ເຂື່ອນແມ່ນ້ຳຂອງ ແຫ່ງໃໝ່ຂອງຈີນ ສົ່ງຜົນໃຫ້ລະດັບນໍ້າຂອງ ຕອນລຸ່ມຫຼຸດລົງ

ສຸພັດຕາ
2024.05.16
ເຂື່ອນແມ່ນ້ຳຂອງ ແຫ່ງໃໝ່ຂອງຈີນ ສົ່ງຜົນໃຫ້ລະດັບນໍ້າຂອງ ຕອນລຸ່ມຫຼຸດລົງ ສະພາບນ້ຳຂອງຕອນລຸ່ມ ທີ່ແຫ້ງເຫືອດ ຈົນສາມາດເບິ່ງເຫັນ ໂງ່ນຫີນ ຫຼັງຈາກທີ່ເຂື່ອນແຫ່ງໃໝ່ ຂອງຈີນ ສ້າງສຳເລັດ.
RFA

ເຂື່ອນທົວປາ (Tuoba) ເຊິ່ງເປັນເຂື່ອນໄຟຟ້າ ໃນແມ່ນໍ້າຂອງຕອນເທິງ ແຫ່ງທີ່ 12 ຂອງປະເທດຈີນ ທີ່ຫາຈະສ້າງແລ້ວໄປ ບໍ່ເມື່ອດົນມານີ້ ໄດ້ມີການກັກເກັບນໍ້າ ເອົາໄວ້ ປະມານ 80% ຂອງຄວາມຈຸເຂື່ອນ ແລະຈະບໍ່ມີການປ່ອຍນໍ້າ ອອກຈາກເຂື່ອນແບບຖາວອນ ຈົນກວ່າປະລິມານນໍ້າຈະເຕັມອ່າງ ແລະເລີ່ມຜະລິດໄຟຟ້າ ຢ່າງເປັນທາງການ-ອີງຕາມການລາຍງານ ຂອງອົງການ Mekong Dam Monitor ໃນມື້ວັນທີ 7 ພຶດສະພາ ປີ 2024 ນີ້.

ຜົນຈາກ ການກັກເກັບນໍ້າຂອງເຂືື່ອນໄຟຟ້າຕອນເທິງ ໃນປະເທດຈີນ ເຮັດໃຫ້ລະດັບແມ່ນໍ້າຂອງຕອນລຸ່ມ ແຫ້ງຫຼາຍກວ່າເກົ່າ ໂດຍໃນລະດູແລ້ງຂອງທຸກປີ ລະດັບນໍ້າຈະສູງປະມານ 6-7 ແມັດ ແຕ່ລະດູແລ້ງໃນປີນີ້ ລະດັບນໍ້າແມ່ນໍ້າຂອງ ສູງສະເລ່ຍ ປະມານ 4 ແມັດເທົ່ານັ້ນ ກະທົບຕໍ່ປະຊາຊົນໃນລຸ່ມແມ່ນໍ້າຂອງລາວ-ໄທ ທີ່ເພິ່ງພາອາໄສ ແມ່ນໍ້າຂອງ ໃນການທໍາມາຫາກິນ, ດັ່ງຊາວລາວທ່ານນີ້ ໃນແຂວງໄຊຍະບູລີ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 16 ພຶດສະພາ ນີ້ວ່າ:

“ມີໆ (ຜົນກະທົບ) ບາງເທື່ອ ມັນຂຶ້ນໄວ ແລ້ວມັນກະແຫ້ງລົງໄວຫັ້ນລະ ມື້ໃດທີ່ເຮົາໄປວຽກມາບໍ່ທັນ ມັນກະຄ້າງຢູ່, (ປະມົງຫາປາ) ຊ່ວງນີ້ ມັນກະທໍາມະດາຊ່ວງນີ້ ມັນກະພໍໄດ້ຢູ່ ແຕ່ວ່າລາຄາມັນກະຂ້ອນຂ້າງແພງ.”

