ທັງທຸລະກິດ, ຊີວິດປະຈຳວັນ ຖືກອາກາດຮ້ອນລົບກວນ
2024.05.08
ໄລຍະ ກາງເດືອນເມສາ ຫາ ຕົ້ນເດືອນພືສພາ 2024 ນີ້, ຄື້ນຄວາມຮ້ອນ ໄປປົກຫຸ້ມທົ່ວທຸກພາກ ຂອງປະເທດລາວ ເຮັດໃຫ້ຫລາຍແຂວງ ທີ່ມີສະພາບອາກາດຮ້ອນ ຫາຮ້ອນອົບເອົ້າ. ອີກທັງ, ຍັງມີຫມອກແຫ້ງ ປົກຫຸ້ມເປັນສ່ວນໃຫຍ່ ເຮັດໃຫ້ຊີວິດປະຈໍາວັນ ຂອງປະຊາຊົນລາວ ບັນດາເຜົ່າ ແລະ ກິດຈະກໍາ ທາງເສດຖະກິດ ພາຍໃນປະເທດ ປ່ຽນແປງໄປ ຢ່າງໜ້າຕົກໃຈ.
ດັ່ງ ນັກວິຊາການ ດ້ານສິ່ງແວດລ້ອມ ຜູ້ບໍ່ປະສົງອອກຊື່ ທ່ານໜຶ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 3 ພຶສພາ 2024 ທີ່ຜ່ານມາ ນີ້ວ່າ:
“ແມ່ນໆ ແຕ່ວ່າດຽວນີ້ ເຂົາກໍຫລຸດ ຢູ່ລາວເຮົານີ້ ເຂົາກໍຫັ້ນປ່ຽນ ຈາກຕອນສວາຍເນາະ ຕອນສວາຍ ເຂົາເຈົ້າກໍຈະບໍ່ເຮັດວຽກ ພວກກາງແຈ້ງນີ້ ຂະເຈົ້າກໍຈະເຂົ້າວຽກຢູ່ 8 ໂມງ ຫາ 8 ໂມງເຄິ່ງ ລະ 10 ໂມງເຄິ່ງ ຂະເຈົ້າກໍເລີກແລ້ວ ຈັ່ງຊີ້ນ່າ. ກໍແມ່ນ ຄື ໂດຍສະເພາະຊາວໄຮ່-ຊາວສວນ ແລ້ວກໍ ພວກກໍາມະກອນຈັ່ງຊີ້ນ່າ. ແມ່ນໆ ຕອນແລງ ເຂົາເຈົ້າກະເລີ້ມເຂົ້າວຽກ ປົກກະຕິແມ່ນ 1 ໂມງເຄິ່ງເນາະ. ເອີ ໃຫ້ໄດ້ອຸນຫະພູມ ມັນຫລຸດລົງໜ້ອຍໜຶ່ງ.”
ທ່ານກ່າວຕື່ມວ່າ ສໍາລັບໂຮງຮຽນຂອງລັດ ທາງກະຊວງສຶກສາທິການ ແລະ ກິລາ ກໍໄດ້ອອກແຈ້ງການ ໃນວັນທີ 25 ເມສາ ນີ້ວ່າ ໃຫ້ບັນດາ ຜູ້ອໍານວຍການໂຮງຮຽນ ພິຈາລະນາ ໂຈະການຮຽນ-ການສອນ ບາງຕອນ ຫລື ບາງໄລຍະ ໂດຍສະເພາະໂຮງຮຽນ ທີ່ຍັງບໍ່ມີຄວາມພ້ອມ ດ້ານພັດລົມ ຫລື ແອຣ໌. ຖ້າຫາກ ສະພາບອາກາດ ຮ້ອນອົບເອົ້າ ຮອດ 40 ອົງສາຊຽວຊຽດ ຂຶ້ນໄປ ເຊິ່ງກໍມີຫລາຍໂຮງຮຽນ ໃນເຂດຫ່າງໄກສອກຫລີກ ຈໍາເປັນຕ້ອງໄດ້ໂຈະ ການຮຽນ-ການສອນ ຊົ່ວຄາວ.
