ຫຼາຍພາກສ່ວນ ກັງວົນຜົລກະທົບຫຼາຍດ້ານ ຈາກໂຄງການ ນິຄົມອຸດສາຫະກັມ ອັດສະຣິຍະ
2023.07.17

ເຂດນິຄົມອຸດສາຫະກັມ ອັດສະຣິຍະ ອາຊີ-ໂປຕາສ ສາກົລ ຂອງບໍຣິສັດ ອາຊີ-ໂປຕາສ ຈໍາກັດ ຈາກປະເທດຈີນ ທີ່ຕັ້ງຢູ່ເຂດເມືອງທ່່າແຂກ ແຂວງຄໍາມ່ວນ ກໍາລັງມີການໄກ່ເກັ່ຍດ້ານທີ່ດິນ ແລະຄ່າຊົດເຊີຍໃຫ້ແກ່ຊາວບ້ານ ຈໍານວນນຶ່ງ ທີ່ຖືກຜົລກະທົບຈາກໂຄງການນີ້, ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຍັງບໍ່ສາມາດເປີດເຜີຍຣາຍລະອຽດໄດ້ວ່າ ມີຈັກຄອບຄົວ ທີ່ໄດ້ຮັບຜົລກະທົບ ແລະຢູ່ເຂດບ້ານໃດແດ່.
ດັ່ງເຈົ້າໜ້າທີ່ ຜແນກອຸດສາຫະກັມ ແລະການຄ້າ ແຂວງຄໍາມ່ວນ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 17 ກໍຣະກະດາ ນີ້ວ່າ:
“ໂຕນີ້ໆ ດຽວນີ້ ຍັງບໍ່ທັນກໍານົດວ່າ ຊິລົງບ່ອນໃດ ເພາະວ່າ ເພິ່ນຍັງລົງເຄື່ອນໄຫວ ກ່ຽວກັບຊຸກຍູ້ບັນດາ ທີ່ວ່າ ມັນຕິດພັນກັບ ປະຊາຊົນຫັ້ນເນາະ. ໝາຍຄວາມວ່າ ຕິດພັນກັບດິນໄຮ່, ດິນນາ. ເພິ່ນຍັງລົງວຽກ ກ່ຽວກັບວຽກຊົດເຊີຍຢູ່.”
ກ່ຽວກັບເຣື່ອງນີ້ ວິທຍຸ ເອເຊັຽ ເສຣີ ພຍາຍາມຕິດຕໍ່ໄປຫາຊາວບ້ານ ທີ່ໄດ້ຮັບຜົລກະທົບ ດ້ານທີ່ດິນຈາກໂຄງການດັ່ງກ່າວ ເພື່ອຖາມຣາຍລະອຽດຕ່າງໆ ແຕ່ບໍ່ສາມາດຕິດຕໍ່ ຫາຊາວບ້ານທີ່ໄດ້ຮັບຜົລກະທົບນັ້ນເທື່ອ. ຢ່າງໃດກໍຕາມ ຕໍ່ໂຄງການດັ່ງກ່າວ ຂອງນັກລົງທຶນຈີນນີ້ ກໍໄດ້ເຮັດໃຫ້ຊາວບ້ານຈໍານວນນຶ່ງ ຢູ່ແຂວງຄໍາມ່ວນ ມີຄວາມກັງວົນໃນດ້ານຕ່າງໆ ເປັນຕົ້ນ ນາຍຈ້າງຈີນເຂົ້າມາຍາດແຍ່ງຄົນງານລາວ ໄປຈາກ ບັນດານາຍຈ້າງຊາວລາວ ເພາະເປັນທີ່ແນ່ນອນວ່າ ຢູ່ໃນໂຄງການດັ່ງກ່າວ ຈະຕ້ອງມີບໍຣິສັດຂອງນັກລົງທຶນຈີນ ເຂົ້າມາລົງທຶນເປັນຈໍານວນຫຼາຍ.
ດັ່ງຜູ້ປະກອບການ ຢູ່ແຂວງຄໍາມ່່ວນ ທ່ານນຶ່ງ ກ່າວວ່າ:
“ໂຄງການທີ່ໃຫຍ່ໂຕໃໝ່ນີ້ ກໍາລັງຊິເຣີ່ມ ແຕ່ຍັງບໍ່ໄດ້ເຣີ່ມ ເຣື່ອງຢ້ານມັນກະຢ້ານຢູ່ ເພາະວ່າຈີນເຂົ້າມາ ມັນກະສ້າງຄວາມວຸ້ນວາຍມາ. ມັນກະມາຍາດແຮງງານລາວ ຕີລາຄາຄືເຮົາຄົນລາວ ຈ້າງຄົນງານນີ້ ຖືວ່າ ມັນເອົາໄປໝົດລະ.”
