ສິນຄ້າ ຕ້ອງຫ້າມ ຫຼາຍປະເພດ ຖືກຍຶດ, ເຜົາທຳລາຍ
2022.03.18
ເຈົ້າໜ້າທີ່ທາງການທີ່ກ່ຽວຂ້ອງເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ເຜົາທໍາລາຍສິນຄ້າຕ້ອງຫ້າມ, ສິນຄ້າໝົດອາຍຸ ແລະສິນຄ້າຮຽນແບບ 21 ຣາຍການ ໃນມື້ວັນທີ 15 ມິນານີ້. ສິນຄ້າທັງໝົດເປັນສິນຄ້າທີ່ນໍາເຂົ້າມາຈາກປະເທດໄທຍ, ມູນຄ່າ 19,900,000 ປາຍກີບ ທີ່ຖືກວາງຂາຍຢູ່ໃນ 20 ຮ້ານ ພາຍຫລັງທີ່ເຈົ້າໜ້າທີ່ໄດ້ກວດກາ ຕັ້ງແຕ່ຕົ້ນເດືອນກຸມພາຂອງປີນີ້ມາ. ສິນຄ້າໝົດອາຍຸທີ່ວ່ານັ້ນ ສ່ວນຫລາຍແມ່ນນໍ້າຫວານ, ນົມ, ໝີ່ສໍາເລັດຮູບ ແລະເຂົ້າໝົມ. ສິນຄ້າດັ່ງກ່າວຖືກກວດພົບໃນໄລຍະທີ່ເຈົ້າໜ້າທີ່ການຄ້າໄດ້ລົງກວດກາຮ້ານຄ້າຂາຍຍົກ ແລະຂາຍຍ່ອຍໃນເມືອງຕົ້ນເຜິ້ງ ທັງໝົດ 63 ຮ້ານ.ໃນນັ້ນມີ 20 ຮ້ານ ທີ່ພົບວ່າ ມີສິນຄ້າໝົດອາຍຸວາງຂາຍຢູ່, ອີງຕາມການຣາຍງານຂອງທ່ານ ແສງປະເສີດ ຫລວງລືໄຊ ຫົວໜ້າຫ້ອງການອຸດສາຫະກັມ ແລະການຄ້າ ເມືອງຕົ້ນເຜິ້ງໃນມື້ວັນທີ 15 ມິນານີ້.
ກ່ຽວກັບເຣື່ອງດັ່ງກ່າວ ເຈົ້າໜ້າທີ່ຫ້ອງການອຸດສາຫະກັມ ແລະການຄ້າ ເມືອງຕົ້ນເຜິ້ງ ທ່ານນຶ່ງກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 18 ມິນານີ້ວ່າ:
“ສ່ວນຫລາຍກໍເປັນນໍ້າສໄປຣ ນໍ້າໂຄັກ ພາກສ່ວນທີ່ວ່າເຄື່ອງດື່ມນີ້ນ່າ ເປັນເສັ້ນ ຈໍານວນນຶ່ງ ເປັນເຂົ້າໜົມຈໍານວນນຶ່ງ. ສ່ວນຫລາຍສິນຄ້າມາຈາກໄທຍແນ່ ຈໍານວນນຶ່ງແລະລາວຈໍານວນນຶ່ງ ຈາກຈີນບໍ່ ສ່ວນຫລາຍບໍ່ຄ່ອຍມີເພາະວ່າ ຈີນເຂົາກາສິໂນໝົດເດ້.”
ທ່ານກ່າວຕື່ມວ່າ ຮ້ານຄ້າ 20 ຮ້ານ ທີ່ຂາຍເຄື່ອງໝົດອາຍຸນັ້ນ ເປັນຂອງຄົນລາວທັງໝົດ, ເປັນສິນຄ້າໄທຍ ທີ່ໃກ້ຈະໝົດອາຍຸ ຖືກນໍາເຂົ້າມາລາວ ໂດຍທີ່ພວກພໍ່ຄ້າ-ແມ່ຄ້າລາວ ບໍ່ໄດ້ກວດເບິ່ງສິນຄ້ານັ້ນວ່າ ໃກ້ຈະໝົດອາຍຸແລ້ວ ຫລືບໍ່. ແຕ່ເມື່ອສິນຄ້ານັ້ນໝົດອາຍຸແລ້ວ ກໍຍັງຂາຍຕໍ່ໄປຢູ່.
