ເຣື້ອງທີ່ເກັບບັນທຶກໄວ້
2022-03-23
ມາເຖິງປັດຈຸບັນ ລາວຍັງພົບຜູ້ຕິດ ເຊື້ອໂຄວິດ-19 ສາຍພັນໃໝ່ ເພີ່ມຂຶ້ນເລື້ອຍໆ ບາງແຂວງປະກາດ ເຕືອນປະຊາຊົນ ໃຫ້ເອົາໃຈໃສ່ປ້ອງກັນ ແລະບາງແຂວງ ນຳເອົາມາຕການ ປ້ອງໂຄວິດ-19 ກັບມາໃຊ້ຄືນໃໝ່ ແລະບາງແຂວງ ຕອ້ງປະກາດປິດດ່ານ, ປິດສະຖານບັນເທີງ ເປັນຕົ້ນ.
2022-03-22
ຍຶດຢາບ້າໄດ້ 11,920,000 ເມັດ ໃນມື້ວັນທີ 17 ມິນານີ້ ຢູ່ໃນຣົຖຮຸນໄດ ທີ່ຈອດໄວ້ໃນຕລາດ ບ້ານນໍ້າເກິ່ງໃໝ່ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ, ແຕ່ບໍ່ສາມາດຈັບ ຜູ້ທີ່ຮັບຈ້າງຂົນຢາບ້າໄດ້ ແລະ ປັດຈຸບັນຍັງຢູ່ໃນລະຫວ່າງ ການສືບສວນ-ສອບສວນຢູ່.
2022-03-22
ພະນັກງານ-ຣັຖກອນ ຜັດປ່ຽນກັນໄປວຽກ ເນື່ອງຈາກເຊື້ອໂຄວິດ-19 ສາຍພັນໂອມິຄຣອນ ຣະບາດເພີ່ມຂຶ້ນ, ທາງການ ຈຶ່ງມີມາຕການ ປ້ອງກັນ ດັ່ງກ່າວນີ້ ຈົນກວ່າວ່າ ສະຖານະການ ຂອງເຊື້ອໂຄວິດ-19 ນີ້ຈະຫຼຸດຜ່ອນລົງ.
2022-03-21
ມາຕການເຂົ້າ-ອອກ ປະເທດລາວ ຍັງສ້າງຄວາມສັບສົນ ແລະຫຍຸ້ງຍາກໃຫ້ແກ່ ຜູ້ທີ່ມີຄວາມປະສົງຈະເດີນທາງເຂົ້າ-ອອກປະເທດລາວ ໂດຍສະເພາະ ນັກທ່ອງທ່ຽວ, ຂັ້ນຕອນນີ້ ຈຶ່ງເຮັດໃຫ້ປັດຈຸບັນນີ້ ພາຍໃນປະເທດລາວ ຍັງບໍ່ມີນັກທ່ອງທ່ຽວ ຕ່າງປະເທດເຂົ້າມາທ່ຽວ.
2022-03-21
ທາງດ່ວນ ນະຄອນຫຼວງວຽງຈັນ-ວັງວຽງ ກາຍເປັນບັນຫາ ທີ່ນຳຄວາມເດືອດຮ້ອນ ມາໃຫ້ຜູ້ສັນຈອນ ເສັ້ນທາງດັ່ງກ່າວ ໂດຍສະເພາະ ຄວາມບໍ່ປອດພັຍ ໃນການຂັບຂີ່ຣົຖ ຕອນກາງຄືນ ຈຶ່ງຮຽກຮ້ອງໃຫ້ທຸກພາກສ່ວນ ທີ່ກ່ຽວຂ້ອງຊ່ອຍແກ້ໄຂ.
2022-03-18
ເນື່ອງໃນວັນແຫ່ງຄວາມສຸຂສາກົລ ປີນີ້, ຊາວລາວຫຼາກຫຼາຍອາຊີບ ຫາຄວາມສຸຂ ໃນວິທີທີ່ແຕກຕ່າງກັນໄປ ເຖິງວ່າຈະມີຄວາມອຸກອັ່ງໃຈ ຈາກບັນຫາຕ່າງໆ ໃນໄລຍະໂຄວິດ-19 ຣະບາດ ຈົນກະທົບ ຕໍ່ການໃຊ້ຊີວິດປະຈຳວັນ.
2022-03-18
ທາງການເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ຍຶດ ແລະທໍາລາຍສິນຄ້າ ຕ້ອງຫ້າມ, ສິນຄ້າໝົດອາຍຸ ແລະສິນຄ້າຮຽນແບບ 21 ຣາຍການ ທີ່ຍຶດໄດ້ຈາກ 20 ຮ້ານ, ມູນຄ່າ 19,900,000 ປາຍກີບ ໃນມື້ວັນທີ 15 ມິນານີ້, ຊຶ່ງເກືອບທັງໝົດ ເປັນສິນຄ້າໄທຍ.
2022-03-17
ສານປະຊາຊົນ ໄດ້ຖແລງຊີ້ແຈງ ການຕັດສິນ ປະຫານຊີວິດ ສີສຸກ ດາວເຮືອງ ຫລັງຈາກ ທີ່ສັງຄົມຍັງຄ້າງຄາໃຈວ່າ ເຣື່ອງປະຫານຊີວິດ ເປັນຄວາມຈິງບໍ່ ຍ້ອນວ່າ ສີສຸກ ດາວເຮືອງ ບໍ່ພຽງແຕ່ ເປັນພໍ່ຄ້າຢາເສບຕິດຣາຍໃຫຍ່ ແຕ່ຍັງເປັນຜູ້ມີອິດທິພົນ ນ້ຳດ້ວຍ.
