ພົບການຂາຍສິນຄ້າ ໝົດອາຍຸ ກະທົບສຸຂະພາບ ຜູ້ບໍລິໂພກ
2024.04.10
ທ້າຍເດືອນມີນາ 2024 ເຈົ້າໜ້າທີ່ຄະນະຮັບຜິດຊອບຄຸ້ມຄອງ ການຄ້າເມືອງປາກລາຍ ແຂວງໄຊຍະບູລີ ກໍໄດ້ລົງກວດກາ ຫ້າງຮ້ານທົ່ວເມືອງ ພົບ 13 ຮ້ານ ທີ່ມີສິນຄ້າໝົດອາຍຸ ຈາກການກວດກາຮ້ານທັງໝົດ 42 ຮ້ານ ສ່ວນໃຫຍ່ສິນຄ້າປະເພດເຄື່ອງກິນເຊັ່ນ ນົມ ອາຫານແຊ່ແຂງ ປີກໄກ່ ປອງໄກ່ ຂ່າໄກ່ ຮ໋ອດດ໋ອກແດງ ເຄື່ອງປຸງລົດ, ໝີ່, ເຂົ້າໜົມ, ຊາ, ກາເຟ, ນໍ້າອັດລົມ ແລະ ເຄື່ອງສຳອາງ ທີ່ນໍາເຂົ້າຈາກຫວຽດນາມ ແລະ ໄທ ຕົກເປັນມູນຄ່າທັງໝົດ 7.9 ລ້ານກີບ.
ເບື້ອງຕົ້ນ ເຈົ້າໜ້າທີ່ກໍໄດ້ສຶກສາອົບຮົມ ກ່າວເຕືອນເຈົ້າຂອງຮ້ານ ແຕ່ບໍ່ໄດ້ມີການປັບໃໝ ແລະ ກໍໄດ້ນໍາສິນຄ້າທຳລາຍຖີ້ມ ໃນວັນທີ 04 ເມສາ 2024 ທີ່ສະໜາມຖີ້ມຂີ້ເຫຍື້ອ ບ້ານນໍ້າຊົ້ງ ເມືອງປາກລາຍ ແຂວງໄຊຍະບູລີ.
ດັ່ງເຈົ້າໜ້າທີ່ການຄ້າ ເມືອງປາກລາຍ ແຂວງໄຊຍະບູລີ ຜູ້ຂໍສະຫງວນຊື່ ແລະຕຳແໜ່ງ ທ່ານກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 10 ເມສາ ນີ້ວ່າ:
“ໝົດອາຍຸໝົດທຸກແນວຫັ້ນແຫຼະ ກໍຫຼາຍເຕີບເຄື່ອງສໍາເລັດຮູບເຄື່ອງປຸງລົດ. ໄທ ກັບ ຫວຽດນາມຫັ້ນແຫຼະ. ເຮົາເຮັດບົດບັນທຶກແລ້ວໃຫ້ຮັບຜິດຊອບ ເລື່ອງເອົາໄປຖີ້ມຫັ້ນບໍ່ມີລະບຽບ ປັບໃໝເທື່ອເຮົາເອົາໄປຖີ້ມບ່ອນກອງຂີ້ເຫຍື້ອ ຂອງເມືອງເອົາໄປຝັງກົບຢູ່ຂຸມ.”
ກອ່ນໜ້ານີ້ ໃນເດືອນມີນາປີ 2023 ເມືອງປາກລາຍກໍເຄີຍທໍາລາຍສິນຄ້າ ໝົດອາຍຸ 75 ລາຍການມູນຄ່າ 9 ລ້ານປາຍກີບເປັນປະເພດອາຫານສົດ ແລະ ເຄື່ອງສຳເລັດຮູບ ປະເພດນໍ້າອັດລົມ, ນົມ, ເຂົ້າໜົມ ແລະ ອື່ນໆ ເຊັ່ນກັນ. ນອກຈາກນີ້ຍັງກວດພົບສານປົນເປື້ອນ ຟໍມາລີນ ແລະ ໂບແຣັກ ໃນອາຫານແຊ່ແຂງ.
