ທາງການສັ່ງປິດເມືອງ ຕໍ່ອີກ 14 ມື້

ອຸ່ນແກ້ວ ສຸກສະຫວັນ
2021.05.20
ທາງການສັ່ງປິດເມືອງ ຕໍ່ອີກ 14 ມື້ ຍານາງ ທິບພະກອນ ຈັນທະວົງສາ, ຮອງຣັຖມົນຕຣີ, ຮອງຫົວໜ້າຫ້ອງການ ສຳນັກງານນາຍົກຣັຖມົນຕຣີ, ກ່າວກ່ຽວກັບ ການສືບຕໍ່ ລ໊ອກດາວ ເລີ່ມແຕ່ ວັນທີ 21 ພຶສພາ ຫາ ວັນທີ 04 ມິຖຸນາ 2021.
ຂອບໃຈພາບ: ຂປລ

ຣັຖບານອອກແຈ້ງການ ຂຍາຍເວລາການປິດເມືອງ ຫຼື ລ໊ອກດາວ ໄປອີກ 14 ວັນ ເລີ່ມແຕ່ວັນທີ 21 ພຶສພາ ຫາ ວັນທີ 4 ມິຖຸນາ 2021 ໃນຂນະທີ່ ພົບຜູ້ຕິດເຊື້ອໃໝ່ອີກ 14 ຄົນ ໃນວັນທີ 20 ພຶສພາ. ຍານາງ ທິບພະກອນ ຈັນທະວົງສາ ຮອງຣັຖມົນຕຼີ, ໂຄສົກ ຣັຖບານ ໄດ້ຖແລງໃນວັນທີ 20 ພຶສພາ ຕອນນຶ່ງວ່າ:

"ເລີ່ມແຕ່ເວລາ 0 ໂມງຂອງວັນທີ 21 ພຶສພາ ຫາເວລາ 24 ໂມງຂອງວັນທີ 4 ມິຖຸນາ 2021 ພ້ອມທັງຍົກລະດັບການຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດ ຂອງພຍາດ ໂຄວິດ-19."

ການຂຍາຍຄຳສັ່ງປິດເມືອງ ຫຼື ລ໊ອກດາວ ແມ່ນເພື່ອຄວບຄຸມການລະບາດ ຂອງໂຄວິດ-19 ອີງຕາມມາຕການທີ່ໄດ້ລະບຸໃນຄຳສັ່ງ ສະບັບເລກທີ 15/ນຍ, ລົງວັນທີ 21 ເມສາ 2021. ສຳລັບມາຕການເພີ່ມເຕີມ ມີດັ່ງນີ້:

1.ປິດຮ້ານເສີມສວຍ, ຮ້ານຕັດຜົມ, ສະຖານທີ່ທ່ອງທ່ຽວ, ສວນອາຫານ, ກາຊິໂນ ແລະ ຮ້ານເກມທຸກປະເພດ.

2. ເຂດໃດ ແລະ ບ້ານໃດ ທີ່ຖືກກຳນົດເປັນເຂດແດງ ໃຫ້ປິດບັນດາໂຮງງານ ອຸດສາຫະກັມປຸງແຕ່ງ ແລະ ຫົວໜ່ວຍຫັຖກັມ, ຍົກເວັ້ນໂຮງງານທີ່ມີຫໍພັກ ຂອງແຮງງານຢູ່ໃນບໍຣິເວນ ໂຮງງານຂອງຕົນ, ໂຮງງານຜລິດສິນຄ້າ ບໍຣິໂພກ, ຢາປົວພຍາດ, ເຄື່ອງປ້ອງກັນການລະບາດ ແລະ ອຸປກອນການແພດ ແຕ່ໃຫ້ມີ ການຄຸ້ມຄອງ ຕາມມາຕການປ້ອງກັນ ທີ່ຄະນະ ສະເພາະກິດ ວາງອອກຢ່າງເຂັ້ມງວດ.

3. ຫ້າມບຸກຄົນເດີນທາງ ເຂົ້າ-ອອກທ້ອງຖິ່ນ ຫຼື ເຂດທີ່ມີການຕິດເຊື້ອ (ເຂດແດງ) ຫຼື ເຂດທີ່ມີຄວາມສ່ຽງ (ເຂດເຫຼືອງ) ຕາມການ ກໍານົດຂອງຄະນະສະເພາະກິດ ຍົກເວັ້ນຜູ້ທີ່ໄດ້ຮັບ ອະນຸຍາດ ຈາກອົງການປົກຄອງທ້ອງຖິ່ນ ທີ່ກ່ຽວຂ້ອງ ດ້ວຍເງື່ອນໄຂ ແລະ ເຫດຜົນຈຳເປັນ.

