ໂຄງການສູນອານຸຮັກຊ້າງ ຂອງນັກລົງທຶນຈີນ ຢູ່ໄຊຍະບູຣີ ສ້າງຍັງບໍ່ສຳເຣັດຕາມກຳນົດ

ສຸພັດຕາ
2023.07.27
ໂຄງການສູນອານຸຮັກຊ້າງ ຂອງນັກລົງທຶນຈີນ ຢູ່ໄຊຍະບູຣີ ສ້າງຍັງບໍ່ສຳເຣັດຕາມກຳນົດ ສະຖານທີ່ທ່ອງທ່ຽວແຫ່ງນຶ່ງ ໃນແຂວງໄຊຍະບູຣີ. ເດືອນເມສາ 2023.
ນັກຂ່າວ ພົລເມືອງ

ເມື່ອປີ 2017 ທາງການແຂວງໄຊຍະບູຣີ ໄດ້ອະນຸຍາດໃຫ້ບໍຣິສັດ ລົງທຶນພັທນາການທ່ອງທ່ຽວ ຊິໂນ-ລາວ ຈໍາກັດ ຂອງນັກລົງທຶນຈີນ ເຂົ້າມາສັມປະທານເນື້ອທີ່ ປະມານ 130 ເຮັກຕ້າຣ໌ ຢູ່ຕິດແຄມນໍ້າຮຸ່ງ ໃນເຂດເທສບານແຂວງໄຊຍະບູຣີ ເພື່ອສ້າງໂຄງການ ສູນອານຸຮັກຊ້າງ ແລະຂຍາຍພັນຊ້າງ.

ມາຮອດປັດຈຸບັນ ການກໍ່ສ້າງໂຄງການເກີດຄວາມຊັກຊ້າ ສ້າງບໍ່ແລ້ວຕາມແຜນການ ເນື່ອງຈາກ ບໍຣິສັດຈີນ ໄດ້ຮັບຜົລກະທົບຈາກການຣະບາດ ຂອງໂຄວິດ-19 ຈຶ່ງເຮັດໃຫ້ໂຄງການດັ່ງກ່າວ ໂຈະວຽກງານກໍ່ສ້າງໄປຫຼາຍປີ ຍັງບໍ່ທັນໄດ້ເປີດຢ່າງເປັນທາງການເທື່ອ.

ດັ່ງເຈົ້າໜ້າທີ່ຜແນກແຜນການ ແລະການລົງທຶນ ແຂວງໄຊຍະບູຣີ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 27 ກໍຣະກະດາ ນີ້ວ່າ:

“ຄັນຖ້າຕາມແຜນເພິ່ນ ຄັນຖ້າເພິ່ນບໍ່ມີການຄາດເຄື່ອນ ອາຈແມ່ນເດືອນ 9 ນີ້ແຫຼະ ເພິ່ນຊິທົດລອງຫັ້ນນ່າ ແຕ່ວ່າ ກະບໍ່ແນ່ໃຈເທື່ອວ່າ ຊິແນ່ນອນເບາະວ່າ ຫຼືວ່າ ເພິ່ນມີການປ່ຽນແປງເບາະເນາະ ເພິ່ນໂທຣາຍງານມື້ນັ້ນ ເພິ່ນວ່າ ເດືອນ 9 ເພິ່ນວ່າ.”

ເຈົ້າໜ້າທີ່ທ່ານນີ້ ກ່າວອີກວ່າ ການພັທນາໂຄງການສູນອານຸຮັກຊ້າງ ແລະຂຍາຍພັນຊ້າງ ຂອງນັກລົງທຶນຈີນ ຍັງດໍາເນີນໄປໂດຍປົກກະຕິ ບໍ່ໄດ້ມີການຍົກເລີກສັມປະທານ ພຽງແຕ່ການກໍ່ສ້າງໂຄງການ ຂ້ອນຂ້າງຈະເດີນໄປຢ່າງຊັກຊ້າ ຈຶ່ງເຮັດໃຫ້ບໍ່ມີນັກທ່ອງທ່ຽວ ມາທ່ອງທ່ຽວຄຶກຄັກປານໃດ.

ຂະນະທີ່ ຊາວບ້ານໃນເທສບານແຂວງໄຊຍະບູຣີ ກ່າວວ່າ ທັງການກໍ່ສ້າງໂຄງການສູນອານຸຮັກຊ້າງ ແລະຂຍາຍພັນສ້າງ ແລະການພັທນາເດີ່ນຊ້າງ ທັງໝົດແມ່ນຄົນຈີນເຂົ້າມາລົງທຶນ ແຕ່ພື້ນທີ່ດັ່ງກ່າວ ໄດ້ຮັບຜົລກະທົບຈາກພັຍພິບັດນໍ້າຖ້ວມ ໜັກສົມຄວນ ເມື່ອປີ 2022 ທີ່ຜ່ານມາ ເຮັດໃຫ້ການກໍ່ສ້າງດໍາເນີນໄປຢ່າງຊັກຊ້າ.

