ເມືອງຊຽງເງິນ ຍຶດ-ທຳລາຍ ສິນຄ້າ ໝົດອາຍຸ
2022.05.16

ວັນທີ 22 ພຶສພາ 2022 ເຈົ້າໜ້າທີ່ອຸດສາຫະກັມ ແລະການຄ້າສົມທົບກັບເຈົ້າໜ້າທີ່ ສາທາຣະນະສຸຂເມືອງຊຽງເງິນ ແຂວງຫຼວງພຣະບາງ ເພື່ອລົງກວດສິນຄ້າທັງໝົດ 16 ບ້ານ ພົບເຫັນແລະທຳລາຍຢາປິ່ນປົວພະຍາດ ເສື່ອມຄຸນນະພາບ, ຢາສູບເກົາຫຼີບໍ່ໄດ້ເສັຽພາສີ, ນໍ້າມັນເຄື່ອງຣົຖຈັກປອມແປງ ຈາກວຽດນາມ ແລະເຄື່ອງດື່ມຊູກຳລັງ, ເຄື່ອງອຸປໂພກຕ່າງໆ ໝົດອາຍຸຈາກໄທຍ ຮວມມູນຄ່າເສັຽຫາຍທັງໝົດ 9.4 ລ້ານກີບ.
ດັ່ງເຈົ້າໜ້າທີ່ ຫ້ອງການອຸດສາຫະກັມ ແລະການຄ້າ ແຂວງຫຼວງພຣະບາງກ່າວວ່າ:
“ເຣື່ອງຢາສູບນີ້ ເປັນຢາສູບຂອງເກົາຫຼີເນາະ ທີ່ໄດ້ມີສຕິເກີ້ຕິດ ແລ້ວກໍມີທາງບໍຣິສັດໄດ້ສົ່ງພວກເຮົາວ່່າ ຢາປະເພດນີ້ຈະບໍ່ໄດ້ເສັຽພາສີ ທີ່ນຳເຂົ້າເນາະ ຈັ່ງຊັ້ນແລ້ວເພິ່ນບໍ່ໃຫ້ຈຳໜ່າຽ, ນໍ້າມັນເຄື່ອງນີ້ແຫຼະເນາະ ສ່ວນຫຼາຍ ເຂົາເຈົ້າ ກ໋ອບເປັນປະເພດ ຂອງວຽດນາມມາເບິ່ງປັດຈຸບັນແລ້ວ ແລ້ວມີການລັກລອບເອົາເຂົ້າໄປ ແລ້ວກໍເປັນນໍ້າມັນເຄື່ອງທີ່ປອມແປງ ຫຼືຂອງກ໋ອບໂຕຢ່າງຜູ້ທີ່ມາຊົມໃຊ້ເນາະ ໂຕລາຄາຖືກມີບໍ່ໂຕນີ້ມັນຈະເປັນຊ່ວຍໃຫ້ເຮົາວ່າ ໂຕແທ້ກັບໂຕປອມຍຶດ ຫຼືອາຍັດກັບເຂົ້າກວດສອບ.”
ທ່ານກ່າວຕື່ມວ່າສຳລັບສິນຄ້າ ປະເພດເຄື່ອງດື່ມຊູກຳລັງ, ນໍ້າຫວານ, ນົມ ແລະ ປະເພດເຂົ້າໜົມ, ໝີ່ ກໍຈະເປັນສິນຄ້າທີ່ໝົດອາຍຸຈາກໄທຍ 3-7 ເດືອນ, ຊຶ່ງເຈົ້າໜ້າທີ່ ກໍໄດ້ພົວພັນກັບບໍຣິສັດໄທຍ ທີ່ນຳເຂົ້າສິນຄ້າດັ່ງກ່າວ ໃຫ້ເອົາສິນຄ້າໃໝ່ມາປ່ຽນຄືນໃຫ້ ຜູ້ຄ້າຂາຍທີ່ມີສິນຄ້າໝົດອາຍຸແທນ ເພື່ອໃຫ້ຜູ້ຄ້າຂາຍບໍ່ຫຼຸບທຶນໃນການຂາຍ ຊຶ່ງບໍຣິສັດໄທຍກໍຍີນດີ ປະຕິບັດຕາມຢ່າງເຄັ່ງຂັດ ຄືຖ່າຍຮູບແລກປ່ຽນສິນຄ້າ ຄືນສົ່ງໃຫ້ເຈົ້າໜ້າທີ່ລາວຄັກແນ່ ແລະເອົາສິນຄ້າທີ່ໝົດອາຍຸໄປ ປະຖີ້ມໄວ້ບ່ອນອື່ນ. ສ່ວນບໍຣິສັດໄທຍທີ່ບໍ່ສາມາດ ປ່ຽນສິນຄ້າໄດ້ ທາງເຈົ້າໜ້າທີ່ກໍໄດ້ເຈາະຊອງໝີ່ ແລ້ວໃຫ້ຜູ້ຄ້າຂາຍເອົາໄປທຳລາຍຖີ້ມ.