ໃນຂະນະທີ່ ນັກວິຊາການດ້ານການກໍ່ສ້າງ ທ່ານນຶ່ງກ່າວວ່າ ການກໍ່ສ້າງຕ່າງໆ ພາຍໃນໂຄງການດັ່ງກ່າວ ກໍມີແນວໂນ້ມສູງ ວ່າສ່ວນຫຼາຍຈະນໍາເຂົ້າວັດສະດຸ ແລະອຸປະກອນກໍ່ສ້າງ ມາຈາກປະເທດຈີນ ໂດຍອາຈບໍ່ໄດ້ອຸດໝູນ ຮ້ານຂາຍເຄື່ອງກໍ່ສ້າງຂອງຄົນລາວ ດັ່ງນັ້ນ ຈຶ່ງອາຈເຮັດໃຫ້ຜູ້ປະກອບການ ຂາຍເຄື່ອງກໍ່ສ້າງໃນທ້ອງຖິ່ນ ຖືກຍາດແຍ່ງໂອກາດ ໃນການຂາຍເຄື່ອງກໍ່ສ້າງໄປນໍາດ້ວຍ.
ດັ່ງທ່ານກ່າວວ່າ:
“ຖືວ່າ ແຍ່ງໄດ້ ແຕ່ວ່າ ມັນກະທາງຣັຖບານ ເພິ່ນອະນຸຍາດ ບາງເທື່ອບາງຢ່າງ ໃນການສ້າງເຂົາເຈົ້າ ມັນກະບໍ່ຄືກັນຫັ້ນນ່າ. ເຂົາກໍເອົາເຂົ້າມາແຕ່ຈີນເລີຍ. ເອົາຫຍັງມາແຕ່ຈີນເລີຍ. ຄຸນນະພາບ ຫຼືວ່າ ເຕັກນິກ ທີ່ເອົາມາເຮັດຫັ້ນນ່າ ບາງທີ ມັນບໍ່ມີຫັ້ນນ່າຢູ່ລາວ ເຂົາກໍຕ້ອງໄດ້ເອົາມາແຕ່ຈີນ.”
ສໍາລັບໂຄງການ ເຂດນິຄົມອຸດສາຫະກັມອັດສະຣິຍະ ອາຊີ-ໂປຕາສ ສາກົລ ແມ່ນໂຄງການ ທີ່ຕິດພັນກັບໂຄງການຂຸດຄົ້ນ ບໍ່ເກືອກາລີ ຂອງບໍຣິສັດ ຊິໂນ ອາກຣີໂປຕາສ ຈໍາກັດ ຂອງນັກລົງທຶນຈີນ ທີ່ຂຸດຄົ້ນຢູ່ບ້ານດົງໃຕ້ ເມືອງທ່າແຂກ ແລະບ້ານນາຄໍາ ເມືອງໜອງບົກ, ນັບສະເພາະ ການຂຸດຄົ້ນເກືອກາລີ ທັງ 2 ເຂດດັ່ງກ່າວ ກໍໄດ້ນໍາຄົນງານຈີນ ມາເຮັດວຽກຈໍານວນຫຼາຍພັນຄົນ ພ້ອມທັງຈ້າງຄົນງານລາວນໍາດ້ວຍ ແຕ່ຈ້າງຄົນງານລາວ ໃນໄລຍະສັ້ນໆ.
ດັ່ງຄົນງານລາວ ທ່ານນຶ່ງ ກ່າວວ່າ:
“ແມ່ນແຫຼະ ນາຍຈ້າງເປັນຄົນຈີນ ຊ່າງຫັ້ນ ມີຄົນລາວ ຄົນວຽດ ເຂົາກະຮັບຢູ່ ເປັນຊ່ວງນ່າ ມັນມີຜູ້ຮັບເໝົາຫຼາຍຢູ່ໃດ໋ ຂ້ອຍກະເຮັດນໍາຄົນຈີນ ແລ້ວຂ້ອຍກະອອກມາ ວຽກທີ່ຂ້ອຍໄປຊ່ວຍຄົນຈີນຫັ້ນ ຈອດເຫຼັກນ່າ.”
ນອກຈາກນັ້ນແລ້ວ ຕໍ່ການເຂົ້າມາລົງທຶນໂຄງການໃຫຍ່ ຂອງນັກລົງທຶນຈີນດັ່ງກ່າວ ກໍໄດ້ເຮັດໃຫ້ຊາວບ້ານອີກຈໍານວນນຶ່ງ ຢູ່ເມືອງທ່າແຂກ ໄດ້ເກີດຂໍ້ກັງວົນອີກຫຼາຍຢ່າງ ເປັນຕົ້ນ ຄັນເຂດດັ່ງກ່າວ ກາຍເປັນເຂດຂອງຄົນຈີນ ໃນອະນາຄົດ ຢ້ານວ່າ ອາດເກີດບັນຫາຕ່າງໆ ເປັນຕົ້ນ ບັນຫາທາງດ້ານສັງຄົມແລະອື່ນໆ ເຊິ່ງຫຼາຍຄົນ ຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ມີການຊີ້ແຈງຕໍ່ຊາວບ້ານ ນໍາດ້ວຍ ເພື່ອໃຫ້ມີຄວາມເຂົ້າໃຈ ຕໍ່ໂຄງການດັ່ງກ່າວ ຢ່າງລະອຽດ.
