ປະຊາຊົນລາວ ສ່ວນຫຼາຍ ສັກວັກຊິນ ເຂັມທີ່ 2 ແລ້ວ
2022.03.15
ອີງຕາມການຣາຍງານ ຂອງສູນຂ່າວສານການແພດສຸຂສຶກສາ ກະຊວງສາທາຣະນະສຸຂ ຂອງລາວ ໃນວັນທີ່ 13 ມິນາ 2022 ທີ່ຜ່ານມາ ພົບວ່າ ການສັກວັກຊິນປ້ອງກັນເຊື້ອ ໂຄວິດ-19 ເຂັມທີ່ 2 ໃຫ້ປະຊາຊົນລາວໃນທົ່ວປະເທດ ໄດ້ເຖິງ 59% ແລ້ວ ແຕ່ຍັງມີ 3 ແຂວງ ທີ່ຍັງສັກວັກຊິນເຂັມທີ່ 2 ບໍ່ບັນຫຼຸເຖິງ 50% ຄື ແຂວງໄຊສົມບູນ ໄດ້ 44%, ຊຽງຂວາງ ໄດ້ 47% ແລະແຂວງສວັນນະເຂດ ໄດ້ 47% ສາເຫດສ່ວນໃຫຍ່ ຍ້ອນວ່າ ຊາວບ້ານ ທີ່ຢູ່ເຂດຫ່າງໄກສອກຫຼີກ ບໍ່ມີຄວາມຕື່ນໂຕ ແລະສ່ວນໃຫຍ່ ຊາວບ້ານຍັງໄປໃຊ້ຊີວິດຢູ່ໄຮ່ຢູ່ສວນ ຈຶ່ງເຮັດໃຫ້ບໍ່ເຂົ້າໃຈຂໍ້ມູນ ໃນການສັກວັກຊິນປ້ອງກັນ ເຊື້ອໂຄວິດ-19 ເທົ່າທີ່ຄວນ.
ດັ່ງເຈົ້າໜ້າທີ່ສາທາຣະນະສຸຂ ໃນແຂວງໄຊສົມບູນ ທ່ານນຶ່ງ ທີ່ຂໍສງວນຊື່ແລະຕໍາແໜ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 15 ມິນາ ນີ້ວ່າ:
“ໂດຍລວມແລ້ວເຂັມທີ່ 1 ພວກເຮົາໄດ້ຫຼາຍ ເຂັມທີ່ສອງມາ ຍັງກະຍໍ່ບັນຫຼຸເທື່ອ ທຸກມື້ນີ້ພວກເຮົາຍັງໄປ ຍັງສືບຕໍ່ສັກຢາຢູ່ເນາະ ແຕ່ວ່າຫາກບາງບ້ານນີ້ ໄປກໍໄດ້ແຕ່ຜູ້ນຶ່ງ ຫຼືສອງຄົນ ປະຊາຊົນຫັ້ນ ບໍ່ຢູ່ບ້ານເນາະເນາະຢູ່ ໄປຢູ່ໄຮ່ຢູ່ສວນຢາງພາຣາ ພາຄອບຄົວໄປຢູ່ສວນຢາງພາຣານີ້ເປັນປີ ເຂົາບໍ່ຕື່ນຕົວ ສ່ວນໜ້ອຍນຶ່ງ ທີ່ເຂົາບໍ່ເຂົ້າໃຈເທືື່ອ.”
ມາຮອດວັນທີ່ 14 ມິນາ 2022 ທາງການລາວ ສັກວັກຊິນປ້ອງກັນເຊື້ອ ໂຄວິດ-19 ເຂັມທີ່ 1 ໃຫ້ປະຊາຊົນໃນທົ່ວປະເທດ ໄດ້ຈໍານວນ 5,296, 891 ຄົນ ຫຼືໄດ້ເຖິງ 72% ສ່ວນການສັກວັກຊິນເຂັມທີ່ 2 ສັກໄດ້ຈໍານວນ 4,382,631 ຄົນ ໄດ້ເຖິງ 59% ສ່ວນໃຫຍ່ປະຊາຊົນ ຈະໄດ້ຮັບການສັກວັກຊິນ ຍີ່ຫໍ້ຊິໂນຟາມຂອງຈີນ ແຕ່ວັກຊິນແຕ່ລະຍີ່ຫໍ້ ມີໄລຍະເວລາສ້າງພູມຄຸມກັນ ແຕກຕ່າງກັນໄປ ຊຶ່ງການສັກວັກຊິນປ້ອງກັນເຊື້ອໂຄວິດ-19 ພຽງເຂັມດຽວ ກໍຍັງບໍ່ສາມາດປ້ອງກັນເຊື້ອໂຄວິດ-19 ໄດ້ຢ່າງມີປະສິດທິພາບ ເພາະປັດຈຸບັນ ເຊື້ອໂຄວິດ-19 ກາຍພັນໄປເລື້ອຍໆ ເຮັດໃຫ້ວັກຊິນມີປະສິດທິພາບຫຼຸດລົງ ຈຶ່ງເຮັດໃຫ້ປະຊາຊົນ ຕ້ອງໄດ້ຮັບການສັກວັກຊິນເຂັມທີ່ 2 ແລະເຂັມທີ່ 3 ເພື່ອສ້າງພູມຄຸ້ມກັນໄດ້ດົນຂຶ້ນ ເຖິງແມ່ນວ່າ ຈະຍັງປ້ອງກັນບໍ່ໄດ້ 100% ກໍຕາມ ແຕ່ຖ້າຫາກວ່າຕິດເຊື້ອໂຄວິດ-19 ແລ້ວ ກໍຈະເຮັດໃຫ້ອາການນັ້ນບໍ່ຮຸນແຮງ.
