ເຣື້ອງທີ່ເກັບບັນທຶກໄວ້
2023-07-31
ຝົນຕົກໜັກ ນໍ້າຖ້ວມຫລາຍບ້ານ ຢູ່ເມືອງຫົງສາ ແຂວງໄຊຍະບູຣີ ແລະ ບ້ານທີ່ໄດ້ຮັບຜົລກະທົບ ຫລາຍກວ່າໝູ່ແມ່ນບ້ານແທ່ນຄໍາ ແລະ ບ້ານສີບຸນເຮືອງ, ແຕ່ໂດຍລວມແລ້ວ ນໍ້າຖ້ວມບໍ່ໜັກ, ແລະ ຍັງບໍ່ມີຣາຍງານ ຜົລເສັຍຫາຍ ຢ່າງເປັນທາງການ.
2023-07-28
ມີການສາຍຮູບເງົາເຣື່ອງ “Murdering the Mekong” ຫຼື “ການຄາດຕະກໍາແມ່ນໍ້າຂອງ” ໝາຍເຖິງຜົລກະທົບ ຈາກການສ້າງເຂື່ອນໃສ່ແມ່ນໍ້າຂອງ ແລະ ເນື້ອໃນຂອງຮູບເງົາດັ່ງກ່າວ ໄດ້ເວົ້າເຖິງການສ້າງເຂື່ອນໄຊຍະບູລີ ແລະເຂື່ອນຫລວງພຣະບາງ ທີ່ມີເປົ້າໝາຍຈະສົ່ງໄຟຟ້າ ໄປຂາຍໃຫ້ໄທຍ.
2023-07-28
ຜແນກແຜນການ ແລະການລົງທຶນ ແຂວງຊຽງຂວາງ ແລະບໍຣິສັດ ຊີເອັນພີ ການຄ້າ ຂາເຂົ້າ-ຂາອອກ ຈໍາກັດຜູ້ດຽວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ສຶກສາ ແລະ ສໍາຣວດຄວາມເປັນໄປໄດ້ ໃນການລົງທຶນເຊົ່າ ແລະ ສັມປະທານ ແຫຼ່ງທ່ອງທ່ຽວທົ່ງໄຫຫິນ ຂະນະທີ່ບາງຄວາມເຫັນ ຍັງເປັນຫ່ວງກະທົບ ມໍຣະດົກໂລກ.
2023-07-27
ເຈົ້າເມືອງ ເມືອງຊານໄຊ ແຂວງອັດຕະປື ອອກແຈ້ງການ ເຣື່ອງ ຫ້າມຊື້-ຂາຍ ແລະລ່າສັດນໍ້າ-ສັດປ່່າ ໃນຊ່ວງຣະດູການຂຍາຍພັນ ນັບແຕ່ເດືອນມິຖຸນາ ຫາເດືອນສິງຫາ ພ້ອມທັງເຮັດບົດບັນທຶກ ສຶກສາອົບຮົມ ກ່ຽວກັບລະບຽບການດັ່ງກ່າວ ໂດຍໃຫ້ເຫດຜົລວ່າ ເປັນໄລຍະການວ່າງໄຂ່ ຂອງປາ.
2023-07-27
ບໍຣິສັດ ລົງທຶນພັທນາການທ່ອງທ່ຽວ ຊິໂນ-ລາວ ຈໍາກັດ ຂອງນັກລົງທຶນຈີນ ສັມປະທານເນື້ອທີ່ ປະມານ 130 ເຮັກຕ້າຣ໌ ໃນເຂດເທສບານແຂວງໄຊຍະບູຣີ ເພື່ອສ້າງໂຄງການ ສູນອານຸຮັກຊ້າງ ແລະຂຍາຍພັນຊ້າງ ມາຮອດປັດຈຸບັນ ໂຄງການເກີດຄວາມຊັກຊ້າ ສ້າງບໍ່ແລ້ວຕາມແຜນການ.
2023-07-26
ໃນວາຣະຄົບຮອບ 5 ປີ ເຂື່ອນແຕກ, ອົງການຈັດຕັ້ງ ພາກປະຊາສັງຄົມ ຂອງໄທຍ ແລະ ອົງການຈັດຕັ້ງສາກົລ ໄດ້ອອກຖແລງການ ຮຽກຮ້ອງໃຫ້ບໍຣິສັດ ຜູ້ພັທນາ ເຂື່ອນເຊປຽນ-ເຊນ້ຳນ້ອຍ ມອບຄ່າຊົດເຊີຍ ແກ່ຊາວບ້ານ ທີ່ໄດ້ຮັບຜົລກະທົບ ໃນຈຳນວນທີ່ເໝາະສົມ ເນື່ອງຈາກ ຊາວບ້ານຍັງບໍ່ໄດ້ຮັບ ຕາມຈຳນວນທີ່ຄວນໄດ້.
2023-07-25
ນາຍົກຣັຖມົນຕຣີ ໄດ້ອອກຄໍາສັ່ງເລກທີ 11/ນຍ ເພື່ອສະກັດກັ້ນ ແລະ ແກ້ໄຂບັນຫາ ການບຸກລຸກທໍາລາຍປ່າໄມ້, ການຊື້-ຂາຍທີ່ດິນ ທີ່ມີປ່າໄມ້, ການຖາງປ່າ ແລະ ຈູດປ່າ ໃນແຕ່ລະປີ ເພື່ອຄຸ້ມຄອງ ແລະ ຮັກສາປ່າໄມ້ ໃຫ້ປົກຫຸ້ມ 70% ແຕ່ຫຼາຍພາກສ່ວນ ໃຫ້ຄຳຄິດເຫັນວ່າ ເປັນເຣື່ອງຍາກ.