ສ່ວນຢາປີ່ນປົວພະຍາດ ເສື່ອມຄຸນນະພາບ ແມ່ນເຈົ້າໜ້າທີ່ ຜແນກສາທາຣະນະສຸຂ ກໍໄດ້ຢຶດມາທຳລາຍແລ້ວ ເນື່ອງຈາກຖ້າຫາກຜູ້ບໍຣິໂພກ ໃຊ້ຢາປິ່ນປົວທີ່ເສື່ອມຄຸນນະພາບ ແມ່ນຈະເຮັດໃຫ້ເກີດຜົລຂ້າງຄຽງໄດ້ ເປັນຕົ້ນເກີດອາການເບື່ອເມົາ ຮາກຈົນສູນເສັຽພລັງງານດ້ານຮ່າງກາຍ.
ດັ່ງເຈົ້າໜ້າທີ່ ສາທາຣະນະສຸຂ ເມືອງຊຽງເງິນ ແຂວງຫຼວງພຣະບາງ ກ່າວໃນມື້ດຽວກັນວ່າ:
ຖ້າເຮົາກິນຢາທີ່ເສື່ອມຄຸນນະພາບຫັ້ນ ມັນຈະມີຜົລຂ້າງຄຽງ ກໍຖືວ່າມັນຈະມີການແພ້ ມັນຈະມີການເບື່ອເມົາ ແມ່ນຫຍັງຕ່າງໆ ເຮັດໃຫ້ລະບົບລະລາຍເນາະ ມີການຜິດປົກກະຕິ ແລ້ວກໍເບື່ອເມົາ ພວກຮາກ ອີ່ຫຍັງຕ່າງໆ ເຮັດໃຫ້ມີການເສັຽພລັງໄປແດ່.”
ທ່ານກ່າວຕື່ມວ່າ ເຄື່ອງດື່ມຊູກຳລັງ ເຄື່ອງອຸປໂພກຕ່າງໆ ທີ່ໝົດອາຍຸ ແລະມີການນຳໄປບໍຣິໂພກ ຈະເຮັດໃຫ້ຜູ້ບໍຣິໂພກນັ້ນ ເປັນຖອກທ້ອງບໍ່ໄດ້ໂພສະນາການ ທາງອາຫານ ໂດຍສະເພາະທາດວິຕາມິນຕ່າງໆ ຈະບໍ່ເຂົ້າສູ່ຮ່າງກາຍ ແລະເຮັດໃຫ້ເສັຽເງິນລ້າໆ ນຳດ້ວຍ.
ຢູ່ບ້ານໂດນ ເມືອງໂພນທອງ ແຂວງຫຼວງພຣະບາງ ເປັນນຶ່ງບ້ານທີ່ມີຊາຍແດນຕິດຈອດ ກັບວຽດນາມແລະມີການນຳເຂົ້າໜົມ ເຄື່ອງດື່ມຊູກຳລັງ ຈາກວຽດນາມ ມາຂາຍພາຍໃນບ້ານ. ປັດຈຸບັນ ບັນຫາສິນຄ້າໝົດອາຍຸ ກໍບໍ່ພົບເຫັນເນື່ອງຈາກ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງລົງກວດກາຢ່າງຈິງຈັງ.
ດັ່ງຊາວບ້ານຢູ່ບ້ານໂດນ ເມືອງໂພນທອງ ແຂວງຫຼວງພຣະບາງ ກ່າວໃນມື້ດຽວກັນນີ້ວ່າ:
“ອໍອັນນັ້ນ ກໍບໍ່ເຄີຍມີ ເຂົາກໍຫັກມາກວດຕລອດເດ້ ບໍ່ເຄີຍມີນ່າ ກວດອັນແນວໃດ ມັນວ່າເປັນເດືອນນຶ່ງບໍ່ ແນວເຂົາກໍເອົາອອກຫຍັງ ຈະຮອດເດືອນກໍສິໃຫ້ເອົາອອກ ເຂົາບໍ່ໃຫ້ເກີນຈະນີ້.”