4. ຫ້າມຈັດປະຊຸມ, ໂຮມຊຸມນຸມ ຫຼື ກິຈກັມຕ່າງໆ ທີ່ມີຜູ້ເຂົ້າຮ່ວມຫຼາຍກວ່າ 10 ຄົນ. ກໍຣະນີທີ່ຈະຕ້ອງ ຈັດກິຈກັມໃດໜຶ່ງ ທີ່ຈຳເປັນ ຕ້ອງໄດ້ຮັບອະນຸຍາດ ຈາກ ຄະນະສະເພາະກິດ.

5. ຫ້າມຈັດງານລ້ຽງສັງສັນ ຫຼື ຊຸມແຊວບ ຢູ່ ທຸກສະຖານທີ່ ໃນເຂດທີ່ມີການລະບາດ ແລະ ເຂດທີ່ມີຄວາມສ່ຽງ.

6. ໃຫ້ເພີ່ມທະວີຄວາມເຂັ້ມງວດ ໃນການປະຕິບັດບັນດາ ມາຕການປ້ອງກັນ ການຕິດເຊື້ອ ແລະ ແຜ່ເຊື້ອ ດ້ວຍການວັດແທກອຸນ ຫະພູມ, ຮັກສາໄລຍະຫ່າງ ຢ່າງໜ້ອຍ 1 ແມັດ, ໃສ່ຜ້າອັດປາກ-ດັງ, ລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫຼື ເຈວລ້າງມື ຢູ່ບັນດາ ຮ້ານຂາຍເຄື່ອງຍ່ອຍ (ມິນິມາດ), ຊູບເປີມາເກັດ.

7. ເຫັນດີໃຫ້ສືບຕໍ່ຮັບການຊ່ວຍເຫຼືອ ຈາກຜູ້ປະກອບການ, ສັງຄົມ ແລະ ພາກສ່ວນຕ່າງໆ ແຕ່ໃຫ້ຄະນະສະເພາະກິດ ຄົ້ນຄວ້າ ຮູບແບບ ການຮັບເຄື່ອງຊ່ວຍເຫຼືອ ດັ່ງກ່າວເພື່ອ ຮັບປະກັນບໍ່ໃຫ້ມີຄວາມສ່ຽງ ຕໍ່ການຕິດເຊື້ອພຍາດ.

8. ໃຫ້ຄະນະສະເພາະກິດ ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ອອກຂໍ້ແນະນຳລະອຽດ ໃນການຈັດຕັ້ງ ປະຕິບັດມາຕການ ຕ່າງໆ ຕາມຄວາມເໝາະສົມ ຢູ່ແຕ່ລະເປົ້າໝາຍກໍຄື ຢູ່ແຕ່ລະເຂດ ເຊັ່ນ: ເຂດແດງ, ເຂດເຫຼືອງ ແລະ ເຂດຂຽວ.

ສ່ວນມາຕການຜ່ອນຜັນ ມີດັ່ງນີ້:

1. ທ້ອງຖິ່ນໃດທີ່ບໍ່ມີການລະບາດ ໃນຊຸມຊົນ ໃຫ້ສາມາດເດີນທາງເຂົ້າ-ອອກ ພາຍໃນທ້ອງຖິ່ນຕົນ ໄດ້ປົກກະຕິ.

2. ອະນຸຍາດໃຫ້ດຳເນີນການຂົນສົ່ງໂດຍສານ ທາງບົກລະຫວ່າງ ແຂວງຕໍ່ແຂວງ ທີ່ບໍ່ມີການລະບາດ ໃນຊຸມຊົນ.

3. ສຳລັບຮ້ານອາຫານ ແລະ ຮ້ານກາເຟ ໃຫ້ເປີດສະເພາະແຕ່ ຜູ້ສັ່ງກັບເມືອເຮືອນຕົນ ຫຼື ມີບໍຣິການສົ່ງເຖິງສະຖານທີ່ ເທົ່ານັ້ນ. ຫ້າມບໍ່ໃຫ້ລູກຄ້າ ນັ່ງກິນ-ດື່ມ ຢູ່ໃນຮ້ານອາຫານ ຫຼື ຮ້ານກາເຟ ເປັນອັນຂາດ.

4. ອະນຸຍາດເປີດການຮຽນ-ການສອນ ຢູ່ສະຖານການສຶກສາ ຢູ່ໃນເຂດທີ່ບໍ່ມີການລະບາດ ໃນຊຸມຊົນ 14 ວັນ ຜ່ານມາ.

