ສິງ 10 ໂຕ ທີ່ນຳເຂົ້າ ເພື່ອສວນສັດ ຫຼື ເພື່ອແນວອື່ນ
ບໍຣິສັດ Air Planners Laos ຈໍາກັດຜູ້ດຽວ ຊຶ່ງເປັນທຸຣະກິຈຂົນສົ່ງ ສິນຄ້າລະຫວ່າງປະເທດ ໄດ້ນໍາສິງໂຕ Panthera Leo ຈໍານວນ 10 ໂຕຈາກປະເທດອາ ຟຣິກກາໃຕ້ ເຂົ້າລາວ ເມື່ອອາທິດທີ່ຜ່ານມານີ້. ໃນນັ້ນເປັນຕົວຜູ້ 5 ໂຕແລະ ໂຕແມ່ 5 ໂຕ ເພື່ອນໍາໄປປະສົມພັນ ໃຫ້ອອກແມ່ແຜ່ລູກ ຢູ່ສວນສັດຕາດຖໍ້າພຣະ ບ້ານເວີນກະເບົາ ເມືອງປາກງື່ມ ນະຄອນຫລວງວຽງຈັນ ເພື່ອໃຊ້ເປັນແຫລ່ງທ່ອງທ່ຽວແຫ່ງໃໝ່, ອີງຕາມຄໍາເວົ້າຂອງຜູ້ທີ່ຮູ້ເຣື່ອງນີ້ ຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 24 ກໍຣະກະດານີ້.
“ສິງໂຕ ໄດ້ນໍາເຂົ້າມາປະເທດລາວເລີຍ ຈາກອາຟຣິກກາ ເພິ່ນມີສວນສັດ ເພິ່ນຈະຈັດໃໝ່ ກໍຈະມີຫລາຍຢ່າງຢູ່ ແຕ່ວ່າເພິ່ນຍັງບໍ່ທັນໄດ້ແຈ້ງເຮົາມາ ວ່າມັນສິມີໂຕໃດອີກ ແຕ່ວ່າແຜນຂອງເພິ່ນເອົາເຂົ້າມາຫລາຍ ກໍຍັງບໍ່ມີຂໍ້ມູນຊັດເຈນ ຈາກເພິ່ນເທື່ອ ແຕ່ວ່າໂຕສິງໂຕຫັ້ນ ໄດ້ ນໍາເຂົ້າມາໃຫ້ເພິ່ນ.”
ສວນສັດ ຕາດຖໍ້າພຣະ ແຫ່ງນີ້ ທາງການລາວໄດ້ອະນຸຍາດ ໃຫ້ນັກທຸຣະກິຈ ດໍາເນີນກິຈການ, ໃຫ້ນໍາສັດປ່າຂນາດໃຫຍ່ ຈາກຕ່າງປະເທດເຂົ້າມາ ເປັນຕົ້ນ ສິງໂຕ. ສ່ວນສັດປ່າ ຂນາດນ້ອຍ ແມ່ນອະນຸຍາດໃຫ້ຊອກຫາ ເອົາຢູ່ພາຍໃນປະເທດໄດ້.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງນາງນຶ່ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີໃນມື້ດຽວກັນນີ້ວ່າ:
“ເພິ່ນກໍາລັງປັບປຸງເຮັດສວນສັດປີນີ້ ປະມານອີກ 2 ເດືອນນີ້ແຫລະ ເພິ່ນຈະເອົາສັດມາໃສ່ ເພິ່ນເອົາມາ ເປັນສິງ, ເປັນເສືອ ເປັນຫຍັງນີ້ນ່າ ເພິ່ນນໍາເຂົ້າມາຈາກຕ່າງປະເທດ. ເພິ່ນເອົາມາເພາະພັນເອົາລູກຂຍາຍອອກ ຢູ່ບ້ານເຮົາມັນບໍ່ຄ່ອຍມີ ເພິ່ນກໍາລັງປັບປຸງ ເຮັດບ່ອນທ່ອງທ່ຽວ ແບບເປັນສວນສັດ ໃຫ້ຄົນມາທ່ຽວຊົມ...”
