ຫຼາຍແຂວງ ຍັງພົບອຸປະສັກ ການເຂົ້າເຖິງວັກຊິນ

ຈຳປາທອງ
2022.01.05
ຫຼາຍແຂວງ ຍັງພົບອຸປະສັກ ການເຂົ້າເຖິງວັກຊິນ ໂຕຢ່າງປະຊາຊົນລາວເຂົ້າແຖວ ລໍຖ້າສັກວັກຊິນ ປ້ອງກັນໂຄວິດ-19, ວັນທີ 8 ສິງຫາ 2021.
RFA

ໃນທົ່ວປະເທດລາວ ປີ 2021 ໄດ້ມີການສັກວັກຊິນ ປ້ອງກັນໂຄວິດ-19 ໃຫ້ປະ ຊາຊົນ ສເລັ່ຍຫຼາຍກວ່າ 50%. ແຕ່ໃນນັ້ນພົບວ່າ ຢູ່ 10 ແຂວງ ຄືແຂວງຜົ້ງສາລີ, ຫຼວງນໍ້າທາ, ອຸດົມໄຊ, ໄຊຍະບູຣີ, ຫົວພັນ, ຊຽງຂວາງ, ໄຊສົມ ບູນ, ບໍລິຄໍາໄຊ, ຄໍາມ່ວນ ແລະແຂວງສວັນນະເຂດ ຍັງບໍ່ທັນສັກໄດ້ເຖິງ 50%.

ເວົ້າສະເພາະແຂວງຜົ້ງສາລີ ເປັນຕົ້ນຢູ່ເມືອງໃໝ່, ເມືອງສໍາພັນ ແລະເມືອງບຸນໃຕ້ ຊຶ່ງສ່ວນຫຼາຍແມ່ນຢູ່ເຂດຫ່າງໄກຈາກຕົວເມືອງ ຍັງບໍ່ສາມາດສັກໃຫ້ໄດ້ເຖິງ 50% ເຖິງແມ່ນວ່າໃນແຕ່ລະເມືອງນັ້ນ ຈະມີໂຮງໝໍນ້ອຍ ເປັນບ່ອນບໍລິ ການສັກວັກຊິນໃຫ້ ຍ້ອນກໍມີຄວາມຫຍຸ້ງຍາກໃນເຣື່ອງງົບປະມານ, ພະນັກງານການແພດບໍ່ພຽງພໍ ແລະຂາດເຂີນພາຫະນະໃນການໄປແຕ່ລະບ້ານ.

ດັ່ງເຈົ້າໜ້າທີ່ສາທາຣະນະສຸຂແຂວງຜົ້ງສາລີ ຜູ້ຂໍສງວນຊື່ ແລະຕໍາແໜ່ງທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຍເສຣີໃນມື້ວັນທີ 5 ມົກກະຣານີ້ວ່າ:

ເຂັມທີ 2 ຫັ້ນ 40 ປາຍເປີເຊັນ ເຂດສັກຢາຕໍ່າຍັງຢູ່ 2-3 ເມືອງ ສໍາພັນກັບເມືອງໃໝ່ ແລະກະເມືອງບຸນໃຕ້ ສ່ວນຫຼາຍຢູ່ເຂດຫ່າງໄກຊອກຫລີກນ່າ ມີຫຼາຍປັດຈັຍແດ່ ຂາດງົບປະມານແດ່ ຂາດພາຫານະແດ່ ຄວາມພ້ອມຂອງທີມງານພະນັກງານເຮົາຫັ້ນ ມັນຈໍາກັດ.”
ມາເຖິງມື້ວັນທີ 4 ມົກກະຣານີ້ ທົ່ວປະເທດລາວ ມີຜູ້ໄດ້ສັກວັກຊິນປ້ອງກັນໂຄວິດ-19 ເຂັມທີ 1 ແລ້ວ 4,590,459 ຄົນ ກວມເອົາ 62% ຂອງຈໍານວນພົລເມືອງແລະໄດ້ສັກເຂັມທີ 2 ຫລືໄດ້ສັກຄົບກໍານົດແລ້ວ 3,643,020 ຄົນ ກວມ ເອົາ 49%.

ສໍາລັບແຂວງສວັນນະເຂດ ທີ່ມີການນັບຈໍານວນຄົນຂອງຕົນຢູ່ແຕ່ລະເມືອງແບບຄາດຄະເນເອົາ ຄືນັບຫຼາຍກວ່າຈໍານວນຄົນ ທີ່ມີໜ້າໂຕຈິງ ກໍມີແຕ່ບາງເມືອງ ທີ່ປະຊາຊົນໄດ້ສັກວັກຊິນນັ້ນຮອດ 50%.

