ສປປ ລາວ ຈະເໜັ້ນໜັກໃສ່ການຫຼຸດຜ່ອນ ບັນຫາດິນຟ້າອາກາດ
2023.11.08

ຜູ້ຕາງໜ້າຣັຖບານ ສປປ ລາວ ຈະເຂົ້າຮ່ວມກອງປະຊຸມ ສະຫະປະຊາຊາຕ ກ່ຽວກັບການປ່ຽນ ແປງຂອງດິນຟ້າອາກາດ ນັບແຕ່ວັນທີ່ 30 ເດືອນພຶສຈິກາ ຈົນເຖິງວັນທີ່ 12 ເດືອນທັນວາ ປີ 2023 ນີ້ ທີ່ເມືອງດູໄບ ປະເທດສະຫະຣັຖ ອາຣັບເອມີເຣັດ. ກອງປະຊຸມໃຫຍ່ຄັ້ງນີ້ ເອີ້ນວ່າ ກອງປະຊຸມບັນຫາ ປະເທດພາຄີ ອະນຸສັນຍາ ສະຫະປະຊາຊາຕ ວ່າດ້ວຍການປ່ຽນແປງ ຂອງສະພາບດິນຟ້າອາກາດ ຊຶ່ງມີສະມາຊິກທັງໝົດເກືອບ 200 ປະເທດ. ກອງປະຊຸມ ຈະຫາລືກັນກ່ຽວກັບ 4 ຫົວຂໍ້ໃຫຍ່ໆ ຄື:
- ເຣື່ອງເຕັກໂນໂລຈີ້ ແລະນະວັດຕະກັມໃຫມ່ໆ ເພື່ອຮັບມືກັບການປ່ຽນແປງ ຂອງດິນຟ້າອາກາດ;
- ການໃຫ້ມີສ່ວນຮ່ວມ ຈາກທຸກພາກສ່ວນທີ່ກ່ຽວຂ້ອງ;
- ບັນຫາຂອງຊຸມຊົນ ດ້ານໜ້າ ແລະ
- ເຣື່ອງການເງິນ ແລະທຶນຮອນເພື່ອຊ່ວຍປະເທດ ແລະປະຊາຊົນ ທີ່ໄດ້ຮັບຜົລກະທົບຈາກການປ່ຽນແປງຂອງດິນຟ້າອາກາດ.
ກອງປະຊຸມເທື່ອນີ້ເຊື່ອວ່າ 4 ຫົວຂໍ້ໃຫຍ່ໆທີ່ກ່າວມານັ້ນ ຈະຊ່ວຍຫລຸດຜ່ອນຜົລກະທົບ ຈາກການປ່ຽນແປງຂອງດິນຟ້າອາກາດ ແລະຈະຊ່ວຍເຮັດໃຫ້ດິນຟ້າອາກາດ ປ່ຽນແປງໜ້ອຍລົງ ເປັນຕົ້ນເພື່ອຄວບຄຸມອຸນຫະພູມ ຂອງໂລກ ບໍ່ໃຫ້ຮ້ອນຂຶ້ນຕື່ມເຖິງ 1.5 ອົງສາ ແຊລຊຽດ (Celsius) ຕາມເປົ້າໝາຍ ຂອງສັນຍາປາຣີ.
ສປປ ລາວ ເປັນປະເທດນຶ່ງ ທີ່ໄດ້ເຂົ້າຮ່ວມກອງປະຊຸມ ມາໂດຍຕລອດ; ສຳຣັບເທື່ອນີ້, ປັດຈຸບັນ ທາງການລາວ ກຳລັງກະຕຣຽມເກັບກຳຂໍ້ມູນ ແລະຄຳສເນີຕ່າງໆ ຊຶ່ງປີນີ້ ຈະເໜັ້ນໃສ່ການຫລຸດຜ່ອນ ການປ່ອຍອາຍແກັສເຮືອນແກ້ວ, ການຮັບມື ແລະການປັບໂຕເຂົ້າກັບ ການປ່ຽນແປງຂອງດິນຟ້າອາກາດ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງທ່ານນຶ່ງ ທີ່ບໍ່ປະສົງບອກຊື່ ໄດ້ກ່າວກັບວິທະຍຸ ເອເຊັຽ ເສຣີ ໃນວັນທີ່ 25 ເດືອນຕຸລາ ປີ 2023 ນີ້ວ່າ:
“ກໍກຳລັງກະຕຽມກັນຢູ່ ຕອນນີ້ກໍກຳລັງກະຕຽມເວົ້າເຣື່ອງຈະເຮັດກອງປະຊຸມ ພາຍໃນເພື່ອປຶກສາຫາລື ກຳໜົດຫົວຂໍ້ຫຍັງຕ່າງໆ ເພາະວ່າມັນມີຫລາຍຂແນງການຫັ້ນນ່າ ວ່າຈະລົງເລິກໃນຂແນງການໃດ.”