ສ່ວນຢູ່ເມືອງຮຸນ ແຂວງອຸດົມໄຊ ກໍກວດພົບ 11 ຮ້ານໃນນັ້ນ ມີສິນຄ້າໝົດອາຍຸ ຈຳນວນທັງໝົດ 52 ລາຍການ ເປັນຕົ້ນເຄື່ອງດື່ມ, ນໍ້າອັດລົມ, ນໍ້າຫວານ, ກາເຟ, ໂອວັນຕິ໋ນ, ເຂົ້າໜົມ ແລະອື່ນໆ. ນອກນີ້ຍັງມີສິນຄ້າ ຕ້ອງຫ້າມ, ສິນຄ້ານອກລະບົບເຊັ່ນ ຂີ້ເຈຍ ທີ່ໃຊ້ເຮັດ (ໝື້) ລູກປືນນໍາດ້ວຍ ລວມທັງໝົດມູນຄ່າ 18 ລ້ານກ່ວາກີບ ເຊິ່ງເຈົ້າໜ້າທີ່ກໍໄດ້ນໍາໄປທຳລາຍຖີ້ມແລ້ວ.
ດັ່ງເຈົ້າໜ້າທີ່ການຄ້າ ເມືອງຮຸນ ແຂວງອຸດົມໄຊ ທ່ານກ່າວວ່າ:
“ສ່ວນໃຫຍ່ຈະເປັນສິນຄ້າໝົດອາຍຸ ແຕ່ວ່າຊ່ວງນີ້ມັນກໍມີແຕ່ປະເພດ ເຄື່ອງອຸປະໂພກຫັ້ນແຫຼະ. ເຄື່ອງບໍລິໂພກ ມັນເປັນໝີ່ເປັນນໍ້າເປັນນົມ ເປັນຫຍັງຫັ້ນນ່າ. ສິນຄ້າເກືອດຫ້າມ ເປັນຕົ້ນ ແມ່ນຂີ້ເຈຍບໍ່, ເລົາປືນບໍ່ ຈັ່ງຊັ້ນນ່າ. ຈະມີຈີນແດ່, ໄທແດ່ ມາດຕະການມີແຕ່ເຮັດບົດບັນທຶກ ກ່າວເຕືອນຖືວ່າ ຈະບໍ່ມີມາດຕະການປັບໃໝ.”
ທ່ານກ່າວຕື່ມວ່າ ນີ້ກໍແມ່ນຄັ້ງທໍາອິດທີ່ກວດພົບທີ່ຜ່ານມາ ຫຼາຍເມືອງໃນລາວກໍກວດພົບສິນຄ້າ ໝົດອາຍຸທຸກເທື່ອທີ່ເຈົ້າໜ້າທີ່ ລົງກວດກາເຊິ່ງກໍບໍ່ໝົດໄປເທື່ອ.