ຊາວບ້ານທ່ານນີ້ ກ່າວອີກວ່າ ລາວເອງ ເປີດຮ້ານອາຫານເຮືອນແພ ຢູ່ເມືອງປາກລາຍ ໂດຍຈະຮັບຊື້ປານໍ້າຂອງ ກັບຊາວປະມົງພື້ນບ້ານມາເຮັດເປັນອາຫານ ແຕ່ໄລຍະຫຼັງມານີ້ ກະໄດ້ຮັບຜົນກະທົບ ຈາກລະດັບນໍ້າຂຶ້ນ-ລົງ ບໍ່ເປັນປົກກະຕິ ເຮັດໃຫ້ເຮືອນແພ ຄ້າງຢູ່ເທິງກ້ອນຫີນ ໃນຊ່ວງທີ່ລະດັບນໍ້າຫຼຸດລົງ, ບາງເທື່ອລະດັບນ້ໍາເພີ່ມສູງຂຶ້ນ ກະຕ້ອງຖ້າເບິ່ງຢ່າງໃກ້ຊິດ ຢ້ານວ່າ ກະແສນໍ້າຈະພັດເອົາເຮືອນແພໄປ.

ຊາວລາວທ່ານໜຶ່ງ ໃນແຂວງບໍລິຄໍາໄຊ ກ່າວວ່າ ການກັກເກັບນໍ້າ ຂອງເຂື່ອນໄຟຟ້າ ໃນປະເທດຈີນ ໄດ້ເຮັດໃຫ້ລະດັບນໍ້າໃນແມ່ນໍ້າຂອງ ຂຶ້ນ-ລົງ ບໍ່ປົກກະຕິ ເພາະ ສະພາບຂອງດິນແຄມນໍ້າຂອງ ປັບໂຕບໍ່ທັນ ເພາະບາງມື້ກະແຫ້ງ, ບາງມື້ ກະນໍ້າຖ້ວມ ເຮັດໃຫ້ດິນແຄມນໍ້າຂອງແຕກ ແລະເຈື່ອນໄປເລື້ອຍໆ, ດັ່ງຊາວລາວທ່ານນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ຍອມຮັບວ່າ ມັນຈະເປັລັກສະນະວ່າ ຜົນກະທົບ ນໍ້າຂຶ້ນແຮງ ແລ້ວນໍ້າ ກະລົງແຫ້ງໄວຫັ້ນນ່າ ມັນມີຊຸດໜຶ່ງ ລະນໍ້າຂຶ້ນສູງຫຼາຍ ບາດຜົນສຸດທ້າຍ ນໍ້າກະແຫ້ງຫຼາຍ ລະເຮັດໃຫ້ດິນມີຮອຍຍຸບ.”

ຊາວລາວ ອີກທ່ານໜຶ່ງ ໃນນະຄອນຫຼວງວຽງຈັນ ກ່າວວ່າ ເມື່ອການສ້າງເຂື່ອນໄຟຟ້າ ສົ່ງຜົນກະທົບ ຕໍ່ວິຖີຊີວິດຂອງປະຊາຊົນ, ສັດນໍ້າ-ສັດປ່າ ແລະສິ່ງແວດລ້ອມໃນແມ່ນໍ້າຂອງ ແລະ ແມ່ນໍ້າສາຂາ ກະຄວນຈະຢຸດເຊົາການສ້າງເຂື່ອນ ໂດຍສະເພາະ ເຂື່ອນໄຟຟ້າໃນແມ່ນໍ້າຂອງຕອນລຸ່ມ ທີ່ມີແຜນຈະສ້າງໃນປັດຈຸບັນນີ້, ດັ່ງຊາວລາວ ທ່່ານນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ຢາກໃຫ້ຂັ້ນເທິງນີ້ ຄຶດ ເຈົ້າເຮັດເຂື່ອນແລ້ວມັນ ທໍາລາຍຄວາມທຸກ ຄວາມຍາກໃຫ້ຄົນນີ້ ກະຢາກໃຫ້ຢຸດເຊົາແລ້ວເລື່ອງນີ້ ມັນທໍາລາຍທໍາມະຊາດ ສິ່ງແວດລ້ອມ ສັດກະບໍ່ມີບ່ອນຢູ່.”

