ທາງດ່ວນ ນະຄອນຫຼວງວຽງຈັນ-ວັງວຽງ ສ່ຽງເກີດ ອຸບັດຕິເຫດ

ທາງດ່ວນນະເຄອນຫຼວງວຽງຈັນ-ວັງວຽງ
ທາງດ່ວນນະເຄອນຫຼວງວຽງຈັນ-ວັງວຽງ (ນັກຂ່າວ ພົລເມືອງ)

0:00 / 0:00

ປະຊາຊົນລາວ ຮຽກຮ້ອງໃຫ້ທາງການ ແກ້ໄຂບັນຫາທາງດ່ວນ ນະຄອນຫລວງວຽງຈັນ-ວັງວຽງ ທີ່ບໍ່ສະດວກ ທັງເຣື່ຶອງໄຟບໍ່ມີຕລອດທາງ, ບໍ່ໃຕ້ໄຟອຸມົງ, ຮາວກັ້ນຂອບທາງເພ ແລະທາງຣົຖເຂົ້າ-ອອກທາງດ່ວນໜ້ອຍ ອີງຕາມຄໍາເວົ້າຂອງ ປະຊາຊົນເມືອງໄຊທານີ ນະຄອນຫລວງວຽງຈັນ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 21 ມິນານີ້.

"ຊ່ວງນີ້ບໍ່ເຫັນນ່າ ບໍ່ເຫັນເຂົາເຈົ້າເປີດເລີຍ ເວລາຂັບໄປມັນມິດເດ້ເນາະ ມັນມິດ ແລ້ວຈະອາສັຍໄຟແຕ່ໜ້າຣົຖເນາະ. ແລ້ວບາດນີ້ ຫລັງຈາກເຮົາມີອຸໂມງໄປແລ້ວ ມັນແຈ້ງວັບເຂົ້າໄປ ແລ້ວມັນຈະແສບຕາເນາະ ເຮົາຢູ່ມົ້ງແຈ້ງໆ ແລ້ວເຮົາເຂົ້າໄປມົ້ງມືດ ແລ້ວເຮົາເຂົ້າໄປຖືກແຈ້ງອີກບາດນຶ່ງເນາະ ມັນຈະເຮັດໃຫ້ເຮົາແສບຕາ ຖ້າອີງໃສ່ເງີນເດືອນຂອງພະນັກງານ ກໍແພງຢູ່ເນາະ ປະມານແສນປາຍ ທີ່ໄປກັບກໍ 3 ແສນປາຍກີບແລ້ວ. "ປະຊາຊົນຢູ່ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ເວົ້າໃນມື້ດຽວກັນນີ້ວ່າ ເຣື່ອງຮົ້ວຂອບທາງເພ ຢູ່ບາງບ່ອນ ແມ່ນເປັນຍ້ອນຄົນລັກຫັນເອົານ໊ອດໄປຂາຍ.

ດັ່ງນັ້ນຈຶ່ງຢາກໃຫ້ມີຄົນເວນຍາມ ກວດກາໄປທົ່ວທັງກາງວັນ ແລະກາງຄືນ.

"ມັນບໍ່ແມ່ນດອກ ທີ່ວ່າມັນໃນໄລຍະ 1 ປີແລ້ວມັນສິລູ້ຍຫ້ຽນ ຂນາດຣົຖຕໍາຮາວມັນ ຕ້ອງຣົຖໝຸ່ນຣົຖເພ ສໍ່າໃດມັນຈຶ່ງສິໝຸ່ນສິອັນນັ້ນ ອັນນີ້ມັນບໍ່ມີເຂົາເຈົ້າ ... ອອກ ມັນເລີຍຍານລົງເຕະເຊະຫັ້ນນ່າ ມັນເບິ່ງຄືບໍ່ໄດ້ຄຸນນະພາບ ມັນຊັນມັນສູງເນາະ ຕໍາໄປ ຂອບທາງມັນບໍ່ແຂງແຮງ ເຮັດໃຫ້ຣົຖຕົກລົງໄປ ຄືວ່າແຫລະ ເຂົາເຈົ້າບໍ່ຈ້າງຄົນເວນຍາມ ສິວ່າຈັ່ງໃດວະ ດູແລບໍ່ທົ່ວເຖິງ. "