5. ອະນຸຍາດໃຫ້ອອກກຳລັງກາຍ, ຫຼິ້ນກິລາຢູ່ກາງແຈ້ງ ເຊັ່ນ: ຍ່າງອອກກຳລັງກາຍ ຢູ່ຕາມສະຖານທີ່ຕ່າງໆ, ການຫຼິ້ນກິລາກ໊ອບ, ເຕະບານ, ກິລາອື່ນໆ. ແຕ່ໃຫ້ເຈົ້າພາບຂອງ ສະຖານທີ່ ດັ່ງກ່າວ ສ້າງແຜນລະອຽດ ໃນການປະຕິບັດ ມາຕການສະກັດກັ້ນປ້ອງ ກັນພຍາດ COVID-19 ຢ່າງ ເຄັ່ງຄັດ ແລ້ວສເນີຕໍ່ ຄະນະສະເພາະກິດ ແລະ ອົງການປົກຄອງ ທ້ອງຖິ່ນ ເປັນຜູ້ພິຈາຣະນາ ອະນຸມັດ ເປັນແຕ່ລະ ກໍຣະນີ ໄປ.

6. ອະນຸຍາດໃຫ້ຜູ້ຂັບຣົດ ແລະ ພະນັກງານຂົນສົ່ງສິນຄ້າ ເຂົ້າ-ອອກລະຫວ່າງແຂວງຕໍ່ແຂວງ ສາມາດສົ່ງສິນຄ້າ ເຖິງປາຍທາງ ໄດ້ບໍ່ຈຳເປັນຄ່ຽນຖ່າຍສິນຄ້າ ໃນໄລຍະເດີນທາງຢູ່, ບໍ່ຕ້ອງກວດຫາເຊື້ອ ພຍາດ COVID-19 ແລະ ບໍ່ຈຳກັດບໍຣິເວນ ຢູ່ແຂວງ ປາຍທາງ 14 ວັນ, ແຕ່ຕ້ອງປະຕິບັດ ມາຕການປ້ອງກັນການຕິດເຊື້ອ.

ທາງການລາວກວດພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 14 ຄົນ ດຣ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພຍາດ ຕິດຕໍ່ ກະຊວງສາທາລະນະສຸກ ໄດ້ກ່າວໃນວັນທີ 20 ພຶສພາ ຕອນນຶ່ງວ່າ:

"ສຳລັບຢູ່ ສປປ ລາວ ຂອງ ພວກເຮົາຮອດວັນທີ 19 ພືສພາ ນີ້ ໄດ້ມີການເກັບໂຕ ຢ່າງມາກວດວິເຄາະ ທັງໝົດ 1,526 ຄົນ ພົບກໍຣະນີຕິດເຊື້ອ ໃໝ່ມີ 14 ກໍຣະນີ ຜູ້ຕິດເຊື້ອສະສົມ ທັງໝົດແມ່ນ 1,751 ຄົນ ແລະ ກະບໍ່ມີເສັຽຊີວິດ ໃໝ່ເພີ່ມ.

ມີການຈັດລະດັບອອກເປັນ 3 ພື້ນທີ່ ຄື ເຂດແດງ ໝາຍເຖິງບ້ານທີ່ມີຜູ້ຕິດເຊື້ອ 1 ກໍຣະນີ ຫລື ການເກີດເປັນຈຸ້ມ 2 ກໍຣະນີຂຶ້ນໄປ, ເຂດເຫຼືອງ ໝາຍເຖິງ ບ້ານທີ່ມີຜູ້ຕິດເຊືອ 1 ກໍຣະນີ ຫລື ມີລາຍງານວ່າສໍາຜັດໃກ້ຊິດ ຜູ້ຕິດເຊື້ອ ຫລື ບ້ານທີ່ຕິດກັບເຂດແດງ ຫລື ພື້ນທີ່ສີແດງ, ພື້ນທີ່ສີຂຽວ ຫລື ເຂດຂຽວ ເປັນບ້ານທີ່ບໍ່ມີຜູ້ຕິດເຊື້ອ ແລະ ສໍາຜັດໃກ້ຊິດ.

ຄະນະສະເພາະກິດໄດ້ແຈ້ງໃຫ້ ຜູ້ທີ່ຈະໄປສັກວັກຊີນ ປ້ອງກັນໂຄວິດ-19 ເຂັມທີ 1 ປັດຈຸບັນ ວັກຊີນໝົດແລ້ວ.

"ຖ້າວັກຊີນມາໃໝ່ພຸ້ນແຫລະ ວັກຊີນຍັງບໍ່ມາ ຊ້ວງ 6 ເດືອນ ກໍຈະມາອີກ ມາປະມານແສນໂດສ ແຕ່ວ່າຍັງບໍ່ໄດ້ຮັບແຈ້ງໂຕເລກທີ່ ແນ່ນອນ ບໍ່ມີຂໍ້ມູນລາຍລະອຽດ ເທື່ອສຳລັບໂຕນີ້."

