ເຣື້ອງທີ່ເກັບບັນທຶກໄວ້
2024-05-21
ເກີດເຫດໄຟໄໝ້ເຮືອນ ປະຊາຊົນ ຊົນເຜົ່າກຶມມຸ ທີ່ທຸກຍາກ ຢູ່ບ້ານຕອງ ເມືອງປາກແບງ ແຂວງອຸດົມໄຊເມື່ອວັນທີ 18 ພຶດສະພາ 2024 ຜ່ານມາ ເຊິ່ງໄດ້ສ້າງຄວາມເສຍຫາຍໃຫ້ ກັບ 11 ຫຼັງ, 100 ກວ່າຄົນບໍ່ມີເຮືອນຢູ່ ລວມທັງສູນເສຍຊັບສິນອື່ນໆ.
2024-05-20
ເກີດເຫດການຝົນຕົກໜັກ ແລະ ນ້ຳປ່າໄຫຼຊຸ ເຂົ້າຖ້ວມເຂດຊຸມຊົນ ຢູ່ໃກ້ກັບບ້ານຫ້ວຍສູ່ ເມືອງຫຼາ ແຂວງອຸດົມໄຊ ໃນຕອນເຊົ້າຂອງວັນທີ 17 ພຶດສະພາ 2024 ທີ່ຜ່ານມາ ເຮັດໃຫ້ເຮືອນຊານ ແລະ ເນື້ອທີ່ປູກຝັງ ຂອງຊາວບ້ານ ທີ່ຢູ່ຕິດຫ້ວຍນ້ຳ-ທາງນ້ຳ ໄດ້ຮັບຄວາມເສຍຫາຍ ຈຳນວນໜຶ່ງ.
2024-05-16
ເຂື່ອນທົວປາ (Tuoba) ເຊິ່ງເປັນເຂື່ອນໄຟຟ້າ ໃນແມ່ນໍ້າຂອງຕອນເທິງ ແຫ່ງທີ່ 12 ຂອງປະເທດຈີນ ທີ່ຫາຈະສ້າງແລ້ວບໍ່ເມື່ອດົນມານີ້ ໄດ້ມີການກັກເກັບນໍ້າ ເອົາໄວ້ ເຮັດໃຫ້ຊາວບ້ານລຸ່ມແມ່ນໍ້າຂອງ ລາວ-ໄທ ທີ່ອາໄສ ແມ່ນໍ້າຂອງໃນການທໍາມາຫາກິນ ໄດ້ຮັບຜົນກະທົບ.
2024-05-16
ບັນຫາ ການປ່ອຍນໍ້າເປື້ອນ-ນໍ້າເສຍ ປົນເປື້ອນສານເຄມີ ຢູ່ເມືອງຊໍາເໜືອ ຕັ້ງແຕ່ວັນທີ 22 ເດືອນກຸມພາ 2024 ເຮັດໃຫ້ຊາວບ້ານ 36 ບ້ານ ໄດ້ຮັບຜົນກະທົບ ຫຼ້າສຸດ ມາຮອດວັນທີ 11 ເດືອນພຶດສະພາ 2024 ນີ້ ບັນຫາດັ່ງກ່າວ ໄດ້ຮັບການແກ້ໄຂແລ້ວ ໂດຍມີການຢັ້ງຢືນ ວ່າ ນໍ້າແວ່ນ ແລະນໍາຊໍາ ສາມາດນໍາໃຊ້ໄດ້ແລ້ວ ແລະທາງບໍລິສັດຜູ້ຂຸດຄົ້ນ ກໍຮັບປະກັນ ກັບຜົນກະທົບຕ່າງໆ ທີ່ຈະເກີດຂຶ້ນ ໃນພາຍພາກໜ້ານໍາດ້ວຍ.
