ມີການລັກຂາຍສັດປ່າ ຕາມຕະຫຼາດ-ຮ້ານອາຫານ ທີ່ແຂວງສາລະວັນ

ຈຳປາທອງ
2024.05.30
ມີການລັກຂາຍສັດປ່າ ຕາມຕະຫຼາດ-ຮ້ານອາຫານ ທີ່ແຂວງສາລະວັນ ຊີ້ນສັດປ່າ ທີ່ຂາຍຕາມຕະຫຼາດ ຂອງພາກໃຕ້ຂອງລາວ. ເດືອນກໍລະກົດ ປີ 2023.
RFA

ເຈົ້າໜ້າທີ່ກອງກວດກາປ່າໄມ້ ຜະແນກກະສິກໍາ ແລະປ່າໄມ້ ແຂວງສາລະວັນ, ເຈົ້າໜ້າທີ່ປ່າໄມ້ 3 ເມືອງຂອງແຂວງ ແລະພາກສ່ວນທີ່ກ່ຽວຂ້ອງ ໄດ້ໄປກວດ ກາຕະຫລາດ, ຮ້ານຄ້າ, ຮ້ານອາຫານ ແລະຕາມແຄມທາງ ທີ່ມີການລັກຂາຍສັດປ່າ ຢູ່ເມືອງສາລະວັນ, ເມືອງຕະໂອ້ຍ ແລະເມືອງສະໝ້ວຍ ເພື່ອບໍ່ໃຫ້ມີການລັກຂາຍສັດປ່າຕໍ່ໄປ. ໃນການກວດກາຄັ້ງນີ້ ເຈົ້າໜ້າທີ່ ໄດ້ພົບເຫັນ ແລະຍຶດຊາກສັດປ່າແຊ່ແຂງໄດ້ຈໍານວນນຶ່ງ.

ເຈົ້າໜ້າທີ່ຫ້ອງການກະສິກໍາ ແລະປ່າໄມ້ເມືອງ ສະໝ້ວຍ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 29 ພຶດສະພານີ້ ເຖິງການກວດການັ້ນວ່າ ຈະກວດກາສັດປ່າຄຸ້ມຄອງ ບັນຊີ 1 ແລະບັນຊີ 2 ຊຶ່ງມີຮວມທັງບ່າງ ແລະກະຮອກ ນໍາດ້ວຍ. ສ່ວນສັດໃຫຍ່ ທ່ານເວົ້າວ່າ ບໍ່ຢາກມີແລ້ວ.

ເຈົ້າໜ້າທີ່ເຮົາສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ລົງກວດກາເນາະ ຢູ່ສະໝ້ວຍນີ້ບໍ່ມີເນາະ ເພິ່ນພົບແຕ່ເມືອງຕະໂອ້ຍເນາະ ກວດແຖວຫ້າງຮ້ານແລ້ວກໍຕະຫລາດ ຮ້ານອາຫານຫວຽດ ນີ້ຫັ້ນນ່າ ສ່ວນຫລາຍ ແຄມທາງນີ້ກໍແຖວເມືອງບໍ່ມີ ແຕ່ວ່າພາກສ່ວນຕະໂອ້ຍກໍພົບເຫັນຢູ່ໄດ໋ ສ່ວນກໍຕົວບ່າງ ຕົວກະຮອກນີ້ແຫລະ ສັດໃຫຍ່ບໍ່ຢາກມີ.

ສະເພາະຢູ່ເມືອງ ສະໝ້ວຍ ຊາວບ້ານເວົ້າວ່າ ຢູ່ເມືອງນີ້ ມີຕະຫລາດນ້ອຍ ຈຶ່ງບໍ່ຄ່ອຍພົບເຫັນການຊື້-ຂາຍສັດປ່າ ໃນຕະຫລາດປານໃດ. ແຕ່ກໍຍັງມີຊາວບ້ານ ລັກຂາຍສັດປ່າຢູ່ ໂດຍຈະເລາະຂາຍຕາມບ້ານຕ່າງໆ, ບໍ່ໄດ້ມາຂາຍຢູ່ໃນຕະ ຫລາດ, ເຂົາເລາະຂາຍໃຫ້ຮ້ານອາຫານ.