ສຳລັບກໍຣະນີ ແມ່ຄົນຈີນ ຕິດເຊືອໂຄວິດ-19 ຢູ່ແຂວງຫຼວງພຣະບງ ໃນວັນທີ 18 ພຶສພາ 2021 ແລະ ປັຈຸບັນແມ່ຍິງຈີນດັ່ງກ່າວ ຖືກນຳຕົວເຂົ້າໄປປິ່ນປົວ ຢູ່ໂຮງໝໍແຂວງ ອຸດົມໄຊ ແລ້ວຍ້ອນວ່າ ຜູ້ກ່ຽວໄປຢ້ຽມພໍ່ປິ່ນປົວ ຢູ່ໂຮງໝໍໄຊມັງກອນ ແຂວງອຸດົມໄຊ.

ຫລັງຈາກແມ່ຍິງຈີນຄົນດັ່ງກ່າວ ຢູ່ແຂວງອຸດົມໄຊ ໄດ້ 3 ມື້ ຄະນະສະເພາະກິດ ກໍກວດພົບວ່າ ຜູ້ກ່ຽວຕິດໂຄວິດ-19 ແລະ ເຈົ້າໜ້າທີ່ ກໍແຍກດ່ຽວປິ່ນປົວ ຢູໂຮງໝໍແຂວງອຸດົມໄຊ ມີຜູ້ສໍາຜັດກັບລາວ 10 ຄົນ. ເຈົ້າໜ້າທີ່ສາທາຣະນະສຸກ ແຂວງອຸດົມໄຊ ໄດ້ກ່າວວ່າ:

"ຄົນຫລວງພຣະບາງ ລາວ ມາຢາມພໍ່ລາວ ພໍ່ລາວເຈັບນອນໂຮງໝໍ ໄຊມັງກອນ ຄັນເວົ້າໄປກໍແມ່ນຈີນ ມາຢູ່ລາວນ່າ ຕອນກວດຢູ່ ຫຼວງພຣະບາງບໍ່ພົບເນາະ ມາຢູ່ໄດ້ 2-3 ມື້ແລ້ວ ພໍດີເພິ່ນເອົາຕົວຢ່າງໄປແລ້ວ ພໍດີໄດ້ເຊື້ອບວກຫັ້ນນ່າ ກໍຣະນີນີ້ ຖືວ່າມາ ອຸດົມໄຊ ກໍປິ່ນປົວເລີຍແຫຼະ ແມ່ນແລ້ວເຂົ້າໂຮງ ໝໍອຸດົມໄຊ ແລ້ວ."

ນອກຈາກນີ້ ຢູ່ໂຮງໝໍຮາໂນ້ຍ-ວຽງຈັນ ກໍກວດພົບ ມີຜູ້ຕິດເຊືອໂຄວິດ-19 ນຶ່ງຄົນ ແລະຜູ້ກ່ຽວໄດ້ຖືກນຳຕົວ ໄປປິ່ນປົວຢູ່ໂຮງໝໍ ມິຕພາບ 150 ຕຽງ. ໂຮງໝໍຮາໂນ້ຍ-ວຽງຈັນ ຖືກສັ່ງປິດເປັນເວລາ 14 ວັນ. ເຈົ້າໜ້າທີ່ກ່າວວ່າ:

"ດຽວນີ້ໂຮງໝໍ ເຮົາຈະປິດໄລຍະ 14 ມື້ ຈະເປີດປະມານວັນທີ 1 ເດືອນ 6 ທຸກໆເກົ້າໂມງກາງຄືນ ເຮົາຈະພົ່ນເຊື້ອຂ້າເຊື້ອທຸກມື້ ເຮົາຕ້ອງປິ່ນປົວຄົນໄຂ້ 5 ຄົນ ໃຫ້ດີກ່ອນ."

ຄະນະສະເພາະກິດ ໄດ້ລາຍງານ ໃນວັນທີ 20 ພຶສພາ ວ່າປັດຈຸບັນ ມີຜູ້ໄດ້ຮັບການກວດໂຄວິດ 228,795 ຄົນ ພົບຜູ້ຕິດເຊື້ອ ສະສົມ 1,751 ຄົນ, ເສັຽຊີວິດ 2 ຄົນ, ປິ່ນປົວເຊົາແລ້ວ 740 ຄົນ, ກຳລັງປິ່ນປົວຢູ່ໂຮງໝໍ 1,009 ຄົນ. ສ່ວນວ່າ ຈຳນວນຄົນ ທີ່ສັກວັກຊິນເຂັມທີ 1 ມີທັງໝົດ 568,233 ຄົນ ແລະ ເຂັມທີ 2 ມີຈຳນວນ 101,026 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.