ກວດພົບ 800 ປາຍຄົນ ຕິດໂຄວິດ ສາຍພັນ ໂອມິຄຣອນ
2022.03.16

ຄະນະສະເພາະກິຈ ຄວບຄຸມໂຄວິດ-19 ໄດ້ຖແລງ ວັນທີ 16 ມີນາ ວ່າ ໄດ້ກວດພົບຜູ້ຕິດເຊື້ອ ໂຄວິດ-19 ສາຍພັນໂອມິຄຣອນ 848 ຄົນ ຈາກຜົລກວດທັງໝົດ 3,000 ປາຍ ໂຕຢ່າງ. ໃນຈຳນວນຜູ້ຕິດເຊື້ອທັງໝົດ ນະຄອນຫລວງວຽງຈັນ ກວມເອົາຈຳນວນຜູ້ຕິດເຊື້ອ ຫຼາຍກວ່າແຂວງອື່ນ. ສາເຫດທີ່ເຮັດໃຫ້ມີຜູ້ຕິດເຊື້ອເພີ່ມຂຶ້ນ ຍ້ອນວ່າ ປະຊາຊົນມີການ ຊຸມແຊວກັນຫຼາຍຂຶ້ນ, ມີການເປີດຮ້ານ ກິນດື່ມເປັນປົກຕິ ແລະ ຫຼາຍຄົນກໍບໍ່ປ້ອງກັນໂຕເອງ.
ເຈົ້າໜ້າທີ່ ສາທາຣະນະສຸຂ ທ່ານນຶ່ງ ທີ່ຂໍສງວນຊື່ ແລະ ຕຳແໜ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:
“ຕ້ອງເວົ້າເຣື່ອງການປ້ອງກັນ ນຶ່ງລະແມ່ນເຣື່ອງການ ຈັດງານກິຈກັມຕ່າງໆ ແລະ ການຊຸມແຊວເບາະ ບັນດາຮ້ານກິນດື່ມນີ້ ຫຼາຍໆ ບ່ອນເພິ່ນກະເປີດ ບັນຫານີ້ແຫຼະ ຖືວ່າ ມັນສ້າງໃຫ້ມີໂຄວິດຂຶ້ນມາຕື່ມນີ້ນ່າ ຫຼາຍຄົນລາງເທື່ອ ກໍບໍ່ໄດ້ໃສ່ຜ້າປິດປາກ ປິດຫຍັງກະມີ ແຕ່ວ່າ ພວກເຮົາ ກໍຕ້ອງໄດ້ເອົາໃຈໃສ່ ນຳກັນໝົດນັ້ນ ແຫຼະ ທຸກພາກສ່ວນຮອດພໍ່ແມ່ປະຊາຊົນຫັ້ນແຫຼະ.”
ທ່ານ ກ່າວຕື່ມວ່າ ສ່ວນມາຕການປ້ອງກັນ ເຈົ້າໜ້າທີ່ກໍຍັງໃຊ້ມາຕການຄືເກົ່າ ຍັງບໍ່ໄດ້ມີການແຈ້ງການເພີ່ມຕື່ມ ແລະ ພໍ່ແມ່ປະຊາຊົນ ຄວນຈະເອົາໃຈໃສ່ ເປັນເຈົ້າການໃນການ ປ້ອງກັນຮ່ວມກັນໃຫ້ຫຼາຍຂຶ້ນ ແລະ ຄວນຫຼີກລ້ຽງໄປຊຸມແຊວ ທີ່ເປັນສາເຫດນຶ່ງ ທີ່ເຮັດໃຫ້ມີການຕິດເຊື້ອ ໂຄວິດ-19 ເພີ່ມຂຶ້ນ.
ໂຕເລກການຕິດເຊື້ອ 2 ມື້ ຜ່ານມາ ບໍ່ມີແນມໂນ້ມຈະຫຼຸດລົງ ແຕ່ ອາການບໍ່ຮຸນແຮງ ເມື່ອທຽບໃສ່ທີ່ຜ່ານມາ.
ດຣ. ລັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມ ພະຍາດຕິດຕໍ່ ກະຊວງສາທາຣະນະສຸຂ ໄດ້ຖແລງຕໍ່ສື່ມວນຊົນ ໃນວັນທີ 16 ມີນາ ຕອນນຶ່ງວ່າ:
“ສາເຫດຂອງການຣະບາດຮອບນີ້ ເກີດຈາກການຣະບາດ ຂອງສາຍພັນໂອມິຄຼອນ ໂດຍ ສະເພາະແມ່ນ ສາຍພັນທີ່ທາງການເອີ້ນວ່າ BA.2 ແມ່ນສາມາດ ຕິດຕໍ່ເຮັດໃຫ້ອັດຕຣາ ການຕິດເຊື້ອເພີ່ມຂຶ້ນສູງ ສຳລັບ ສປປ ລາວ ໂຕເລກຕິດເຊື້ອທົ່ວປະເທດ ບໍ່ມີແນວໂນ້ມທີ່ຈະຫຼຸດລົງ ແລະ ມື້ນີ້ ກໍເປັນມື້ນຶ່ງ ທີ່ມີຜູ້ຕິດເຊື້ອ ທົ່ວປະເທດ ສູງເຖິງ 800 ກວ່າຄົນ.”
