ທາງການລາວ ຜ່ອນຜັນ, ເຂົ້າ-ອອກ ປະເທດ ຈະງ່າຍຂຶ້ນ

ພູວົງສ໌
2022.03.03
ທາງການລາວ ຜ່ອນຜັນ, ເຂົ້າ-ອອກ ປະເທດ ຈະງ່າຍຂຶ້ນ ທາງເຂົ້າດ້ານໜ້າ ຂອງສະຖານີຫຼວງພຣະບາງ, ນະຄອນຫຼວງພຣະບາງ ແຂວງຫຼວງພຣະບາງ (TS), ເດືອນທັນວາ 2021.
RFA

ສະພາບການຣະບາດ ຂອງໂຄວິດ-19 ໃນປັດຈຸບັນ ມີທ່າທີ ຫຼຸດລົງຫຼາຍກວ່າແຕ່ກ່ອນ ເຖິງແມ່ນວ່າ ຈະມີຜູ້ຕິດເຊື້ອ ຢູ່ຈຳນວນນຶ່ງ ແລະ ມີຜູ້ເສັຽຊີວິດ ຈາກໂຄວິດ-19 ສູງຢູ່, ແຕ່ທາງການລາວ ກໍຖືວ່າ ສາມາດຄວບຄຸມໄດ້ ພໍສົມຄວນແລ້ວ. ດັ່ງນັ້ນ, ຣັຖບານລາວ ຈຶ່ງໄດ້ມີການຜ່ອນຜັນ ຫຼາຍມາຕການ ໃນການເດີນທາງເຂົ້າ-ອອກ ປະເທດລາວ ໃຫ້ຜ່ອນຄາຍລົງຫຼາຍຢ່າງ ເຊັ່ນ ໄດ້ອະນຸຍາດ ໃຫ້ກະຊວງການຕ່າງປະເທດ ອອກວີ່ຊ້າ ໃຫ້ບັນດາກຸ່ມເປົ້າໝາຍ ທີ່ໄດ້ລົງທະບຽນ QR Code, ເຫັນດີໃຫ້ຍົກເລີກ ການໃສ່ອຸປະກອນຕິດຕາມ ທາງການແພດ ສຳລັບກຸ່ມເປົ້າໝາຍ ທີ່ຈະເດີນທາງເຂົ້າມາລາວ, ໂດຍໃຫ້ຫັນໄປໃຊ້ ລະບົບ QR Code ຂອງ Lao KYC ແທນ, ທັງຍັງໃຫ້ ກະຊວງໂຍທາທິການ ແລະ ຂົນສົ່ງ  ອະນຸຍາດຖ້ຽວບິນເຂົ້າ-ອອກ ປະເທດລາວ ໄດ້ ແລະ ຍັງຫຼຸດການກັກໂຕ ຂອງເຈົ້າໜ້າທີ່ຣັຖ, ນັກວິຊາການ, ແລະ ພົລເມືອງລາວ ທີ່ກັບມາຈາກຕ່າງປະເທດ ໃຫ້ເຫຼືອ 7 ວັນ. ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ທ່ານນຶ່ງ ທີ່ຂໍສງວນຊື່ ແລະ ຕຳແໜ່ງ ກ່າວໃນວັນທີ 3 ມີນາ ນີ້ວ່າ:

“ແມ່ນ, ກໍມີສ່ວນຄວບຄຸມໄດ້ ກະຜ່ອນລົງແດ່ໜ້ອຍນຶ່ງ. ໄທເຮົາຍັງເຮັດມາຕການ ຄືເກົ່າ ຕ່າງແຕ່ວ່າ ທຳອິດນັ້ນ ມາຕການເບື້ອງຕົ້ນເນາະ ກັກໂຕ 14 ວັນເນາະ, ດຽວນີ້ເຫຼືອ 7 ມື້ເລີຍຕວົ່ະ ດຽວນີ້ນ່າ. ແບບລະບຽບວາງອອກເລີຍ. ຄັນບໍ່ໄດ້ຕາມລະບຽບ ທີ່ເພິ່ນວາງອອກ ເພິ່ນກໍບໍ່ໃຫ້ຜ່ານ. ຄັນຢູ່ພາຍໃນປະເທດ ເຮົາກະບໍ່ໄດ້ຈຳນວນຫຼາຍ ວ່າຊັ້ນສາ.”