ມີໆ ຍັງຂາຍຄົບໝົດຫັ້ນນ່າ ກະຮອກຫັ້ນ ຄົນບ້ານເຂົາມີແລ້ວເຂົາກະເລາະຂາຍ ເຂົາຍ່າງເລາະ ເຂົາຂາຍ ເຂົາບໍ່ໄດ້ຢູ່ຕະຫລາດຫັ້ນນ່າ ຕະຫລາຍມີຜັກແລ້ວກໍຂະໜົມ ແລ້ວກໍແນວກິນແນວຢາກຫັ້ນແຫລະ ຖ້າສັດປ່າຫັ້ນບໍ່ມີດອກ ມີແຕ່ຢູ່ບ້ານເຂົາມີ ເຂົາກໍເລາະ ເອົາໄປຂາຍ ມີແຕ່ເຫັນເຂົາເລາະຂາຍຮ້ານອາຫານຫັ້ນນ່າ ເຂົາຊື້.

ສ່ວນຢູ່ເມືອງ ຕະໂອ້ຍ, ຜູ້ປະກອບການເຮືອນພັກນາງນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ຍັງພົບເຫັນການຊື້-ຂາຍສັດປ່າໃນຕະຫລາດຫລາຍຢູ່, ແຕ່ສ່ວນຫລາຍ ແມ່ນຢູ່ເຂດນອກ, ຈະເປັນສັດນ້ອຍ ເປັນຕົ້ນ ກະຮອກ ແລະແລນ ທີ່ຊາວບ້ານລ້າມາໄດ້.

ມີກໍບໍ່ຫລາຍແຫລະ ປະເພດນ້ອຍມີປະເພດກະຮອກອິຫຍັງນິຍັງມີຢູ່ ຕົວກະຮອກຕົວແລນນີ້ຍັງເຫັນຢູ່ ເຂດນອກ ສ່ວນຫລາຍເຂດນອກ.

ເວົ້າເລື້ອງການລ້າ ແລະຊື້-ຂາຍສັດປ່າ ໃນເຂດເມືອງ ຕະໂອ້ຍ ຊາວບ້ານຢູ່ເມືອງນີ້ອີກຜູ້ນຶ່ງ ເວົ້າວ່າ ຢູ່ເຂດບ້ານຂອງຕົນ ບໍ່ຄ່ອຍມີແລ້ວ ຊຶ່ງສ່ວນນຶ່ງ ກໍເປັນຍ້ອນສັດປ່າເລີ່ມຫາຍາກ ແລະກໍມີອົງການຈັດຕັ້ງສາກົນດ້ານສັດປ່າ ເຂົ້າມາໂຄສະນາ ໃຫ້ຊາວບ້ານຮູ້ ເຖິງຜົນເສຽຂອງການລ້າສັດ. ນອກຈາກນີ້ ກໍມີໜ່ວຍງານທີ່ກ່ຽວຂ້ອງຂອງລັດ ລົງມາໂຄສະນາ ເຖິງລະບຽບກົດໝາຍ ກ່ຽວກັບສັດປ່ານໍາດ້ວຍ.

ສໍາລັບບ້ານອ້າຍນີ້ ຖືວ່າດຽວນີ້ສັດປ່າອັນນຶ່ງມັນບໍ່ຄ່ອຍມີ 2 ມາແລ້ວມີອົງການກ່ຽວກັບສັດປ່າ ເຂົາໂຄສະນາບໍ່ໃຫ້ກິນສັດປ່າ ບໍ່ໃຫ້ລ້າເນື້ອຕ່າງໆ ຫັ້ນນ່າ ຢ້ານມັນສູນພັນ ສັດປ່າຖືວ່າເປັນສັດທີ່ຫາຍາກ ອົງການນຶ່ງເຂົາລົງມາພົວພັນ ມາເຜີຍແຜ່ເລີຍ ມີຂໍ້ມູນເຂົາກໍມາເຜີຍແຜ່ຫັ້ນນ່າ ກ່ຽວກັບສັດປ່າຫັ້ນ.