ຂະນະດຽວກັນ ຊາວກະສິກອນ ທີ່ເຮັດການຜະລິດ ກໍບໍ່ສາມາດເຮັດການຜະລິດ ແລະ ເກັບກ່ຽວຜົນຜະລິດ ໄດ້ຕາມປົກກະຕິ ຍ້ອນອາກາດຮ້ອນຈັດ ແລະ ບໍ່ມີນ້ໍາພຽງພໍ ເຮັດໃຫ້ຜູ້ບໍລິໂພກ ໄດ້ຮັບຜົນກະທົບ ເນື່ອງຈາກ ລາຄາຜົນຜະລິດເພີ່ມສູງຂຶ້ນ ເປັນຕົ້ນ ຫອມແດງ ຈາກແຕ່ກ່ອນ ກິໂລລະ 18,000 ກີບ ເພີ່ມເປັນ 21,000 ກີບ.
ດັ່ງ ແມ່ຄ້າ ປູກຫອມແດງຂາຍ ຢູ່ ນະຄອນຫລວງວຽງຈັນ ນາງໜຶ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນ ນີ້ວ່າ:
“ປູກໄດ້ ແຕ່ວ່າປູກຍາກເດີ້ ເອ ໄລຍະເດືອນ 2 ເດືອນມານີ້ ແຕ່ວ່າດຽວນີ້ ຝົນຕົກແລ້ວ. ແຕ່ຍາກຄືເກົ່າ ມັນຊິຮອດຍາມຝົນແລ້ວ ມັນກໍຂຶ້ນຢູ່ ແຕ່ວ່າ ຖ້າເຮົາບໍ່ໄດ້ມຸງຫຍັງ ມັນກໍຢາກເປື່ອຍຫັ້ນແຫລະ. ເອ ມີແຫ້ງຕາຍເດີ້ ມັນບໍ່ຂຶ້ນ ມັນຂຶ້ນມາ ມັນກໍອ່ອນ ມັນກໍຕາຍຫັ້ນນ່າ ເພາະວ່າມັນແດດແຮງ. ແມ່ນ ມັນບໍ່ມີນ້ໍາ ມັນກໍ ມັນອ່ອນ ນ້ໍາບໍ່ຮ້ອນ ມັນກໍແດດແຮງຫັ້ນນ່າ ມັນຂຶ້ນມາ ມັນສູ້ແດດບໍ່ໄດ້ ມັນແດດໂພດ ມັນຮ້ອນໂພດຫັ້ນນ່າ. ປູກຍາກຄືກັນ ຫອມປ້ອມກໍປູກຍາກຂຶ້ນ ມັນແດດຫລາຍ (ລາຄາ) ເພີ່ມຂຶ້ນ ບໍ່ມີຂາຍ.”
ປະຊາຊົນລາວ ບັນດາເຜົ່າ ໃນຫລາຍທ້ອງຖິ່ນ ໂດຍສະເພາະ ໃນເຂດຫ່າງໄກ ສອກຫລີກ ປະສົບບັນຫາ ບໍ່ມີນ້ໍາ ເພື່ອໄວ້ໃຊ້ ອຸປໂພກ-ບໍລິໂພກ ພຽງພໍ ຍ້ອນສະພາບອາກາດ ທີ່ຮ້ອນແຮງ ຈຶ່ງເຮັດໃຫ້ພວກຂະເຈົ້າ ບໍ່ສາມາກເອົານ້ໍາ ຈາກແຫລ່ງນໍ້າທໍາມະຊາດ ມາໃຊ້ໄດ້ຄືເກົ່າ.
ດັ່ງເຈົ້າໜ້າທີ່ ອໍານວຍການປົກຄອງ ຂັ້ນທ້ອງຖິ່ນ ຢູ່ແຂວງຜົ້ງສາລີ ທ່ານໜຶ່ງ ກ່າວວ່າ:
“ເວົ້າຄວາມຈິງ ດຽວນີ້ ຂນາດເຮົາຢູ່ເຮືອນ ຫວ່າງແຈ້ງ ມັດຂັວນນີ້ ນ້ໍາຊິໃຊ້ກໍບໍ່ມີນ່າ ນ້ໍາຊິກິນກໍບໍ່ມີ ດຽວນີ້ ລົມກັນດຽວນີ້ນ່າ. ມີແຕ່ ປະຊາຊົນ ຜູ້ໃດມີເງິນກໍຊື້ກິນ ຄັນບໍ່ມີກໍໄປຕັກນ້ໍາໃຫຍ່ ມີນ້ໍາບໍ່ເລັກໆນ້ອຍໆ ກໍຕົ້ມກິນເທົ່ານັ້ນແຫລະ. ປີນີ້ໆ ໂຕຂາດແທ້ໆນີ້ ກໍນ້ໍານີ້ແຫລະ. ຄົນມີເງິນກໍຕັກ ບໍ່ມີນ້ໍາກິນນີ້ ກໍຕາຍແຫລະ ຄືກັນແຫລະ ຜົ້ງສາລີ ກໍອຶດອັນນີ້ແຫລະ ຜົ້ງສາລີສຸມື້ນີ້ກໍ.”