ຂະນະທີ່ທາງການລາວ ກໍມີແຜນຈະໃຫ້ ນັກທ່ອງທ່ຽວຕ່າງປະເທດທົ່ວໄປ ສາມາດເຂົ້າມາທ່ອງທ່ຽວລາວໄດ້, ໂດຍບໍ່ຜ່ານກຸ່ມທົວ ໃນໄລຍະເດືອນເມສາ 2022 ນີ້. ປັດຈຸບັນນີ້, ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກໍກຳລັງລົງປະເມີນຫຼາຍດ້ານ ເພື່ອຕຣຽມຮອງຮັບ ນັກທ່ອງທ່ຽວຕ່າງປະເທດ ເຂົ້າມາທ່ຽວລາວ ໃຫ້ຫຼາຍຂຶ້ນ. ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ອີກທ່ານນຶ່ງ ກ່າວວ່າ:

“ຄັນວ່າໄປຕາມແຜນ ກະແມ່ນເດືອນ 4 ນີ້ ຖືວ່າເພິ່ນເປີດຮັບ ນັກທ່ອງທ່ຽວທົ່ວໄປ, ຫັ້ນແຫຼະ. ດຽວນີ້ໄທເຮົາ ກຳລັງກະຕຣຽມ, ແຕ່ວ່າ ມັນຈະເປັນໄດ້ບໍ່ ຍັງບໍ່ທັນ, ເພິ່ນຍັງປະເມີນ. ດຽວນີ້ຫັ້ນ ລົງປະເມີນ ແຕ່ລະສະຖານທີ່ທ່ອງທ່ຽວ.”

ການຜ່ອນຜັນ ມາຕການດັ່ງກ່າວນີ້ ກໍເຮັດໃຫ້ບັນດາຊາວຄ້າຂາຍ ຜູ້ປະກອບການ ສ່ວນນຶ່ງ ຮູ້ສຶກດີໃຈ ທີ່ທາງການ ເຣີ່ມຜ່ອນຄາຍ ມາຕການລົງເລື້ອຍໆ ແລະ ໃນຕໍ່ໜ້າ ກໍຈະເຮັດໃຫ້ ມີນັກທ່ອງທ່ຽວ ເຂົ້າມາໃນປະເທດ ຫຼາຍຂຶ້ນ ແລະ ການຄ້າຂາຍ, ເສຖກິຈ ກໍອາຈດີຂຶ້ນກວ່າເກົ່າ. ດັ່ງຊາວຄ້າຂາຍ ໃນແຂວງຫຼວງພຣະບາງ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ:

“ເພິ່ນອັນຜ່ອນຜັນ ມາຕການອີ່ຫຍັງ ມັນຊິມີນັກທ່ອງທ່ຽວ ເຂົ້າມາຫຼາຍເດ້ເນາະ. ພໍມີຄົນມາຫຼາຍແລ້ວ ມັນກໍໄດ້ຂາຍຫຼາຍເດ້. ຕ່າງປະເທດນີ້ ເຮົາກະຍັງບໍ່ເຫັນຫຼາຍເທື່ອ ສ່ວນຫຼາຍ ຈະເປັນນັກທ່ອງທ່ຽວພາຍໃນ.”

ຂະນະທີ່ ຜູ້ຂັບຣົຖແທັກຊີ້ບໍຣິການ ໃນນະຄອນຫຼວງວຽງຈັນ ທ່ານນຶ່ງ ກໍກ່າວວ່າ ການຜ່ອນຜັນ ມາຕການ ປ້ອງກັນໂຄວິດ-19 ລົງເລື້ອຍໆນີ້ ເປັນເຣື່ອງທີ່ດີຫຼາຍ ຕໍ່ປະຊາຊົນລາວ ທີ່ຈະໄດ້ໃຊ້ຊີວິດ ແບບປົກກະຕິ ແລະ ຫາວຽກເຮັດງານທຳ ສ້າງລາຍຮັບ ມາລ້ຽງຄອບຄົວໄດ້, ເຊິ່ງກໍຖືວ່າ ດີກວ່າແຕ່ກ່ອນ.

“ກະດີໃຈຢູ່ ທີ່ໄດ້ເຮັດວຽກ ໄດ້ຫາເງິນ. ບາງມື້ກະໄດ້, ບາງມື້ກະບໍ່ໄດ້ ມັນຂຶ້ນຢູ່ກັບລູກຄ້າ ມານຳເຮົາ.​ ແລ້ວເຮົາກໍຕ້ອງ ໄດ້ປ້ອງກັນໂຕເອງ ໃສ່ຜ້າປິດປາກ ສັກວັກຊິນ.”

ທາງດ້ານຜູ້ປະກອບການ ອີກທ່ານນຶ່ງ ກໍກ່າວວ່າ ການຜ່ອນຜັນ ມາຕການ ໃຫ້ຜ່ອນຄາຍລົງນີ້ ຫຼາຍຄົນ ທີ່ເຮັດທຸຣະກິຈ ກໍຈະເຣີ່ມຄ້າຂາຍໄດ້ດີຂຶ້ນ. ຫຼາຍຄົນທີ່ວ່າງງານ ກໍຈະມີວຽກເຮັດງານທຳ ເພີ່ມຂຶ້ນ ເຖິງແມ່ນວ່າ ຈະມີຄວາມສ່ຽງ ຈະຕິດໂຄວິດ-19, ແຕ່ຫຼາຍຄົນ ກໍຮູ້ຈັກປ້ອງກັນໂຕເອງ ໄດ້ດີກວ່າແຕ່ກ່ອນແລ້ວ.