2024-05-15
ບໍລິສັດ ລີຊິນ ພັດທະນາກະສິກໍາ ຈໍາກັດ ຂອງນັກລົງທຶນຈີນ ໃຫ້ພະນັກງານດຸດ (ສວນ) ມັນຕົ້ນ ຂອງປະຊາຊົນ ເພື່ອບຸກເບີກເນື້ອທີ່ດິນ ຕາມສິດທີ່ໄດ້ຮັບ ອະນຸຍາດຈາກຂັ້ນເທິງ ຂະນະທີ່ປະຊາຊົນ ທີ່ປູກມັນຕົ້ນ 4 ຄອບຄົວບໍ່ຍອມຮັບຄ່າຊົດເຊີຍ ແລະ ບໍ່ຍອມຍົກດິນໃຫ້ບໍລິສັດ.
2024-05-14
ທາງການລາວ ສະເໜີ ໃຫ້ອຸທິຍານແຫ່ງຊາດຫີນໜາມໜໍ່ ຂຶ້ນເປັນມໍລະດົກໂລກ ແຫ່ງທີ່ 4 ຂອງປະເທດ ຂະນະທີ່ ປະຊາຊົນໃນພື້ນທີ່ ອ້ອມຂ້າງອາດຈະບໍ່ສາມາດຫາຢູ່ຫາກິນ ໄດ້ຄືເກົ່າ.
2024-05-14
ຄະນະຮັບຜິດຊອບແກ້ໄຂ ການລັກຂຸດຄົ້ນແຮ່ທາດ ທີ່ຂຶ້ນກັບກອງບັນຊາການ ປກສ ແຂວງໄຊສົມບູນ ໄດ້ເຮັດພິທີສຶກສາອົບຮົມ, ກ່າວເຕືອນ ແລະປ່ອຍຊາວບ້ານຈຳນວນ 40 ຄົນ ທີ່ຖືກຈັບ ກ່ອນໜ້ານີ້ ໃນຂໍ້ຫາລັກຂຸດຄົ້ນແຮ່ທາດ ຢູ່ເຂດຍອດນໍ້າແວ້ ບ້ານນໍ້າຍອນ ເມືອງອະນຸວົງ.
2024-05-13
ເຂື່ອນໄຟຟ້າຕ່າງໆ ໃນທົ່ວປະເທດ ມີປະລິມານນໍ້າໃນອ່າງຕໍ່າກ່ວາ 30% ຍ້ອນປະລິມານນໍ້າ ໄຫຼເຂົ້າອ່າງໂຕຈິງມີໜ້ອຍ ສົ່ງຜົນໃຫ້ ການຜະລິດໄຟຟ້າຫຼຸດລົງ 10%.
2024-05-10
ການຍຶດລູກໝີຄັ້ງໃຫຍ່ ມີຂຶ້ນຢູ່ນະຄອນຫຼວງວຽງຈັນ ເມື່ອວັນທີ່ 17 ເດືອນເມສາ ປີ 2024 ຊຶ່ງໃນມື້ນັ້ນ ເຈົ້າໜ້າທີ່ ຕໍາຫຼວດສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ແລະເຈົ້າໜ້າທີ່ ຫ້ອງການ ປກສ ເມືອງສີໂຄດຕະບອງ ໄດ້ກວດກາສະຖາບັນການເງິນ ຈຸລະພາກແຫ່ງໜຶ່ງ ຢູ່ເມືອງສີໂຄດຕະບອງ.
2024-05-10
ເມື່ອວັນທີ 5 ເດືອນພຶດສະພາ ທີີ່ຜ່ານມາ ປະຊາຊົນ 3 ບ້ານ ຢູ່ເມືອງຈໍາພອນ ແຂວງສະຫວັນນະເຂດ ໄດ້ຮ່ວມກັນ ທໍາຄວາມສະອາດ ຄອງລະບາຍນ້ຳ ເຂົ້າອ່າງ ເພື່ອການຊົນລະປະທານ ເຮັດນາຍາມແລ້ງ ແລະຜລິດນ້ຳປະປາໃຊ້ ຊຶ່ງໃນປີນີ້ ແຫ້ງແລ້ງກວ່າທຸກປີ ເຮັດໃຫ້ນໍ້າຊົນລະປະທານ ບົກແຫ້ງຫຼາຍ.