ທ່ານກ່າວຕື່ມວ່າ ເນື່ອງຈາກພາກເໜືອ ຂອງປະເທດລາວ ແມ່ນເປັນເຂດພູດອຍ ສະນັ້ນ ປະຊາຊົນລາວ ໃນເຂດນອກດັ່ງກ່າວ ທີ່ຍັງບໍ່ທັນເຂົ້າເຖິງ ນ້ໍາສະອາດ ແມ່ນໃຊ້ປະໂຍດ ຈາກນ້ໍາລິນ ແຕ່ເມື່ອປະລິມານນ້ໍາ ໃນແຫລ່ງນ້ໍາທໍາມະຊາດນີ້ ແຫ້ງລົງຫລາຍ ໃນລະດູແລ້ງ ກໍເຮັດໃຫ້ພວກຂະເຈົ້າ ບໍ່ມີນ້ໍາໃຊ້ພຽງພໍ ໃນແຕ່ລະມື້.
ຂະນະດຽວກັນ ຍ້ອນສະພາບອາກາດ ທີ່ຮ້ອນຈັດ ກໍເຮັດໃຫ້ປະຊາຊົນລາວ ຈໍານວນຫລາຍ ມີສຸຂະອະນາມັຍ ທີ່ບໍ່ດີ ຍ້ອນບໍ່ທັນເຂົ້າເຖິງນ້ໍາສະອາດ ອີກທັງ ຍັງມີການຖອກທ້ອງ ຍ້ອນອາຫານເປັນພິດ ແລະ ການກິນອາຫານບູດເນົ່າ ເຊິ່ງພາກສ່ວນທີ່ກ່ຽວຂ້ອງ ກໍຈະໄດ້ລົງພື້ນຖານ ໂຄສະນາ-ປະຊາສໍາພັນ ໃຫ້ແກ່ປະຊາຊົນຕື່ມ.
ດັ່ງ ທ່ານໝໍ ຢູ່ໍໂຮງໝໍເມືອງ ແຫ່ງໜຶ່ງ ໃນແຂວງບໍລິຄໍາໄຊ ກ່າວວ່າ:
“ຖອກທ້ອງຫັ້ນຫລາຍ ອາດຈະເປັນອາກາດຮ້ອນຫລາຍ. ແລ້ວ ສອງມາ ກໍຈະເປັນກ່ຽວກັບ ພວກອາຫານເນາະ ມັນຈະເປັນການບູດໄວ. ເຂດຊົນນະບົດເຮົາ ສ່ວນຫລາຍກໍຈະກິນຂອງເກົ່າ ທີ່ວ່າຊ້ໍາໆ ກັນເດີ້ ອາດຈະເປັນ ລົງເຖິງຊຸມຊົນເລີຍ ຕ້ອງໄປໂຄສະນາ ເຜີຍແຜ່ສຸຂະສຶກສາ ໃຫ້ແກ່ພວກຂະເຈົ້າ. ລົງໃຫ້ຄວາມຮູ້ ກ່ຽວກັບພວກໂລກລະບາດເນາະ ຄືວ່າຖອກທ້ອງນີ້ ເພິ່ນກໍຈັດໃຫ້ເປັນ ໃນການລະບາດຄືກັນ. ມັນເປັນຕິດຕໍ່ກັນຫລາຍ ເຮົາກໍອາດຈະໄດ້ຈະໄດ້ລົງ ໃຫ້ຄວາມຮູ້ ສຸຂະສືກສາເພີ່ມ.”
ກ່ຽວກັບເລື້ອງນີ້, ໃນປີ 2023 ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຕັ້ງເປົ້າໝາຍວ່າ ຈະຈັດຫາ ນ້ໍາສະອາດ ແລະປອດໄພ ເພື່ອບໍຣິການແກ່ປະຊາຊົນ ໃນເຂດເມືອງ ຢ່າງໜ້ອຍ 85% ພາຍໃນປີ 2025 ແລະຈະເພີ່ມເປັນ 90% ພາຍໃນຊຸມປີຕໍ່ໜ້າ. ທັງນີ້ ໂຄງການດັ່ງກ່າວ ຄາດວ່າ ຈະເພີ່ມຂີດຄວາມສາມາດ ໃນການເຂົ້າເຖິງ ນ້ໍາສະອາດ ໃນຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ.
