ຈີນ ຫ້າມນໍາເຂົ້າ ງົວ ຈາກ ສປປລາວ

ຈໍາປາທອງ
2021.07.23
ຈີນ ຫ້າມນໍາເຂົ້າ ງົວ ຈາກ ສປປລາວ ຄະນະວິຊາການ ຫ້ອງການກະສິກັມ ແລະ ປ່າໄມ້ ເມືອງປະທຸມພອນ ລົງຕິດຕາມສັກຢາ ປ້ອງກັນພຍາດ ຜິວໜັງອັກເສບ ຕິດຕໍ່ ຮ້າຍແຮງ ໃນງົວ-ຄວາຍ.
ນັກຂ່າວພົລເມືອງ

ກົມພາສີຂອງຈີນ ອອກຄໍາສັ່ງໃນວັນທີ 22 ກໍຣະກະດາ 2021 ນີ້ຫ້າມບໍ່ໃຫ້ນໍາງົວ ແລະຜລິຕພັນງົວຈາກປະເທດລາວເຂົ້າປະເທດ ພາຍຫລັງທີ່ພຍາດຜິວໜັງອັກເສບ ງົວ-ຄວາຍຢູ່ລາວຣະບາດຫລາຍ.

ແຕ່ເຈົ້າໜ້າທີ່ຜແນກກະສິກັມ ແລະປ່າໄມ້ ແຂວງຫລວງນໍ້າທາ ກ່າວຕໍ່ວິທຍຸເອເຊັຍເສຣີໃນວັນທີ 23 ກໍຣະກາດານີ້ວ່າຍັງບໍ່ທັນເຫັນ ແຈ້ງການຂອງກົມພາສີຈີນ ກ່ຽວກັບການຫ້າມ ບໍ່ໃຫ້ນໍາງົວ ແລະຜລິຕພັນງົວຈາກປະເທດລາວ ເຂົ້າໄປຈີນນັ້ນເທື່ອ ແລະວ່າ ເມື່ອ ທ້າຍເດືອນ ພຶສພາ ທີ່ຜ່ານມາ ໄດ້ສົ່ງງົວອອກໄປຈີນ ພຽງຄັ້ງດຽວ ແລະເປັນຄັ້ງທໍາອິດ, ຫລັງຈາກ ນັ້ນກໍບໍ່ໄດ້ຮັບອະນຸຍາດ ໃຫ້ ເມືອງສິງ ສົ່ງງົວອອກໄປຈີນຕື່ມອີກ ຍ້ອນຢູ່ລາວ ມີງົວຕິດພຍາດນັ້ນຫລາຍ ດັ່ງທີ່ທ່ານກ່າວວ່າ:

”ພາຍຫລັງມີສະພາບພຍາດໂຕນີ້ເກີດຂຶ້ນແລ້ວ ບໍ່ໄດ້ສົ່ງອອກ ສົ່ງໄປກໍຈີນບໍ່ເອົາ ສົ່ງໄປອັນງວດນຶ່ງແລ້ວ ງວດທໍາອິດຫັ້ນທ້າຍເດືອນ ຫ້ານີ້ ຮອບທໍາອິດຫັ້ນພຍາດໂຕນີ້ບໍ່ທັນເກີດ ຈີນ ເອົາດຽວນີ້ມັນເກີດຂຶ້ນແລ້ວ ແລ້ວກໍມີບັນຫາ.”

ເຈົ້າໜ້າທີ່ຫ້ອງການກະສິກັມ ແລະປ່າໄມ້ ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ກ່າວວ່າສະເພາະເມືອງຫຼວງນໍ້າທາ ແມ່ນອະນຸຍາດ ໃຫ້ເຄື່ອນຍ້າຍງົວ ໄປກັກໄວ້ພຽງແຕ່ຢູ່ເມືອງສິງ ເທົ່ານັ້ນ ເພື່ອລໍຖ້າສົ່ງໄປຂາຍໃຫ້ຈີນ ຍ້ອນພາຍໃນລາວ ຍັງມີການແຜ່ຣະບາດ ຂອງພຍາດຜິວໜັງອັກເສບງົວ-ຄວາຍ ຫລາຍຢູ່, ດັ່ງທີ່ທ່ານກ່າວໃນມື້ດຽວກັນນີ້ວ່າ:

”ໂອ, ຊ່ວງນີ້ ກໍບໍ່ໄດ້ເຮັດໃບເຄື່ອນຍ້າຍມິຫຍັງນ່າ ມີແຕ່ເອົາເຂົ້າໄປເມືອງສິງ ໄປເອົາກຽມເຂົ້າຈີນ ມີແຕ່ແນວນັ້ນ ເພາະວ່າຊ່ວງອັນ ນ່າລໍາປິສກິ້ນນີ້ ຣະບາດຫັ້ນ ດຽວນີ້ ຊ່ວງນີ້ຍັງມິດໆ ຢູ່ນ່າ ດຽວນີ້ນໍ.”

ທ່ານກ່າວຕື່ມວ່າ ໃນໄລຍະ 2 ເດືອນ ທີ່ຜ່ານມາ ພາຍໃນເມືອງຫຼວງນໍ້າທານີ້ ມີການຣະບາດຂອງພຍາດດັ່ງກ່າວ ຢູ່ 78 ບ້ານ, ໃນນັ້ນ ມີງົວຕິດພຍາດບ້ານລະ 4-5 ໂຕ ແຕ່ບໍ່ມີບ້ານໃດ ມີງົວຕາຍຍ້ອນພຍາດດັ່ງກ່າວ ເນື່ອງຈາກຜູ້ເປັນເຈົ້າຂອງງົວ ພາກັນ ປິ່ນປົວທັນ ແລະວ່າ ປັດຈຸບັນ ພຍາດນີ້ກໍຍັງຣະບາດຢູ່ ແຕ່ບໍ່ຫຼາຍຄືກັນກັບເມື່ອສອງເດືອນ ຜ່ານມາ.

