ເຣີ່ມສັກ ວັກຊິນ ປ້ອງກັນ ໂຄວິດ-19 ໃຫ້ເດັກ 12-17 ປີ

ພູວົງສ໌
2021.12.09
ເຣີ່ມສັກ ວັກຊິນ ປ້ອງກັນ ໂຄວິດ-19 ໃຫ້ເດັກ 12-17 ປີ ຄະນະແພດ ສູນຂ່າວສານການແພດ ສຸຂສຶກສາ, ທັນວາ 2021.
ຮູບພາບ: ສູນຂ່າວສານການແພດ ສຸຂສຶກສາ

ປັດຈຸບັນ, ຫຼາຍແຂວງໃນລາວ ເຣີ່ມສັກວັກຊິນ ປ້ອງກັນໂຄວິດ-19 ໃຫ້ແກ່ເດັກນ້ອຍ ອາຍຸ 12-17 ປີແລ້ວ ເປັນຕົ້ນ ຢູ່ແຂວງຫຼວງພຣະບາງ ກໍໄດ້ເຣີ່ມສັກ ຕັ້ງແຕ່ວັນທີ 15 ພຶສຈິກາ 2021 ເປັນຕົ້ນມາ, ໂດຍສັກຍີ່ຫໍ້ ຊິໂນຟາມ ແລະ ພໍ່ແມ່ຜູ້ປົກຄອງຫຼາຍຄົນ ກໍໃຫ້ຄວາມສົນໃຈ ພາລູກຫຼາຍ ມາສັກວັກຊິນກັນຫຼາຍ. ເຈົ້າໜ້າທີ່ ສາທາຣະນະສຸຂ ຜແນກແມ່ ແລະ ເດັກ ແຂວງຫຼວງພຣະບາງ ທ່ານນຶ່ງ ທີ່ຂໍສງວນຊື່ ແລະ ຕຳແໜ່ງ ກ່າວໃນວັນທີ 9 ທັນວາ ນີ້ວ່າ:

“ເຮົາໄດ້ເຣີ່ມສັກ ຕັ້ງແຕ່ວັນທີ 15 ເດືອນ 11 ພຸ້ນເນາະ 12 ຫາ 17 ປີຫັ້ນ ຫຼາຍເຕີບແລ້ວ.​ ໄດ້ລົງແຕ່ລະບ້ານແດ່ ແລະ ຂແນງແມ່ ແລະ ເດັກ ພວກເຮົາກໍໄດ້ເປີດສັກ.”

ທ່ານກ່າວຕື່ມວ່າ ເບື້ອງຕົ້ນ ເຈົ້າໜ້າທີ່ແພດ ແລະ ໝໍ ກໍໄດ້ລົງພື້ນທີ່ ໃນແຕ່ລະບ້ານນຳດ້ວຍ, ເຊິ່ງຕັ້ງແຕ່ເຣີ່ມສັກວັກຊິນ ປ້ອງກັນໂຄວິດ-19 ໃຫ້ເດັກນ້ອຍ 12-17 ປີ ກໍຍັງບໍ່ພົບຜົລຂ້າງຄຽງ ທີ່ຮຸນແຮງ. ຂະນະທີ່ແຂວງຄຳມ່ວນ ກໍໄດ້ເຣີ່ມສັກວັກຊິນ ປ້ອງກັນໂຄວິດ-19 ຕັ້ງແຕ່ວັນທີ 6 ທັນວາ 2021 ທີ່ຜ່ານມາ ໃຫ້ແກ່ເດັກນ້ອຍອາຍຸ 12-17 ປີເຊັ່ນກັນ ເພາະໃນໄລຍະນີ້ ແຂວງຄຳມ່ວນ ເຣີ່ມເປີດສະຖານທີ່ທ່ອງທ່ຽວ ແລະ ໂຮງຮຽນແລ້ວ. ດັ່ງເຈົ້າໜ້າທີ່ສະເພາະກິຈ ແຂວງຄຳມ່ວນ ທ່ານນຶ່ງ ທີ່ຂໍສງວນຊື່ ແລະ ຕຳແໜ່ງ ກ່າວວ່າ:

“ສັກແລ້ວ, ແຕ່ວັນຈັນ. ຊິໂນຟາມ ບໍ່ມີຜົລຂ້າງຄຽງຫຍັງ, ສ່ວນຫຼາຍບໍ່ຢາກມີຊ້ຳ ມັນກໍຢາກພາກບັງຄັບໜ້ອຍນຶ່ງ. ​ຮິບໂຮມຂໍ້ມູນ ທຸກເມືອງ-ທຸກບ້ານ ອາຍຸ 12-17 ປີ ມີຈັກຄົນ. ຂຶ້ນແຜນຕາມຫັ້ນ ລົງໄປສັກ ສົມທົບກັບອຳນາດການປົກຄອງ ສົມທົບກັບໂຮງຮຽນ ເພາະວ່າດຽວນີ້ ເປີດໂຮງຮຽນແລ້ວ.”