ກ່ຽວກັບເຣື່ອງນີ້ ນັກການທູດຕ່າງປະເທດ ປະຈໍາສະຖານທູດຫລາຍແຫ່ງ ໃນນະຄອນຫລວງວຽງຈັນ ຈໍານວນນຶ່ງ ຕັ້ງຂໍ້ສັງເກດວ່າ ການນໍາສິງໂຕເຂົ້າມານີ້ ອາດກ່ຽວຂ້ອງກັບໂຄງການຂຍາຍພັນສິງໂຕ ໃຫ້ບໍຣິສັດຈີນ ເພື່ອນໍາກະດູກໄປ ຜລິດຢາພື້ນເມືອງ ຊຶ່ງການກະທໍາເຊັ່ນນັ້ນ ອາດກ່ຽວຂ້ອງກັບການທາຣຸນສັດ. ນັກການທູດກຸ່ມດັ່ງກ່າວນີ້ ກໍາລັງວາງແຜນ ທີ່ຈະສອບຖາມ ໄປຍັງຣັຖບານລາວວ່າ ການນໍາເຂົ້າສິງໂຕຈໍານວນ 10 ໂຕທີ່ວ່ານັ້ນເຂົ້າມາ ຖືກຕ້ອງຕາມກົດໝາຍ ຫລືບໍ່ ແລະມີເຫດຜົລທີ່ຈໍາເປັນໃນການນໍາເຂົ້າສັດປ່າ ຈາກຕ່າງປະເທດແນວໃດ.
ທີ່ຜ່ານມາ ຕາດຖໍ້າພຣະ ແມ່ນໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວລາວ ແລະຈີນ ໂດຍສະເພາະໃນຊ່ວງຣະດູຝົນ ຊຶ່ງນໍ້າໃນຕາດເພີ່ມຂຶ້ນ ແລະສວຍງາມ ແລະສວນສັດຕາດຖໍ້າພຣະ ຕັ້ງຢູ່ພາຍໃນຕາດຖໍ້າພຣະ, ສາມາດເດີນທາງໄປໄດ້ຢ່າງສະດວກສະບາຍ, ສະຖານທີ່ແຫ່ງນີ້ອາຈກາຍເປັນສະຖານທີ່ທ່ອງທ່ຽວແຫ່ງໃໝ່ ທີ່ດຶງດູດນັກທ່ອງທ່ຽວ ຈາກຕ່າງປະເທດໄດ້.
ດັ່ງຜູ້ນໍາທ່ຽວຢູ່ນະຄອນ ຫລວງພຣະບາງກ່າວວ່າ:
“ມັນຈະເປັນ ອັນ ນໍ້າຕົກຕາດແບບທັມມະຊາຕເລີຍ. ອ່າ ຈະມີຮ້ານຂາຍເຄື່ອງ ນ້ອຍໆ ເພິ່ນຈະເປີດແຕ່ຊ່ວງທີ່ເປັນໜ້າຝົນ ອັນນີ້ມັນຂອງເອກະຊົນ ອັນນີ້ຄົນລາວມັນເປັນຜູ້ສັມປະທານນ່າ ໃນເມື່ອກ່ອນຫັ້ນແມ່ນຈະມີແຕ່ຄົນລາວໄປທ່ຽວ.”
ຊາວບ້ານຢູ່ບ້ານເວີນກະເບົາ ເມືອງປາກງື່ມຜູ້ນຶ່ງເວົ້າວ່າ ປະຊາຊົນໃນເຂດນັ້ນ ມາຮອດດຽວນີ້ໄດ້ຍິນຂ່າວແລ້ວວ່າ ທາງການ ແລະພາກສ່ວນທີ່ກ່ຽວຂ້ອງ ຈະສ້າງສວນສັດແຫ່ງໃໝ່ຂຶ້ນ.
“ສວນສັດນີ້ໄດ້ຍິນແວ້ວໆຢູ່ວ່າ ເພິ່ນສິເອົາເຂົ້າມາຢູ່ສວນສັດຢູ່ຖໍ້າພຣະຫັ້ນນ່າ ກໍໄດ້ຍິນຢູ່ແຕ່ວ່າດຽວນີ້ຂ້ອຍກໍບໍ່ໄດ້ໄປ ເພາະກໍເຫັນເພິ່ນປະກາດ ແມ່ນໆ ໄດ້ຍິນຢູ່ ໄດ້ຍິນຂ່າວ ໄດ້ຍິນເດັກນ້ອຍເຂົາເວົ້າຢູ່ວ່າ ຂະເຈົ້າສິເອົາສັດມາ ມາໄວ້ຢູ່ຕາດຖໍ້າພຣະ ກໍາລັງສ້າງຢູ່ຫັ້ນນ່າ ກໍາລັງສ້າງຢູ່ ແມ່ນແຫລະ ກໍຜູ້ໃຫຍ່ ກໍເວົ້າຢູ່ ມີຫລາຍຫັ້ນນ່າ ນັກທ່ອງທ່ຽວມີຫລາຍ ມັນໃກ້ເດ້ ຊ່ວງນີ້ຊ່ວງເຂົ້າພັນສາ ຊ່ວງໜ້າຝົນກໍມີຫລາຍຢູ່.”
