ອາກາດຮ້ອນ, ມົນລະພິດ ຮຸນແຮງຂຶ້ນ ໃນປະເທດລາວ

ພອນ ພູມມີທອນ
2024.05.02
ອາກາດຮ້ອນ, ມົນລະພິດ ຮຸນແຮງຂຶ້ນ ໃນປະເທດລາວ ນະຄອນຫຼວງວຽງຈັນ ທີ່ຖືກຄວັນໄຟປົກຄຸມ ເປັນອຸປະສັກຕໍ່ທັດສະນະວິໄສ ໃນການສັນຈອນ ຕາມທ້ອງຖະໜົນ ແລະສ້າງບັນຫາ ລະບົບຫາຍໃຈ ເພາະຝຸ່ນລະອອງ PM 2.5. ວັນທີ່ 25 ມີນາ ປີ 2023.
Photo: RFA

ບັນຫາມົນລະພິດ ທາງອາກາດ ແລະ ສະພາບອາກາດຮ້ອນເອົ້າ ນັບມື້ຈະທະວີ ຄວາມຮຸນແຮງຂຶ້ນ ເຊິ່ງບັນຫາດັ່ງກ່າວນີ້ ໄດ້ສົ່ງຜົນກະທົບຕໍ່ການຜລິດ ແລະ ການດໍາລົງຊີວິດ ຂອງປະຊາຊົນລາວ ຢ່າງໜັກ ໃນປັດຈຸບັນ.
ຫລ້າສຸດນີ້ ທ່ານ ສອນໄຊ ສີພັນດອນ ນາຍົກຣັຖມົນຕີຣລາວ ເຄັ່ງຮ້ອນ ໃຫ້ພາກສ່ວນທີ່ກ່ຽວຂ້ອງ ສືບຕໍ່ແກ້ໄຂ ບັນຫາມົນລະພິດ ທາງອາກາດ ໂດຍສະເພາະ ການຈູດປ່າ ເພື່ອທໍາການຜລິດ ຈົນເກີດເປັນຝຸ່ນລະອອງ ຂະນາດນ້ອຍ ຫລື PM 2.5 ແລະ ຕຽມພ້ອມຮັບມື ກັບໄພພິບັດ ທາງທໍາມະຊາດ ແລະ ສະພາບຮ້ອນອົບເອົ້າ.
ດັ່ງເຈົ້າໜ້າທີ່ ກະຊວງ ຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ ທ່ານໜຶ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 2 ພືດສະພາ ນີ້ວ່າ:
ຄັນສູນກາງກະມີຄວາມເປັນຫ່ວງເປັນໄຍ ກະໄດ້ລົນນະລົງຫັ້ນແຫລະ ສິ່ງແວດລ້ອມ ຮ່ວມກັບອົງການປົກຄອງທ້ອງຖິ່ນເນາະ ເປັນເຈົ້າການຫັ້ນນ່າ (ສາເຫດທີ່ຮ້ອນເອົ້າຂຶ້ນ) ຂະເຈົ້າບຸກເບີກ ເລື່ອນລອຍຫັ້ນແຫລະ ຂະເຈົ້າກະພະຍາຍາມ ຈູດເພື່ອໃຫ້ມັນແປນ ບາງບ່ອນກະໃສ່ເຂົ້າກະມີ ແຕ່ວ່າບາງບ່ອກະ ດຽວນີ້ສ່ວນຫລາຍກະເປັນ ມັນຕົ້ນ ໝົດ.
ທ່ານກ່າວຕື່ມວ່າ ການຈູດປ່າ ເພື່ອທໍາການຜລິດ ແມ່ນຈະລິເລີ້ມແຕ່ເດືອນ ມີນາ ໄປຈົນເຖິງເດືອນ ພືດສະພາ ຂອງທຸກປີ ຈະເຮັດໃຫ້ ສປປລາວ ສູນເສຍເນື້ອທີ່ປ່າໄມ້ ປະມານ 50,000-100,000 ເຮັກຕ້າຣ໌ ໃນທົ່ວປະເທດ.