ຍ້ອນເປັນຄືແນວນັ້ນ ເມື່ອເຈົ້າໜ້າທີ່ທີ່ກ່ຽວຂ້ອງໄປກວດກາສິນຄ້າຢູ່ຕາມຮ້ານຂາຍເຄື່ອງຂອງຕ່າງໆ ໃນແຕ່ລະ 3 ເດືອນ ຫລື 6 ເດືອນ ຈຶ່ງພົບສິນຄ້າໝົດອາຍຸທຸກປີ.
ດັ່ງເຈົ້າໜ້າທີ່ ຫ້ອງການປົກຄອງເມືອງຕົ້ນເຜິ້ງເວົ້າວ່າ:
“ພວກເຮົາກໍ ກໍມີກວດກາເປັນປະຈໍາຢູ່ເນາະ ກວດ ກາທຸກໆ 3 ເດືອນ 6 ເດືອນ ພວກເຮົາກໍລົງຕລອດຫັ້ນນ່າ.”
ກ່ຽວກັບເຣື່ອງທີ່ວ່ານີ້ ປະຊາຊົນຢູ່ໃນເທສບານເມືອງຕົ້ນເຜິ້ງຜູ້ນຶ່ງເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 18 ມີນານີ້ວ່າ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ໄດ້ໄປກວດກາສິນ ຄ້າຕາມຫ້າງຮ້ານຕ່າງໆຢູ່ຢ່າງເປັນປະຈໍາ, ບາງຮ້ານກໍຕິດມື້ໝົດອາຍຸໃສ່ສິນຄ້າ, ບາງຮ້ານກໍບໍ່ຕິດ.
ເມື່ອກວດພົບສິນຄ້າໝົດອາຍຸ ເຈົ້າໜ້າທີ່ກໍບໍ່ໃຫ້ຂາຍ ແລະເອົາໄປຈູດຖິ້ມ.
“ເຂົາເຈົ້າຈະຄິດ ຄືວັນໝົດອາຍຸ ຄືສິນຄ້າທົ່ວໄປເນາະ ມີຄືກັນໝົດເລີຍເນາະ ແຕ່ລະປະເທດເນາະ ສ່ວນຫລາຍກໍຮູ້ ສ່ວນຫລາຍກໍຮູ້ເນາະ ເພາະວ່າການຄ້າ ເຂົາເຈົ້າລົງກວດຕລອດເນາະ ສິນຄ້າໝົດອາຍຸ ສ່ວນຫລາຍຈະບໍ່ຂາຍ ຈະທໍາລາຍເນາະ ໝົດອາຍຸ ສ່ວນຫລາຍເຂົາເຈົ້າຈະບໍ່ຂາຍເນີ ເຂົາຈະຈູດຈູດຖິ້ມ.”
ແລະຊາວບ້ານຢູ່ເມືອງດຽວກັນນີ້ອີກຜູ້ນຶ່ງກໍເວົ້າໃນມື້ດຽວກັນນີ້ວ່າ ຕົນກໍເຫັນເຈົ້າໜ້າທີ່ໄປກວດກາສິນຄ້າ ຮວມທັງສິນຄ້າທີ່ໝົດອາຍຸ ຢູ່ຕາມຮ້ານຕ່າງໆທຸກປີ. ແຕ່ສໍາລັບຕົນເອງແມ່ນບໍ່ໄດ້ຊື້ສິນຄ້າໝົດອາຍຸມາຈັກເທື່ອ ຍ້ອນໄດ້ກວດເບິ່ງກ່ອນວ່າ ສິນຄ້າທີ່ຕົນຈະຊື້ນັ້ນໝົດອາຍຸແລ້ວ ຫລືບໍ່ ແລະຈະພົບສິນຄ້າໝົດອາຍຸຫລາຍກວ່າໝູ່ ແມ່ນນໍ້າຫວານ ຍ້ອນເຂົາຂາຍອອກບໍ່ໝົດກ່ອນມັນຈະໝົດອາຍຸ.
“ກ່ອນເຮົາໄປຊື້ເຂົາ ເຮົາກໍເບິ່ງກ່ອນເດ່ ເບິ່ງວັນເດືອນປີອາຍຸ ອິຫຍັງມັນເນາະ ສ່ວນຫລາຍໝົດອາຍຸ ມີແຕ່ປະເພດ ນໍ້າສົ້ມນໍ້າຂຽວນໍ້າແດງ ບາງທີເຂົາເຈົ້າເອົາມາ ບາງທີບໍ່ໄດ້ຂາຍ ຂາຍບໍ່ໝົດ ມັນກໍໝົດອາຍຸແນວນັ້ນ ຊື່ໆ.”