ດັ່ງເຈົ້າໜ້າທີ່ສາທາຣະນະສຸຂແຂວງ ສວັນນະເຂດ ຜູ້ຂໍສງວນຊື່ ແລະຕໍາແໜ່ງທ່ານນຶ່ງ ກ່າວໃນມື້ດຽວກັນນີ້ວ່າ:

ມັນຖືກບາງເມືອງ ຮອດ 50 ນັ້ນເພາະວ່າດຽວນີ້ເຮົາກວດເບິ່ງ ສໍາລັບເມືອງເນາະ ບໍ່ເວົ້າສາທົ່ວແຂວງຫັ້ນນ່າ ເພາະວ່າຄົນຫັ້ນ ເພິ່ນຫານໃຫ້ໂຕເລກຄາດຄະເນ ເພິ່ນບໍ່ໄດ້ຫານໃຫ້ໂຕເລກທີ່ວ່າ ຄົນມີໜ້າ ດຽວນີ້ແຕ່ລະເມືອງນີ້ ຕ້ອງໄດ້ກວດເບິ່ງຄົນມີໜ້າ ມັນກໍຖືວ່າບໍ່ກົງເປົ້າໝາຍ.”
ແຂວງອຸດົມໄຊ ຊຶ່ງເປັນແຂວງນຶ່ງທີ່ຣັຖໄຟລາວ-ຈີນແລ່ນຜ່ານ ປະຊາຊົນກໍຍັງໄດ້ສັກວັກຊິນປ້ອງກັນໂຄວິດ-19 ບໍ່ເຖິງ 50% ຊຶ່ງສ່ວນໃຫຍ່ແມ່ນຢູ່ຊົນນະບົດເປັນຕົ້ນຊາວເຜົ່າມົ້ງ ຍ້ອນມີຄວາມຫຍຸ້ງຍາກໃນການໄປເຂດພູດອຍ.

ດັ່ງເຈົ້າໜ້າທີ່ສາທາຣະນະສຸຂແຂວງອຸດົມໄຊ ຜູ້ຂໍສງວນຊື່ແລະຕໍາແໜ່ງທ່ານນຶ່ງ ກ່າວ ຕໍ່ວິທຍຸເອເຊັຍເສຣີໃນມື້ວັນທີ 5 ມົກກະຣານີ້ວ່າ:

ໄດ້ 49% ປາຍແລ້ວ ບໍ່ຮອດ 50 ນັ້ນເພາະວ່າອຸດົມໄຊ ເປັນເຂດພູດອຍເນາະ ບາງຄົນບໍ່ຢາກສັກຫັ້ນນ່າ ວັກຊິນພຽງພໍ ພະນັກງານແພດເຮົາພ້ອມ ແຕ່ບຸກຄົນຫັ້ນບໍ່ເຂົ້າໃຈຫັ້ນນ່າ ສ່ວນໃຫຍ່ຊົນນະບົດວ່າຊັ້ນສາ ເຮົາເຂົ້າບໍ່ເຖິງເຂົເຈົ້າ ເປັນຕົ້ນພວກເຜົ່າມົ້ງຊີ້ນ່າ ຍາກໆ ໂອ໋ຍໂຕເລກສັກຢານີ້ຕົກຂນາດ.”

ກ່ຽວກັບເຣື່ອງທີ່ວ່ານີ້ ປະຊາຊົນຢູ່ແຂວງສວັນນະເຂດຜູ້ນຶ່ງເວົ້າວ່າ ປະຊາຊົນທີ່ຍັງບໍ່ທັນໄດ້ສັກວັກຊິນປ້ອງກັນໂຄວິດ-19 ສ່ວນໃຫຍ່ຈະເປັນພວກມີໂຣກປະຈໍາຕົວ.

ພວກໂຣກປະຈໍາໂຕນີ້ ເພິ່ນຍັງບໍ່ສັກໃຫ້ຫັ້ນນ່າ ເຣື່ອງຢ້ານກໍຢ້ານ ທາງໝໍເພິ່ນວ່າບໍ່ສັກພວກໂຣກປະຈໍາໂຕຫັ້ນນ່າ ເພິ່ນກໍບອກຢູ່ວ່າສິກະທົບ ມັນບໍ່ທັນມີຕີ໋ໄຟເຊີ ຄືບໍ່ທັນຮອດເມືອງ.”       
ຢູ່ແຂວງອຸດົມໄຊ ປະຊາຊົນເວົ້າວ່າ ຜູ້ທີ່ຍັງບໍ່ທັນໄດ້ສັກວັກຊິນນັ້ນ ສ່ວນໃຫຍ່ແມ່ນຢູ່ເຂດຫ່າງໄກສອກຫລີກ, ຢູ່ບ້ານເທິງພູດອຍ, ໄປຫາຫຍຸ້ງຍາກ ລໍາບາກ.

