ການເຂົ້າ-ອອກ ປະເທດລາວ ຍັງມີຂັ້ນຕອນຫຍຸ້ງຍາກ
2022.03.21
ຄໍາແນະນໍາ ກ່ຽວກັບຂັ້ນຕອນ ໃນການປະກອບເອກະສານ ຂໍອະນຸຍາດເດີນທາງເຂົ້າ-ອອກ ປະເທດລາວ ຂອງທາງການ ທີ່ຄະນະສະເພາະກິຈ ປ້ອງກັນຄວບຄຸມ ແລະແກ້ໄຂການຣະບາດຂອງເຊື້ອໂຄວິດ-19 ແລະກະຊວງການຕ່າງປະເທດ ສບັບຫຼ້າສຸດ ອອກໃນວັນທີ່ 17 ມິນາ 2022 ຍັງສ້າງຄວາມສັບສົນ ແລະ ມີຂໍ້ຫຍຸ້ງຍາກຫຼາຍຢ່າງ ໃຫ້ແກ່ນັກທ່ອງທ່ຽວຕ່າງປະເທດ ແລະ ຜູ້ທີ່ຈະເດີນທາງໄປ-ມາ ພາຍໃນລາວ ເພາະຫຼາຍຄົນ ຕ້ອງໄດ້ດໍາເນີນເອກະສານ ຜ່ານຂັ້ນຕອນທາງເວັບໄຊ໋ທາງອອນລາຍນ໌ ແລ້ວກໍຕ້ອງໄປຍື່ນເອກະສານ ກັບໜ່ວຍງານທີ່ກ່ຽວຂ້ອງ ທີ່ຜ່ານກະຊວງການຕ່າງປະເທດ ແລະບາງຄົນ ກໍບໍ່ຮູ້ວ່າ ຈະດໍາເນີນການທາງເວັບໄຊ໋ ຫຼືວ່າໄປຍື່ນເອກະສານນັ້ນ ໃຫ້ກັບເຈົ້າໜ້າທີ່ກົງສູນ ກະຊວງການຕ່າງປະເທດໂດຍຕຣົງ.
ດັ່ງເຈົ້າໜ້າທີ່ ບໍຣິສັດທ່ອງທ່ຽວແຫ່ງນຶ່ງ ໃນລາວ ກ່າວຕໍ່ວິຍຸເອເຊັຽເສຣີ ໃນວັນທີ່ 21 ມິນາ ນີ້ວ່າ:
“ມາໄດ້ ມັນບໍ່ແມ່ນງ່າຍເລີຍນ່າ ມັນຫຍຸ້ງຍາກເອກະສານ ມັນເຂົ້າມາຍາກຫັ້ນແຫຼະ ຍັງບໍ່ເຂົ້າໃຈ ມັນສັບສົນ ເຂົາເຈົ້າຈັ່ງບໍ່ມີທົວເຂົ້າມາ ຄົນຈະບໍ່ສາມາດເຂົ້າມາໄດ້ ເພາະວ່າມັນມາຕການເພິ່ນຍັງເຄັ່ງຄັດ.”
ທ່ານກ່າວຕື່ມວ່າ ໃນຄວາມບໍ່ຈະແຈ້ງ ກ່ຽວກັບມາຕການຂອງທາງການ ຈຶ່ງເຮັດໃຫ້ປັດຈຸບັນນີ້ ພາຍໃນປະເທດລາວ ຍັງບໍ່ມີນັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ຽວ ເຖິງແມ່ນວ່າ ຈະເປີດສະຖານທີ່ທ່່ອງທ່ຽວສີຂຽວ ມາໄດ້ເກືອບ 3 ເດືອນແລ້ວກໍຕາມ.
ຂະນະທີ່ ເຈົ້າໜ້າທີ່ໂຮງແຮມແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ ກໍໄດ້ກ່າວວ່າ ຄົນຕ່າງປະເທດສ່ວນໃຫຍ່ແລ້ວ ຂະເຈົ້າກໍຖືວ່າສັບສົນ ແລະຂາດຄວາມໝັ້ນໃຈ ກັບການດໍາເນີນຂັ້ນຕອນ ໃນການຂໍອະນຸຍາດເດີນທາງເຂົ້າ-ອອກ ຂອງທາງການ ທີ່ຍັງບໍ່ຈະແຈ້ງ.
ດັ່ງທ່ານກ່າວວ່າ:
“ໂຕເຣື່ອງນີ້ຫັ້ນ ຍັງມີຂໍ້ຈໍາກັດ ສ່ວນໃດສ່ວນນຶ່ງຢູ່ ມັນຫຍຸ້ງຍາກຫຼາຍອັນນ່າ ຢູ່ທາງລາວເຮົາ ມາຕການອິຫຍັງຕ່າງໆ ມັນບໍ່ທັນຊັດເຈນ ນັກທ່ອງທ່ຽວຈະເຂົ້າມາ ມັນກະບໍ່ມີຄວາມໝັ້ນໃຈແນ່ ລະກະບໍ່ມີຄວາມຊັດເຈນ ໃນການທີ່ຈະແລ່ນເອກະສານນັ້ນໆນີ້ໆຫັ້ນນ່າ ຍັງຂາດຄວາມຊັດເຈນຫຼາຍເຣື່ອງນີ້ຫັ້ນນ່າ.”