ແນວໃດກໍຕາມ ພາຍໃນໂຄງການກໍ່ສ້າງ ສູນອານຸຮັກຊ້າງ ແລະຂຍາຍພັນຊ້າງ ໄດ້ສັງເກດເຫັນວ່າ ມີການກໍ່ສ້າງໄປເລື້ອຍໆ ບໍ່ຄ່ອຍເຫັນຄົນຈີນ ເຫັນແຕ່ຄົນລາວ, ສ່ວນຈໍານວນນັກທ່ອງທ່ຽວ ກໍມີໜ້ອຍຫຼາຍ ໂດຍສ່ວນໃຫຍ່ຈະເປັນຄົນຝຣັ່ງ.

ດັ່ງຊາວບ້ານຜູ້ນີ້ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

“ມັນຖືກຊ່ວງນໍ້າຖ້ວມ ແລ້ວຂະເຈົ້າກະເລີຍປັບປຸງອີກຊິນ່າ ກໍາລັງຟື້ນໂຕ ຊ່ວງນໍ້າຖ້ວມປີກ່ອນຫັ້ນ ກະເສັຍຫາຍຫຼາຍ ຊ່ວງນີ້ກະຢາກງຽບໆແດ່ ເພາະວ່າບໍ່ມີຄົນຫຼາຍ ບໍ່ມີແຂກຫຼາຍ.”

ຊາວລາວອີກຜູ້ນຶ່ງ ໃນເທສບານແຂວງໄຊຍະບູຣີ ກ່າວວ່າ ສູນອານຸຮັກຊ້າງ ແລະຂຍາຍພັນຊ້າງ ຂອງນັກລົງທຶນຈີນ ບໍ່ຄ່ອຍມີນັກທ່ອງທ່ຽວຫຼາຍປານໃດ ເມື່ອທຽບໃສ່ສູນອານຸຮັກຊ້າງຂອງອົງການຈັດຕັ້ງສາກົລ ຍ້ອນວ່າ ພາຍໃນສູນຊ້າງຂອງຈີນ ຍັງບໍ່ມີກິຈກັມຫຍັງດຶງດູດຄວາມສົນໃຈ ມີແຕ່ໄປເບິ່ງຊ້າງຊື່ໆ.

ດັ່ງຊາວລາວຜູ້ນີີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ຍັງບໍ່ທັນໄດ້ເຫັນ ເຂົາຝຶກຫຍັງບໍ່ທັນໄດ້ເທື່ອ ນັກທ່ອງທ່ຽວດຽວນີ້ກະບໍ່ຫຼາຍ ແຕ່ກະມາຢູ່ ເຫັນເຂົາມາຢູ່ ມີຣົຖເຂົາເຂົ້າຢູ່ ແຕ່ເບິ່ງຊ້າງ ການສະແດງຍັງບໍ່ທັນມີ ເຂົາກະມີແຕ່ເຂົ້າໄປເບິ່ງຊ້າງ.”

ທາງດ້ານເຈົ້າໜ້າທີ່ ຜແນກກະສິກັມແລະປ່າໄມ້ ແຂວງໄຊຍະບູຣີ ກ່າວວ່າ ພາຍຫຼັງທີ່ທາງການແຂວງໄຊຍະບູຣີ ໄດ້ມີການເຊັນສັນຍາສັມປະທານກັບບໍຣິສັດຈີນ ເພື່ອພັທນາເປັນສູນອານຸຮັກຊ້າງ ແລະຂຍາຍພັນຊ້າງ ລວມເຖິງ ເດີ່ນຊ້າງ ໂດຍມີເປົ້າໝາຍ ເພື່ອການອະນຸຮັກຊ້າງ, ຂຍາຍພັນຊ້າງ ແລະການສະແດງຊ້າງ.

ນອກຈາກນີ້ ທາງການແຂວງໄຊຍະບູຣີ ຍັງໄດ້ສົ່ງຊ້າງ ຈໍານວນ 11 ໂຕ ໃຫ້ກັບບໍຣິສັດຈີນ ເພື່ອສົ່ງໄປຝຶກ ແລະທໍາການສະແດງໂຊວ໌ ຢູ່ປະເທດຈີນ ໂດຍແຕ່ລະປີ ທາງການແຂວງໄຊຍະບູຣີ ຈະຕ້ອງເດີນທາງໄປຕິດຕາມເບິ່ງຊ້າງ ຈໍານວນດັ່ງກ່າວ ຢູ່ປະເທດຈີນ ເພື່ອຈະຕິດຕາມເບິ່ງວ່າ ຊ້າງທີ່ສົ່ງໄປຈີນ ຈະບໍ່ຖືກທໍຣະມານ, ຖືກຂ້າ, ຖືກຂາຍ ຫຼື ຢູ່ແບບອຶດຫິວ.