ພ້ອມດຽວກັນນັ້ນ ເຈົ້າໜ້າທີ່ ທີ່ເຮັດວຽກດ້ານການທ່ອງທ່ຽວຢູ່ນະຄອນຫລວງ
ວຽງຈັນທ່ານນຶ່ງ ກໍເວົ້າເຖິງສວນສັດຖໍ້າພຣະວ່າ ຍັງຢູ່ໃນຣະຫວ່າງການກໍ່ສ້າງ ຊຶ່ງພາກສ່ວນທີ່ກ່ຽວຂ້ອງ ກໍຍັງຊອກຫາສັດປ່າ ທັງຢູ່ໃນ ແລະຕ່າງປະເທດມາລ້ຽງໄວ້ ແຕ່ຍັງບໍ່ທັນຮູ້ວ່າ ຈະເປີດໃຫ້ບໍຣິການໄດ້ເມື່ອໃດ.
“ສວນສັດນີ້ຢູ່ນະຄອນຫລວງກໍມີແຫ່ງນຶ່ງ ແຕ່ວ່າມັນມັກບໍ່ມີສັດຄົບ ມັນກໍ ເຂົາເອີ້ນສວນສັດຢູ່ ແຕ່ວ່າຍັງບໍ່ຄົບ ຢູ່ໂຕເມືອງໃນນະຄອນຫລວງນີ້ແຫລະ ຢູ່ບ່ອນປາກທ້າງ ແຕ່ວ່າຕ່າງແຂວງມັນຍັງບໍ່ແນ່ໃຈ ແຕ່ວ່າທີ່ຮູ້ນີ້ ມັນຢູ່ບ້ານເກິນ ຢູ່ແຂວງວຽງຈັນນີ້ບ່ອນດຽວ.”
ອີງຕາມຣາຍງານ ຂອງສະຫະພາບສາກົລ ວ່າດ້ວຍສິ່ງມີຊີວິດທີ່ສ່ຽງຕໍ່ການສູນພັນ (The IUCN Red List of Threatened Species) ປີ 2014, ປະເທດໃນອາຟຣິກກາ ໄດ້ສົ່ງກະດູກສິງໂຕ ທີ່ລ້ຽງຢູ່ໃນຟາມຈໍານວນຫລວງຫລາຍໄປປະ ເທດຈີນ, ລາວ ແລະວຽດນາມ ເຖິງແມ່ນວ່າຈະເປັນການສົ່ງອອກ ແບບຖືກຕ້ອງຕາມກົດໝາຍ ແຕ່ຂະບວນການດັ່ງກ່າວອາຈມີຄວາມກ່ຽວຂ້ອງ ກັບການຄ້າຂາຍ ສັດປ່າແບບຜິດກົດໝາຍ ໄປພາກພື້ນເອເຊັຽ.
ຣາຍງານຂອງໜ່ວຍງານດຽວກັນນີ້ ໃນປີ 2015 ລະບຸວ່າ ລະຫວ່າງປີ 1993 ຫາປີ 2014 ຈໍານວນສິງໂຕອາຟຣິກກາ ຫລຸດລົງ 43% ຂອງຈໍານວນທັງໝົດ ໃນຂະນະດຽວກັນ ສິງໂຕ ສາຍພັນດຽວກັນນັ້ນເພີ່ມຈໍານວນຂຶ້ນຢູ່ບາງປະເທດ ເປັນຕົ້ນ ບອດສະວານາ, ນາມີເບັຍ, ອາຟຣິກກາໃຕ້ ແລະຊິມບັບເວ 12%. ສ່ວນຢູ່ປະເທດອື່ນໆ ຈໍານວນສິງໂຕ ຫລຸດລົງປະມານ 60%.
ເມື່ອກ່ອນໜ້ານີ້ ກໍມີຣາຍງານວ່າ ປະເທດລາວ ມີຟາມເສືອ ແລະຟາມໝີ ເປັນ ຕົ້ນຢູ່ໃນເຂດພິເສດສາມຫລ່ຽມຄໍາ ທີ່ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ຊຶ່ງການລ້ຽງນັ້ນ ມີຈຸດປະສົງນໍາເອົາຊິ້ນສ່ວນ ໂດຍສະເພາະບີໝີ ແລະກະດູກເສືອ ນັ້ນໄປປະເທດຈີນ.