ພ້ອມດຽວກັນນີ້ ຊາວບ້ານ ຢູ່ບ້ານໜອງໃສ ເມືອງສາລະວັນ ຜູ້ນຶ່ງ ກໍເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 29 ພຶດສະພານີ້ ເຖິງເລື່ອງການຊື້-ຂາຍສັດປ່ານັ້ນວ່າ ປັດຈຸບັນ ແມ່ນຫລຸດລົງໄປຫລາຍ ມັນອຶດສັດປ່າແລ້ວ ຊຶ່ງສ່ວນນຶ່ງ ກໍຍ້ອນວ່າ ສັດປ່າໄດ້ສູນພັນໄປເກືອບໝົດແລ້ວ ຍ້ອນຖືກລ້າຫລາຍ ແລະອີກສ່ວນນຶ່ງ ກໍຍ້ອນມີກົດໝາຍຫ້າມ, ຫາກຜູ້ລັກລ້າສັດປ່າ ຖືກຈັບໄດ້ ກໍຈະຖືກປັບໃໝ.

ບໍ່ມີ ຢູ່ຕະຫລາດກໍຍັງບໍ່ມີຫັ້ນນ່າ ແຖວພູແຖວຜາມັນກໍຫາຍາກຢູ່ແລ້ວ ບໍ່ມີ ມັນອຶດແລ້ວດຽວນີ້ ມັນສູນພັນຫລາຍແລ້ວ ກໍຍ້ອນເຮົາໄປເອົາຫັ້ນແຫລະ ກໍບໍ່ໄດ້ຊື້ໄດ້ຂາຍແລ້ວ ທັງຍາກແລ້ວກໍທັງກົດໝາຍເຄັ່ງຄັດ ເຂົາກໍປະຕິບັດຕາມກົດໝາຍ ມີວ່າບ່ອນສະຫງວນຫັ້ນນ່າ ກໍເລີຍວ່າບໍ່ມີການຊື້ຂາຍຫລາຍດຽວນີ້.

ການລັກລ້າ ແລະຊື້-ຂາຍສັດປ່າ ເປັນບັນຫາທ້າທາຍແນວນຶ່ງ ສໍາລັບພາກສ່ວນອະນຸລັກສັດປ່າຢູ່ປະເທດລາວ ເຖິງແມ່ນວ່າ ລັດຖະບານ ແລະອົງການທີ່ບໍ່ສະ ແຫວງຫາຜົນກໍາໄລ ຈະພະຍາຍາມຫ້າມຢ່າງຕໍ່ເນື່ອງ ເພື່ອຍຸຕິການລັກລ້າສັດປ່າກໍຕາມ. ​ປັດຈຸບັນ ນອກຈາກຈະມີການລັກຊື້-ຂາຍສັດປ່າ ຕາມແຄມທາງ ຕາມບ້ານ ຕາມຮ້ານຄ້າ ແລະຕະຫລາດແລ້ວ ກໍມີພໍ່ຄ້າແມ່ຄ້າ ຂາຍສັດປ່າ ແລະຊາກສັດ ທາງອອນລາຍ ເປັນຕົ້ນ ເຟສບຸກ ຜ່ານກຸ່ມຂາຍເຄື່ອງປ່າຂອງດົງ ຍ້ອນເຈົ້າໜ້າທີ່ ຍັງບໍ່ມີການກວດກາເລື່ອງນີ້ຢ່າງເຂັ້ມງວດເທື່ອ. ປັດຈຸບັນ ທາງການປະກາດ ຫາກຜູ້ໃດພົບເຫັນການຊື້-ຂາຍສັດປ່າ ໃຫ້ໂທແຈ້ງເຈົ້າໜ້າທີ່ ຕາມເລກສາຍດ່ວນ 1601 ເພື່ອໃຫ້ພາກສ່ວນທີ່ກ່ຽວຂ້ອງ ດໍາເນີນການຕໍ່ໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.