ກ່ຽວກັບການໄປຮ່ວມກອງປະຊຸມ ຂອງທາງການລາວໃນຄັ້ງນີ້, ເຈົ້າໜ້າທີ່ພາກປະຊາສັງຄົມລາວທ່ານນຶ່ງ ທີ່ບໍ່ປະສົງບອກຊື່ ແລະອອກສຽງ ແລະທີ່ໄດ້ຕິດຕາມກອງປະຊຸມນີ້ ມາເປັນປະຈຳ ໃຫ້ຄຳເຫັນກັບ ວິທະຍຸເອເຊັຽເສຣີວ່າ:
“ການເຂົ້າຮ່ວມກອງປະຊຸມ ຂອງທາງການລາວທີ່ຜ່ານມາ ຕາມສັງເກດການເນາະ. ມັນຍັງບໍ່ມີພາກສ່ວນຫລັກ ແລ້ວຍັງບໍ່ກ້າສະແດງອອກ ຫລືນຳສເນີປານໃດ ມີແຕ່ເຂົ້າໄປຮັບຟັງຊື່ໆ ແລ້ວກໍແບບວ່າຖາມຄຳຕອບຄຳ. ບາງເທື່ອຖືກຖາມ ກໍບໍ່ມີຄຳຕອບ ແລະຍັງບໍ່ມີສ່ວນຮ່ວມຈາກພາກປະຊາສັງຄົມ ເທົ່າທີ່ຄວນ ມັນເລີຍຂາດຄວາມໂປ່ງໃສ.”
ນອກຈາກນັ້ນ ເມື່ອວັນທີ່ 29 ກັນຍາ 2023 ນີ້, ທ່ານ ສົມພອນ ແກ້ວຫາວົງຫົວຫນ້າ ກົມສົ່ງເສິມກະສິກັມ ແລະ ສະຫະກອນກອນລາວ ແລະ ທ່ານ ຄຳມູນ ໄຊມະນີ ປະທານເຄືອຂ່າຍຊາວກະສິກອນລາວ ໄດ້ປະຊຸມຫາລືກ່ຽວກັບຜົລກະທົບ ຈາກການປ່ຽນແປງຂອງດິນຟ້າອາກາດ ທີ່ເກີດຂຶ້ນໃນປະເທດລາວ. ໃນໄລຍະຜ່ານມາ ຜົລກະທົບທີ່ຮ້າຍແຮງ ຕໍ່ຊາວກະສິກອນລາວ ແມ່ນໄພນ້ຳຖ້ວມ ແລະໄພແຫ້ງແລ້ງ; ຕົວຢ່າງເມື່ອປີກາຍ ຊາວໄຮ່ຊາວນາລາວ ໄດ້ປະສົບກັບໄພນ້ຳຖ້ວມຢ່າງໜັກ ນ້ຳຖ້ວມສວນຜັກ ແລະນາຫລາຍຮ້ອຍຫລາຍພັນເຮັກຕາຣ໌ ແລະໃນປີນີ້ ກໍປະສົບກັບໄພແຫ້ງແລ້ງ ຝົນຕົກບໍ່ພຽງພໍສຳຣັບເຮັດການຜລິດ; ສຸດທ້າຍ ຜົລຜລິດກໍໄດ້ໜ້ອຍ. ຊາວກະສິກອນ ທີ່ໄດ້ຮັບຜົລກະທົບແຮງກວ່າໝູ່ ກໍແມ່ນ ຊາວກະສິກອນຂນາດນ້ອຍ ທີ່ມີຕົ້ນທຶນໜ້ອຍ; ເມື່ອຖືກນ້ຳຖ້ວມຫລືປະສົບກັບໄພແຫ້ງແລ້ງ ພວກເຂົາຈະບໍ່ມີທຶນຮອນ ໂດຍສະເພາະບໍ່ມີແນວພັນໃໝ່ ເພື່ອຟື້ນຟູການຜລິດ.
ຍ້ອນດັ່ງນັ້ນ ຜູ້ຕາງໜ້າເຄືອຂ່າຍຊາວກະສິກອນລາວ ຈຶ່ງໄດ້ກ່າວສເນີຜ່ານວິທະຍຸ ເອເຊັຽເສຣີວ່າ:
“ສເນີວ່າ ຢາກໃຫ້ຕົວແທນຂອງລາວເຮົາ ເວລາເຂົ້າໄປຮ່ວມກອງປະຊຸມລະດັບໂລກ ກໍຢາກໃຫ້ສເນີເຣື່ອງກອງທຶນ ຍາດແຍ່ງກອງທຶນຕົວນັ້ນຫັ້ນ ເຂົ້າມາຊ່ວຍຊາວກະສິກອນໃຫ້ຫລາຍຂຶ້ນ ແລ້ວກໍຢາກໃຫ້ມີຄົ້ນຄວ້າເຣື່ອງປະກັນໄພ ກະສິກອນຫັ້ນນຳ ແລ້ວກໍໃຫ້ກະສິກອນໄດ້ເຂົ້າຮ່ວມທຸກໆຂະບວນການ ໃນການວາງແຜນ ວາງກົດຣະບຽບຫລືນະໂຍບາຍ ກ່ຽວກັບການປ່ຽນແປງດິນຟ້າອາກາດ ທີ່ພາກຣັຖບານ ຫລື ວ່າພາກໂຄງການເພິ່ນເຮັດຢູ່ໃນລາວຫັ້ນ.”