ການຈູດປ່າໄມ້ ເປັນຈໍານວນຫລາຍນັ້ນ ເຮັດໃຫ້ເກີດມົນລະພິດ ທາງອາກາດ, ບັນຫາສະພາບຮ້ອນເອົ້າ ແລະ ລະບົບນິເວດປ່າໄມ້, ສັດປ່າ ແລະ ແຫລ່ງນ້ໍາ ຕາມທໍາມະຊາດ ກໍຈະເກີດ ການປ່ຽນແປງ.
ສ່ວນສາເຫດຂອງບັນຫາ ທີ່ເຮັດໃຫ້ເກີດ ມົນລະພິດທາງອາກາດ ແລະ ສະພາບອາກາດຮ້ອນອ້າວ ໃນ ສປປລາວ ພົບວ່າເປັນການຈູດປ່າແບບຊະຊາຍ ເພື່ອຕຽມພື້ນທີ່ ທໍາການຜລິດ ເຊັ່ນ ມັນຕົ້ນ, ເຂົ້າ, ສາລີ ແລະ ອ້ອຍ ໂຍສະເພາະມັນຕົ້ນ ທີ່ເປັນພືດເສຖກິດ ທີ່ກໍາລັງໄດ້ຮັບຄວາມນິຍົມສູງ ເພາະມີລາຄາຊື້-ຂາຍ ແພງກ່ວາພືດຊະນິດອື່ນໆ ຈຶ່ງເຮັດໃຫ້ ເນື້ອທີ່ປ່າໄມ້ ຈໍານວນຫລາຍ ຖືກທໍາລາຍ ດ້ວຍການຈູດ.
ກ່ຽວກັບບັນຫາ ມົນລະພິດ ທາງອາກາດ ແລະ ສະພາບອາກາດຮ້ອນເອົ້າ ຂຶ້ນນີ້, ຊາວສວນທ່ານນຶ່ງ ໃນເມືອງປາກຊ່ອງ ແຂວງຈໍາປາສັກ ກ່າວວ່າ ໃນໄລຍະນີ້ ສະພາບອາກາດໃນລາວ ຮ້ອນຫລາຍ ໂດຍມີອຸນທະພູມ ສະເລັ່ຍ ປະມານ 38-40 ອົງສາ ຮ້ອນຈົນບໍ່ມີນ້ໍາ, ດິນບໍ່ມີຄວາມຊື້ນ ເຮັດໃຫ້ພືດ-ຜັກຈໍານວນຫລາຍເຮັກຕ້າຣ໌ ແຫ້ງຕາຍ, ເປັນຕົ້ນ ກະຫລ່ໍາ, ຜັກບົ່ວ-ຜັກຫອມ.
ຫາກລັດຖະບານລາວ ຍັງບໍ່ສາມາດແກ້ໄຂ ບັນຫາ ມົນລະພິດ ທາງອາກາດ ແລະ ສະພາບອາກາດຮ້ອນເອົ້າ ໄດ້ຢ່າງເປັນຮູບປະທຳ ຈະເຮັດໃຫ້ລະດູຮ້ອນໃນລາວ ບໍ່ສາມາດປູກພືດ-ຜັກຫຍັງບໍ່ໄດ້ເລີຍ ສະພາບອາກາດຮ້ອນເກີນໄປ, ຂາດເຂີນແຫລ່ງນ້ໍາ ຈະກະທົບຕໍ່ລາຍຮັບຂອງຄອບຄົວ ແລະ ເສຖກິດຂອງປະເທດ. 

ດັ່ງ ຊາວສວນທ່ານໜຶ່ງ ກ່າວຕໍ່ ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ:
ມັນບໍ່ມີນ້ໍາ ຕາຍໝົດ ປູກກະຕາຍໝົດ ມັນແດດແຂງເດ້ບໍ່ຄືແຕ່ເກົ່າ ຍ້ອນຫຍັງ ຍ້ອນດິນຟ້າອາກາດເຮົານີ້ແຫລະ ນ້ໍານີ້ ຖ້າບໍ່ ບໍ່ໃຫຍ່ກະບໍ່ມີ ອັນຕະລາຍແລ້ວ ດຽວນີ້ ວ່າຊັ້ນສ່າ ອືດຫີວເລີຍແຫລະຂັ້ນຕໍ່ໄປນີ້ ຜລິດບໍ່ໄດ້ ຊາວສວນເຮັດບໍ່ໄດ້ ຍອມເລີຍ.
