ເຂດເສຖກິດພິເສດ ສາມຫຼ່ຽມຄໍາ ຖືກປິດ 15 ມື້
2021.08.02
ທາງການແຂວງບໍ່ແກ້ວ ສັ່ງໃຫ້ປິດການເຂົ້າ-ອອກ ເຂດເສຖກິດພິເສດ ສາມຫຼ່ຽມຄໍາ ຕັ້ງແຕ່ມື້ວັນທີ 1 ຫາ ວັນທີ 15 ສິງຫາ 2021 ນີ້ ຍ້ອນກວດພົບວ່າ ຄົນງານລາວຈາກເຂດນີ້ ກັບຄືນເມືອບ້ານ ຕິດໂຄວິດ-19 ເຖິງແມ່ນວ່າ ກ່ອນຈະໄດ້ກັບບ້ານ ຜູ້ກ່ຽວໄດ້ຜ່ານ ການກວດຫາເຊື້ອໂຄວິດ-19 ວ່າບໍ່ຕິດແລ້ວກໍຕາມ ຫລື ເປັນກໍຣະນີທີ່ຕິດເຊື້ອແລ້ວ ແຕ່ບໍ່ສະແດງອາການ. ເຖິງຢູ່ເມືອງຕົ້ນເຜິ້ງ ກວດບໍ່ພົບວ່າມີຄົນຕິດເຊື້ອແລ້ວ ແຕ່ກໍຍັງມີມາຕການປ້ອງກັນ ເຂັ້ມງວດຢູ່ຄືເກົ່າ ດັ່ງເຈົ້າໜ້າທີ່ຢູ່ເຂດ ເສຖກິດພິເສດ ສາມຫຼ່ຽມຄໍາ ທ່ານນຶ່ງ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 2 ສິງຫາ ນີ້ວ່າ:
“ຢູ່ເມືອງຕົ້ນເຜິ້ງ ສງົບແລ້ວ ມີແຕ່ເຂດເສຖກິດພິເສດນ່າ ເຫັນວ່າການກວດກາ ຫລືວ່າການທີ່ ລະບາຍແຮງງານລາວອອກ ມີ ຄົນລາວ ເຮົານີ້ ກໍມີເຊື້ອຕິດໄປຫັ້ນນ່າ ແລະ ກະເຂດພະມ້າກະຕິດ ເປັນວົງກວ້າງວ່າຊັ້ນສາ ສະນັ້ນເພື່ອບໍ່ຢາກໃຫ້ມັນກະທົບ ພາຍນອກຫັ້ນ ເພິ່ນກໍລ໊ອກໄວ້ກ່ອນ 15 ມື້.”
ໃນມື້ວັນທີ 31 ກໍຣະກະດາ ທີ່ຜ່ານມາ ມີຄົນງານລາວ ທີ່ກັບມາຈາກໄທຍ ເປັນຜູ້ຊາຍ ຄົນບ້ານລໍາບອງ ເມືອງຈໍາພອນ ແຂວງ ສວັນນະເຂດ ໄດ້ລັກໜີອອກຈາກສູນ ກັກຕົວແຫ່ງນຶ່ງ ຢູ່ ແຂວງສວັນນະເຂດ ຕັ້ງແຕ່ມື້ວັນທີ 16 ກໍຣະກະດາ ທີ່ຜ່ານມາ, ຜູ້ກ່ຽວ ຍັງບໍ່ທັນໄດ້ກວດ ຫາເຊື້ອໂຄວິດ-19 ຄັ້ງທີ 2 ເທື່ອ. ການລັກໜີກັບຄືນບ້ານຂອງຜູ້ກ່ຽວ ແມ່ນໄດ້ຍ່າງໄປຂຶ້ນຣົດ ຢູ່ບ້ານນາເຕີຍ ແລະ ໄດ້ແວ່ກິນເຝີ ຢູ່ຕລາດຫລັກ 35 ແກ້ງກອກ.