ສ່ວນການພັທນາສູນອານຸຮັກຊ້າງ ແລະຂຍາຍພັນຊ້າງ ແລະເດີ່ນຊ້າງ ປັດຈຸບັນ ກໍຍັງມິດງຽບ ບໍ່ມີການເຄື່ອນໄຫວຢ່າງເປັນປົກກະຕິ ພາຍຫຼັງທີ່ໄດ້ຮັບຜົລກະທົບຈາກການຣະບາດຂອງໂຄວິດ-19, ພາຍໃນສູນຊ້າງຂອງຈີນ ປັດຈຸບັນ ມີຊ້າງຢູ່ປະມານ 10 ປາຍໂຕ ທີ່ຍັງລ້ຽງໄວ້ໃນສູູນ ເຊິ່ງບໍຣິສັດຈີນ ຈະຈ້າງຄົນລາວ ເປັນຜູ້ລ້ຽງຊ້າງທັງໝົດ.

ດັ່ງເຈົ້າໜ້າທີ່ທ່ານນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ກະຊ່ວງໂຄວິດແລ້ວ ກະມາຢຸດສະງັກ ກະລ້ຽງຊ້າງປະໄວ້ຫັ້ນ ຍັງບໍ່ທັນໄດ້ມາທ່່ອງທ່ຽວເທື່ອນ່າດຽວນີ້ນ່າ ເຂົາກະຍັງສ້າງຫັ້ນແຫຼະ ກະເຮັດບໍ່ທັນແລ້ວ ຄົນຈີນມາບໍຣິຫານເນາະ ແຕ່ວ່າ ຈ້າງຄົນລາວຫັ້ນແລ້ວ ມາເບິ່ງຫັ້ນນ່າ ຄວານຊ້າງລາວຫັ້ນແຫຼະ.”

ທ່ານກ່າວອີກວ່າ ປັດຈຸບັນ ແຂວງໄຊຍະບູຣີ ມີສູນອານຸຮັກຊ້າງ ທັງໝົດ 3 ສູນ ປະກອບມີ ອົງການ Save Elephant Foundation Laos ຂອງອົງການຈັດຕັ້ງສາກົລ ມີເປົ້າໝາຍເພື່ອການປິ່ນປົວຊ້າງ ປັດຈຸບັນ ມີຊ້າງຢູ່ 7 ໂຕ ໃນການຄຸ້ມຄອງ,  ອົງການ Elephant Conservation Center ປັດຈຸບັນ ມີຊ້າງຢູ່ປະມານ 30 ໂຕ ແລະ ສູນອານຸຮັກຊ້າງ ແລະຂຍາຍພັນຊ້າງ ຂອງນັກລົງທຶນຈີນ.

ອີງຕາມຄໍາເວົ້າ ນາຍແປພາສາ ຂອງນັກລົງທຶນຈີນ ເມື່ອຕອນທີ່ວິທຍຸເອເຊັຽເສຣີ ເຂົ້າໄປທ່ຽວຊົມ ວັນຊ້າງສາກົລ ຢູ່ແຂວງໄຊຍະບູຣີ ເມື່ອປີ 2017 ລະບຸວ່າ ບໍຣິສັດ ຈະລົງທຶນເຖິງ 40 ລ້ານ ໂດລ້າຣ໌ສະຫະຣັດ ເພື່ອສ້າງສູນອະນຸຮັກ ແລະຂຍາຍພັນຊ້າງ ປັດຈຸບັນ ໄດ້ສັມປະທານທີ່ດິນ ຈາກແຂວງໄຊຍະບູຣີ ແລ້ວເປັນເວລາ 50 ປີ.

ອີງຕາມການຣາຍງານ ຂອງກະຊວງກະສິກັມ ແລະປ່າໄມ້ ປີ 2020 ລະບຸວ່າ ປັດຈຸບັນຈຳນວນຊ້າງຢູ່ໃນລາວ ຄາດວ່າມີຈຳນວນປະມານ 800ໂຕ ເທົ່ານັ້ນ ເຊິ່ງຊ້າງລາວ ຢູ່ໃນສະພາບສ່ຽງສູນພັດນ ເນື່ອງຈາກແຫຼ່ງທີ່ຢູ່ອາສັຍຖືກບຸກລຸກ ລວມເຖິງ ຖືກຂ້າ-ຖືກລ່າ ເພື່ອເອົາເນື້ອ, ເອົາໜັງ ແລະງາຊ້າງ ສົ່ງຂາຍໄປຕ່າງປະເທດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.