ສ່ວນແຂວງສວັນນະເຂດ ກໍຈະເຣີ່ມສັກວັກຊິນ ປ້ອງກັນໂຄວິດ-19 ໃຫ້ເດັກອາຍຸ 12 ປີຂຶ້ນໄປ ໃນສັປດາໜ້າ, ເຊິ່ງໄລຍະນີ້ ທາງແຂວງ ຈະກະຈາຍວັກຊິນ ໃຫ້ແຕ່ລະເມືອງ. ເຈົ້າໜ້າທີ່ ສາທາຣະນະສຸຂ ແຂວງສວັນນະເຂດ ທ່ານນຶ່ງ ຜູ້ຂໍສງວນຊື່ ແລະ ຕຳແໜ່ງ ກ່າວວ່າ:

“ເຮົາຈະສັກອາທິດໜ້ານີ້ ເພິ່ນກະຈາຍໃຫ້ເມືອງ ໃຫ້ເຣີ່ມສັກອາທິດໜ້ານີ້. ໂອ້, ເຣື່ອງສັກຢານີ້ ເຂົາເຈົ້າຢາກສັກຢູ່ແລ້ວ ສັກຫຼາຍແລ້ວດຽວນີ້ນ່າ.”

ແຂວງອຸດົມໄຊ ກໍຕຣຽມຈະສັກວັກຊິນ ປ້ອງກັນໂຄວິດ-19 ໃຫ້ເດັກນ້ອຍ 12 ປີຂຶ້ນໄປ ໃນສັປດາໜ້າເຊັ່ນກັນ. ເຈົ້າໜ້າທີ່ ສາທາຣະນະສຸຂ ແຂວງອຸດົມໄຊ ທ່ານນຶ່ງ ຜູ້ຂໍສງວນຊື່ ແລະ ຕຳແໜ່ງ ກ່າວວ່າ:

“ເພິ່ນກໍວ່າ ຊິສັກຢູ່ຫັ້ນແຫຼະວ່າ ຊິສັກໃຫ້ເດັກ 12 ປີຂຶ້ນໄປນ່າ. ຕຣຽມຈະສັກຢູ່ຫັ້ນລະ ເພິ່ນຈະເຣີ່ມໃນອາທິດຈະມານີ້ແຫຼະ. ທັມມະດາ ເຂົາເຈົ້າກະຢາກສັກຫັ້ນແຫຼະ.”

ຫຼ້າສຸດນີ້, ສະຫະຣັຖອາເມຣິກາ ກໍຈະມອບວັກຊິນ ປ້ອງກັນໂຄວິດ-19 ຍີ່ຫໍ້ໄຟເຊີ້ ຈຳນວນ 1,700,000 ໂດສ ໃຫ້ແກ່ຣັຖບານລາວ, ໂດຍຜ່ານໂຄງການໂຄແວັກ ແລະ ຖືກຮັບຮອງໂດຍ ອົງການອະນາມັຍໂລກ ໃຫ້ສາມາດສັກ ໃນກຸ່ມເດັກນ້ອຍ ອາຍຸ 12 ປີຂຶ້ນໄປໄດ້.               

ເຈົ້າໜ້າທີ່ ປະຈຳສະຖານທູຕ ສະຫະຣັຖອາເມຣິກາ ທ່ານນຶ່ງ ທີ່ຂໍສງວນຊື່ ແລະ ສຽງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ກ່ຽວກັບເຣື່ອງດັ່ງກ່າວນີ້ ຍັງບໍ່ຮູ້ຣາຍລະອຽດວ່າ ທາງສະຫະຣັຖອາເມຣິກາ ຈະມອບວັກຊິນ ຈຳນວນດັ່ງກ່າວ ໃຫ້ແກ່ຣັຖບານລາວ ໃນວັນທີເທົ່າໃດ, ມີແຕ່ພຽງຂໍ້ມູນເບື້ອງຕົ້ນ ຕາມທີ່ໄດ້ປະກາດອອກໄປ, ແຕ່ຄາດວ່າ ຈະມອບໃຫ້ຣັຖບານລາວ ໃນມໍ່ໆນີ້.