ພາຍຫລັງທີ່ຖືກເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຈັບໄດ້ໃນມື້ວັນທີ 1 ສິງຫານີ້ ແລະໄດ້ນໍາຕົວໄປກວດ ຈຶ່ງຮູ້ວ່າ ຜູ້ກ່ຽວຕິດໂຄວິດ-19 ແລະ ຖືກນໍາຕົວໄປປິ່ນປົວ ຢູ່ໂຮງໝໍແຂວງສວັນນະເຂດ ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຢູ່ເມືຶອງຈໍາພອນ ທ່ານນຶ່ງ ກ່າວໃນມື້ດຽວກັນນີ້ວ່າ:
“ປົວຢູ່ສວັນພຸ້ນ ລາວເຂົ້າໂຮງໝໍຫັ້ນວັນທີ 16 ເດ໊ ສຸດທ້າຍ ຈະເປັນບວກ ຫລືສິເປັນລົບ ຈະໃຫ້ລາວອອກໂຮງໝໍ ວັນທີ 31 ລາວ ກໍເກືອບສິໝົດ ພວກໃກ້ຊິດບ່ອນລາວກິນເຝີຫັ້ນ ກໍແມ່ນໄດ້ກັກໂຕຄືກັນ.”
ມາເຖິງປັດຈຸບັນ ຫລາຍແຂວງຂອງລາວ ຮວມທັງແຂວງອັດຕະປື ກໍໄດ້ເລິ້ມສັກວັກຊິນ ປ້ອງກັນໂຄວິດ-19 ຍີ່ຫໍ້ ຈອນສັນ ແອນ ຈອນສັນ ຕາມໂຮງໝໍເມືອງ, ໂຮງໝໍແຂວງ, ໂຮງໝໍ ທະຫານແຂວງ, ມີຕາຕະລາງໃຫ້ຄົນໄປສັກ ຕາມຈຸດບໍຣິການຕ່າງໆ, ບໍ່ແອອັດ ຄືທີ່ຜ່ານມາ ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຢູ່ແຂວງອັດຕະປື ຜູ້ຂໍສງວນຊື່ ແລະຕໍາແໜ່ງ ທ່ານນຶ່ງ ກ່າວໃນມື້ ວັນທີ 2 ສິງຫາ ນີ້ວ່າ:
“ບໍ່ແອອັດ ແຕ່ກ່ອນນີ້ ບໍ່ມີບົດຮຽນ ກໍຂ້ອນຂ້າງແອອັດ ກ່ອນຈະປະຕິບັດນີ້ ເຮົາກໍວາງຕາມຕາຕະລາງເດ໊ ວັນທີເທົ່ານີ້ ເປັນຂອງ ປະຊາຊົນ ກໍໃຫ້ປະຊາຊົນ ເຂົ້າມາ ເປັນຂອງພະນັກງານ ກໍໃຫ້ພາກສ່ວນພະນັກງານເຂົ້າ.”
ຢູ່ແຂວງຈໍາປາສັກ ກໍໄດ້ເປີດໃຫ້ປະຊາຊົນ ໄປລົງທະບຽນສັກວັກຊິນ ປ້ອງກັນໂຄວິດ-19 ກັບນາຍບ້ານ, ມີຕາຕະລາງໃຫ້ໄປສັກ ແລະມີແພດໄປສັກໃຫ້ຕາມບ້ານ, ເປັນຣະບຽບກວ່າ ທີ່ຜ່ານມາ ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງຈໍາປາສັກ ທ່ານນຶ່ງເວົ້າວ່າ:
”ປະຊາຊົນກໍໄປຫຼາຍ ກໍເປັນຣະບຽບຢູ່ ໂຕະຕັ່ງໃຫ້ນັ່ງ ແຕ່ສະເພາະຄົນທີ່ເຂົ້າຄິວ ໄດ້ກັບຄົນທີ່ສັກແລ້ວ ໂຕຢ່າງນະຄອນປາກເຊມັນມີ 10 ບ້ານ ຈັ່ງຊີ້ນໍ ເຮົາກໍມີຕາຣາງບ້ານນີ້ຈັກມື້ ບ້ານນີ້ຈັກມື້ຫັ້ນນະ.”