ນາງເວົ້າວ່າ ຢູ່ທາງດ່ວນນັ້ນ ຖ້າບໍ່ແມ່ນເຂດຊຸມຊົນ ຈະບໍ່ມີໄຟສວ່າງ, ເຮັດໃຫ້ຜູ້ໃຊ້ທາງດ່ວນມີຄວາມສ່ຽງທີ່ຈະເກີດອຸບັດຕິເຫດ ຍ້ອນມີສັດປ່າ ແລະສັດລ້ຽງເຂົ້າໄປໃນທາງດ່ວນ, ອາໃສແຕ່ໄຟຣົຖ, ໄດ້ຂັບຣົຖຊ້າ. ດັ່ງນັ້ນຈຶ່ງຢາກໃຫ້ພາກ ສ່ວນທີ່ກ່ຽວຂ້ອງແກ້ໄຂເຣື່ອງໄຟທາງນີ້. ນອກຈາກບັນຫາທີ່ວ່ານັ້ນແລ້ວ ປະຊາຊົນ ຢູ່ເມືອງສີສັດຕະນາກ ນະຄອນຫລວງວຽງຈັນກໍເວົ້າວ່າ ທາງດ່ວນເປັນຄື້ນ ເປັນຂຸມຢູ່ບາງບ່ອນ ເຮັດໃຫ້ຜູ້ໃຊ້ຣົຖ ເກີດອຸບັດຕິເຫດຍ້ອນ, ຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ຕິດປ້າຍເຕືອນໄວ້.

"ບໍ່ໄດ້ແບບສມໍ່າສເມີເດ່ ຄັນໄປໂຕຈິງແລ້ວ ທາງມັນຈະເຫັນ ເວລາເຂົາຂັບໄວແລ້ວ ຣົຖມັນຕົກຄື້ນ ແລ້ວມັນຈະເຈີດໄປຂ້າງໜ້າເລີຍ. ຄັນມີຣົຖຂ້າງໜ້າ ມັນຈະຕໍາທ້າຍກັນເລີຍ ຄັນກໍພວງມະໄລບໍ່ໝັ້ນ ມັນອາຈສະບັດອອກທາງແຈທາງກໍໄດ້ຫັ້ນນ່າ ກໍເປັນຕາແກ້ໄຂເດ້ ທາງຄື້ນນ່າ ກໍບໍ່ແກ້ໄຂ ກໍປະກາດ ທາງຄື້ນຫັ້ນເນາະ ຂຽນປ້າຍຕິດລະວັງຕໍາທ້າຍ ຫລືວ່າຈັ່ງໃດ ທາງມັນຄື້ນເປັນບາງຈຸດ ຈຸດນັ້ນ ເປັນຕົ້ນ ກໍຈັ່ງຂຽນໃສ່ ເຂົາຈຶ່ງຮູ້ເຂົາຈຶ່ງລະວັງຫັ້ນນ່າ. "ການເປີດຊ່ອງທາງ ເຂົ້າ-ອອກ ຕາມທາງດ່ວນກໍມີບັນຫາ ຄືເປີດພຽງ 2 ຊ່ອງ, ເຮັດໃຫ້ຣົຖຕິດ ລ້າຊ້າ ຂະນະທີ່ທາງ ເຂົ້າ-ອອກ ໃຫຍ່ແມ່ນເປີດ 4 ຊ່ອງ, ຢາກໃຫ້ເປີດໝົດທຸກຊ່ອງທີ່ມີ, ອີງຕາມຄໍາເວົ້າຂອງປະຊາຊົນທີ່ ຢູ່ເທສບານນະຄອນ ຫລວງວຽງຈັນຜູ້ນຶ່ງ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 21 ມິນານີ້.

"ເຮົາກໍຈ່າຍເງິນຄືກັນ ແຕ່ເຮົາບໍ່ຈ່າຍໄວ້ ຄື ETC ຫັ້ນຊື່ໆ. ETC ມັນໄປເລີຍໄດ້ເນາະແມ່ນບໍ່ ຢ່າງຂີ້ຮ້າຍເຮົາຕ້ອງໄດ້ຕໍ່ກັນ ບໍ່ເກີນ 10 ນາທີບໍ່ ບາງຄັ້ງຄື ວັນເສົາ-ອາທິດບໍ່ ຫລື ໂມງໄປກ່ອນບໍ່ຈັ່ງຊີ້ນ່າ ມັນເຮັ່ງຮີບເດ້ ເຮົາກໍຈຶ່ງເລືອກທາງນັ້ນ ເຮົາຕ້ອງການຄວາມວັຍ ເຮົາຕ້ອງການເຮັດເວລາ. "

ໃນຂະນະດຽວກັນ ເຈົ້າໜ້າທີ່ບໍຣິສັດຮ່ວມທຶນ ສ້າງທາງດ່ວນ ລາວ-ຈີນ ຈໍາກັດ ບໍ່ສາມາດໃຫ້ລາຍລະອຽດກ່ຽວກັບເຣື່ອງນີ້ ຕໍ່ວິທຍຸເອເຊັຽເສຣີໄດ້, ທ່ານແນະນໍາໃຫ້ຖາມ ໄປຍັງທາງການລາວ ໂດຍສະເພາະກະຊວງໂຍທາທິການ ແລະຂົນສົ່ງ ແລະຜແນກໂຍທາທິການ ແລະຂົນສົ່ງ ນະຄອນຫລວງວຽງຈັນ ໂດຍກົງ.