“ຖ້າເຂົາຫັ້ນ ຜ່ອນຜັນແບບນີ້ຫັ້ນນ່າ ການຄ້າຂາຍຫັ້ນ ມັນກໍຈະດີຂຶ້ນເດ້ ເພາະວ່າ ຄົນຫັ້ນໄປໆມາໆ ສະດວກເດ້. ພວກທີ່ວ່າງງານຫັ້ນ ກໍຈະມີວຽກເຮັດງານທຳຂຶ້ນຫຼາຍ. ມັນກໍຍັງມີຄວາມສ່ຽງຢູ່ນ່າ, ແຕ່ຫາກວ່າ ບໍ່ຮຸນແຮງ ເຂົາກໍຍັງປ້ອງກັນໃຜມັນ ຫັ້ນແຫຼະ.”

ອີງຕາມການແຈ້ງການ ຂອງຫ້ອງການ ສຳນັກງານນາຍົກຣັຖມົນຕຣີ ລົງວັນທີ 1 ມີນາ 2022 ໄດ້ແຈ້ງການ ໃນການເຂົ້າ-ອອກ ປະເທດລາວ ໃນໄລຍະ ທີ່ມີການຣະບາດ ຂອງໂຄວິດ-19 ນີ້ວ່າ ເຫັນດີອະນຸຍາດ ໃຫ້ກະຊວງການຕ່າງປະເທດ ອອກວີ່ຊ້າ ໃຫ້ບັນດາກຸ່ມເປົ້າໝາຍ ທີ່ໄດ້ລົງທະບຽນ QR Code (Vaccine ID) ໃນເວັບໄຊ້ Laogreenpass.gov.la.

ເຫັນດີໃຫ້ຍົກເລີກ ການໃສ່ອຸປະກອນຕິດຕາມ ທາງການແພດ ສຳລັບກຸ່ມທີ່ເດີນທາງ ເຂົ້າມາລາວ, ໂດຍໃຫ້ຫັນໄປໃຊ້ ລະບົບ QR Code ຂອງ Lao KYC ແທນ ທັງເຫັນດີອະນຸຍາດໃຫ້ ກະຊວງໂຍທາທິການ ແລະ ຂົນສົ່ງ ອະນຸມັດຖ້ຽວບິນເຂົ້າ-ອອກ ປະເທດລາວ ໄດ້.

ເຫັນດີໃຫ້ຄົນຕ່າງປະເທດ ຫຼືພົລເມືອງລາວ, ພໍ່ຄ້າຊາວຂາຍ, ນັກສຶກສາ ເມື່ອເດີນທາງເຂົ້າມາລາວ ຕ້ອງກວດຫາໂຄວິດ-19 ດ້ວຍເຄື່ອງ RT-PCR ແລ້ວລໍຖ້າຜົລກວດ ພາຍໃນ 48 ຊົ່ວໂມງ ແລະ ກັກໂຕ 7 ມື້.

ເຫັນດີໃຫ້ນັກການທູຕ, ພະນັກງານການທູຕ, ພະນັກງານຕາງໜ້າ ອົງການສາກົລ, ນັກວິຊາການ,​ ຊ່ຽວຊານ, ຄົນງານ ຕ້ອງລໍຖ້າຜົລກວດ 48 ຊົ່ວໂມງ ເຊັ່ນກັນ ຖ້າຫາກບໍ່ພົບເຊື້ອ ກໍໃຫ້ໄປບ່ອນເຮັດວຽກໄດ້ເທົ່ານັ້ນ ໃນໄລຍະ 7 ມື້.

ເຫັນດີໃຫ້ນັກທຸຣະກິຈ ແລະ ນັກລົງທຶນ ຕ້ອງລໍຖ້າຜົລກວດ 48 ຊົ່ວໂມ ເຊັ່ນກັນ ຫາກບໍ່ພົບໂຄວິດ-19 ກໍໃຫ້ອອກໄປເຮັດວຽກ ຕາມແຜນທີ່ກຳນົດໄວ້.

ເຫັນດີໃຫ້ນັກທ່ອງທ່ຽວ ທີ່ເຂົ້າມາຜ່ານກຸ່ມທົວ ທີ່ເຂົ້າມາທ່ອງທ່ຽວ ຜ່ານໂຄງການ ທ່ອງທ່ຽວສີຂຽວ ຕ້ອງລໍຖ້າຜົລກວດ 48 ຊົ່ວໂມງ ເຊັ່ນກັນ ຫາກບໍ່ມີໂຄວິດ-19 ກໍສາມາດອອກໄປເຄື່ອນໄຫວ ຕາມເຂດພື້ນທີ່ສີຂຽວໄດ້.

ແລະ ໃຫ້ສຳນັກງານຣັຖ, ໂຮງງານ, ຮ້ານຂາຍຢາ, ຮ້ານອາຫານ, ແລະ ສະຖານທີ່ຕ່າງໆ ໃຫ້ຕິດຕັ້ງ QR Code ເພື່ອໃຫ້ສາມາດ ສະແກນແອັພພລິເຄຊັ້ນ “ລາວສູ້ໆ” ໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.