ກ່ອນໜ້ານີ້, ໃນຕົ້ນເດືອນມິຖຸນາ 2021 ຣັຖບານລາວ ກໍໄດ້ຮັບວັກຊິນ ປ້ອງກັນໂຄວິດ-19 ຍີ່ຫໍ້ໄຟເຊີ້ ຈາກສະຫະຣັຖ ອາເມຣິກາ ປະມານ 1 ແສນປາຍໂດສ ແລະ ໃນວັນທີ 19 ກໍຣະກະດາ ຣັຖບານລາວ ກໍໄດ້ຮັບວັກຊິນ ປ້ອງກັນໂຄວິດ-19 ຍີ່ຫໍ້ ຈ່ອນຊັ້ນແອນຈ່ອນຊັ້ນ ຈຳນວນ 1 ລ້ານ 8 ພັນໂດສ ຜ່ານໂຄງການໂຄແວັກເຊັ່ນກັນ.         

ນອກຈາກນີ້, ສະຖານເອກອັຄຣັຖທູຕລາວ ປະຈຳປະເທດໄທຍ ກໍໄດ້ອອກແຈ້ງການ ໃນວັນທີ 3 ທັນວາ 2021 ວ່າ ຄົນງານລາວ ທີ່ຍັງບໍ່ເຄີຍສັກວັກຊິນ ປ້ອງກັນໂຄວິດ-19 ມາກ່ອນ ແລະ ພັກອາສັຍ ຢູ່ໃນເຂດກຸງເທບ ແລະ ເຂດໃກ້ຄຽງ ສາມາດເຂົ້າໄປສັກວັກຊິນ ປ້ອງກັນໂຄວິດ-19 ໄດ້ ຢູ່ຈຸດສັກວັກຊິນ ເຍົາວະຊົນໄທຍ-ຍີ່ປຸ່ນດິນແດງ ຢູ່ກຸງເທບ ໂດຍບໍ່ເສັຽຄ່າໃຊ້ຈ່າຍ.

ຄົນງານລາວຢູ່ໄທຍ ທ່ານນຶ່ງ ກ່າວວ່າ:

“ໂອ້, ດີໃຈຢູ່. ຕອນນີ້ ກໍຍັງບໍ່ທັຍເຂົ້າໄປສັກຢູ່ ກະຢ້ານຢູ່ ເພາະວ່າ ບໍ່ຄ່ອຍໄປທາງໃດ ກະບໍ່ກ້າອອກໄປຕ່າງແຂວງ ເຖົ້າແກ່ເພິ່ນວ່າ ເພິ່ນກຳລັງເດີນເຣື່ອງໃຫ້.”

ຄົນງານລາວ ທີ່ຈະສັກວັກຊິນ ປ້ອງກັນໂຄວິດ-19 ຕ້ອງມີນາຍຈ້າງ ມາຮັບປະກັນໃຫ້. ຄົນງານລາວໃນໄທຍ ອີກທ່ານນຶ່ງ ກ່າວວ່າ:

“ອັນນີ້ສັກມາດົນແລ້ວ ໄດ້ປະມານ 2 ເດືອນ, ເຈົ້ານາຍເພິ່ນຈັດການໃຫ້ເລີຍເນາະ ເພິ່ນກໍນັດໄປແລ້ວ ກໍໄປສັກເລີຍ.​ ຖ້າຜູ້ໃດບໍ່ມີເຈົ້ານາຍ ກໍອາຈບໍ່ໄດ້ສັກ.”

ແລະ ໃນວັນທີ 9 ທັນວາ ນີ້, ທາງການລາວ ກໍກວດພົບ ຜູ້ຕິດເຊື້ອໂຄວິດ-19 ຈຳນວນ 1,212 ຄົນ. ສ່ວນໃຫຍ່ຕິດເຊື້ອໃນຊຸມຊົນ, ເສັຽຊີວິດເພີ່ມ 5 ຄົນ ເຮັດໃຫ້ມີຜູ້ຕິດເຊື້ອສະສົມ ທັງໝົດ 84,503 ຄົນ ແລະ ເສັຽຊີວິດສະສົມ 224 ຄົນ. ສ່ວນການສັກວັກຊິນ ປ້ອງກັນໂຄວິດ-19 ມາຮອດວັນທີ 9 ທັນວາ 2021 ນີ້, ມີຜູ້ໄດ້ຮັບການສັກວັກຊິນ ປ້ອງກັນໂຄວິດ-19 ເຂັມທີ 1 ແລ້ວ ຈຳນວນ 4,173,779 ຄົນ ກວມເອົາ 56%, ເຂັມທີ 2 ຈຳນວນ 3,265,359 ຄົນ ກວມເອົາ 44%.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.