ນະຄອນຫຼວງວຽງຈັນ ກວດກາ-ຮື້ຖອນປ້າຍຜິດລະບຽບ ຕາມແຄມທາງ
2023.07.18

ເຈົ້າໜ້າທີ່ຜແນກຖແລງຂ່າວ, ວັທນະທັມ ແລະທ່ອງທ່ຽວ ຫລາຍ, ຢ່າງໃດກໍຕາມ ກອງປະຊຸມເຜີຍແຜ່ລະບຽບການ, ມາຕການກວດກາ ແລະປາບປາມອາຊຍາກັມ ສໍ້ໂກງທາງອອນລາຍນ໌ ຢູ່ໃນເຂດເສຖກິຈພິເສດສາມຫລ່ຽມຄໍານັ້ນ ແມ່ນເປັນພຽງມາຕການຕ່າງໆເທົ່ານັ້ນ ແຕ່ຍັງບໍ່ໄດ້ຈັດຕັ້ງປະຕິບັດຕົວຈິງເທື່ອ.
ເມືອງໃນນະຄອນຫລວງວຽງຈັນ ໄດ້ກວດກາ ເຫັນປ້າຍຫ້າງຮ້ານ, ປ້າຍໂຄສະນາ ແລະປ້າຍແຄມທາງ ທີ່ບໍ່ຖືກຕ້ອງຕາມລະບຽບການ ແລະໄດ້ແນະນໍາໃຫ້ເຈົ້າຂອງ ປ້າຍແກ້ໄຂໃຫ້ຖືກຕ້ອງ ແລະເປັນລະບຽບ ກ່ອນໜ້າ ກອງປະຊຸມສຸດຍອດອາຊ້ຽນ ທີ່ລາວຈະເປັນເຈົ້າພາບ ໃນປີໜ້າ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ໃນເມືອງຕ່າໆຂອງນະຄອນຫລວງ.
ຢູ່ເມືອງຈັນທະບູຣີ ຍັງມີປ້າຍທີ່ບໍ່ຖືກລະບຽບ ທັງປ້າຍທີ່ຂຽນພາສາລາວ ຢູ່ເບື້ອງລຸ່ມພາສາຕ່າງປະເທດ ແລະປ້າຍທີ່ມີພື້ນສີແດງ ສີຟ້າ ຊຶ່ງເປັນສີຂອງໜ່ວຍງານ ຣັຖ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງນາງນຶ່ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 17 ກໍຣະກະດານີ້ວ່າ:
“ປ້າຍບໍ່ຖືກລະບຽບຫວາ ມັນກໍມີຫັ້ນແຫລະ ກໍສ່ວນໜ້ອຍ ສ່ວນຫລາຍຈະຖືກໝົດເນາະ. ຖ້າວ່າເຮົາໄປເຈີເຫັນບັນຫາໂຕປ້າຍ ບໍ່ຖືກຕ້ອງຫັ້ນນ່າ ເຮົາກໍແນະນໍາໃຫ້ແກ້ ບໍ່ ປັບໃໝເຮົາບໍ່ເຄີຍມີດອກ ມີແຕ່ແນະນໍາໃຫ້ຂະເຈົ້າແກ່ໃໝ່ເທົ່ານັ້ນ.”
ນາງກ່າວຕື່ມວ່າ ນອກຈາກປ້າຍທີ່ຜິດລະບຽບແລ້ວ ບາງເທື່ອຍັງກວດເຫັນປ້າຍ ທີ່ບໍ່ມີໃບອະນຸຍາດນໍາດ້ວຍ, ເມື່ອກວດພົບປ້າຍແບບນີ້ ກໍໄດ້ແຈ້ງໃຫ້ເຈົ້າຂອງປ້າຍ ໄປຂໍໃບອະນຸຍາດໃຫ້ຖືກຕ້ອງ. ຢູ່ເມືອງສີສັດຕະນາກ ກໍຍັງກວດພົບປ້າຍຜິດລະບຽບຢູ່, ແຕ່ບໍ່ຫລາຍ ຍ້ອນເຈົ້າຂອງປ້າຍ ສ່ວນຫລາຍນໍາມາໃຫ້ຫ້ອງການ ຖແລງຂ່າວກວດກາກ່ອນ ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງຢູ່ເມືອງສີສັດຕະນາກ ກ່າວໃນມື້ດຽວກັນນີ້ວ່າ:
“ອັນທີ່ຜິດລະບຽບນີ້ຫັ້ນນ່າ ກໍບໍ່ຄ່ອຍມີເພາະວ່າຖ້າຕົວໃດທີ່ມາຜ່ານຫ້ອງການເຮົາ ມັນກໍຖືກໝົດ ແຕ່ວ່າບາງລາຍທີ່ຂຶ້ນໂດຍບໍ່ຜ່ານເຮົາ ມັນອາດມີບາງສ່ວນທີ່ຜິດແດ່ຫັ້ນນ່າ. ໄດ້ແຈ້ງກ່ອນ ຕ້ອງປ່ຽນ ຖ້າບໍ່ປັບກໍຈະປັບໃໝຄັ້ງຕໍ່ໄປ.”