ສໍາລັບສາເຫດສໍາຄັນ ທີ່ເຮັດໃຫ້ອຸນນະພູມ ສູງຂຶ້ນ ແລະມີຄື້ນຄວາມຮ້ອນຫລາຍ ໃນຮອບປີນີ້ ແມ່ນມີຄວາມກ່ຽວຂ້ອງໂດຍກົງ ກັບການຕັດໄມ້ ທໍາລາຍປ່າ ແລະ ການປ່ຽນແປງ ຂອງດິນຟ້າອາກາດ. ສ່ວນໜຶ່ງ ແມ່ນຍ້ອນທາງການລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ອານຸມັດ ໃຫ້ນັກລົງທຶນຕ່າງປະເທດ ເຂົ້າມາລົງທຶນ ພັທນາພື້ນຖານ ໂຄງຮ່າງ ຂະໜາດໃຫຍ່ ອີກທັງ ຍັງອານຸຍາດ ໃຫ້ພວກຂະເຈົ້າ ຂະຫຍາຍເນື້ອທີ່ ປູກພືດເສດຖະກິດ ພາຍໃນປະເທດ ເພື່ອຕອບສະໜອງ ຄວາມຕ້ອງການ ຂອງຕະຫລາດພາຍນອກ ຢ່າງຕໍ່ເນື່ອງ.
ດັ່ງ ນັກວິຊາການ ດ້ານສິ່ງແວດລ້ອມ ທ່ານດຽວກັນນີ້ ກ່າວຕື່ມວ່າ:
“ສະເພາະຢູ່ລາວນີ້ກໍ ເລື້ອງການຕັດໄມ້ ທໍາລາຍປ່າ ນີ້ແລ້ວ ຢູ່ລາວເຮົານີ້. ການລົງທຶນຂອງຕ່າງປະເທດ ກໍແມ່ນເປັນໂຄງການລົງທຶນຂະໜາດໃຫຍ່ເນາະ. ຍົກໂຕຢ່າງ ການຂຸດຄົ້ນຖ່ານຫີນ ຈັ່ງຊີ້ ມັນກໍຕ້ອງໄດ້ເຮັດສັນຍາ ເຮັດອັນນັ້ນກັນ ເປັນໄລຍະຍາວ 10 ປີ 20 ປີ 50 ປີ ເນາະ. ແລ້ວຖ້າວ່າ ການຂຸດຄົ້ນ ມັນກໍບໍ່ກໍານົດ ມັນກໍສ້າງຜົນກະທົບ ຕໍ່ຫລາຍຢ່າງ. ແມ່ນໆ ບາດນີ້ກໍຄື ມີໂຄງການມາສົ່ງເສີມ ເລື້ອງປູກໝາກຖົ່ວເຫລືອງ, ປູກໝາກໂມ ລະດູແລ້ງ, ປູກສາລີບໍ່, ປູກກ້ວຍນີ້ ອະນຸຍາດໃຫ້ຂະຫຍາຍ.”
ທ່ານກ່າວອີກວ່າ ໄລຍະຜ່ານມາ ປະຊາຊົນລາວ ສ່ວນຫລາຍ ປະກອບອາຊີບ ຕິດພັນກັບການປູກພືດເສດຖະກິດ ໂດຍສະເພາະ ຍາງພາລາ ເພື່ອຕອບສະໜອງຕະຫລາດ ໃນຕ່າງປະເທດ ລວມເຖິງການເຮັດໄຮ່ ຕາມເນື້ອທີ່ດິນ ທີ່ໄດ້ຮັບອະນຸຍາດ.
ພ້ອມດຽວກັນນີ້ ທາງການລາວ ກໍໄດ້ອອກມາຕະການ ບໍ່ໃຫ້ມີການເຮັດໄຮ່ ແບບເຄື່ອນທີ່ ແລະ ເລື່ອນລອຍອີກ ເພື່ອຫລຸດຜ່ອນ ບັນຫາການບຸກລຸກ ເນື້ອທີ່ປ່າໄມ້ ແລະ ການຕັດໄມ້ທໍາລາຍປ່າ ແບບຜິດກົດໝາຍ.