ຍັງຈໍານວນທີ່ຢູ່ຫ່າງໄກສອກຫລີກແດ່ ເພິ່ນຍັງບໍ່ທັນສັກ ໂອ໋ຍທາງມັນລໍາບາກໂພດ.
ສໍາລັບຢູ່ນະຄອນຫຼວງວຽງຈັນ ປະຊາຊົນຫຼາຍຄົນເວົ້າວ່າ ຢາກໃຫ້ທາງການ ເພິ່ມບ່ອນບໍຣິການກວດຫາເຊື້ອໂຄວິດ-19 ຕື່ມອີກເປັນຫຼາຍບ່ອນ ຈາກທີ່ມີ 2 ບ່ອນ ຢູ່ສນາມກິລາໃນຮົ່ມບຶງສຍອງ ແລະໂຮງຮຽນມັທຍົມເຈົ້າອະນຸວົງ ແລະ ຢາກໃຫ້ຂຍາຍເວລາກວດໄປຮອດຕອນແລງ ຍ້ອນມີຄົນຕ້ອງການໄປກວດຫຼາຍ ຊຶ່ງປົກກະຕິມີແຕ່ກວດຕອນເຊົ້າ 9:00 ໂມງຫາ 11:00 ໂມງ.

ດັ່ງຊາວ ບ້ານຢູ່ນະຄອນຫຼວງວຽງຈັນຜູ້ນຶ່ງເວົ້າວ່າ:

ກະໜ້ອຍ ໜ້ອຍສຸດເລີຍ ກວດກໍມີແຕ່ 2 ບ່ອນເນາະ ຢາກໃຫ້ເຂົາປິດຕອນເຊົ້າຫາຕອນແລງ ແລະກະຕັ້ງຈຸດ ສົມມຸດວ່າຕ້ອງແມ່ນອາທິດນຶ່ງສາຢ່າງໜ້ອຍ ຄົນທີ່ຢູ່ໄກ ເຂົາຍາກໄປກວດຢູ່ແລ້ວ ກວ່າເຂົາຈະໄປຮອດຈຸດນັ້ນ ມັນໝົດໂມງກ່ອນເດ໋.”
ທ່ານກ່າວຕື່ມວ່າ ເຖິງແມ່ນຫຼາຍຄົນຈະຊື້ເຄື່ອງກວດແບບໄວມາກວດເອົາເອງ ແຕ່ກໍຍັງບໍ່ໝັ້ນໃຈຄືກັນກັບໄປກວດນໍາແພດ ແລະໝໍ. ການກວດຫາເຊື້ອໂຄວິດ-19 ຢູ່ລາວເປັນເຣື່ອງຍາກ ຍ້ອນແຂວງຕ່າງໆສົ່ງຜົລກວດມາຫ້ອງແລັບຢູູຸ່ນະຄອນຫຼວງວຽງຈັນພຽງແຫ່ງດຽວ, ກ່ອນຈະໄດ້ຜົລກວດອອກມາກໍຕ້ອງລໍຖ້າເປັນມື້, ບາງເທື່ອກໍເປັນ 2-3 ມື້.

ດັ່ງເຈົ້າໜ້າທີ່ການແພດຜູ້ຂໍສງວນຊື່ ແລະຕໍາແໜ່ງທ່ານນຶ່ງ ຢູ່ນະຄອນຫຼວງວຽງຈັນ ເວົ້າໃນມື້ວັນທີ 5 ມົກກະຣານີ້ວ່າ:

ຫ້ອງແລັບ ເຂົາເຈົ້າກວດບໍ່ທັນເດ໋ ຂນາດສໍ່ານັ້ນເຂົາເຈົ້າກໍບໍ່ມີເວລາພັກຜ່ອນແລ້ວຫັ້ນນ່າ ມັນກໍບໍ່ແມ່ນວ່າແຕ່ຂອງນະຄອນຫຼວງນ່າ ແຕ່ລະເມືອງແຕ່ລະແຂວງ ຕ້ອງເອົາມາໂຮມຢູ່ນະຄອນຫຼວງໝົດເດ໋ ໂຕກວດອັນນັ້ນມັນຕ້ອງ ໄດ້ກວດໄປຮອດເຊົ້ານັ້ນ ຈຶ່ງຮູ້ຜົລຫັ້ນ ມື້ຕໍ່ມື້ຫັ້ນນ່າ.”
ທ່ານກ່າວຕື່ມວ່າ ຢູ່ນະຄອນຫຼວງວຽງຈັນ ນອກຈາກ 2 ຈຸດກວດຫາເຊື້ອ ໂຄວິດ-19 ທີ່ບໍ່ໄດ້ເສັຍຄ່ານັ້ນແລ້ວ ກໍຍັງມີໂຮງໝໍແຂວງ, ໂຮງໝໍເມືອງ ທີ່ກວດ ແຕ່ຕ້ອງໄດ້ເສັຍຄ່າບໍຣິການ.

ທາງການລາວປະກາດ ໃນມື້ວັນທີ 5 ມົກກະຣານີ້ ກວດພົບຜູ້ຕິດ ເຊື້ອໂຄວິດ-19 ໃໝ່ຕື່ມອີກ 836 ຄົນ, ມີຜູ້ຕິດເຊື້ອສະສົມ 114,787 ຄົນ, ເສັຍຊີຊິດທັງໝົດ 409 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.