ສປປ ລາວ ບໍ່ໄດ້ລົງນາມວ່າດ້ວຍ ການປ່ຽນແປງ ດິນຟ້າອາກາດ
2024.05.06

ຜູ້ນໍາຈາກທົ່ວໂລກ ຈໍານວນ 134 ປະເທດໄດ້ລົງນາມ ໃຫ້ຄໍາໝັ້ນ ໃນອະນຸສັນຍາ COP28 UAE ກ່ຽວກັບການກະເສດ ຢ່າງຍືນຍົງ, ລະບົບອາຫານທີ່ບໍ່ຕາຍຕົວ ແລະ ການດໍາເນີນການ ດ້ານການປ່ຽນແປງດິນຟ້າອາກາດ ເມື່ອວັນທີ 01 ທັນວາ 2023 ທີ່ຜ່ານມາ. ໃນກອງປະຊຸມລັດພາຄີ ຂອງອົງການສະຫະປະຊາຊາດ ວ່າດ້ວຍການປ່ຽນແປງ ດິນຟ້າອາກາດ COP28 ຢູ່ນະຄອນດູໄບ ປະເທດສະຫະລັດ ອາຣັບເອມິເຣຕສ໌ ເຊິ່ງຈັດຂຶ້ນລະຫວ່າງວັນທີ 30 ພະຈິກ ຫາ 12 ທັນວາ 2023 ຜ່ານມາ.
ໃນຂະນະທີ່ ປະເທດລາວ ບໍ່ໄດ້ຮ່ວມລົງນາມ ໃນຄໍາໝັ້ນດັ່ງກ່າວຍ້ອນລາວ ເປັນປະເທດຂະໜາດນ້ອຍ, ປະຊາຊົນຍັງມີຄວາມທຸກຍາກ ແລະ ກຳລັງຢູ່ໃນໄລຍະການພັດທະນາ ປະເທດ ເຊິ່ງລັດຖະບານລາວ ມີຄວາມຈຳເປັນທີ່ສຸດ ທີ່ຈະນໍາໃຊ້ຊັບພະຍາກອນທຳມະຊາດ ເປັນຈຳນວນຫຼາຍໃນການພັດທະນາເສດຖະກິດ-ສັງຄົມ.
ດັ່ງເຈົ້າໜ້າທີ່ ກະຊວງກະສິກຳ ແລະ ປ່າໄມ້ ທ່ານໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ເມື່ອທ້າຍປີ 2023 ຜ່ານມາວ່າ:
“ແມ່ນແທ້ໃດເພາະວ່າລາວຍັງບໍ່ເຖິງຈຸດນັ້ນເທື່ອມັນຢູ່ໃນປະເທດທຸກຍາກປະເທດທີ່ຈຳເປັນໄດ້ເວົ້າວຽກປູກຝັງລ້ຽງສັດນີ້ຫຼາຍ ໆ ຢູ່ບໍ່ມີອຸດສາຫະກຳບໍ່ມີຫຍັງຫຼາຍເທື່ອ ເຊິ່ງມັນກະທົບເຖິງ ເວົ້າເລື່ອງການປົກປັກຮັກສາປ່າໄມ້ນີ້ ຄວາມຈຳເປັນຂອງລັດຖະບານແດ່ ປະຊາຊົນມີລາຍຮັບລາຍໄດ້ ແລ້ວນໍາເງິນຕາຂາຍເອົາເງິນຕາ ເຂົ້າປະເທດແດ່.”
ທ່ານກ່າວຕື່ມວ່າ ສປປ ລາວ ເປັນປະເທດຂະໜາດນ້ອຍ ມີຄວາມທຸກຍາກ ທີ່ບໍ່ມີທາງອອກສູ່ທະເລ ແລະ ບໍ່ມີອຸດສະຫະກຳຂະໜາດໃຫຍ່ແຕ່ລາວມີຊັບພະຍາກອນທຳມະຊາດອຸດົມສົມບູນ, ມີແຫຼ່ງນໍ້າ ແລະ ແຮ່ທາດເປັນຈຳນວນຫຼາຍ ເຊິ່ງເຮັດໃຫ້ລັດຖະບານລາວ ເລືອກທີ່ຈະເອົາຊັບພະຍາກອນເລົ່ານັ້ນ ມາຊຸກຍູ້, ສົ່ງເສີມ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ.
ຕົວຢ່າງໂຄງການ ທີ່ນໍາເອົາຊັບພະຍາກອນທໍາມະຊາດ ແລ້ວຫັນປ່ຽນມາເປັນໂຄງການພັດທະນາ ປະເທດເຊັ່ນໂຄງການເຂດເສດຖະກິດພິເສດ, ໂຄງການເຂື່ອນໄຟຟ້າ, ພະລັງງານລົມ ແລະ ແສງຕາເວັນ, ໂຄງການເສັ້ນທາງລົດໄຟ, ໂຄງການທາງດ່ວນ ແລະ ທາງຊົນນະບົດ, ໂຄງການຂຸດຄົ້ນແຮ່ທາດ, ໂຄງການປູກພືດ ແລະ ຕົ້ນໄມ້ເສດຖະກິດ ແລະ ໂຄງການລ້ຽງສັດ.