ໃນເດືອນສິງຫາ 2023 ຜ່ານມາ ປກສ ແຂວງອຸດົມໄຊ ກໍຈັບທ້າວ ຢວນເວີຍຈົງ ອາຍຸ 36 ປີ ເປັນຄົນຈີນນໍາສິນຄ້າສໍາເລັດຮູບ ທີ່ໝົດອາຍຸມາຂາຍຕາມຕະຫຼາດນັດທີ່ເດີ່ນກິລາ ແຂວງອຸດົມໄຊ ໄດ້ຈຳນວນຫຼາຍລາຍການມີທັງໄກ່ອົບ, ຂາໄກ່ອົບ 694 ກັບ, ຕີນໄກ່ດອງ 307 ຖົງໃຫຍ່, ປີກເປັດອົບ 306 ກັບ ແລະ 208 ຖົງນ້ອຍ, ຫົວບົວ 80 ຖົງ, ເຕົ້າຮູ້ ກາກຸ້ງ 274 ຖົງໃຫຍ່, ຖົ່ວຂຽວ 369 ຖົງໃຫຍ່ ແລະ 60 ຖົງນ້ອຍ, ເຂົ້າໜົມມັນຝຣັງ 290 ຖົງໃຫຍ່. ໝີ່ປອງ 356 ປອງ, ໝີ່ຖົງ 323 ຖົງ, ເຂົ້າໜົມຖົ່ວດິນທອດ 5 ແກັດ, ນໍ້າຫວານ 14 ກັບ ແລະ ສິນຄ້າອື່ນໆ ເຊິ່ງມີຄົນຈີນຂັບລົດບັນທຸກນຳເຂົ້າມາຈາກຈີນ. ເຫດການນີ້ ເຈົ້າໜ້າທີ່ກໍໄດ້ສຶກສາອົບຮົມ, ກ່າວເຕືອນ ແລະ ດຳເນີນຄະດີຕາມກົດໝາຍ ຈາກນັ້ນນຳເອົາສິນຄ້າໄປທຳລາຍຖີ້ມ.
ຕໍ່ບັນຫາສິນຄ້າໝົດອາຍຸ ຊາວບ້ານໃນເມືອງຮຸນ ແຂວງອຸດົມໄຊ ກ່າວວ່າ ກໍຖືວ່າເປັນອັນຕະລາຍຕໍ່ຜູ້ຊື້ໄປກິນ, ຄົນຂາຍໃຫ້ຊາວບ້ານຢ້ານຂາດທຶນ ບໍ່ຢາກຖີ້ມຖ້າຜູ້ຊື້ບໍ່ເບິ່ງວັນໝົດອາຍຸ ຊື້ໄປກິນ ໄປໃຊ້ຖ້າເປັນຂອງກິນມັນກໍອັນຕະລາຍ ຕໍ່ສຸຂະພາບເຊິ່ງຜູ້ຊື້ກໍຄວນກວດກາ ທຸກເທື່ອເວລາຊື້ສິນຄ້າ ເພາະເຈົ້າໜ້າທີ່ບໍ່ໄດ້ລົງມາກວດທຸກເດືອນ.
“ຄັນວ່າໝົດຄຸນນະພາບ ກິນກາອັນຕະລາຍຢູ່ມັນໝົດອາຍຸນີ້ ກາຊິຢ້ານຂາດທຶນຂາຍຄົນບໍ່ຮູ້ເອົາຫັ້ນແຫຼະ. ເຂົາບໍ່ເບິ່ງນີ້ກ່ອນອື່ນກາຊື້ນີ້ ກໍຕ້ອງເບິ່ງກ່ອນໂອ້ເບິ່ງອາຍຸມັນຖ້າໝົດອາຍຸ ແລ້ວກໍບໍ່ເອົາຫັ້ນແລ້ວກິນກໍອັນຕະລາຍຫັ້ນແລ້ວ.”
ພ້ອມດຽວກັນນີ້ຊາວບ້ານໃນແຂວງໄຊຍະບູລີ ທ່ານກ່າວເຖິງສິນຄ້າ ໝົດອາຍຸນີ້ກໍເຫັນວ່າທາງການລົງກວດກາ ຢູ່ຖ້າລົງກວດພົບສິນຄ້າໝົດອາຍຸ ຜິດກົດໝາຍທາງການກໍຍຶດໄປທຳລາຍຖີ້ມ. ສ່ວນຊາວບ້ານບາງຄົນເວລາໄປຊື້ເຄື່ອງ ກໍບໍ່ໄດ້ເບິ່ງວັນເດືອນປີທີ່ໝົດອາຍຸກໍຊື້ໄປເລີຍ ບາງຄົນກໍເບິ່ງຢູ່. ສ່ວນເຈົ້າຂອງຮ້ານທີ່ເອົາສິນຄ້າໝົດອາຍຸ ມາຂາຍມັນກໍເປັນສິນຄ້າຄ້າງສາງສະນັ້ນ ກໍຕ້ອງກວດເບິ່ງໃຫ້ຄັກແນ່.