ດັ່ງທີ່ທ່ານກ່າວວ່າ:

"ໂຕນີ້ ບໍ່ແນ່ໃຈ ໂຕນີ້ບໍ່ຮູ້ວ່າເພິ່ນ ທາງເພິ່ນຊ່ອງແສງຂຶ້ນໄປ ມີເອກສານຂຶ້ນໄປແນວໃດ ໂຕນີ້ເຮົາບໍ່ກ້າເວົ້າ ຕ້ອງປະສານຫາທາງນະຄອນຫລວງເດີ. "ທີ່ຜ່ານມາ ພາກສ່ວນທີ່ກ່ຽວຂ້ອງຂອງທາງການ ກໍໄດ້ສເນີໃຫ້ບໍຣິສັດດັ່ງກ່າວ ແກ້ໄຂບັນຫາທີ່ປະຊາຊົນຮ້ອງຮຽນມາ ແລະໄດ້ເວົ້າກັບເຈົ້າໜ້າທີ່ ປະສານງານຂອງບໍຣິສັດວ່າ ຫາກທາງບໍຣິສັດບໍ່ສາມາດແກ້ໄຂບັນຫາ ທີ່ຄົງຄ້າງນັ້ນໄດ້ ກໍຈະບໍ່ອະນຸຍາດໃຫ້ສືບຕໍ່ ກໍ່ສ້າງທາງດ່ວນໄປຮອດບໍ່ເຕັນ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກະຊວງໂຍທາທິການ ແລະຂົນສົ່ງ ເວົ້າໃນມື້ດຽວກັນນີ້ວ່າ:

"ພວກເຮົາກໍ ບໍ່ໄດ້ຮັບແກ້ໄຂກໍ໊ ເຂົາເຈົ້າ ທາງຂອງເຂົາເອງ ເຂົາເກັບ ງົບປະມານຂອງເຂົາໝົດເລີຍເດ໋ ຣັຖບ່ນເຮົາແລ້ວບໍ່ມີຈັກກີບຫັ້ນນ່າ ແມ່ນແຕ່ດິນ ເຂົາກໍຊື້ເອົາໝົດ ປະຊຸມກໍເວົ້າກັນຢູ່ວ່າ ຖ້າວ່າເຈົ້າແກ້ໄຂບັນຫາທີ່ຍັງຄົງຍັງຕາຢູ່ຫັ້ນນ່າ ຊ່ວງຕໍ່ໄປ."ທ່ານກ່າວຕື່ມວ່າ ຢູ່ໃນກອງປະຊຸມລ່າສຸດ ທາງບໍຣິສັດໄດ້ເວົ້າວ່າ ຈະພະຍາ ຍາມແກ້ໄຂບັນຫາທີ່ປະຊາຊົນຮ້ອງຮຽນມາ, ແຕ່ສະເພາະບັນຫາໄຟສ່ວາງຢູ່ອຸໂມງ ແລະຕາມແຄມທາງ ແມ່ນບໍ່ສາມາດແກ້ໄຂໄດ້ ຫາກທາງອໍານາດການປົກຄອງບ້ານ ແລະທາງເມືອງ ບໍ່ເປັນເຈົ້າການຈັບຄົນລັກເອົາດອກໄຟ ແລະນ໊ອດຕາມແຄມໄດ້ ແລະບໍ່ເປັນເຈົ້າການຄຸ້ມຄອງສິ່ງດັ່ງກ່າວນັ້ນໄດ້. ບໍຣິສັດໄດ້ແກ້ໄຂທາງທີ່ເປັນຄື້ນ, ບ່ອນທີ່ເກີດອຸບັດຕິເຫດນັ້ນແລ້ວ ແລະກໍໄດ້ໃສ່ປ້າຍເຕືອນ ຮວມທັງປ້າຍບອກຄວາມໄວ ແລະປ້າຍເຕືອນທາງໂຄ້ງໄວ້ແລ້ວ.

ທາງດ່ວນ ນະຄອນຫລວງວຽງຈັນ-ວັງວຽງ ເປັນໂຄງການທາງຮຸ້ນສ່ວນ ຄືຣັຖບານລາວຖືຫຸ້ນພຽງ 5% ແລະກຸ່ມບໍຣິສັດ Yunnan ຫລື YCIN ຂອງຈີນຖືຫຸ້ນ 95%, ອາຍຸສໍາປະທານ 50 ປີ. ມູນຄ່າການລົງທຶນກໍ່ສ້າງ 1.2 ຕື້ໂດລາຣ໌ສະຫະຣັຖ.