ດັ່ງຊວບ້ານທ່ານນຶ່ງ ກ່າວວ່າ:
“ເກີດບັນຫາບໍ່ ອັນນີ້ ມັນກະຂຶ້ນກັບການນໍາທາງລາວ ວ່າເພິ່ນຊິ ມີຂໍ້ກໍານົດ ແຈ້ງການຕໍ່ປະຊາຊົນລວມແນວໃດ. ພວກເຮົາກະຍັງບໍ່ເຂົ້າໃຈນໍາເພິ່ນ. ມີແຕ່່ວ່າກະເບິ່ງໄປ ຊ່ວງນີ້ກະບໍ່ມີບັນຫາຫຍັງ ກະພໍກິນ ຢູ່ໄປເລື້ອຍໆ.”
ຢ່າງໃດກໍຕາມ ໃນລະຫວ່າງວັນທີ 3 ຫາ 6 ກໍຣະກະດາ ທີ່ຜ່ານມາ ກະຊວງອຸດສາຫະກັມ ແລະການຄ້າ ຂອງລາວ ແລະອໍານາດການປົກຄອງ ແຂວງຄໍາມ່ວນ ໄດ້ຈັດກອງປະຊຸມ ປະຊາສັມພັນການລົງທຶນ ແລະພິທີເຊັນບົດບັນທຶກ ການຮ່ວມມືລົງທຶນ ຢູ່ເຂດນິຄົມອຸດສາຫະກັມອັສຣິຍະ ອາຊີ-ໂປຕາສ ເຊິ່ງຈັດຂຶ້ນ ຢູ່ນະຄອນກວາງໂຈ ປະເທດຈີນ ເປົ້າໝາຍ ເພື່ອດຶງດູດນັກລົງທຶນ ຈາກປະເທດຈີນ ໃຫ້ໄປລົງທຶນຢູ່ພາຍໃນເຂດນິຄົມອຸດສາຫະກັມ ດັ່ງກ່າວ ເຊິ່ງຖືເປັນເຂດພັທນາ ລະດັບສູງແຫ່ງໃໝ່ຂອງລາວ ໂດຍໃນໂອກາດເຊັນບົດບັນທຶກ ໃນເທື່ອນີ້ ໄດ້ມີບໍຣິສັດຈີນເຊັນສັນຍາ ເຂົ້າຮ່ວມແລ້ວ 10 ໂຄງການ ເປັນຕົ້ນ ໂຄງການ ຄລໍ-ອັນຄາໄລ (chlor-alkali), ໂຄງການປຸງແຕ່ງໂບຣມິນ ແລະອື່ນໆ.
ສໍາລັບເຂດນິຄົມອຸດສາຫະກັມ ອັດສະຣິຍະ ອາຊີ-ໂປຕາສ ສາກົລ ຢູ່ເມືອງທ່າແຂກ ແຂວງຄໍາມ່ວນ ມີເນື້ອທີ່ທັງໝົດ 2,000 ຮັກຕ້າຣ໌ ໂດຍແບ່ງອອກເປັນ 3 ເຂດໃຫຍ່ ປະກອບດ້ວຍ ເຂດອຸດສາຫະກັມຝຸ່ນໂປຕາສ, ເຂດອຸດສາຫະກັມອະໂປຕາສ ແລະເຂດຕົວເມືອງ ອາຊີ-ໂປຕາສ ເຊິ່ງຄາດຄະເນວ່າ ຈະກໍ່ສ້າງສໍາເຣັດວຽກງານ ກໍ່ສ້າງໄລຍະກາງ ໃນທ້າຍປີ 2026 ແລະສໍາເຣັດທັງໝົດ ໃນທ້າຍປີ 2028 ໂດຍຄາດວ່າ ຈະມີການລົງທຶນ ທັງໝົດປະມານ 4 ຕື້ໂດລ້າຣ໌ສະຫະຣັຖ, ອີງຕາມການຣາຍງານ ຂອງທ່ານ ຕົ້ງ ຢົ້ງເຫິງ (Tong Yongheng) ຮອງອໍານວຍການ ບໍຣິສັດ ອາຊີ-ໂປຕາສ ສາກົລ ຈໍາກັດ.