ໃນຂະນະດຽວກັນ ຄົນງານລາວ ທີ່ເຄີຍໄປເຮັດວຽກຢູ່ໃນໄທຍ ທ່ານນຶ່ງ ກໍກ່າວວ່າ ປັດຈຸບັນນີ້ ກໍໄດ້ລົງທະບຽນ MOU ໄວ້ແລ້ວ ເຊິ່ງການໄປແລ່ນເອກະສານກໍຍັງມີຄວາມຫຍຸ້ງຍາກຄືເກົ່າ ໂດຍສະເພາະ ໃນໄລຍະການຣະບາດຂອງເຊື້ອໂຄວິດ-19 ນີ້ ເພາະຕົນເອງ ກໍຢາກໄປເຮັດວຽກຢູ່ໄທຍ ແຕ່ຍັງບໍ່ຮູ້ວ່າ ຈະສາມາດເດີນທາງໄປເຮັດວຽກໄດ້ມື້ໃດ ແລະເຈົ້າໜ້າທີ່ ກໍບໍ່ໄດ້ແຈ້ງລາຍຣະອຽດຈະແຈ້ງ.
“ມັນຂ້າມໄປບໍ່ໄດ້ ເຮົາລະຢາກໄປ ແລ້ວອີກຢ່າງກະ ມັນກະຫຍຸ້ງຍາກຢູ່ ຍາກບໍ່ສ່ວນກ່ຽວຂ້ອງ ເຣື່ອງຈະໄປໄດ້ບໍ່ໄດ້ ເຮົາກະຍັງບໍ່ຮູ້ຕອນນີ້ ບໍ່ຮູ້ຣະອຽດ.”
ຊາວລາວ ອີກທ່ານນຶ່ງ ກໍກ່າວວ່າ ປັດຈຸບັນນີ້ ມີແຕ່ຄົນລາວທ່ຽວລາວ ບໍ່ມີນັກທ່ອງທ່ຽວຕ່າງປະເທດ ເພາະຕ້ອງດໍາເນີນເອກະສານຫຼາຍຢ່າງ ເຖິງແມ່ນວ່າຈະເຂົ້າມາລາວໄດ້ ກໍຖືວ່າຍັງມີຄວາມຫຍຸ້ງຍາກຢູ່ລະດັບນຶ່ງ ເພາະມີເຊື້ອໂຄວິດ-19 ສາຍພັນໂອມິຄຣອນຣະບາດ.
“ແຕ່ສ່ວນຫຼາຍມັນ ແຂກພາຍໃນປະເທດເຮົານັ້ນແຫຼະທ່ຽວນ່າ ນັກທ່ອງທ່ຽວຈາກຕ່າງປະເທດ ຕ້ອງຜ່ານທົວລາວ ເອົາຍື່ນເອົາ ຢາກຫຍຸ້ງໜ້ອຍນຶ່ງ.”
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ທີ່ກ່ຽວຂ້ອງທ່ານນຶ່ງ ໃນນະຄອນຫຼວງວຽງຈັນ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ກໍກ່າວວ່າ ທຸກຄົນທີ່ຈະເດີນທາງເຂົ້າ-ອອກ ພາຍໃນລາວ ຕ້ອງຜ່ານຕາມ ລະບົບ ເຮັດຕາມເງື່ອນໄຂ ຂອງກະຊວງການຕ່າງປະເທດ ຫຼືທາງການລາວທີ່ແຈ້ງອອກໄປເນື່ອງຈາກວ່າ ຣັຖບານກໍຍັງຄວບຄຸມ ການຣະບາດຂອງເຊື້ອໂຄວິດ-19 ຢູ່.
ດັ່ງທ່ານກ່າວວ່າ:
“ຄົນມັນເຂົ້າ ອອກມັນກະຕ້ອງຜ່ານລະບົບກະຊວງການຕ່າງປະເທດ ຕ້ອງຜ່ານລະບົບ ທີ່ເພິ່ນລະບຸໄວ້ ຫັ້ນແຫຼະກ່ອນຫັ້ນນ່າ ຈະເປັນສັນຊາດລາວ ຫຼືສັນຊາດໃດກະຢ່າເນາະ ເພາະວ່າເຂົ້າມາ ຍ້ອນວ່າເພິ່ນຈະໄດ້ຕິດຕາມການເຄື່ອນໄຫວ ເພື່ອຫຼີກລ້ຽງໂຕໂຄວິດນີ້ຫັ້ນນ່າ.”