2023-07-24
ສປປ ລາວ ນໍາສິງໂຕ ຈາກອາຟຣິກາໃຕ້ ເຂົ້າມາ 10 ໂຕ ປ່ອຍໃນສວນສັດ ເພື່ອໃຫ້ນັກທ່ອງທ່ຽວ ໄດ້ທ່ຽວຊົມ, ແຕ່ນັກການທູດ ຕ່າງປະເທດ ຢູ່ລາວ ກ່າວວ່າ ອາດກ່ຽວຂ້ອງກັບການທາລຸນສັດ ແລະການຜລິດຢາ ພື້ນເມືອງຢູ່ຈີນ.
2023-07-21
ລົມພາຍຸໄຕ້ຝຸ່ນ ທາລິມ (Talim) ພັດເຂົ້າ ບ້ານຮະງວມ ເມືອງພູກູດ ແຂວງຊຽງຂວາງ ໃນວັນທີ 16 ກໍຣະກະດາ 2023 ທີ່ຜ່ານມາ ເຮັດໃຫ້ຫຼັງຄາເຮືອນ ຂອງຊາວບ້ານເປ່ເພ ເສັຽຫາຍ ຈຳນວນ 17 ຄອບຄົວ.
2023-07-20
ທາງຫຼວງແຫ່ງຊາຕ ເລຂ 13 ເໜືອ ຈາກສາມແຍກສີໄຄ ເມືອງສີໂຄດຕະບອງ ຫາສີ່ແຍກສີເກີດ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໄລຍະທາງ 6 ຫລັກ ຈະໄດ້ຮັບການສ້ອມແປງໃຫຍ່ ໃນມໍ່ໆນີ້ ພາຍຫລັງເປ່ເພ ມາໄດ້ຫລາຍປີ ເກີດຄວາມລຳບາກ ໃນການສັນຈອນຫຼາຍ ໂດຍສະເພາະໃນຣະດູຝົນ.
2023-07-18
ໃນໄລຍະໜ້າຝົນນີ້ ຊາວບ້ານຫຼາຍບ້ານ ທີ່ອາສັຍຢູ່ໃກ້ຖນົນທ່າເດື່ອ ກັບຖນົນ 450 ປີ ນະຄອນຫຼວງວຽງຈັນ ປະສົບເຖິງບັນຫາ ຣົຖບັນທຸກແກ່ຫິນ ແລະແກ່ຊາຍ ທີ່ມັກແລ່ນຜ່ານເຂດບ້ານທຸກມື້ ທຸກເວລາ ເຮັດໃຫ້ຖນົນເປື້ອນ, ເປ່ເພ ແລະ ການສັນຈອນຫຍຸ້ງຍາກ.
2023-07-18
ຫລາຍເມືອງ ໃນນະຄອນຫລວງວຽງຈັນ ກວດກາ ແລະຮື້ຖອນປ້າຍໂຄສະນາ ຢູ່ຕາມແຄມຖນົນ ແລະປ້າຍຮ້ານຄ້າ ເພື່ອຄວາມເປັນລະບຽບ ແລະເພື່ອໃຫ້ຖືກຕ້ອງ ຕາມກົດໝາຍ ກ່ຽວກັບການເຮັດປ້າຍ ເປັນພາສາຕ່າງປະເທດ ກ່ອນລາວຈະເປັນເຈົ້າພາບ ຈັດກອງປະຊຸມອາຊ້ຽນ ໃນປີໜ້າ.
2023-07-17
ເຂດນິຄົມອຸດສາຫະກັມ ອັດສະຣິຍະ ອາຊີ-ໂປຕາສ ສາກົລ ຂອງບໍຣິສັດ ອາຊີ-ໂປຕາສ ຈໍາກັດ ຈາກປະເທດຈີນ ທີ່ຕັ້ງຢູ່ເຂດເມືອງທ່າແຂກ ແຂວງຄໍາມ່ວນ ກໍາລັງມີການໄກ່ເກັ່ຍ ດ້ານທີ່ດິນ ແລະຄ່າຊົດເຊີຍໃຫ້ແກ່ຊາວບ້ານ ຈໍານວນນຶ່ງ ທີ່ຖືກຜົລກະທົບ ຈາກໂຄງການນີ້.
2023-07-14
ຊາວກະສິກອນລາວ ກຳລັງປະເຊິນກັບການແຜ່ຣະບາດ ຂອງບົ້ງ ມາທໍາລາຍຜົລປູກ ເປັນຕົ້ນ ເຂົ້ານາ, ເຂົ້າໄຮ່, ໝາກສາລີ ແລະ ມັນຕົ້ນ ເຮັດໃຫ້ຜົລປູກເສັຽຫາຍ ເປັນຈຳນວນຫຼາຍ ຂະນະທີ່ພາກສ່ວນທີ່ກ່ຽວຂ້ອງຍັງບໍ່ມີການຊ່ວຍເຫຼືອເທື່ອ.
2023-07-12
ປະຊາຊົນລາວ ໃນຫລາຍພື້ນທີ່ ໄດ້ຮັບຜົລກະທົບ ຈາກການໃຫ້ສັມປະທານທີ່ດິນ ແກ່ນັກລົງທຶນ, ຊຶ່ງເຮັດໃຫ້ເຂົາເຈົ້າ ບໍ່ມີທີ່ດິນປູກຝັງ ແລະ ບ່ອນຫາຢູ່ຫາກິນ ສ້າງຄວາມເດືອດຮ້ອນ ໃຫ້ຊາວບ້ານ ແທນການແກ້ໄຂບັນຫາ ໂດຍສະເພາະ ກະທົບສິ່ງແວດລ້ອມ ແລະ ສັງຄົມນຳດ້ວຍ.