ບັນຫາດັ່ງກ່າວລັດຖະບານລາວ ຮູ້ດີເຖິງຜົນກະທົບ ການປ່ຽນແປງດິນຟ້າອາກາດ ແຕ່ລັດຖະບານລາວ ກໍ່ບໍ່ສາມາດທີ່ຈະໃຫ້ຄຳໝັ້ນ ໃນອະນຸສັນຍາ COP28 UAE ໄດ້ເພາະວ່າ ຊັບພະຍາກອນຕ່າງໆ ໃນລາວຖືເປັນຊັບສິນມີຄ່າທີ່ສຸດ ທີ່ລັດຖະບານລາວຈະສາມາດ ສ້າງລາຍຮັບເຂົ້າປະເທດໄດ້. ໃນປັດຈຸບັນຫາກບໍ່ໃຫ້ເຊົ່າ-ສຳປະທານ ຫຼື ຂາຍ ຫຼື ນຳໄປພັດທະນາ ແຜນພັດທະນາເສດຖະກິດ-ສັງຄົມ ຂອງປະເທດກໍຈະບໍ່ບັນລຸຕາມເປົ້າໝາຍ ສະນັ້ນຈຶ່ງເປັນຄວາມຈຳເປັນ ຂອງລັດຖະບານລາວ ທີ່ບໍ່ສາມາດໃຫ້ຄຳໝັ້ນໃນອະນຸສັນຍາ COP28 UAE ກ່ຽວກັບການກະສະກຳຢ່າງຍືນຍົງ, ລະບົບອາຫານທີ່ບໍ່ຕາຍຕົວ ແລະ ການດຳເນີນການ ດ້ານການປ່ຽນແປງດິນຟ້າອາກາດ ເຊັ່ນດຽວກັບປະເທດອື່ນໆ.
ດັ່ງເຈົ້າໜ້າທີ່ ກະຊວງຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ຖ້າມັນບໍ່ເຂົ້າຫຍັງມັນແມ່ນຊິເປີດໂອກາດໃຫ້ ລັດຖະບານ ອັນທໍາລາຍທໍາມະຊາດທໍາ ລາຍປ່າສະຫງວນຕ່າງແຕ່ວ່າ ສິ່ງທີ່ເຮົາເຮັດໄດ້ກາຄືວ່າ ເຮົາຈະຕ້ອງໄດ້ຂາຍ (ຊັບພະກອນ) ສ່ວນໃດໜຶ່ງ ອອກໄປເພື່ອເອົາເງິນມາພັດທະນາ ປະເທດໜັກໜ່ວງຂຶ້ນກາເຂົ້າໃຈຢູ່.”
ຖ້າລັດຖະບານລາວ ມີເປົ້າໝາຍທີ່ຈະເຮັດໃຫ້ປະເທດຫຼຸດພົ້ນ ຈາກຄວາມທຸກຍາກ ໃນປີ 2030 ໃຫ້ໄດ້ຕາມແຜນພັດທະນາ ເສດຖະກິດ-ສັງຄົມ ແຕ່ລັດຖະບານລາວ ກໍ່ຈະສູນເສຍຊັບພະຍາກອນ ທຳມະຊາດເປັນຈຳນວນຫຼາຍທັງປ່າໄມ້, ແຫຼ່ງນໍ້າ, ແຮ່ທາດ, ສັດປ່າ ແລະ ວິຖີຊີວິດ ຂອງປະຊາຊົນລາວ ເຊິ່ງການພັດທະນາດັ່ງກ່າວ ກໍຈະສົ່ງຜົນກະທົບໃຫ້ເກີດການປ່ຽນແປງ ທີ່ໜ້າວິຕົກຫາກບໍ່ມີແຜນປ້ອງກັນ ຢ່າງມີປະສິດທິພາບ. ດັ່ງໂຕຢ່າງ ໂຄງການເຂື່ອນໄຟຟ້າ ທີ່ມີການຕັດໄມ້ທຳລາຍປ່າ ເປັນຈຳນວນຫຼາຍ ແຕ່ບໍ່ມີການປູກໄມ້ທົດແທນຄືນ. ຂະນະດຽວກັນ ຊາວບ້ານຈຳນວນຫຼາຍຖືກຍົກຍ້າຍ ຖິ່ນຖານ, ສູນເສັຍທີ່ດິນທຳການກະສິກຳ ໄດ້ຮັບຜົນກະທົບຢ່າງໜັກ ຈົນບໍ່ສາມາດຜະລິດສະບຽງອາຫານໄດ້ ຕາມປົກກະຕິ.