ທາງດ້ານຊາວລາວຜູ້ນຶ່ງ ຢູ່ນະຄອນຫລວງວຽງຈັນ ໃຫ້ທັດຊະນະວ່າ ປັດຈຸບັນ ປະເທດລາວ ກຳລັງປະສົບກັບບັນຫາສິ່ງ ແວດລ້ອມທີ່ຮ້າຍແຮງຫລາຍຢ່າງ ທີ່ເກີດຈາກ ສ່ວນນຶ່ງຈາກການປ່ຽນແປງ ຂອງດິນຟ້າອາກາດ ແລະອີກສ່ວນໃຫຍ່ ເກີດຈາກສີມືຂອງຄົນ ເປັນຕົ້ນການຖາງປ່າເຮັດໄຮ່ ການສັມປະທານ ລວມເຖິງ ໂຄງການພັທນາຕ່າງໆຂອງຣັຖບານ ທີ່ທຳຣາຍຊັພຍາກອນທັມມະຊາຕ ຢ່າງຫລວງຫລາຍ.
ຊາວລາວຜູ້ນີ້ອະທິບາຍວ່າ ຜ່ານມາ ຣັຖບານລາວ ບໍ່ໄດ້ເຮັດຫຍັງເປັນຮູບປະທັມ ເພື່ອຮັບມືກັບການປ່ຽນແປງຂອງດິນອາກາດ ມີແຕ່ປະປ່ອຍໃຫ້ປະຊາຊົນຕ້ອງປະເຊີນບັນຫາ ດ້ວຍໂຕເອງ.
ສ່ວນນັກສຶກສາ ຄະນະວິທະຍາສາດ ສິ່ງແວດລ້ອມຈາກມະຫາວິທະຍາໄລ ແຫ່ງຊາຕລາວຜູ້ນຶ່ງ ກ່າວວ່າ ປັດຈຸບັນ ປະຊາຊົນລາວ ມີຄວາມກັງວົນຫລາຍຂຶ້ນກ່ຽວກັບໄພນ້ຳຖ້ວມ ໂດຍສະເພາະກັງວົນເຣື່ອງເຂື່ອນແຕກ.
“ສ່ວນຫລາຍຂະເຈົ້າ ກໍກັງວົນກ່ຽວກັບໄພນ້ຳຖ້ວມນີ້ແຫລະ ເພາະວ່າຊ່ວງນີ້ເພິ່ນເຮັດເຂື່ອນຫລາຍ ຢ້ານເຂື່ອນມັນແຕກ ຢ້ານເຂື່ອນບໍ່ມີຄຸນນະພາບ ຢ້ານມັນແຕກ ເພາະວ່າຝົນຕົກໜັກ ຊ່ວງຣະດູຝົນມັກມີນ້ຳຖ້ວມ ແລ້ວກໍນ້ຳປ່າ ນ້ຳນອກຢູ່ປ່າໄຫລມາເລີຍ.”
ໃນປີ 2022 ໃນກອງປະຊຸມວ່າດ້ວຍການປ່ຽນແປງ ຂອງດິນຟ້າອາກາດ ທີ່ປະເທດອີຢິບຍານາງ ບຸນຄໍາ ວໍລະຈິດ ຣັຖມົນຕຣີ ກະຊວງຊັບພະຍາກອນທັມມະຊາຕ ແລະສິ່ງແວດລ້ອມ ຂອງລາວ ໄດ້ກ່າວໃນກອງປະຊຸມນັ້ນວ່າ ຣັຖບານ ສປປ ລາວ ໄດ້ໃຫ້ຄວາມສຳຄັນ ແລະໄດ້ແກ້ໄຂບັນຫາ ການປ່ຽນແປງ ຂອງດິນຟ້າອາກາດຕລອດມາ ເພາະບັນຫາດັ່ງກ່າວເປັນໄພຂົ່ມຂູ່ ຕໍ່ການພັດທະນາເສຖກິຈ-ສັງຄົມ ຂອງຊາຕ ແລະໄດ້ພະຍາຍາມຫຼຸດຜ່ອນ ການປ່ອຍອາຍເຮືອນແກ້ວ ໃຫ້ເປັນສູນ ພາຍໃນປີ 2050.