ເມືອງໄຊຍະບູຣີ ຖືກສັ່ງປິດ ຫ້າມ ເຂົ້າ-ອອກ
2021.07.29

ໃນວັນທີ 28 ກໍຣະກະດາ ປີ 2021 ທາງການແຂວງໄຊຍະບູຣີ ໄດ້ສັ່ງໃຫ້ປິດ ເມືອງໄຊຍະບູຣີ ບໍ່ໃຫ້ຄົນເຂົ້າ-ອອກໂດຍບໍ່ມີກຳນົດ ຍ້ອນພົບເຫັນຄົນງານລາວ ຫຼັງຈາກກັກໂຕຄົບ 14 ມື້ ຢູ່ຫຼັກ 27 ນະຄອນຫຼວງວຽງຈັນ ແລ້ວໄດ້ກັບບ້ານນາແລງ ເມືອງໄຊຍະບູຣີ ທາງການກໍກຳນົດບ້ານ ດັ່ງກ່າວ ເປັນພຶ້ນທີ່ສີແດງແລ້ວ.
ນອກຈາກນີ້ ຍັງກຳນົດບ້ານສີເຫຼືອງນຳອີກ ເປັນຕົ້ນ ບ້ານຫ້ວຍເລິກ ເມືອງແກ່ນທ້າວ ບ້ານມິດສົ້ມ ເມືອງປາກລາຍ ບ້ານດອນເມືອງ ບໍ່ແຕນ ແລະ ບ້ານນາບວມ ບ້ານນາດີ ບ້ານກາງ ເມືອງພຽງ ເນື່ອງຈາກວ່າ ມີຜູ້ເດີນທາງມາ ຕິດເຊື້ອໂຄວິດ-19 ນຳອີກ. ດັ່ງ ເຈົ້າໜ້າທີ່ກ່ຽວຂ້ອງ ໃນແຂວງໄຊຍະບູຣີ ທ່ານນຶ່ງກ່າວໃນວັນທີ 29 ກໍຣະກະດາ ນີ້ວ່າ:
”ແມ່ນແຫລະ ໄດ້ລ໊ອກ ມັນມີໂຄວິດ ມາຫຼາຍຄົນແດ່ຕິດເຊື້ອ 2 ຄົນ ຜູ້ໃດທີ່ສັມພັດກັກແລ້ວ ໂຕຢ່າງວ່າ ໃນຈຸດທີ່ມາໃໝ່ຊຸດນີ້ ທີ່ ພົວພັນກັບຜູ້ຕິດເຊື້ອນີ້ ເກັບໂຕຢ່່າງຕື່ມອີກ 2 ຄັ້ງ ດຽວນີ້ອາດໃຊ້ເປັນ 21 ມື້ ທັງໝົດນ່າ.”
ທ່ານກ່າວຕື່ມວ່າ ຫຼ້າສຸດ ເຈົ້າໜ້າທີ່ໄດ້ນຳຜູ້ຕິດເຊື້ອໂຄວິດ-19 ດັ່ງກ່າວໄປປິ່ນປົວຢູ່ໂຮງໝໍແຂວງແລ້ວ ສ່ວນຜູ້ທີ່ສຳພັດໃກ້ຊິດ 21 ຄົນ ກໍໄດ້ນຳໄປກັກໂຕຢູ່ສູນກັກບໍຣິເວນແຂວງ ເພີ່ມອີກ 21 ມື້ ນຳອີກ ເພຶ່ອຄວາມປອດພັຍຂອງປະຊາຊົນ.
ກ່ຽວກັບເຣື່ອງນີ້ ຊາວບ້ານຢູ່ແຂວງໄຊຍະບູຣີ ທ່ານນຶ່ງກ່າວວ່າ ກໍຣະນີ ດັ່ງກ່າວນີ້ ຊາວບ້ານຫຼາຍຄົນກໍຮູ້ສຶກຢ້ານຫຼາຍ ເພາະຖືວ່າ ເປັນຄວາມສ່ຽງທີ່ເຊື້ອໂຄວິດ-19 ຈະແຜ່ຣະບາດ ໄປສູ່ຊຸມຊົນ ກໍຢາກໃຫ້ທາງການ ມີມາຕການເພີ່ມການກັກໂຕຕື່ມອີກ ຢ່າງນ້ອຍ 17-20 ວັນ ເພື່ອໃຫ້ໝັ້ນໃຈວ່າ ບໍ່ມີເຊື້ອໂຄວິດ-19:
”ແມ່ນແລ້ວ ບໍ່ໃຫ້ຄົນເຂົ້າ ຄົນອອກ ເຂົາຢ້ານມັນແຜ່ເຊື້ອຫັ້ນແຫລະ ເຂົາກັກຢູ່ພຸ້ນ 14 ວັນແລ້ວ ກະບໍ່ພົບ ກະຢາກໃຫ້ກັກຫຼາຍມື້ ປະມານ 17-20 ແຫລະ ລອງເບິ່ງ.”