ຂະນະທີ່ ເຈົ້າໜ້າທີ່ສາທາຣະນະສຸຂ ໃນແຂວງຊຽງຂວາງ ອີກທ່ານນຶ່ງ ກໍກ່າວວ່າ ສາເຫດທີ່ການສັກວັກຊິນປ້ອງກັນເຊື້ອໂຄວິດ-19 ເຂັມທີ່ 2 ໃຫ້ປະຊາຊົນບໍ່ໄດ້ຮອດ 50% ນັ້ນຍ້ອນວ່າ ຊາວບ້ານບໍ່ມີຄວາມຕື່ນໂຕ ເພາະສ່ວນໃຫຍ່ອາສັຍຢູ່ຕາມເຂດຫ່າງໄກສອກຫຼີກ ຍັງໄປໃຊ້ຊີວິດຢູ່ຕາມໄຮ່ຕາມສວນ ຈຶ່ງເຮັດໃຫ້ເຈົ້າໜ້າທີ່ ບໍ່ສາມາດໄປສັກວັກຊິນປ້ອງກັນເຊື້ອໂຄວິດ-19 ເຂັມທີ່ 2 ໃຫ້ເຂົາເຈົ້າໄດ້ຕາມເປົ້າໝາຍ ເບື້ອງຕົ້ນ ກໍຕ້ອງອາສັຍເຈົ້າໜ້າທີ່ຂັ້ນບ້ານ ແຈ້ງຂ່າວບອກຕໍ່ໃຫ້ຊາວບ້ານຮັບຮູ້.
ດັ່ງເຈົ້າໜ້າທີ່ ສາທາຣະນະສຸຂ ໃນແຂວງຊຽງຂວາງ ທ່ານດັ່ງກ່າວ ກ່າວວ່າ:
“ເຮົາກໍໄດ້ລົງໄປເຖິງທຸກພື້ນທີ່ ແຕ່ວ່າ ເຂົາເຈົ້າຫັ້ນຍັງໄປນອນຢູ່ໄຮ່ ມັນຈຶ່ງພາໃຫ້ໄດ້ສັກໝົດ ແມ່ນເຂດຫ່າງໄກສອກຫຼີກຫັ້ນເນາະ ພາຫະນະນີ້ຄັນຊິເວົ້າລະນີ້ ມັນກະບໍ່ພຽງພໍແຫຼະເນາະ ເບື້ອງເສັ້ນທາງກະມີຫຍຸ້ງຍາກ ປັດຈຸບັນນີ້ ກໍຢາກມີຝົນຕົກແດ່ ຄັນຖ້າຝົນຕົກນິ່ ເຮົາກະໄປບໍ່ໄດ້ ກະໃຫ້ນາຍບ້ານເຂົາເຈົ້ານັ້ນຊ່ວຍ ເຂົາເຈົ້າຕາມມາຫັ້ນແຫຼະ ຄັນວ່າເຮົາຊິໂທຣະສັບ ບ່ອນບໍ່ມີສັນຍານຫັ້ນມັນກະບໍ່ໄດ້.”
ພ້ອມດຽວກັນນີ້ ເຈົ້າໜ້າທີ່ສາທາຣະນະສຸຂ ໃນແຂວງສວັນນະເຂດ ອີກທ່ານນຶ່ງ ກໍກ່າວວ່າ ສາເຫດ ທີ່ອັດຕຣາການສັກວັກຊິນປ້ອງກັນເຊື້ອໂຄວິດເຂັມທີ່ 2 ຢູ່ພາຍໃນແຂວງສວັນນະເຂດບໍ່ໄດ້ຮອດ 50% ກໍມີຫຼາຍສາເຫດ ເຊັ່ນ: ຊາວບ້ານຢູ່ເຂດຫ່າງໄກສອກຫຼີກ ກໍຫຍຸ້ງຍາກໃນການເດີນທາງ ແລະເບື້ອງຕົ້ນກໍກວດກາຮູ້ວ່າ ຊາວບ້ານທີ່ໄປສັກວັກຊິນເຂັມທີ່ 1 ແລ້ວນັ້ນ ມີການຍ້າຍໄປຢູ່ບ່ອນອື່ນ ເຮັດໃຫ້ບໍ່ໄດ້ໄປສັກເຂັມທີ່ 2 ແລະປັດຈຸບັນ ເຈົ້າໜ້າທີ່ ກໍກໍາລັງເກັບກໍາຂໍ້ມູນຄືນໃໝ່.