ຜູ້ຄ້າຂາຍງົວ ຢູ່ແຂວງຫຼວງນໍ້າທາ ທີ່ຕິດຕໍ່ກັບຊາວບ້ານຜູ້ລ້ຽງງົວ ແລະຄົນຈີນຜູ້ຮັບຊື້ເວົ້າວ່າ ພາຍຫລັງເກີດການຣະບາດຂອງພຍາດ ຜິວໜັງອັກເສບງົວ-ຄວາຍ ຫຼາຍຢູ່ລາວ ເຮັດໃຫ້ ການຄ້າຂາຍງົວໄດ້ຮັບຜົລກະທົບ ຄືບໍ່ສາມາດສົ່ງງົວ ທີ່ໄດ້ຮັບຊື້ຈາກຊາວບ້ານ ໄປ ຈີນໄດ້ ເຮັດໃຫ້ຕົນຕ້ອງໄດ້ຊື້ຫຍ້າ ແລະອາຫານລ້ຽງງົວນັ້ນ, ດັ່ງທີ່ທ່ານກ່າວຕໍ່ ວິທຍຸເອເຊັຍເສຣີ ໃນມື້ວັນທີ 23 ກໍຣະກາດານີ້ວ່າ:

”ໄດ້ຮັບຜົລກະທົບຫຼາຍກວ່າໝູ່ຫັ້ນແຫຼະ ເພາະວ່າເປັນຜູ້ຈັດຊື້ຈັດຫາເຂົ້າມາ ຊ່ວງນີ້ເຄື່ອນຍ້າຍບໍ່ໄດ້ຫັ້ນ ເປັນພາຣະເຣື່ອງລ້ຽງເຣື່ອງ ສະຖານທີ່ມິຫຍັງຫັ້ນນະ ເປັນພືດອາຫານສັດ ກໍບໍ່ພຽງພໍຫັ້ນນະ ບໍ່ໄດ້ເຄື່ອນຍ້າຍ.”

ຊາວບ້ານຜູ້ລ້ຽງງົວ ຢູ່ບ້ານທ່າອໍ້ ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ເພື່ອຂາຍໃຫ້ພໍ່ຄ້າຈີນໂດຍກົງ ເວົ້າວ່າເມື່ອ 2-3 ເດືອນທີ່ ຜ່ານມາ ບໍ່ສາມາດຂາຍງົວໄປຈີນໄດ້ ຍ້ອນພຍາດ ຜິວໜັງອັກເສບ ຣະບາດເຮັດໃຫ້ຕົນບໍ່ມີຣາຍໄດ້.

ແລະໃນໄລຍະນີ້ຖືວ່າ ລ້ຽງງົວຍາກ ຍ້ອນຫຍ້າທີ່ປູກໃຫ້ງົວກິນຖືກນໍ້າຖ້ວມ ແລະວ່າ ງົວທີ່ລ້ຽງໃຫຍ່ ໂຕນຶ່ງໜັກ 300 ກິໂລຂຶ້ນໄປທີ່ ພໍຂາຍໄປຈີນໄດ້ນັ້ນ ກໍຂາຍອອກບໍ່ໄດ້ ດັ່ງທີ່ທ່ານ ເວົ້າໃນມື້ດຽວກັນນີ້ວ່າ:

”ເຮົາກໍບໍ່ມີຣາຍໄດ້ທາງອື່ນ ປົກກະຕິເຮົາ ກໍຄ້າຂາຍງົວ-ຄວາຍນີ້ ເຮົາກໍບໍ່ມີທຸຣະກິດອື່ນ ກໍມີຜົລກະທົບ ປົກກະຕິເຮົາກໍຊື້ມາ ອາທິດ ນຶ່ງ, ສອງອາທິດ ເຮົາບໍາລຸງມັນຕຸ້ຍ ມັນງາມ ແລ້ວເຮົາກໍຂາຍອອກ ເຮົາເອົາມາ ແລ້ວເຮົາບໍ່ມີບ່ອນຂາຍ ເຮົາກໍໄດ້ລ້ຽງເປັນເດືອນ ສອງເດືອນ ຖືວ່າເຮົາລ້ຽງເຮົາກໍປູກຫຍ້າ ປູກອັນນັ້ນໃຫ້ມັນກິນແຫລະ ຝົນຕົກມາມັນຖ້ວມຫຍ້າ ຖ້ວມອັນສນັ້ນ ເຮົາບໍ່ມີຫຍ້າໃຫ້ມັນກິນ ມັນກໍມີຜົລກະທົບໂຕນີ້.”

ອີງຕາມການຣາຍງານຂອງ ສໍານັກຂ່າວຊິນຫົວ ຂອງທາງການຈີນ, ຕັ້ງແຕ່ມື້ວັນທີ 28 ເມສາ ຫາວັນທີ 4 ພຶສພາ ທີ່ຜ່ານມາ ເມືອງສິງ ແຂວງຫລວງນໍ້າທາ ໄດ້ສົ່ງງົວອອກໄປຂາຍ ໃຫ້ຈີນ 2,000 ໂຕ. ຕາມໂຄຕາທີ່ລາວໄດ້ຮັບຈາກຈີນ ແມ່ນ ລາວສາມາດ ສົ່ງງົວອອກ ໄປຂາຍໃຫ້ຈີນໄດ້ປີລະ 500,000 ໂຕ ຕາມທ່າແຮງ ແລະຄວາມສາມາດ ຂອງຝ່າຍລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.