ຊາວສວນປູກມັນຕົ້ນ (ດິນໂຄກ) ໃນແຂວງວຽງຈັນ ກ່າວວ່າ ສະພາບອາກາດຮ້ອນເອົ້າຫລາຍ ຈົນສົ່ງຜົນກະທົບ ຕໍ່ການປູກມັນຕົ້ນ ໃນພື້ນທີດິນໂຄກ ຍ້ອນດິນບໍ່ມີຄວາມຊື້ນ, ດິນແຫ້ງ ເຮັດໃຫ້ ເຮັດໃຫ້ການຈະເຣີນເຕີບໂຕຂອງມັນຕົ້ນບໍ່ງາມ ບາງສ່ວນກະແຫ້ງຕາຍ ສ້າງຄວາມເສັຍກຫາຍຢ່າງໜັກ ໃຫ້ກັບຊາວສວນມັນຕົ້ນ ທີ່ປູກໃນພື້ນທີ່ດິນໂຄກ.
ດັ່ງ ຊາວສວນປູກມັນຕົ້ນ ທ່ານນີ້ ກ່າວຕໍ່ ວິທຍຸ ເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ:
ດິນກະຮ້ອນ ບ່ອນເຮົາ ໄປຈັບໄປໄຖ ມັນກະຮ້ອນ ດິນບໍ່ມີຄວາມຊື້ນເລີຍຫັ້ນນ່າ ແຕ່ສ່ວນຫລາຍມັນກະຢາກຕາຍໝົດເນາະ ມັນຝົນບໍ່ຕົກໃສ່ເຮົາ ດິນດົງງາມຢູ່ ດິນດົງຂອງຂ້ອຍມັນເປັນດິນໂຄກໄດ໋.
ຊາວສວນປູກຜັກ ອໍແກນິກ ໃນແຂວງຫລວງພຣະບາງ ກ່າວວ່າ ຍອມຮັບວ່າປີນີ້ ສະພາບອາກາດຮ້ອນອ້າວຫລາຍ ປູກຜັກ-ຜັກສວນຄົວ ແລະຜັກ ອໍແກນິກ ບໍ່ໄດ້ເລີຍ ປູກໄປແລ້ວກະແຫ້ງຕາຍ ເພາະນ້ໍາບໍ່ພຽງພໍ, ດິນແຫ້ງ ຈົນເຮັດໃຫ້ສູນເສັຍລາຍຮັບ ຈາກການຂາຍພືດຜັກ ປະມານ 5-10 ລ້ານກີບຕໍ່ເດືອນ, ສ່ວນຊາວບ້ານຄົນອື່ນໆ ທີ່ປູກດອກໄມ້ ບູຊາພຣະ ກະໄດ້ຮັບ ຜົນກະທົບໜັກເຊັ່ນດຽວກັນ ໃນໄລຍະນີ້.
ສ່ວນທາງອອກຂອງຊາວບ້ານ ທີ່ເຮັດການຜລິດ ສ່ວນຫລາຍ ຈະຈ້າງຂຸດເຈາະນ້ໍາບາດານ ແທນການໃຊ້ນ້ໍາປະປາ ເພາະນ້ໍາປະປາ ຕ້ອງໄດ້ເສຍເງິນຫລາຍ ແລະ ໄຫລຊ້າ ແຕ່ການຂຸດເຈາະນ້ໍາບາດານ ກະມີລາຄາແພງ ຫາກເປັນຊາວບ້ານທົ່ວໄປ ກະບໍ່ມີພຽງພໍທີ່ຈະຂຸດເຈາະ ນ້ໍາບາດານໄດ້, ກະຂ່ອນຂ້າງເປັນບັນຫາຄືກັນ.