ສໍາລັບສິນຄ້າໝົດອາຍຸ ທີ່ເຈົ້າໜ້າທີ່ກວດພົບນັ້ນ ແມ່ນຖືກຍຶດ ແລ້ວເອົາໄປທໍາລາຍຖິ້ມ ແລະເຮັດບົດບັນທຶກກ່າວເຕືອນ, ປັບໃໝບາງຮ້ານຄ້າຕາມລະບຽບການ, ສຶກສາອົບຮົມ ແລະແນະນໍາເຈົ້າຂອງຮ້ານຄ້າ ໃຫ້ຮູ້ເຖິງວິທີການກວດກາສິນຄ້າໝົດອາຍຸນໍາດ້ວຍ ເພື່ອໃຫ້ລູກຄ້າໄດ້ຜູ້ຊົມໃຊ້ສິນຄ້າທີ່ມີຄຸນນະພາບແລະ ປອດພັຍ.
ໃນແຕ່ລະປີ ຢູ່ປະເທດລາວ ໄດ້ມີການທໍາລາຍສິນຄ້າໝົດອາຍຸ, ສິນຄ້າຕ້ອງຫ້າມ, ສິນຄ້າຮຽນແບບ ຢູ່ຢ່າງເປັນປະຈໍາ. ສໍາລັບຢູ່ແຂວງພາກໃຕ້ຂອງລາວ ເມື່ອກ່ອນໜ້ານັ້ນກໍມີຣາຍງານວ່າ ເຈົ້າໜ້າທີ່ທີ່ກ່ຽວຂ້ອງຢູ່ເມືອງພູວົງ ແຂວງອັດຕະປື ກໍໄດ້ຈູດທໍາລາຍສິນຄ້າໝົດອາຍຸ ແລະສິນຄ້າທີ່ນໍາເຂົ້າ ໂດຍບໍ່ຜ່ານການເສັຍພາສີ ເປັນຕົ້ນ ຈັກສະຕິ້ນຕັດໄມ້ ທີ່ນໍາເຂົ້າມາຈາກປະເທດຈີນ ຈໍານວນ 5 ເຄື່ອງ, ເບັຍ ທີ່ເຂົ້າມາຈາກວຽດນາມ ແລະສິນຄ້າໝົດອາຍຸ ຊຶ່ງນໍາເຂົ້າມາຈາກປະເທດໄທຍ ຮວມມູນຄ່າທັງໝົດ 44 ລ້ານປາຍກີບ.
ເວົ້າເຣື່ອງການທໍາລາຍສິນຄ້າ ທີ່ເປັນສິນຄ້າບໍ່ຖືກກົດໝາຍນັ້ນ ປະຊາຊົນຢູ່ເມືອງສາມັກຄີໄຊ ແຂວງອັດຕະປື ເວົ້າວ່າ ໂດຍທົ່ວໄປແລ້ວແມ່ນເຫັນດີນໍາທີ່ເຈົ້າໜ້າທີ່, ແຕ່ສິນຄ້າບາງຢ່າງ ກໍບໍ່ຄວນທໍາລາຍຖິ້ມ ເປັນຕົ້ນສິນຄ້າທີ່ເປັນ ປໂຍດ, ໃຊ້ໄດ້ຢູ່, ບໍ່ເປັນອັນຕະລາຍ, ບໍ່ມີສານພິດເຈືອປົນ,ຄວນເອົາໄປຂາຍ ແລ້ວເອົາເງິນນັ້ນໄປຊື້ເຄື່ອງ ທີ່ຈໍາເປັນ ແຈກຢາຍໃຫ້ພວກເດັກນ້ອຍທີ່ທຸກຍາກ ຈະດີກວ່າ.
ແຕ່ເຖິງຢ່າງໃດກໍຕາມ ອີງຕາມຄວາມເວົ້າຂອງເຈົ້າໜ້າທີ່ຜແນກອຸດສາຫະກັມ ແລະການຄ້າແຂວງອັດຕະປື ແລ້ວແມ່ນວ່າ ການທໍາລາຍສິນຄ້າ ທີ່ນໍາເຂົ້າແບບຜິດກົດໝາຍ ແລະສິນຄ້າໝົດອາຍຸທັງໝົດນັ້ນ ແມ່ນເປັນໄປຕາມນະໂຍ ບາຍ ຊຶ່ງເຈົ້າໜ້າທີ່ຫ້ອງ ການຂອງພວກທ່ານໄດ້ລົງກວດກາ ເດືອນນຶ່ງ 3 ເທື່ອ.