ເຖິງຢ່າງໃດກໍຕາມ ແຜນການໃນການປ້ອງກັນ ບໍ່ໃຫ້ມີບັນຫາດັ່ງກ່າວເກີດຂຶ້ນອີກ, ທາງຫ້ອງ ການອຸດສາຫະກັມ ແລະການຄ້າ ເມືອງຊຽງເງິນກໍມີການສຶກສາອົບຮົມ ກ່າວເຕືອນເຈົ້າຂອງຮ້ານ ຄັ້ງທີ 1 ແຕ່ຖ້າເຈົ້າຂອງຮ້ານຄ້າ ຍັງດຳເນີນສືບຕໍ່ເຮັດຜິດຄັ້ງທີ 2 ເປັນຕົ້ນເອົາຢາສູບເກົາຫຼີ ບໍ່ໄດ້ເສັຽພາສີ, ນໍ້າມັນເຄື່ອງຣົຖຈັກປອມແປງ ຈາກວຽດນາມ ເຂົ້າມາຂາຍພາຍໃນ ກໍຈຳເປັນດຳເນີນການປັບໃໝ ແລະຖ້າເຈົ້າຂອງຮ້ານຍັງເຮັດຜິດອີກ ເປັນຄັ້ງທີ 3 ຈະຖືກພິຈາຣະນາ ຖອນໃບດຳເນີນທຸຣະກິຈ ຈາກຜູ້ປະກອບການ ເພື່ອນຳຢາສູບເຂົ້າຂະບວນການ ຂຶ້ນທະບຽນສິນຄ້າ ແລ້ວນຳໄປທຳລາຍເປັນຕົ້ນ ຈູດ ຫຼືຝັງ.
ດັ່ງເຈົ້າໜ້າທີ່ ຫ້ອງການຜແນກອຸດສາຫະກັມ ແລະການຄ້າ ເມືອງຊຽງເງິນ ກ່າວໃນມື້ດຽວກັນວ່າ:
“ພວກເຮົາຈະສຶກສາອົບຮົມ ກ່າວເຕືອນຄັ້ງທີ 1, ຄັ້ງທີ 2 ຖ້າຫາກວ່າ ຮ້ານຜູ້ກ່ຽວຍັງດຳເນີນ ຍັງດຳເນີນເຂົ້າມາ ພວກເຮົາຈຳເປັນກໍຕ້ອງ ໄດ້ເອົາຂຶ້ນມາເວົ້າເຣື່ອງກົດໝາຽ ປົກປ້ອງຜູ້ຊົມໃຊ້ຫັ້ນແຫຼະ ມີມາຕການໃນການປັບໃໝ ຄັ້ງທີ 1 ເທົ່າໃດ, ຄັ້ງທີ 2 ເທົ່າໃດ, ໜັກໄປກ່ວານັ້ນພວກເຮົາຈະ ເວົ້າເຣື່ອງການອະນຸຍາດ ຂອງຂແນງການທີ່ກ່ຽວຂ້ອງ ເຊັ່ນອາກອນ ສ່ວນໃບດຳເນີນທຸຣະກິຈ ພວກເຮົາຈະຖອນຄືນຖ້າຫາກຕໍ່ໄປບໍ່ຟັງ.”
ທ່ານກ່າວຕື່ມວ່າການລົງກວດເທື່ອນີ້ ແມ່ນເປັນເທື່ອທຳອິດຂອງປີ ແລະເປັນການລົງກວດກາ ທີ່ຫຼ້າຊ້າກວ່າກກຳນົດ 4 ເດືອນ ເນື່ອງຈາກບໍ່ມີງົບປະມານ ໃນການລົງກວດກາ. ທັງນີ້ທາງຫ້ອງການອຸດສາຫະກັມ ແລະການຄ້າ ເມືອງຊຽງເງິນ ກໍມີແຜນຈະລົງກວດກາຕື່ມ ໃນເດືອນທັນວາ ເນື່ອງຈາກເປັນແຜນການທີ່ຖືກກຳນົດໄວ້ວ່າ 1 ປີຈະຕ້ອງລົງກວດກາສິນຄ້າ 2 ເທື່ອ.
ການລົງກວດນີ້ ກໍເພື່ອເປັນການປົກປ້ອງ ຜູ້ຊົມໃຊ້, ຜູ້ບໍຣິໂພກ ໃຫ້ມີຄວາມປອດພັຍ ຮວມທັງຜູ້ຈຳໜ່າຍພ້ອມດຽວກັນນີ້ ຍັງໄດ້ມີການເຜີຍແຜ່ ກົດໝາຽວ່າດ້ວຍການຄຸ້ມຄອງ ສິນຄ້າໝົດອາຍຸ ໃຫ້ກັບຜູ້ປະກອບການ ແລະປະຊາຊົນໃຫ້ເຂົ້າໃຈ ກ່ຽວກັບວັນໝົດອາຍຸສິນຄ້າ ແລະຜົລກະທົບຈາກການບໍຣິໂພກ ສິນຄ້າໝົດອາຍຸນຳດ້ວຍ. ອີງຕາມການຣາຍງານ ຂອງຄະນະອະນຸກັມການການ ລົງກວດກາສິນຄ້າປະຈຳເມືອງຊຽງເງິນຄັ້ງນີ້.