ທາງດ້ານເຈົ້າໜ້າທີ່ທ່ອງທ່ຽວ ໃນແຂວງຫຼວງພຣະບາງ ທ່ານນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງ ກໍກ່າວວ່າ ປັດຈຸບັນນີ້ ການທ່ອງທ່ຽວໃນລາວ ເຊັ່ນ: ໃນແຂວງຫຼວງພຣະບາງ ກໍມີແຕ່ຄົນລາວ ເດີນທາງມາທ່ອງທ່ຽວ ແຕ່ຍັງບໍ່ມີຄົນຕ່າງປະເທດເຂົ້າມາທ່ຽວ ສາເຫດກໍຍ້ອນວ່າ ທາງການ ຍັງມີມາຕການເຄັ່ງຄັດຫຼາຍຢູ່ ຈຶ່ງເຮັດໃຫ້ນັກທ່ອງທ່ຽວຕ່າງປະເທດ ບໍ່ຢາກເຂົ້າມາທ່ຽວ.
“ດຽວນີ້ ນັກທ່ອງທ່ຽວຕ່າງປະເທດ ບໍ່ມີແລ້ວຫຼວງພຣະບາງເຮົາຫັ້ນນ່າ ມັນຫຍຸ້ງຍາກ ມັນຫຼາຍຂອດຫຼາຍຂັ້ນ ເພິ່ນກໍາລັງຈະປັບປຸງຢູ່ ມາຕການອັນໃດມັນເຄັ່ງໂພດ ອັນນັ້ນໂພດ ມັນຮັບບໍ່ໄດ້ ກະປັບ ຄັນບໍ່ປັບ ກະບໍ່ມີແຂກເຂົ້າມາເດ້.”
ສໍາລັບມາຕການໃນການເຂົ້າ-ອອກ ປະເທດລາວ ອີງຕາມການຣາຍງານ ຂອງຄະນະສະເພາະກິຈ ເພື່ອປ້ອງກັນ ແລະ ຄວບຄຸມການຣະບາດຂອງເຊື້ອ ໂຄວິດ-19 ແລະກະຊວງການຕ່າງປະເທດ ໄດ້ອອກຄໍາແນະນໍາ ກ່ຽວກັບຂັ້ນຕອນ ໃນການປະກອບເອກະສານ ຂໍອະນຸຍາດ ເດີນທາງເຂົ້າ-ອອກ ໃນປະເທດລາວ ສບັບຫຼ້າສຸດ ເລຂທີ່ 2143 ລົງວັນທີ່ 17 ມິນາ 2022 ວ່າ.
ອົງການສາກົລ ທີ່ຂຶ້ນກັບຣັຖບານລາວ ທີ່ຕ້ອງການເຂົ້າມາໃນລາວ ເຊັ່ນ: ນັກການທູດ, ສະຖານກົງສຸນຕ່າງປະເທດ, ເຈົ້າໜ້າທີ່ ທີ່ນອນຢູ່ໃນເຄືອຂ່າຍ ອົງການສະຫະປະຊາຊາດ, ຜູ້ຊ່ຽວຊານ, ນັກວິຊາການ ໃຫ້ຍື່ນເອກະສານເປັນລາຍລັກອັກສອນ ເຖິງໜ່ວຍງານທີ່ກ່ຽວຂ້ອງ ຂອງກະຊວງການຕ່າງປະເທດ ຕາມກົລໄກປົກກະຕິ ທີ່ເຄີຍປະຕິບັດມາ.
ສ່ວນອົງການຈັດຕັ້ງສາກົລ ທີ່ບໍ່ຂຶ້ນກັບຣັຖບານ ທີ່ຕ້ອງການເຂົ້າມາໃນລາວ ຮວມເຖິງນັກທຸຣະກິຈ ຕ້ອງໄດ້ລົງທະບຽນໃນເວັບໄຊ໋ laogreenpass.gov.la ເພື່ອຂໍເອົາ QR code ແລະໃຫ້ຍື່ນເອກະສານ ເປັນລາຍລັກອັກສອນ ເຖິງໜ່ວຍງານກ່ຽວຂ້ອງ ຂອງກະຊວງການຕ່າງປະເທດ ຕາມກົລໄກປົກກະຕິ ທີ່ເຄີຍປະຕິບັດມາ.
ຄົນສັນຊາດລາວ, ຄົນຕ່າງປະເທດ ທີ່ຈະເຂົ້າມາລາວ ກໍຕ້ອງໄດ້ດໍາເນີນເອກະສານໃນປະເທດນັ້ນໆກ່ອນ ແລະຕ້ອງລົງທະບຽນໃນເວັບໄຊ໋ laogreenpass.gov.la ເພື່ອຂໍເອົາ QR code ແລະໃຫ້ສເນີໄປຍັງກົງສຸນ ກະຊວງການຕ່າງປະເທດ ເພື່ອໃຫ້ພິຈາຣະນາ ໃນການເຂົ້າມາລາວ.
ແລະຄົນໃນເມືອງລາວ ຖ້າຕ້ອງການເດີນທາງເຂົ້າ-ອອກ ສາມາດແຈ້ງເຈົ້າໜ້າທີ່ ກວດຄົນເຂົ້າ-ອອກເມືອງປະຈໍາດ່ານ ທີ່ຈະເດີນທາງໄດ້ ໂດຍບໍ່ຕ້ອງຂໍອະນຸຍາດ ຈາກຄະນະສະເພາະກິຈ ແຕ່ຕ້ອງມີເອກະສານຕາມເງື່ອນໄຂຂອງທາງການກໍານົດ.