ໃນໄລຍະທີ່ຜ່ານມາ ການກວດກາປ້າຍຢູ່ເມືອງໄຊທານີ ໄດ້ຮັບຄວາມສົນໃຈຫລາຍ ຈາກສື່ສັງຄົມອອນລາຍນ໌ ຍ້ອນປ້າຍຂອງຮ້ານຄ້າແຄມທາງ ໃຊ້ພາສາໄທຍ ທີ່ຂຽນວ່າ “ອາງຸ່ນໄຣເມັດ” ຊຶ່ງເປັນການຜິດລະບຽບ ແຕ່ປັດຈຸບັນໄດ້ແກ້ໄຂແລ້ວ ໂດຍໃຫ້ຂຽນເປັນ “ອາງຸ່ນບໍ່ມີໃນ.”
ປັດຈຸບັນ ຢູ່ເມືອງໄຊທານີ ຍັງມີປ້າຍທີ່ບໍ່ຖືກຣະບຽບ ຫລາຍຢູ່ ບໍ່ວ່າຈະເປັນປ້າຍຕາມຮ້ານແຄມທາງ ຫລືປ້າຍໂຄສະນາ ທີ່ບໍ່ມີໃບອະນຸຍາດຕິດຕັ້ງ. ສໍາຮັບປ້າຍແຄມທາງ ສາມາດຕິດໄດ້ ແຕ່ຕ້ອງເຮັດໃຫ້ມັນງາມ ແລະມີໃບອະນຸຍາດ ຖືກຕ້ອງ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຢູ່ເມືອງນີ້ເວົ້າວ່າ:
“ກໍຍັງຫລາຍນັ້ນແຫລະເນາະ ໄທເຮົາກໍລັງມີແຜນລົງຈັດຢູ່ ຕາມແຄມກໍຂຶ້ນປ້າຍ ໄດ໋. ຂໍແຕ່ວ່າບໍ່ຢາກໃຫ້ມັນກີດຂວາງທາງສັນຈອນ. ບໍ່ກີດຂວາງຕາມທາງຄົນຍ່າງ ໃຫ້ຂາຍ ແຕ່ວ່າເຮັດໃຫ້ຖືກລະບຽບ ຕ້ອງເຮັດໃຫ້ມັນງາມ ໃຫ້ມັນ ຖືກພາສາລາວຖືກລະບຽບ ແຕ່ບໍ່ມີໃບອະນຸຍາດເຮົາໄດ້ເອົາອອກໝົດ.”
ທ່ານກ່າວຕື່ມວ່າ ການກວດກາປ້າຍນີ້ ທາງຜແນກຖແລງຂ່າວ, ວັທນະທັມ ແລະທ່ອງທ່ຽວ ໄດ້ຮ່ວມກັບຜແນກໂຍທາທິການ ແລະຂົນສົ່ງກວດກາ, ໄດ້ກວດພົບປ້າຍ ທີ່ຕິດຕັ້ງຊະຊາຍ ກີດຂວາງທາງສັນຈອນ.
ປະຊາຊົນຜູ້ນຶ່ງຢູ່ເມືອງໄຊທານີເວົ້າວ່າ ເຫັນດີນໍາເຈົ້າໜ້າທີ່ ທີ່ລົງກວດກາປ້າຍທີ່ບໍ່ຖືກຕ້ອງ ຍ້ອນວ່າມີທັງປ້າຍໂຄສະນາທີ່ໃຊ້ຄໍາໄທຍ, ປ້າຍທີ່ຂຽນບໍ່ຖືກຕ້ອງຕາມຫລັກພາສາລາວ.