ດັ່ງເຈົ້າໜ້າທີ່ທ້ອງຖິ່ນ ໃນແຂວງເຊກອງ ທ່ານໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ຫຍຸ້ງຍາກເພາະວ່າ ໂຄງການເຂື່ອນໄຟຟ້າເບາະ, ໂຄງການເຮັດທາງເບາະ ຈັ່ງຊັ້ນຫັ້ນນ່າ. ໄທເຮົາບໍ່ຮູ້ຊໍ້າ ແຕ່ລະປີມັນທຳລາຍໄປໜ້ອຍຫຼາຍຊໍ່າໃດ ຄືເຂື່ອນເບາະ.”
ການປ່ຽນແປງດິນຟ້າອາກາດ ໄດ້ສົ່ງຜົນກະທົບຕໍ່ຊາວບ້ານໜັກຫຼາຍ ໃນໄລຍະ 2-3 ປີຜ່ານມານີ້ ໂດຍສະເພາະບັນຫານໍ້າຖ້ວມ ແລະໄພແລ້ງ ທີ່ເກີດຂຶ້ນໃຫ້ເຫັນຫຼາຍເທື່ອ ແລ້ວແຕ່ລະເທື່ອ ທີ່ເກີດຂຶ້ນກໍສົ່ງຜົນກະທົບຢ່າງໜັກ. ດັ່ງຊາວກະສິກອນຜູ້ປູເຂົ້ານາປີ ແລະ ນາແຊງ ທີ່ບໍ່ສາມາດຜະລິດເຂົ້າ ໄດ້ຜົນຜະລິດຫຼາຍຄືແກ່ກ່ອນ. ນາເຂົ້າໄດ້ຮັບຄວາມເສັຍຫາຍ ຈາກນໍ້າຖ້ວມ ແລະໄພແລ້ງ ທີ່ນັບມື້ຈະທະວີຄວາມຮຸນແຮງຂຶ້ນເລື້ອຍໆ ເຊິ່ງສົ່ງຜົນໃຫ້ການຜະລິດຫຼຸດລົງ ຫຼື ນໍາໃຊ້ແນວພັນຫຼາຍຂຶ້ນ.
ດັ່ງຊາວແຂວງຈຳປາສັກ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າ:
“ຫຍຸ້ງຍາກຫຼາຍ ແລ້ວປົກກະຕິ ເຮົາເຮັດເຮັກຕ້າຣ໌ໜຶ່ງ ຖ້ານາຫວ່ານເຮົາຈະເຮັດ 120 ກິໂລກະຣາມ ກາໄດ້ເສຍໄປເປັນ 240 ກິໂລພຸ້ນແຫຼະ. ມັນຕາຍເດ້. ນໍ້າບໍ່ບົກເນາະ ຍ້ອນຝົນຕົກ ຫຼ້າສະພາບດິນຟ້າອາກາດ ມັນບໍ່ອຳນວຍ ມັນປ່ຽນແປງໄປໃໝ່ ຖູໄຖໄປ ແລ້ວອາຊີບຊາວນາເຮົາ.”
ຜ່ານມາ ມີຫຼາຍໂຄງການ ທີ່ລັດຖະບານລາວມີການຕັດໄມ້, ທໍາລາຍປ່າ ຫຼືການຫັນປ່ຽນ ທີ່ດິນເພື່ອໃຫ້ນັກລົງທຶນທັງພາຍໃນ ແລະຕ່າງປະເທດມາເຊົ່າ-ສຳປະທານ ເພື່ອພັດທະນາໂຄງການ ຂະໜາດໃຫຍ່ ເຊິ່ງຫຼາຍໂຄງການກໍບໍ່ໄດ້ຊ່ວຍ ເຮັດໃຫ້ຊາວບ້ານ ໃນພື້ນທີ່ມີຄຸນນະພາບຊີວິດ ທີ່ດີຂຶ້ນ ໂດຍຊາວບ້ານ ໃນພື້ນທີ່ໂຄງການ ຂະໜາດໃຫຍ່ ກາຍເປັນຜູ້ທີ່ຖືກຜົນກະທົບ ຍ້ອນການປ່ຽນແປງ ຂອງສະພາບດິນຟ້າອາກາດ ໃນພື້ນທີ່ເຊັ່ນບັນຫານໍ້າເປື້ອນ, ມົນລະພິດທາງອາກາດ, ມົນລະພິດທາງສຽງ, ບັນຫາຂາດທີ່ດິນທຳການກະສິກຳ, ຜະລິດສະບຽງອາຫານຫຼຸດລົງ ຈົນຫັນປ່ຽນຈາກອາຊີບ ຊາວກະສິກອນໄປເປັນກຳມະກອນ.
