າວວ່າ:

“ກະວ່າຫັ້ນແຫຼະ ກໍຄິດຄືກັນຢູ່ ປົກກະຕິຄົນໜ້ອຍຢູ່ແລ້ວ ໜ້າຈະປິດຢູ່ກາສິໂນພຸ້ນ ມັນມີຄໍາສັ່ງມາປິດຕື່ມແລ້ວ ເຖິງວັນທີ 19 ພຸ້ນ.”

ກ່ຽວກັບເຣື່ອງການອອກມາຕການ ຜ່ອນຜັນຫຼ້າສຸດນີ້ ເຈົ້າໜ້າທີ່ ຄະນະສະເພາະກິດຄວບຄຸມໂຄວິດ-19 ນາງນຶ່ງເວົ້າວ່າໃນເບື້ອງ ຕົ້ນມາຕການດັ່ງກ່າວ ຈະສືບຕໍ່ປະຕິບັດໄປຮອດ ວັນທີ 19 ມິຖຸນາ ນີ້, ຖ້າຢູ່ລາວມີຄົນຕິດເຊື້ອນີ້ໜ້ອຍລົງ ກໍຈະມີການຜ່ອນຜັນ ກິຈການອື່ນໆຕື່ມອີກ ນັບຕັ້ງແຕ່ວັນທີ 23 ມິຖຸນາ ນີ້ເປັນຕົ້ນໄປ:

“ຮ້ານກິນດື່ມກັບຮ້ານນວດນິເຮົາຍັງປິດຢູ່ເຈົ້າ ຕາມເບິ່ງຄັນວ່າມັນບໍ່ມີກໍຣະນີເບາະ ແລ້ວເຮົາສິຜ່ອນຜັນອີກຫັ້ນນ່າເຮົາກະປະຕິບັດ ໂຕນີ້ຢູ່.”

ນາງກ່າວຕື່ມວ່າສໍາລັບກິຈການປະເພດກາຊີໂນ ທີ່ທາງການອະນຸຍາດໃຫ້ເປີດຢູ່ນັ້ນ ກໍໄດ້ປະຕິບັດຕາມມາຕການຄວບຄຸມໂຄວິດ-19 ຢ່າງເຂັ້ມງວດ, ມີທັງການຈໍາກັດຈໍານວນຄົນ ເຂົ້າ-ອອກ, ໃຫ້ພະນັກງານ ແລະ ຜູ້ທີ່ເຂົ້າໄປຫຼິ້ນການພະນັນ ຮັກສາໄລຍະຫ່າງ ແລະ ປ້ອງກັນຕົວເອງຕາມມາຕການ ຂອງກະຊວງສາທາຣະນະສຸຂ.

ກິຈການ ທີ່ທາງການລາວ ຍັງສືບຕໍ່ໃຫ້ປິດແຕ່ວັນທີ 5 ຫາວັນທີ 19 ມິຖຸນາ ນີ້ ເປັນຕົ້ນກໍແມ່ນສະຖານທີ່ບັນເທີງ, ຮ້ານກິນດື່ມ, ຄາລາໂອເກະ, ຮ້ານນວດ-ສະປາ, ຮ້ານເກມ ທຸກປະເພດ, ການຮຽນ-ການສອນ ໃນເຂດນະຄອນຫຼວງວຽງຈັນ ພ້ອມທັງໄດ້ສືບຕໍ່ ປິດການເຂົ້າ-ອອກ ບ້ານພື້ນທີ່ສີແດງ, ຫ້າມໂຮມຊຸມນຸມເກີນ 50 ຄົນ ແລະ ຫ້າມຈັດງານລ້ຽງ ຕ່າງໆ.

ສ່ວນກິຈການທີ່ໄດ້ຮັບການຜ່ອນຜັນ ໃນມາຕການຫລ້າສຸດນີ້ ເປັນຕົ້ນກໍແມ່ນ ສູນການຄ້າ, ຮ້ານຄ້າຂາຍຍົກ-ຂາຍຍ່ອຍ, ຕລາດສົດ, ຮ້ານຂາຍອາຫານ ແຕ່ບໍ່ໃຫ້ຂາຍເຫລົ້າ-ຂາຍເບັຍ, ບ່ອນຫລິ້ນກິລາ ກາງແຈ້ງ, ກາຊີໂນ ແລະອື່ນໆ ຮວມທັງອະນຸຍາດ ໃຫ້ເຮືອອອກ ໄປຫາປາຕັ້ງແຕ່ 8 ໂມງເຊົ້າໄປຫາ 6 ໂມງແລງ ແລະ ໃຫ້ຜູ້ທີ່ໄດ້ສັກວັກຊິນປ້ອງກັນໂຄວິດ-19 ແຕ່ນຶ່ງເດືອນຂຶ້ນໄປ ໂດຍສານ ໄດ້ທັງທາງບົກ ແລະ ທາງອາກາດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.