“ການຄ້າເຂົ້າມາກວດວັນຜະລິດ, ວັນໝົດອາຍຸ. ບາງເທື່ອກໍມາປະໄວ້ຢູ່ຮ້ານດົນ ມີໜ່ວຍສະເພາະກິດ ເຂົາຈະມາກວດ. ຊາວບ້ານເຂົາຈະໄປຊື້ນີ້ກໍຈະຊື້ມາເລີຍເນາະ ບໍ່ໄດ້ກວດບາງຄົນກໍບໍ່ໄດ້ສົນໃຈ ສ່ວນຫຼາຍເປັນນົມເປັນຫຍັງ ເອົາມາໃຫ້ຫຼາຍນີ້ ກໍເບິ່ງຢູ່ເບິ່ງວ່າວັນໝົດອາຍຸ.”
ການກວດກາສິນຄ້າ ໝົດອາຍຸບໍ່ແມ່ນພຽງມີສອງເມືອງ ສອງແຂວງເທົ່ານັ້ນ ຍັງມີອີກຫຼາຍແຂວງ ໃນລາວທີ່ເຈົ້າໜ້າທີ່ກວດພົບສິນຄ້າ ໝົດອາຍຸບໍ່ໄດ້ຄຸນນະພາບ ສິນຄ້ານອກລະບັບ ສິນຄ້າລອກຮຽນແບບອີກຫຼາຍລາຍການ ເຊັ່ນໃນປີ 2023 ໃນໄລຍະກາງປີ ເມືອງເຊບັ້ງໄຟ ແຂວງຄຳມ່ວນກໍໄດ້ກວດກາຫ້າງຮ້ານຕ່າງໆ ພາຍໃນເມືອງພົບສິນຄ້າລອກຮຽນແບບ ແລະ ສິນຄ້າໝົດອາຍຸ 32 ລາຍການເຊິ່ງເປັນສິນຄ້າປະເພດເຄື່ອງບໍລິໂພກ ແລະ ອຸປະໂພກມູນຄ່າ 6,4 ລ້ານກີບ ແລະກໍນໍາໄປທຳລາຍຖີ້ມ ໂດຍຝັງລົງໃສ່ຂຸມ.
ໃນປີ 2022 ໃນໄລຍະເດືອນພຶດສະພາເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ກໍກວດພົບສິນຄ້າ ໝົດອາຍຸ 61 ລາຍການ ເປັນຕົ້ນເຄື່ອງດື່ມສຳເລັດຮູບ, ນໍ້າອັດລົມ, ນົມ, ໝີ່, ຄຣີມທາໜ້າ ແລະ ອື່ນໆ ມູນຄ່າ 24.2 ລ້ານກີບ. ໃນປີ 2023 ທົ່ວປະເທດ ສາມາດກວດການລະເມີດລະບຽບການຄຸ້ມຄອງ ການຄ້າ ສິນຄ້ານອກລະບົບ ແລະ ການດຳເນີນທຸລະກິດ ບໍ່ມີການລົງທະບຽນວິສາຫະກິດ ໄດ້ທັງໝົດ 859 ກໍລະນີ ຕົກເປັນມູນຄ່າຫຼາຍກ່ວາ 4 ຕື້ກີບ ແລະ ໄດ້ຍຶດພ້ອມທັງນຳເອົາສິນຄ້າ ໝົດອາຍຸ, ລອກຮຽນແບບ, ບໍ່ມີຄຸນນະພາບ, ຢາສູບເຖື່ອນ ໄປທຳລາຍຖີ້ມທັງໝົດ.