ດັ່ງຊາວແຂວງໄຊຍະບູລີ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າ:
“ຫັນປ່ຽນເນື້ອທີ່ດິນ ປ່າໄມ້ເປັນໄປແນວນີ້ ສະບໍ່ໄດ້ເພາະວ່າ ມັນຊິໄປກະທົບເລື່ອງການສົ່ງເສີມ ຊີວິດການເປັນຢູ່ ຂອງປະຊາຊົນຫັ້ນເດ້. ຄັນຖ້າໄປບຸກລຸກເພາະວ່າ ມັນກາໄປເອົາຂອງປະຊາຊົນ ໄປບຸກປ່າຕື່ມມັນບໍ່ເປັນ.”
ອົງການອະນາໄມໂລກ ປະຈໍາລາວ ໄດ້ລາຍງານ ເມື່ອເດືອນສິງຫາປີ 2023 ທີ່ຜ່ານມາວ່າ ສປປ ລາວ ມີຄວາມສ່ຽງ ໄດ້ຮັບຜົນກະທົບໜັກ ຈາກການປ່ຽນແປງດິນຟ້າອາກາດ ໂດຍຄາດຄະເນວ່າ ຈະມີອາກາດຮ້າຍແຮງຂຶ້ນ, ອຸນຫະພູມ ຈະເພີ່ມຂຶ້ນ 2-3 ອົງສາ ໃນປີ 2050 ແລະ ຈະມີປະລິມານນໍ້າຝົນ ເພີ່ມຂຶ້ນໃນລະດັບ 10-30% ໂດຍສະເພາະ ພາກໃຕ້ ຂອງປະເທດລາວ.
ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ລາຍງານວ່າ ໃນລະຫວ່າງປີ 2014-2022 ທີ່ຜ່ານມາ ມີປ່າໄມ້ ໃນປະເທດລາວ ຖືກທຳລາຍຫຼາຍກ່ວາ 320,000 ເຮັກຕ້າຣ໌, ພົບຫຼາຍທີ່ສຸດໃນແຂວງອຸດົມໄຊ, ຫຼວງນໍ້າທາ, ຫຼວງພະບາງ, ເຊກອງ ແລະ ອັດຕະປື. ສາເຫດເກີດມີໄຟໄໝ້ປ່່າ ໃນຂອບເຂດທົ່ວປະເທດ ເກີດຈາກກິດຈະກຳ ຂອງຄົນ ໂດຍສະເພາະການບຸກເບີກ ແລະຫັນປ່ຽນພື້ນທີ່ປ່າໄມ້ ເພື່ອເຮັດການກະສິກຳ ເປັນຕົ້ນຈູດໄຮ່ ເພື່ອປູກເຂົ້າ, ປູກມັນຕົ້ນ, ປູກສາລີ, ຢາງພາລາ ແລະ ພືດເສດຖະກິດອື່ນໆ, ຈູດປ່າເພື່ອຫາຢູ່ຫາກິນ ເຊັ່ນລ່າສັດ ແລະ ຈູດເພື່ອຂະຫຍາຍພື້ນທີ່ລ້ຽງສັດ ແລະ ອື່ນໆ.
ສໍາລັບປະເທດທີ່ລົງນາມ ໃນອະນຸສັນຍາ 134 ປະເທດມີປະຊາກອນ ລວມກັນຫຼາຍເຖິງ 5.7 ພັນລ້ານຄົນ ແລະ ມີຊາວກະສິກອນເກືອບ 500 ລ້ານຄົນ ຜະລິດສະບຽງອາຫານ ທົ່ວໂລກກິນເກີນ 70% ແລະ ມີການປ່ອຍກາສເຮືອນກະແກ້ວ ທັງໝົດຈາກລະບົບອາຫານທົ່ວໂລກ 76% ຂອງການປ່ອຍກາສທັງໝົດທົ່ວໂລກ.
ສະເພາະປະເທດ ໃນພາກພື້ນທີ່ລົງນາມ ໃນອະນຸສັນຍາ COP28 UAE ກ່ຽວກັບການກະສິກຳ ຍືນຍົງ, ລະບົບອາຫານ ທີ່ບໍ່ຕາຍຕົວ ແລະການດຳເນີນການ ດ້ານການປ່ຽນແປງ ດິນຟ້າອາກາດ ປະກອບມີ ຈີນ, ຫວຽດນາມ, ກຳປູເຈຍ, ໄທ, ມາເລເຊຍ, ອິນໂດເນເຊຍ, ຟີລິບປີນ, ສິງກະໂປ, ສ່ວນປະເທດລາວ ແລະ ມຽນມາ ບໍ່ໄດ້ຮ່ວມລົງນາມ.