2024-05-10
ທາງການແຂວງອຸດົມໄຊ ໄດ້ອະນຸມັດໃຫ້ມີໂຄງການ ຂຸດຄົ້ນແຮ່ທາດ ເພີ່ມຕື່ມອີກ 5 ໂຄງການ ສ່ວນປະຊາຊົນໃຫ້ຄວາມເຫັນວ່າ ທັງໝົດນີ້ພຽງເພື່ອຜົນປະໂຫຍດ ຂອງພາກລັດ ຫຼື ປະຊາຊົນບໍ່ໄດ້ຮັບຜົນປະໂຫຍດ ເຊິ່ງໃນອະດີດ ກໍມີຫຼາຍໂຄງການ ທີ່ປະຊາຊົນເປັນຜູ້ສູນເສຍ.
2024-05-09
ຄະນະກໍາມາທິການແມ່ນໍ້າຂອງສາກົນ ຕຽມຈັດກອງປະຊຸມ ກ່ຽວກັບເຂື່ອນປາກລາຍ ທີ່ປະຊາຊົນທີ່ອາໄສຢູ່ແຄມແມ່ນໍ້າຂອງ ບໍ່ເຫັນດີກັບການກໍ່ສ້າງໂຄງການດັ່ງກ່າວ ເຊິ່ງທາງຜູ້ຄັດຄ້ານເປັນກັງວົນພັນປາ, ແລະບັນຫາສິ່ງລ້ອມ ລວມເຖິງເລື່ອງຄວາມປອດໄພຂອງເຂື່ອນ.
2024-05-08
ຄື້ນຄວາມຮ້ອນ ທີ່ປົກຫຸ້ມທົ່ວປະເທດ ໃນຮອບເດືອນເມສາ ຈົນເຖິງເດືອນພຶສະພາ ນີ້ ໄດ້ສົ່ງຜົນໂດຍກົງ ຕໍ່ການໃຊ້ຊີວິດປະຈຳວັນ ແລະ ມີຜົນກະທົບກັບເສດຖະກິດ ພາຍໃນປະເທດ.
2024-05-07
ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ຈັດກອງປະຊຸມເພື່ອປຶກສາຫາລື ແບບມີສ່ວນຮ່ວມກ່ຽວກັບບົດປະເມີນຜົນ ກະທົບສິ່ງແວດລ້ອມແບບລະອຽດ ແລະ ແຜນຄຸ້ມຄອງຕິດຕາມກວດກາສິ່ງແວດລ້ອມ ໂຄງການພະລັງງານລົມ ເຈືອງເຊີນ ທີ່ຕັ້ງຢູ່ເມືອງຄຳເກີດ ແລະ ເມືອງໄຊຈຳພອນ ແຂວງລິຄຳໄຊ.
2024-05-07
ໄພແລ້ງຄືບຄານ ເຂົ້ານະຄອນຫຼວງວຽງຈັນ, ປັດຈຸບັນ ປະຊາຊົນໃນຫລາຍບ້ານ ຂອງນະຄອນຫລວງວຽງຈັນ ພົບບັນຫານໍ້າປະປາ ບໍ່ໄຫລຕາມປົກກະຕິ ເຮັດໃຫ້ ການໃຊ້ຊີວິດປະຈໍາວັນ ໄດ້ຮັບຄວາມເດືອດຮ້ອນ ມາເກືອບ 2 ເດືອນແລ້ວ ໃນເລື້ອງນໍ້າປະປາບໍ່ໄຫລ ຫຼື ໄຫລບໍ່ແຮງ.