ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 256 ຄົນ

ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພຍາດຕິດຕໍ່ ກະຊວງ ສາທາຣະນະສຸຂ ກ່າວໃນພິທີຖແລງຂ່າວຕໍ່ສື່ມວນຊົນ ໃນມື້ວັນທີ 22 ກໍຣະກະດາ 2021
ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພຍາດຕິດຕໍ່ ກະຊວງ ສາທາຣະນະສຸຂ ກ່າວໃນພິທີຖແລງຂ່າວຕໍ່ສື່ມວນຊົນ ໃນມື້ວັນທີ 22 ກໍຣະກະດາ 2021 (ພາບ: ສູນຂ່າວສານ ການແພດ ສຸຂສຶກສາ)

0:00 / 0:00

ຈາກຜົລຂອງການກວດວິເຄາະຫາເຊື້ອໂຄວິດ-19 2,256 ຄົນ ໃນມື້ວັນທີ 21 ກໍຣະກະດາ 2021 ນີ້ ທາງການລາວກວດພົບຜູ້ຕິດ ເຊື້ອໂຄວິດ-19 ໃໝ່ຕື່ມອີກ 256 ຄົນ. ໃນນັ້ນຢູ່ ແຂວງສວັນນະເຂດ 128 ຄົນ, ແຂວງຈໍາປາສັກ 85 ຄົນ, ແຂວງສາລະວັນ 16 ຄົນ, ແຂວງຄໍາມ່ວນ 14 ຄົນ ແລະ ນະຄອນຫລວງວຽງຈັນ 13 ຄົນ ຊຶ່ງສ່ວນໃຫຍ່ແມ່ນຄົນງານລາວ ທີ່ກັບຄືນມາຈາກຕ່າງປະເທດ ເຮັດໃຫ້ລາວມີຜູ້ຕິດເຊື້ອສະສົມ 4,119 ຄົນ, ດັ່ງ ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພຍາດຕິດຕໍ່ ກະຊວງ ສາທາຣະນະສຸຂ ກ່າວໃນພິທີຖແລງຂ່າວຕໍ່ສື່ມວນຊົນ ໃນມື້ວັນທີ 22 ກໍຣະກະດາ ນີ້:

“ທົ່ວປະເທດໄດ້ເກັບຕົວຢ່າງ ມາກວດຊອກຫາເຊື້ອໂຄວິດ ທັງໝົດ 2,256 ໂຕຢ່າງຊຶ່ງໃນນັ້ນ ໄດ້ກວດພົບຜູ້ຕິດເຊື້ອໃໝ່ແມ່ນ 256 ຄົນ ຊຶ່ງຖືວ່າເປັນຕົວເລກທີ່ຕິດເຊື້ອສູງ ປະຈໍາວັນ ໃໝ່ ຊຶ່ງບໍ່ເຄີຍມີຢູ່ໃນໄລຍະຜ່ານມາ ພາຍໃນປະເທດເຮົາ.”

ໃນມື້ວັນທີ 20 ກໍຣະກະດາ 2021 ມີຄົນງານລາວ ທີ່ກັບມາຈາກປະເທດໄທຍ ຊຶ່ງຖືກກັກຕົວຢູ່ທີ່ສນາມກິລາຫລັກ 4 ແຂວງ ສວັນນະເຂດໄດ້ອອກໄປຊື້ອາຫານຢູ່ນອກສູນ ຊຶ່ງ ຊາວບ້ານ ຜູ້ທີ່ເຫັນເວົ້າວ່າ ເປັນເຣື່ອງທີ່ບໍ່ສົມຄວນ ຍ້ອນຍັງບໍ່ຮູ້ວ່າຜູ້ກ່ຽວ ຍັງຢູ່ໃນໄລຍະລໍຖ້າຜົລ ຂອງການກວດຫາເຊື້ອໂຄວິດ-19 ຢູ່ວ່າຕິດເຊື້ອ ຫລືບໍ່ ແລະມີຄວາມສ່ຽງສູງ ຖ້າຜູ້ກ່ຽວຕິດເຊື້ອນັ້ນ.

ຊາວບ້ານຫລາຍຄົນມີຄວາມກັງວົນ ດັ່ງຊາວບ້ານຜູ້ນຶ່ງ ຢູ່ແຂວງສວັນນະເຂດ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 22 ກໍຣະກະດາ ນີ້ວ່າ:

“ຄັນວ່າກັກໂຕ ມັນກະອອກໄປທົ່ວທີບ ເຄື່ອນໄຫວທົ່ວທີບ ມັນກະບໍ່ໄດ້ ມັນກໍບໍ່ສົມຄວນແລ້ວ ເຈົ້າໜ້າທີ່ກໍຕ້ອງໄດ້ກວດກາຄືນແຫຼະ ກັບບັນດາແມ່ຄ້າຫັ້ນນ່າ ມັນມີຄວາມສ່ຽງເດ໋ ຄັນວ່າຕິດແລ້ວຫັ້ນນ່າ ແຜ່ຂຍາຍໄປຊຸມຊົນເນາະ.”