ດັ່ງທ່ານກ່າວວ່າ:
“ກະມີຫຼາຍສາເຫດເນາະ ເຂົາບໍ່ຢູ່ພື້ນຖານ ເຂົາບໍ່ຢູ່ຖິ່ນໂຕເອງຫັ້ນນ່າ ເຂົາໄປຢູ່ບ່ອນອື່ນ ເຮົາກໍໄດ້ລົງ ທຸກມື້ນີ້ເຮົາລົງເປັນໜ່ວຍ ເປັນໜ່ວຍກວດກາເບິ່ງ ກະໄດ້ລົງເກັບເລັມຄືນ.”
ກ່ຽວກັບເຣື່ອງດັ່ງກ່າວນີ້ ຊາວບ້ານໃນແຂວງໄຊສົມບູນ ນາງນຶ່ງ ກໍກ່າວວ່າ ສ່ວນໃຫຍ່ຈະເປັນຄົນຊົນເຜົ່າ ທີ່ບໍ່ກ້າໄປສັກວັກຊິນປ້ອງກັນເຊື້ອໂຄວິດ-19 ຍ້ອນຍັງຢ້ານເຣື່ອງຜົລຂ້າງຄຽງກັນຫຼາຍ ເຖິງແມ່ນວ່າ ເຈົ້າໜ້າທີ່ຈະລົງໄປໂຄສະນາໃຫ້ຂໍ້ມູນແລ້ວກໍຕາມ ແຕ່ຫຼາຍຄົນ ກໍຍັງບໍ່ເຂົ້າໃຈ.
“ມັນຈະຢູ່ແຖວນອກພຸ້ນ ພວກຊົນເຜົ່າເຂົາເຈົ້າຈະບໍ່ຢ້ານ ວ່າມັນເປັນແນວນັ້ນແນວນີ້ ເຂົາເຈົ້າບໍ່ເຂົ້າໃຈແດ່ເນາະ.”
ຊາວບ້ານໃນແຂວງສວັນນະເຂດ ອີກຜູ້ນຶ່ງ ກໍໄດ້ໃຫ້ຄວາມເຫັນວ່າ ສ່ວນໃຫຍ່ ຊາວບ້ານທີ່ຢູ່ເຂດຫ່າງໄກສອກຫຼີກ ຫຼືເຂດພູດອຍ ຈະຍັງບໍ່ໄດ້ສັກວັກຊິນປ້ອງກັນເຊື້ອໂຄວິດ-19 ເຂັມທີ່ 2 ເຂັມທີ່ 3 ເພາະມັນມີຄວາມຫຍຸ້ງຍາກໃນການເດີນທາງ.
“ສ່ວນຫຼາຍເຂັມສອງ ເຂັມສາມນັ້ນ ຍັງບໍ່ທັນໄດ້ສັກ ມັນຢູ່ຫ່າງໄກສອກຫຼີກຫຼາຍຫັ້ນນ່າ ກະບໍ່ໄດ້ໄປສັກໂຕນັ້ນມັນໄປຍາກ ເສັ້ນທາງມັນຍາກ ຊົນນະບົດນີ້ ມັນພູດອຍເດ້.”
ຢ່າງໃດກໍຕາມ ຖ້າຫາກຄິດເປັນເປີເຊັນ ແຂວງທີ່ສັກວັກຊິນປ້ອງກັນເຊື້ອ ໂຄວິດ-19 ເຂັມທີ່ 2 ໄດ້ສູງກວ່າໝູ່ແມ່ນ ນະຄອນຫຼວງວຽງຈັນ ຮອງລົງມາແມ່ນ ແຂວງບໍ່ແກ້ວ, ເຊກອງ, ວຽງຈັນ, ອັດຕະປື, ຜົ້ງສາລີ, ຫຼວງພຣະບາງ, ຄໍາມ່ວນ, ໄຊຍະບູຣີ, ຈໍາປາສັກ, ສາຣະວັນ, ບໍຣິຄໍາໄຊ, ຫຼວງນໍ້າທາ, ອຸດົມໄຊ ແລະແຂວງຫົວພັນ.