ເຖິງວ່າ ຈະມີຜູ້ຕິດເຊື້ອເພີ່ມຂຶ້ນ ແຕ່ທາງການລາວ ກໍຍັງເປີດໃຫ້ນັກທ່ອງທ່ຽວ ພາຍໃຕ້ໂຄງການສີຂຽວ ທີ່ເດີນທາງຜ່ານກຸ່ມທົວຣ໌ ເຂົ້າມາທ່ຽວພາຍໃນລາວ ໄດ້ຄືເກົ່າ ຕາມແຜນຂອງຣັຖບານ.
ເຈົ້າໜ້າທີ່ກ່ຽວຂ້ອງ ຜູ້ຂໍສງວນຊື່ ແລະ ຕຳແໜ່ງ ທ່ານນຶ່ງ ໄດ້ກ່າວວ່າ:
“ເປີດດຽວນີ້ ເພິ່ນກໍຄື ຜ່ອນຜັນຫຼາຍແລ້ວເດ້ ແຕ່ກໍກວດໂຄວິດຄືເກົ່າ ແຕ່ຄັນຈະປົກຕິຄືທີ່ຜ່ານມາຫັ້ນນ່າ ກະເດືອນ 7 ພຸ້ນນ່າ ຕາມແຜນ ບໍ່ຜ່ານກຸ່ມທົວກະໄດ້.”
ກ່ຽວກັບເຣື່ອງດັ່ງກ່າວ ກໍມີຊາວລາວຈຳນວນນຶ່ງ ກໍຮູ້ສຶກກັງວົນໃຈ ແລະ ເປັນຫ່ວງວ່າ ເຊື້ອໂຄວິດ-19 ຈະກັບຣະບາດຄືເກົ່າ ແລະ ຢ້ານສົ່ງຜົລກະທົບໃນຫຼາຍດ້ານ.
ຊາວ ນະຄອນຫລວງວຽງຈັນ ທ່ານນຶ່ງ ໄດ້ກ່າວວ່າ:
“ໂຕນີ້ຫັ້ນນ່າເນາະ ມັນກະຜ່ອນຄາຍຊ່ວງໆ ນຶ່ງຫັ້ນລະນ່າ ບາດນີ້ລະ ເຂົາພັດເປີດຮ້ານກິນດື່ມ ບໍ່ ຮ້ານບັນເທີງນັ້ນ ຫຼາຍຂຶ້ນຫັ້ນນ່າ ແລະ ກໍຄົນໄປຊຸມກັນຫຼາຍຫັ້ນນ່າ ມັນເປັນ ສາເຫດໃຫ້ມັນຣະບາດຂຶ້ນແບບນີ້ຫັ້ນນ່າ ກັງວົນໃນຈກະໜ້າເປັນຫ່ວງເດ້.”
ພ້ອມດຽວກັນນີ້ ຊາວລາວອີກຈຳນວນນຶ່ງ ກໍບໍ່ໄດ້ຮູ້ສຶກກັງວົນໃຈຫຼາຍ ຍ້ອນວ່າ ເຣີ່ມຄຸ້ນເຄີຍ ກັບເຣື່ອງໂຄວິດ-19 ແລະ ຮູ້ຈັກການປ້ອງກັນໂຕເອງແລ້ວ.
ຊາວ ນະຄອນຫລວງວຽງຈັນ ອີກທ່ານນຶ່ງ ໄດ້ກ່າວວ່າ:
“ກໍກັງວົນໃຈປານໃດລະ ຊິນແລ້ວເດ້ ສຳລັບພວກເຮົາມັນເຊບຕົວເອງຢູ່ແລ້ວ ເຮົາກໍຈະມີການປ້ອງກັນ.”
ຢ່າງໃດກໍຕາມ ບັນດາປະເທດອາຊຽນ ຫຼາຍປະເທດ ເປັນຕົ້ນວຽດນາມ, ໄທຍ, ສິງກະໂປຣ໌ ແລະ ມາເລເຊັຽ ກໍເປີດປະເທດ ຢ່າງເປັນທາງການໃນບໍ່ດົນນີ້ ເຖິງວ່າ ອັດຕຣາການຕິດເຊື້ອ ໂຄວິດ-19 ຍັງບໍ່ຫຼຸດລົງກໍຕາມ.