ຊາວບ້ານຢູ່ແຂວງໄຊຍະບູຣີ ອີກທ່ານນຶ່ງເວົ້າວ່າ ໃນຄວາມເປັນຈິງການກັກໂຕ ຢູ່ສູນກັກບໍຣິເວນ ຄວນເຂັ້ມງວດຫຼາຍກວ່ານີ້ ເປັນຕົ້ນ ໃນໄລຍະທີ່ກັກໂຕ ບໍ່ໃຫ້ພົວພັນໂອ້ລົມກັນ ໃກ້ຊິດ ຍ້ອນບໍ່ຮູ້ວ່າ ຜູ້ໃດຕິດເຊື້ອໂຄວິດ-19 ແລະໃນຫ້ອງກັກໂຕນັ້ນ ກໍບໍ່ເປັນແບບດ່ຽວ ສ່ວນໃຫຍ່ຈະຢູ່ຮວມກັນ ຫຼາຍຄົນ ຖ້າມີຄົນຕິດເຊື້ອກໍຈະແຜ່ເຊື້ອ ໄປໃສ່ຄົນອຶ່ນໄດ້ ທາງການຄວນແຍກຫ້ອງກັກໂຕ.
”ເວລາເຂົ້າສູນກັກໂຕ ອາດບໍ່ຊັດເຈນຢູ່ບ່ອນຫັ້ນ ມັນກໍບໍ່ໄດ້ຢູ່ໃຜຢູ່ມັນບໍ່ປ່ຽວ ມັນປົນກັນໄປແບບນີ້ສ່ວນຫຼາຍຫັ້ນນ່າ ຄວາມຮັບຮູ້ມັນບໍ່ ເຖິງບໍ ຫຼືແນວໃດບໍ ບາງກໍຣະນີ ທີ່ຢູ່ຫັ້ນ ກໍຄື ປ່ອຍສິດເຂົາເກີນໄປແບບນີ້ບໍ.“
ໃນຂນະດຽວກັນ ໃນມື້ນີ້ທາງການລາວ ໄດ້ກວດພົບເຫັນຄົນຕິດເຊື້ອໂຄວິດ-19 ເພີ່ມອີກ 241 ຄົນ ຈາກຜົລການກວດວິຈັຍທັງໝົດ 2,082 ຕົວຢ່າງ ຂອງວັນທີ 28 ກໍຣະກະດາ ຊຶ່ງ ໃນນັ້ນ ແຂວງສວັນນະເຂດມີຜູ້ຕິດເຊື້ອ ຫຼາຍກວ່າໝູ່ ຈຳນວນ 143 ຄົນ ລອງລົງມາ ແຂວງຈຳປາສັກ 48 ຄົນ ແຂວງສາຣະວັນ 34 ຄົນ ສ່ວນຫຼາຍແມ່ນນຳເຂົ້າ. ດັ່ງ ດຣ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມ ພຍາດຕິດຕໍ່ກະຊວງສາທາຣະນະສຸກ ກ່າວຕໍ່ສື່ມວນຊົນ ໃນວັນທີ 29 ກໍຣະກະດາ ນີ້ວ່າ:
”ໃນມື້ວານນີ້ທົ່ວປະເທດ ໄດ້ມີການເກັບໂຕຢ່າງ ມາກວດເຊື້ອໂຄວິດ-19 ທັງໝົດ 2,082 ໂຕຢ່າງ ຊຶ່ງໃນນັ້ນ ກວດພົບຜູ້ຕິດເຊື້ອ ແມ່ນ 241 ຄົນ.”
ນອກຈາກນີ້ ທາງການລາວ ກໍໄດ້ແຈ້ງການວ່າຈະສັກວັກຊິນ ຍີ່ຫໍ້ ຈອນຊັນ ແອນ ຈອນຊັນ ໃນທົ່ວປະເທດໃນວັນທີ 2 ສິງຫາ ປີ 2021 ສຳລັບ ນະຄອນຫຼວງວຽງຈັນ ສາມາດ ລົງທະບຽນໄດ້ຜ່ານ LAO KCY APP ດັ່ງ ດຣ ພອນປະເສີດ ອຸນາພົມ ຫົວໜ້າ ກົມອານາມັຍ ແລະ ສົ່ງເສີມສຸຂພາບ ໄດ້ຖແລງຂ່າວຕໍ່ສື່ມວນຊົນ ໃນວັນທີ 27 ກໍຣະກະດາ ຜ່ານມາວ່າ
”ເພຶ່ອຍົກຣະດັບ ອັດຕຣາພູມຕ້ານທານ ຂອງພໍ່ແມ່ປະຊາຊົນ ໃນຂອບເຂດທົ່ວປະເທດ ໃຫ້ສູງຂຶ້ນຕື່ມ ເລີ້ມຕັ້ງແຕ່ວັນທີ 2 ສິງຫາ ເປັນຕົ້ນໄປ ຢູ່ໃນຂອບເຂດທົ່ວປະເທດ ຈະໄດ້ຮັບ ການສັກວັກຊິນ ຈອນຊັນ ແອນ ຈອນຊັນ ຊຶ່ງໝວດເຮົາໄດ້ຮັບການຊ່ອຍເຫຼຶອ ຈາກ ປະເທດ ສະຫະຣັດ ອາເມຣິກາ ໃນຈຳນວນ 1 ລ້ານ 98 ພັນໂດສ.”
ອີງຕາມຣາຍງານ ຂອງຄະນະສະເພາະກິດ ປ້ອງກັນໂຄວິດ-19 ມາຮອດປັດຈຸບັນ ມີຜູ້ໄດ້ຮັບການວິເຄາະຫາເຊື້ອໂຄູວິດ-19 ທັງໝົດ 344,628 ຄົນໃນນັ້ບພົບເຫັນ ຜູ້ຕິດເຊື້ອສະສົມ 5,675 ຄົນ ເສັຍຊີວິດ 6 ຄົນ ປົວເຊົາ 2,978 ຄົນ ຍັງປີ່ນປົວຢູ່ໂຮງພຍາບານ 2,691ຄົນ.