ແລະ ຢູ່ນະຄອນຫວງວຽງຈັນ ທີ່ ເມືອງໄຊເສດຖາ ກໍໄດ້ກະກຽມສະຖານທີ່ ແລະ ອຸປກອນຕ່າງໆ ເພື່ອບໍຣິການສັກວັກຊິນປ້ອງກັນ ໂຄວິດ-19 ໃນມື້ວັນທີ 2 ສິງຫາ ນີ້ ດັ່ງເຈົ້າໜ້າທີ່ ເມືອງໄຊເສດຖາ ທ່ານນຶ່ງກ່າວວ່າ:
”ມື້ນີ້ທາງເມືອງເຮົາ ຈະບໍ່ທັນໄດ້ສັກ ເພາະເມືອງເຮົາຈະເລິ້ມມື້ອື່ນ ຕຽມເຄື່ອງຕຽມຄວາມພ້ອມກ່ອນ ໂຕໂຮງໝໍເມືອງເຮົານີ້ຈະນັດມາ ເປັນບ້ານ ບ້ານລະ 3 ບ້ານ 6 ບ້ານ ຕໍ່ມື້.”
ຈາກຜົລຂອງການກວດວິເຄາະຫາ ເຊື້ອໂຄວິດ-192,298 ຄົນ ໃນມື້ວັນທີ 1 ສິງຫາ 2021 ນີ້ ທາງການລາວກວດພົບຜູ້ຕິດເຊື້ອ ໂຄວິດ-19 ໃໝ່ຕື່ມອີກ 199 ຄົນ. ໃນນັ້ນຢູ່ແຂວງສວັນນະເຂດ 111 ຄົນ, ຈໍາປາສັກ 48 ຄົນ, ຄໍາມ່ວນ 16 ຄົນ, ນະຄອນ ຫລວງວຽງຈັນ 11 ຄົນ, ສາລະວັນ 11 ຄົນ, ຫລວງນໍ້າທາ 1 ຄົນ ແລະ ແຂວງບໍລິຄໍາໄຊ 1 ຄົນ.
ໃນຈໍານວນຜູ້ຕິດເຊື້ອໃໝ່ 199 ຄົນນັ້ນ ມີຜູ້ຕິດໃນຊຸມຊົນ 6 ຄົນ, ສ່ວນທີ່ເຫລືອແມ່ນ ຄົນງານນໍາເຂົ້າ. ເຮັດໃຫ້ລາວມີຜູ້ຕິດເຊື້ອ ສະສົມ 5,434 ຄົນ ດັ່ງ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມ ພຍາດຕິດຕໍ່ ກະຊວງສາທາຣະນະສຸຂ ກ່າວໃນພິທີຖແລງຂ່າວ ຕໍ່ສື່ມວນຊົນ ໃນມື້ວັນທີ 2 ສິງຫາ ນີ້ວ່າ:
”ໄດ້ກວດວິເຄາະທັງໝົດ 2,298 ຄົນ. ໃນນັ້ນພວກເຮົາໄດ້ກວດພົບ ຜູ້ຕິດເຊື້ອໃໝ່ 199 ຄົນ.”
ທາງການລາວຣາຍງານ ໃນມື້ວັນທີ 31 ກໍຣະກະດາ ທີ່ຜ່ານມາ ມີຄົນຕິດໂຄວິດ-19 ຈໍານວນ 380 ຄົນ. ໃນນັ້ນມີ 4 ຄົນ ຕິດໃນຊຸມຊົນ ແລະ ມີຜູ້ເສັຍຊີວິດຕື່ມອີກ 1 ຄົນ ແລະ ວັນທີ 1 ສິງຫາ ມີຄົນຕິດ 267 ຄົນ. ໃນນັ້ນມີ 5 ຄົນຕິດໃນຊຸມຊົນ.
ອີງຕາມການຣາຍງານ ຂອງຄະນະສະເພາະກິດ ປ້ອງກັນໂຄວິດ-19 ໃນມື້ວັນທີ 2 ສິງຫາ 2021 ນີ້, ມາເຖິງ ປັດຈຸບັນ ຢູ່ລາວ ມີຜູ້ຕິດເຊື້ອສະສົມ 6,765 ຄົນ ມີເສັຍຊີວິດທັງໝົດ 7 ຄົນ ປິ່ນປົວຫາຍແລ້ວ 3,578 ຄົນ ກໍາລັງປິ່ນປົວ ແລະ ຕິດຕາມອາການ ຢູ່ໂຮງໝໍ 3,180 ຄົນ. ໄດ້ສັກວັກຊິນປ້ອງກັນ ໂຄວິດ-19 ເຂັມທີ 1 ແລ້ວ 1,190,182 ຄົນ ແລະໄດ້ສັກເຂັມທີ 2 ແລ້ວ 997,018 ຄົນ.