2022-03-17
ເຖິງແມ່ນວ່າ ຊາວລາວ ຫາຄວາມສຸກໄດ້ຍາກ ໃນໄລຍະໂຄວິດ-19 ຣະບາດ, ແຕ່ກໍຍັງມີຄວາມສຸກຢູ່, ອີງຕາມ ການຣາຍງານ ຂອງ World Population Review ປະຈໍາປີ 2021, ປະເທດລາວ ມີຄວາມສຸກ ຢູ່ໃນອັນດັບທີ 98 ຈາກ 146 ປະເທດ ທີ່ໄດ້ສໍາຣວດ ຄືດີຂຶ້ນກວ່າປີກາຍ ໜ້ອຍນຶ່ງ.
2022-03-16
ໂຄວິດ-19 ເຣີ່ມກັບມາ ຣະບາດຫຼາຍຂຶ້ນ ໃນລາວ ຍ້ອນວ່າ ທາງການໄດ້ຜ່ອນຜັນ ມາຕການຄວບຄຸມ ໂຄວິດ-19 ແລະປະຊາຊົນ ກໍບໍ່ໃສ່ໃຈ ປ້ອງກັນໂຕເອງ, ທຸຣະກິຈ ຮ້ານກິນດື່ມ ເປີດບໍຣິການ ເປັນປົກຕິ ແລະ ປະຊາຊົນ ຈັດງານຊຸມ ແຊວຫຼາຍຂຶ້ນ.
2022-03-15
ທາງການລາວ ສັກວັກຊິນປ້ອງກັນ ເຊື້ອໂຄວິດ-19 ເຂັມທີ່ 2 ໃຫ້ປະຊາຊົນ ໄດ້ເກີນ 50% ແລ້ວ, ແຕ່ກໍມີບາງແຂວງ ທີ່ປະຊາຊົນສ່ວນນຶ່ງ ຍັງບໍ່ກ້າສັກ ເພາະຍ້ານຜົລຂ້າງຄຽງ ແລະ ຍ້ອນວ່າ ຊາວບ້ານທີ່ຢູ່ຫ່າງໄກ ບໍ່ຕື່ນໂຕ ໄປສັກວັກຊິນນີ້.
2022-03-09
ຣົຖຂົນສົ່ງ ຄົນງານລາວ ເກີດອຸບັດຕິເຫດ ເສັຍຫຼັກຕົກນ້ຳອູ ຊຶ່ງຣົຖຄັນດັ່ງກ່າວ ຈະເອົາຄົນງານ ຈາກບ້ານຫ້ວຍຫ້ຽມ ເມືອງນໍ້າບາກ ແຂວງຫຼວງພຣະບາງ ໄປສົ່ງຢູ່ ສວນກ້ວຍຈີນ ທີ່ເມືອງຫິນເຫີບ ແຂວງວຽງຈັນ ແລະມີຜູ້ໄດ້ຮັບ ບາດເຈັບ ສາຫັດ 3 ຄົນ.
2022-03-08
ທາງການລາວ ເຣີ່ມໃຫ້ເດັກນ້ອຍ ອາຍຸ 6 ປີຫາ 11 ປີ ສັກວັກຊິນ ປ້ອງກັນໂຄວິດ-19 ຍີ່ຫໍ້ຊີໂນຟາມ ແລ້ວ ຕັ້ງແຕ່ວັນທີ 21 ກຸມພາ ທີ່ຜ່ານມາ, ແຕ່ພໍ່ແມ່ ຜູ້ປົກຄອງ ຈຳນວນນຶ່ງຍັງກັງວົນ ຢ້ານຜົລຂ້າງຄຽງ ທີ່ເກີດຈາກ ວັກຊິນ.
2022-03-03
ຣັຖບານລາວ ໄດ້ອອກແຈ້ງການ ຜ່ອນຜັນຫຼາຍຢ່າງ ແລະ ນຶ່ງໃນນັ້ນ ກໍແມ່ນ ມາຕການຜ່ອນຜັນ ການເຂົ້າ-ອອກ ປະເທດລາວ ຈະເຮັດໄດ້ງ່າຍຂຶ້ນ ຍ້ອນຜູ້ຕິດໂຄວິດ-19 ປະຈຳວັນ ມີທ່າທີ ຫຼຸດລົງຫຼາຍ
2022-03-01
ທາງການລາວ ກວດພົບຜູ້ຕິດເຊື້ອ ໂຄວິດ-19 ສາຍພັນໂອໄມ໋ຄຣ້ອນ 65 ຄົນ ແລະກັງວົນ ຢ້ານເຊື້ອນີ້ຈະແພ່ຣະບາດ ອອກໄປຫລາຍຂຶ້ນ ຊຶ່ເຊື້ອສາຍພັນນີ້ ເປັນສາຍພັນໃໝ່, ຜູ້ຕິດເຊື້ອ ບໍ່ສະແດງອາການ ແລະຕິດໃສ່ຄົນອື່ນໄດ້ໄວ.