“ບາງກຸ່ມກໍບອກວ່າມັນບໍ່ຖືກຕາມພະຍັນຊະນະ ຫລືວ່າຕາມພາສາລາວຢູ່ແລ້ວ. ຄັນເປັນພາສາລາວເຂົາຕ້ອງຂຽນວ່າ ໝາກອາງຸ່ນ ຫລືວ່າໝາກລະແຊງ ບໍ່ມີໃນຈັ່ງຊີ້ ຈະຖືກຕ້ອງຕາມຫລັກການພາສາລາວ. ເຈົ້າ ເພາະວ່າ ອັນນີ້ມັນເປັນຄໍາໄທຍ ຄໍາເວົ້າຂອງໄທຍ ແລ້ວ ມາປະດັບ ມາຂຽນເປັນພາສາລາວ ຖ້າເປັນແບບນັ້ນມັນບໍ່ຖືກຕ້ອງ ຕາມພາສາຂອງລາວ.”
ຊາວບ້ານຢູ່ເມືອງໄຊທານີ ນີ້ອີກຜູ້ນຶ່ງກໍເວົ້າວ່າ ເຫັນດີນໍາ ທີ່ໃຫ້ມີການປ່ຽນແປງໃນເຣື່ອງການໃຊ້ພາສາ ໃນການຂຽນປ້າຍ ເພາະການໃຊ້ພາສາລາວ ໃຫ້ຖືກ ຕ້ອງຕາມຫລັກພາສານັ້ນ ເປັນເຣື່ອງດີ ຍ້ອນມັນເປັນການອະນຸຮັກພາສາລາວ ໃຫ້ລູກຫລານຕໍ່ໆໄປ.
“ເຫັນດີນໍາຫັ້ນແຫລະ ກໍດີແທ້ກໍຂຽນໃຫ້ຖືກຫລັກພາສາຫັ້ນແຫລະ ຄັນເວົ້າຫລັກພາສາ ນ່າຈະໃຫ້ປ່ຽນແຫລະ ເພາະວ່າມັນບໍ່ຖືກຫລັກໄວຍາກອນ ເພາະວ່າຖ້າເຮົາໃຊ້ໄປສື່ໆເລື້ອຍໆເນາະ ລູກຫລານເຂົາເຫັນ ເຂົາຈະໃຊ້ນໍາກັນ. ມັນກໍສິຜິດໄປເລີຍສິນ່າ.”
ທ່ານກ່າວຕື່ມວ່າ ນອກຈາກປ້າຍ ທີ່ຂຽນບໍ່ຖືກຫລັກພາສາລາວ ແລະປ້າຍທີ່ບໍ່ມີໃບອະນຸຍາດແລ້ວ ກໍຍັງມີປ້າຍນ້ອຍໆແຄມທາງ ຂອງຮ້ານຄ້າ ທີ່ກີດຂວາງທາງ ຣົຖນໍາດ້ວຍ.
“ກໍມີຫລາຍຫັ້ນແຫລະ. ປ້າຍ, ປ້າຍທີ່ເຂົາຂຶ້ນໜ້າຮ້ານ ກໍມີເນາະ. ແລ້ວບາງເທື່ອມັນຈະມີປ້າຍເສີມອອກມາຕັ້ງ. ບາງຮ້ານມັນກໍຕັ້ງກ່າຍອອກມາ. ບາງເທື່ອກໍບັງເວລາເຮົາລ້ຽວຣົຖຫັ້ນນ່າ. ບາງເທື່ອກໍບໍ່ເຫັນ ເຫັນມີຫລາຍ.”
ເມື່ອກ່ອນໜ້ານີ້ ຢູ່ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ເຈົ້າໜ້າທີ່ ຜແນກຖແລງຂ່າວ, ວັທນະທັມ ແລະທ່ອງທ່ຽວ ໄດ້ກວດກາ ແລະຮື້ຖອນປ້າຍ ທີ່ບໍ່ຖືກລະບຽບ ທັງປ້າຍພາສາຈີນ ແລະປ້າຍທີ່ບໍ່ມີພາສາລາວຢູ່ເບື້ອງເທິງ.
ໃນປີ 2022 ທີ່ຜ່ານມາ ຈົ້າໜ້າທີ່ຜແນກຖແລງຂ່າວ, ວັທນະທັມ ແລະທ່ອງທ່ຽວ ເມືອງໄຊທານີ ກໍໄດ້ເກັບກູ້ປ້າຍໂຄສະນາ ຕ່າງໆ ຮວມທັງປ້າຍຖືກຈີກຂາດ ທີ່ຕິດແບບຊະຊາຍ, ປ້າຍບໍ່ໄດ້ຮັບອະນຸຍາດ 61 ປ້າຍ ຕາມຖນົນເລກທີ 13 ໃຕ້, ທາງເລກ 10 ແລະທາງດົງໂດກ-ໜອງບຶກ.