ໃນຮອບສັບປະດາ ທີ່ຜ່ານມາ ຫລື ທ້າຍເດືອນເມສາ 2024 ອຸນຫະພູມຄວາມຮ້ອນ ພັດມີທ່າທີ ທີ່ເພີ່ມຂຶ້ນເລື້ອຍໆ ແລະ ຈາກຂໍ້ມູນ ຂອງທາງການລາວ ໃນປີນີ້ ກໍໄດ້ຄາດຄະເນວ່າ ຄວາມຮ້ອນ ພາຍໃນປະເທດລາວ ອາດຈະເພີ່ມຂຶ້ນເລື້ອຍໆ ຈົນຮອດ 47 ອົງສາຊຽວຊຽສ ເຊິ່ງສູງກວ່າ ສະພາບອາກາດ ໃນຮອບຫລາຍໆປີ ທີ່ຜ່ານມາ.
ດັ່ງ ເຈົ້າໜ້າທີ່ ທີ່ເຮັດວຽກ ດ້ານສະພາບອາກາດ ຢູ່ກົມອຸຕຸນິຍົມ ແລະ ອຸທົກກະສາດ ຜູ້ບໍ່ປະສົງອອກຊື່ ແລະ ຕໍາແໜ່ງ ທ່ານໜຶ່ງ ກ່າວວ່າ:
“ຖືວ່າແຖວໃນກາງເມືອງກໍ 43 ຫາ 44 ນີ້ແຫລະ ການວິເຄາະ ຈາກທາງຂໍ້ມູນ ເພິ່ນກໍວ່າ ມັນຈະຂຶ້ນໄປຮອດ 47 ບາງຈຸດ ມີຝົນຕົກ ແລ້ວກໍສ່ວນຫລາຍ ກໍຈະມີອຸນຫະພູມ ຫລຸດລົງໜ້ອຍໜຶ່ງແລ້ວ ຢ່າງວ່າ ກ່ອນສົງການ ມີຝົນຕົກເທື່ອໜຶ່ງ ແລ້ວມັນເຮັດໃຫ້ອາກາດ ຫລຸດໄປໜ້ອຍໜຶ່ງເນາະ. ຫລັງສົງການ ມານີ້ ກໍຮູ້ສຶກວ່າມັນຈະ over heat ຂຶ້ນມາແລ້ວ ລະດັບຄວາມຮ້ອນ ຈະສູງຂຶ້ນໆ ເນາະ ແຕ່ວ່າພາກໃຕ້ ຈະຮ້ອນກວ່າພາກກາງ ແລ້ວກໍພາກເໜືອ ກໍຈະເຢັນລົງໜ້ອຍໜຶ່ງ. ແຕ່ຕອນນີ້ ກໍເລີ້ມບໍ່ແນ່ແລ້ວລະ ເພາະວ່າ ຄື້ນຄວາມຮ້ອນ ມັນໄປກະຈາຍ ທົ່ວປະເທດເນາະ.”
ໃນມື້ວັນທີ 2 ພືສພາ 2024 ນີ້, ກົມອຸຕຸນິຍົມ ແລະ ອຸທົກກະສາດ ກະຊວງ ຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ລາຍງານວ່າ ຄື້ນຄວາມຮ້ອນ ຍັງມີກໍາລັງແຮງ ແລະ ປົກຫຸ້ມຢູ່ທົ່ວທຸກພາກ ຂອງປະເທດລາວ, ສົມທົບກັບ ກະແສລົມຕາເວັນຕົກສ່ຽງໃຕ້ ພັດປົກຫຸ້ມ ເປັນສ່ວນໃຫຍ່, ເຊິ່ງຈະເຮັດໃຫ້ອາກາດຮ້ອນເອົ້າ ຢູ່ຕື່ມອີກ ແລະ ມີຝົນຕົກ, ຟ້າຮ້ອງ, ຟ້າເຫລື້ອມ, ຟ້າຝ່າ, ໝາກເຫັບຕົກ ແລະ ຈະມີລົມພັດແຮງ ຢູ່ບາງທ້ອງຖິ່ນ ໃນແຕ່ລະພາກ ໃນໄລຍະວັນທີ 3 ຫາ 6 ພຶສພາ 2024 ນີ້ ເຊິ່ງອາດເຮັດໃຫ້ເກີດຕົ້ນໄມ້ໃຫຍ່ຫັກລົ້ມ ແລະ ຫລັງຄາເປ່ເພ ເສັຍຫາຍໄດ້. ສະບາຍດີ.