ແລະຊາວບ້ານອີກຜູ້ນຶ່ງຢູ່ ແຂວງສວັນນະເຂດ ທີ່ບໍ່ເຫັນ ແລະບໍ່ຮູ້ເຣື່ອງນີ້ເວົ້າວ່າ ຫາກເປັນຄວາມຈິງ ກໍສະແດງວ່າ ເຈົ້າໜ້າທີ່ ບົກຜ່ອງ ຕໍ່ໜ້າທີ່ເວນຍາມ, ເປັນເຣື່ອງທີ່ອັນຕະລາຍ. ຖ້າຜູ້ອອກຈາກສູນໄປຊື້ອາຫານຕິດໂຄວິດ-19 ແນ່ນອນວ່າເຊື້ອນັ້ນຈະຕ້ອງ ໄປຕິດໃສ່ຊາວບ້ານຕໍ່, ຊຶ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງຈະຕ້ອງ ກວດສອບເພື່ອຄວາມປອດພັຍ:

“ໂອ໋ ໂຕນີ້ບໍ່ກັກໂຕໃນຫັ້ນ ປ່ອຍອອກມາມັນກໍມີຄວາມສ່ຽງຫັ້ນແລ້ວເນາະ ຄັນແມ່ນຄວາມຈິງ ມັນກໍບໍ່ສົມຄວນແລ້ວເນາະ ຄັນແມ່ນ ກະເຈົ້າໜ້າທີ່ກະບົກຜ່ອງ ຖ້າເຂົາຕິດເຊື້ອແລ້ວ ກະຕາຍ ໂອ໋ຍ, ຢ້ານແຫລະເນາະໂຕນັ້ນ ມັນກໍຈະໄປເລື້ອຍໆແຫລະພຍາດໂຕນີ້.”

ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ທ່ານນຶ່ງຜູ້ຂໍສງວນຊື່ ແລະຕໍາແໜ່ງ ຢູ່ແຂວງສວັນນະເຂດ ກ່າວໃນມື້ດຽວກັນນີ້ວ່າບໍ່ໜ້າ ເປັນໄປໄດ້ ທີ່ວ່າຈະມີຜູ້ຖືກກັກຕົວຢູ່ໃນສູນ ສນາມກິລາຫລັກ 4 ແຂວງສວັນນະເຂດ ຈະອອກໄປຊື້ເຄື່ອງຂອງກິນ ຢູ່ຂ້າງນອກໄດ້ ເພາະມີເຈົ້າໜ້າທີ່ຕໍາຣວດ ເຝົ້າເວນຍາມຢ່າງເຂັ້ມງວດຢູ່, ຄິດວ່າໜ້າຈະເປັນ ຍາດພີ່ນ້ອງ ຂອງ ຜູ້ຖືກກັກຕົວ ເປັນຜູ້ຊື້ຂອງກິນໄປໃຫ້ ແລ້ວຂໍຝາກໄວ້ນໍາ ເຈົ້າໜ້າທີ່ຢູ່ນອກສູນເພາະເຈົ້າໜ້າທີ່ຍາມສູນ ຈະບໍ່ໃຫ້ຍາດພີ່ນ້ອງເຂົ້າໄປໃນສູນເດັດຂາດ ມີການກວດກາຄັກແນ່ ດັ່ງທີ່ ທ່ານກ່າວວ່າ:

“ກັກໄວ້ຢູ່ເດ໋ ເຂົາບໍ່ໄດ້ໃຫ້ອອກເດ໋ ແມ່ນພີ່ນ້ອງເຂົາຊື້ຂອງມາໃຫ້ ເອົາປະໄວ້ຢູ່ຂ້າງນອກຫັ້ນເດ້ ໄປສີດຢາຂ້າເຊື້ອແລ້ວກໍມາຮັບ. ຄະນະສະເພາະກິດເພິ່ນກໍຈະກວດກາຢູ່ຕື່ມດອກ ເພາະວ່່າຢ້ານມີການແຕກຕື່ນ.”

ເວົ້າເຣື່ອງການເດີນທາງເຂົ້າ-ອອກ ປະເທດ ຢູ່ແຂວງຄໍາມ່ວນ ກໍມີການແຈ້ງມາຕການປ້ອງກັນໂຄວິດ-19 ເຊັ່ນດຽວກັນ ໂດຍເນັ້ນໃຫ້ ພາກສ່ວນທີ່ກ່ຽວຂ້ອງ ປະຕິບັດຄໍາສັ່ງຢ່າງ ເຂັ້ມງວດ ຄືຜູ້ທີ່ເຂົ້າ-ອອກ ຕ້ອງມີໜັງສືອະນຸຍາດ ຕາມທີ່ທາງການກໍານົດ ແລະ ຕາມ ຊາຍແດນລາວ-ໄທຍ ເຈົ້າໜ້າທີ່ຕ້ອງເຂັ້ມງວດ ກວດກາຢ່າງຄັກແນ່ ໃນໄລຍະທີ່ຊາວບ້ານ ອອກໄປຫາປາໃນແມ່ນໍ້າຂອງ ບໍ່ໃຫ້ໄປ ຮັບເອົາຄົນງານລາວ ລັກມາຈາກໄທຍ, ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງທ່ານນຶ່ງ ຢູ່ແຂວງຄໍາມ່ວນເວົ້າວ່າ:

“ເວົ້າເຣື່ອງການສະກັດກັ້ນ ກໍຄືເກົ່າປົກກະຕິ ຄົນໃນກໍຖືວ່າໃຫ້ຢູ່ຫັ້ນແລ້ວ ຄົນນອກກໍຖືວ່າກັກໂຕກ່ອນຫັ້ນແລ້ວ ເປັນຕົ້ນຈຸດຕ່າງໆ ຂອບເຂດຊາຍແດນຫັ້ນເນາະ ກໍຖືວ່າບັນດາ ເຮືອເລັກເຮືອນ້ອຍ ໄລຍະ 4-5 ໂມງ ກໍແມ່ນໃຫ້ໄດ້ເຂົ້າຈອດເຮືອ ເປັນຈຸດດຽວ. ຄົນທີ່ລັກລອບເຂົ້າມາ ມັນກໍຫລາຍຫັ້ນນ່າ ບາງເທື່ອເຂົາເຈົ້າຫາປູຫາປາ ກໍລັກລອບໄປເອົາ ແຮງງານ ກັບມາແຕ່ໄທຍ.”

ກ່ຽວກັບການສືບຕໍ່ປະຕິບັດມາຕການປ້ອງກັນໂຄວິດ-19 ທ່ານ ພັນຄໍາ ວິພາວັນ ນາຍົກຣັຖມົນຕຣີ ໄດ້ຖແລງຕໍ່ສື່ມວນຊົນໃນມື້ວັນທີ 20 ກໍຣະກະດາ ນີ້ ຊຶ່ງເນື້ອໃນຕອນນຶ່ງເວົ້າວ່າ ເນື່ອງຈາກມີຄົນງານລາວ ເດີນທາງກັບມາຈາກຕ່າງປະເທດ ຈໍານວນຫຼາຍຈຶ່ງເຮັດ ໃຫ້ມີການຕິດເຊື້ອ ຈາກການນໍາເຂົ້າເພິ່ມຂຶ້ນໄວ ຊຶ່ງຍັງເປັນບັນຫາຫຍູ້ງຍາກຢູ່ ໂດຍສະເພາະ ສະຖານທີ່ຮອງຮັບ, ການປິ່ນປົວ, ສູນກັກຕົວ ແລະຈໍານວນເຈົ້າໜ້າທີ່ ກໍມີຈໍາກັດ ເປັນຕົ້ນ ຢູ່ແຂວງຈໍາປາສັກ, ແຂວງສວັນນະເຂດ. ໃນນັ້ນກໍມີຄົນຈໍານວນນຶ່ງຍັງລັກ ລອບເຂົ້າມາ ແລະຍັງມີຄົນພຍາຍາມ ລັກໜີອອກຈາກສູນ ກ່ອນຄົບກໍານົດ ຊຶ່ງກໍມີຄວາມສ່ຽງຕໍ່ການ ທີ່ຈະເກີດການແຜ່ຣະບາດ ຂອງເຊື້ອໃນຊຸມຊົນ.

ນາຍົກຣັຖມົນຕຣີ ຮຽກຮ້ອງໃຫ້ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເພິ່ມທະວີໃນການປະຕິບັດ ມາຕການຢ່າງເຄັ່ງຄັດ ຕາມນະໂຍບາຍທີ່ວາງອອກ ແລະໃຫ້ປະຊາຊົນມີສະຕິຣະວັງຕົວ ປະຕິບັດມາຕການຢ່າງເຄັ່ງຄັດ ເພື່ອປ້ອງກັນເຊື້ອໂຄວິດ-19 ບໍ່ໃຫ້ເຂົ້າມາແຜ່ຣະບາດໃນຊຸມຊົນ.

ອີງຕາມການຣາຍງານ ຂອງຄະນະສະເພາະກິດປ້ອງກັນໂຄວິດ-19 ໃນມື້ວັນທີ 22 ກໍຣະກະດາ 2021 ນີ້, ມາເຖິງປັດຈຸບັນ ຢູ່ລາວ ມີຜູ້ໄດ້ຮັບການກວດວິເຄາະຫາເຊື້ອໂຄວິດ-19 ທັງໝົດ 331,960 ຄົນ. ໃນນັ້ນມີຜູ້ຕິດເຊື້ອສະສົມ 4,119 ຄົນ, ເສັຍຊີວິດ 5 ຄົນ, ປິ່ນປົວຫາຍແລ້ວ 2,511 ຄົນ, ກໍາລັງປິ່ນປົວ ແລະຕິດຕາມອາການຢູ່ໂຮງໝໍ 1,603 ຄົນ. ມີຜູ້ໄດ້ຮັບການສັກວັກຊິນ ເຂັມທີ 1 ແລ້ວ 1,061,689 ຄົນ ແລະໄດ້ສັກເຂັມທີ 2 ແລ້ວ 800,183 ຄົນ.