ດັ່ງ ຊາວສວນປູກຜັກນາງນີ້ ກ່າວຕໍ່ ວິທຍ ເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ:
ເຮັດກະສິກັມ ຂະເຈົ້າປູກຜັກ ເຮັດອັນມາຂາຍຫັ້ນເນາະ ດອກໄມ້ ຫລືວ່າ ຕ່າງໆຫັ້ນແຫລະ ປູກຫຍັງມັນກະບໍ່ຂຶ້ນ ມັນແຫ້ງແລ້ງ ອາສັຍແຕ່ນ້ໍາປະປານີ້ເນາະ ຄັນແມ່ນນ້ໍາບາດານ ກະຊິຍັງໄຄໜ້ອຍນຶ່ງ ມັນເຢັນ ນ້ໍາບາດານເນາະກະ 17-18 ລ້ານ ເຂົາເຈາະຫັ້ນນ່າ.
ຊາວລາວທ່ານນຶ່ງ ໃນນະຄອນຫລວງວຽງຈັນ ກ່າວວ່າ ທັງບັນຫາ ມົນລະພິດ ທາງອາກາດ ແລະ ສະພາບອາກາດຮ້ອນເອົ້າ ເຮັດໃຫ້ເກີດຄວາມບໍ່ສະບາຍຕົວ, ຮ່າງກາຍເມື່ອຍລ້າ, ຢາກກິນນ້ໍາຕະຫລອດເວລາ ເຊິ່ງແນວທາງແກ້ໄຂ ກະຄື ເປີດແອຣ໌ ຕະຫລອດເວລາ ແຕ່ການເປີດແອຣ໌ ກະມີຂໍ້ເສັຍ ຄື ຕ້ອງຈ່າຍຄ່າໄຟຟ້າແພງຂຶ້ນ.
ດັ່ງ ຊາວລາວທ່ານນີ້ ກ່າວຕໍ່ ວິທຍຸ ເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ:
ມື້ວານນີ້ກະຢູ່ລະດັບ 42 ອົງສາ ປະມານໂມງນຶ່ງ ຫາ ສີ່ໂມງນີ້ແຫລະແບບວ່າ ແອຣ໌ນີ້ໄດ້ເປີດຕະຫລອດ 24 ຊົ່ວໂມງ ດຽວນີ້ນ່າ ບາດນີ້ ຫລານກະວ່າ ມອດບໍ່ໄດ້ ມອດກະໃຫ້ມັນຮ້ອນ.
ເຈົ້າໜ້າທີ່ ຜະແນກກະສິກັມ ແລະ ປ່າໄມ້ ແຂວງບໍລິຄໍາໄຊ ທ່ານນຶ່ງກ່າວວ່າ ນອກຈາກ ການປ່ຽນແປງ ຂອງສະພາບດິນຟ້າອາກາດ ຂອງໂລກແລ້ວ ສາເຫດທີ່ເກີດບັນຫາ ມົນລະກິດທາງອາກາດ ແລະ ສະພາບອາກາດຮ້ອນເອົ້າໃນລາວ ນັບມື້ຈະທະວີຄວາມຮຸນແຮງຂຶ້ນ ກະຍ້ອນ ການຕັດໄມ້ທໍາລາຍປ່າ ຂອງຊາວບ້ານ ແລະ ບໍລິິສັດຜູ້ລົງທຶນ ໂດຍສະເພາະການປູກມັນຕົ້ນ ທີ່ເຮັດໃຫ້ ມີການຈູດປ່າໄມ້ ຈໍານວນຫລາຍ.
ເຖິງຈະຮູ້ວ່າ ການຈູດປ່າ ເພື່ອປູກມັນຕົ້ນ ຈະສ້າງຜົນກະທົບຕໍ່ສິ່ງແວດລ້ອມ ແລະສະພາບອາກາດຢ່າງໜັກ ແຕ່ ເຈົ້າໜ້າທີ່ທ້ອງຖິ່ນ ກະບໍ່ສາມາດທີ່ຈະນໍາໃຊ້ ມາຕະການ ຫລື ກົດໝາຍ ໄປບີບບັງຄັບ ຊາວບ້ານຈົນເກີນໄປ ເພາະຊາວບ້ານເຫລົ່ານັ້ນ ສ່ວນຫລາຍກະຍັງທຸກຍາກ ຕ່າງຄົນຕ່າງດີ້ນຮົ່ນ ເພື່ອຄວາມຢູ່ລອດ ໃນສະພາບເສຖກິດ ທີ່ກໍາລັງຕົກຕ່ໍາແບບນີ້.

ດັ່ງ ເຈົ້າໜ້າທີ່ທ່ານນີ້ ກ່າວຕໍ່ ວິທຍຸ ເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ:
ໂອ້...ບຸກເບີກ ເວົ້າເລື້ອງເຮັດສວນມັນຕົ້ນຫລາຍ ມັນແຫ້ງແລ້ງນໍາພວກເຮັດສວນມັນນີ້ນ່າ ຂະຈົ້າກະມີລາຍຮັບນໍາອັນນີ້ນິ ປະຊາຊົນກະດາຍ ຄັນໄປເຮັດແນວອື່ນກະ ບໍ່ມີລາຍຮັບຫັ້ນນ່າ ແຕ່ວ່າ ເຮັດອັນນີ້ມັນກະທົບ ເລື້ອງປ່ານີ້ແຫລະ ວ່າຊັ້ນສ່າ ມາຕະການຫລາຍ ກະພັດອິຕົນຂະເຈົ້າ ກະຈໍາເປັນ ກະໄດ້ເຮັດຢູ່ ເຮັດກິນ ເຮັດໄຮ່ ເຮັດສວນ ໄປຊີ້ນ່າ.

ກົມ ອຸຕຸນິຍົມ ແລະ ອຸທົກສາຕ ໄດ້ລາຍງານວ່າ ໂດຍທົ່ວໄປ ສະພາບອາກາດຮ້ອນອ້າວ ຈະແຜ່ຂະຫຍາຍໄປທົ່ວປະເທດ ປະມານ 40 ອົງສາ Celsius ແຕ່ສະເພາະ ແຂວງພາກກາງ ແລະ ພາກໃຕ້ຂອງລາວ ຈະມີອຸນນະພູມ ສະເລັ່ຍ 40-43 ອົງສາ.
ສ່ວນດັດຊະນີ ຄຸນນະພາບອາກາດ ຫລື PM 2.5 ເພີ່ມຂຶ້ນຢ່າງຕົກໃຈ ໂດຍໃນມື້ວັນທີ 2 ພືສະພາ 2024 ນີ້ ຢູ່ເມືອງບຸນເໜືອ ແຂວງຜົ້ງສາລີ ມີຝຸ່ນລະອອງຂະນາດນ້ອຍ ສູງເຖິງ 211 ໄມໂຄກຣັມ ທີ່ເປັນຜົນກະທົບຕໍ່ສຸຂພາບ, ຮອງລົງມາຄື ເມືອງປາກຊັນ ແຂວງບໍຣິຄໍາໄຊ ມີຝຸ່ນລະອອງຂນາດນ້ອຍ ສູງເຖິງ 205 ໄມໂຄກະຣຳ.
ຄະນະກຳມະທິການ ແມ່ນໍ້າຂອງ ສາກົນ ຫລື MRC ໄດ້ລາຍງານ ກ່ຽວກັບ ການປ່ຽນແປງຂອງດິນຟ້າອາກາດ ໃນປັດຈຸບັນ ໃຫ້ຮູ້ວ່າ ໃນຂະນະນີ້ ອາກາດຢູ່ລາວ ຮ້ອນຫລາຍ ຮ້ອນເກີນ 40 ອົງສາ Celsius ເກືອບທຸກມື້ ແລະ ຄາດຄະເນວ່າ ອາກາດຈະຮ້ອນຂຶ້ນຕື່ມອີກ ໃນລະຫວ່າງ 0.4 ເຖິງ 3.3 ອົງສາ Celsius ໃນອີກ 50 ປີຕໍ່ໜ້າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.