ຊາວໄທ ທ່ານໜຶ່ງ ໃນແຂວງບືງການ ປະເທດໄທ ທີ່ມີອາຊີບຫາປາ ໃນແມ່ນໍ້າຂອງ ກ່າວວ່າ ການກັກເກັບນໍ້າຂອງເຂື່ອນໄຟຟ້າ ໃນປະເທດຈີນ ໄດ້ເຮັດໃຫ້ລະດັບນໍ້າ ຂຶ້ນ-ລົງ ບໍ່ປົກກະຕິ, ຜິດທໍາມະຊາດ ແລະຍັງເປັນການທໍາລາຍ ແຫຼ່ງທີ່ຢູ່ອາໃສຂອງສັດນໍ້າ ແລະວິຖີຊີວິດຂອງຊາວບ້ານ ທີ່ມີອາຊີບຫາປານໍ້າຂອງ ເພາະບໍ່ສາມາດທີ່ຈະຫາປາໄດ້ຫຼາຍຄືເກົ່າ.

ໄລຍະທີ່ຜ່ານມາ ຊາວບ້ານ ທີ່ມີອາຊີບຫາປາໃນແມ່ນໍ້າຂອງ ຈະສາມາດຫາປາ ໄດ້ປະມານ 10 ກິໂລຕໍ່ມື້ ແຕ່ດຽວນີ້ ການຫາປານໍ້າຂອງ ແມ່ນຫາຍາກຂຶ້ນ ເຮັດໃຫ້ຫາປາໄດ້ປະມານ 2-3 ກິໂລ ກະທົບຕໍ່ລາຍໄດ້ຂອງຊາວບ້ານ ຜູ້ຫາປາ, ດັ່ງຊາວໄທ ທ່ານນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ຊ່ວງນີ້ ປາບໍ່ຂຶ້ນທົ່ວໄປ ແບບຂຶ້ນຕາມເວລາ ນໍ້າແຮງຂຶ້ນ ແລ້ວກະນໍ້າຂຸ່ນ ແບບນີ້ນ່າ ຄືຈີນປ່ອຍເຂື່ອນມາປຸ໊ບ ນໍ້າແດງ ນໍ້າແດງ ມີນ້ໍາກະປັບຂຶ້ນ ປາກະຖືກ ນໍ້າແຫ້ງປຸ໊ບລົງ ແບບອາທິດໜຶ່ງ ກະແຫ້ງກັບຄືນ ແຫ້ງຄືເກົ່າ ປາກະເລີ່ມຈາງໄປ ກະຖືວ່າເປັນຜົນກະທົບຢູ່ໃດ໋ ມັນບໍ່ເປັນໄປຕາມລະດູການມັນ ປາ ມັນກະບໍ່ຂ່ອຍມີແລ້ວຄູ່ມື້ນີ້ ຫາຍາກແລ້ວ.”

ຕາງໜ້າກຸ່ມຮັກຊຽງຂອງ ແຂວງຊຽງຮາຍ ປະເທດໄທ ກ່າວວ່າ ການກັກເກັບນໍ້າ ຂອງເຂື່ອນໄຟຟ້າໃນຈີນ ໄດ້ສົ່ງຜົນກະທົບ ຕໍ່ວິຖີຊີວິດຂອງບ້ານ ທີ່ມີອາຊີບຫາປາ, ເກັບໄຄ  ແລະປູກພືດຜັກ ເພາະລະດັບນໍ້າຂຶ້ນ-ລົງ ບໍ່ປົກກະຕິ, ປາ ແລະ ສັດຊະນິດອື່ນໆ ບໍ່ສາມາດອົບພະຍົບ ແລະວາງໄຂ່ ໄດ້ຕາມລະດູການ.

ສ່ວນເລື່ອງນະໂຍບາຍ ແລະມາດຕະການແກ້ໄຂບັນຫາ ເລື່ອງການກັກເກັບນໍ້າ ຂອງເຂື່ອນໄຟຟ້າ ຕອນເທິງໃນຈີນ ກະຍັງບໍ່ມີທ່າທີແນວໃດ ທັງຈາກ ຄະນະກໍາມາທິການ ແມ່ນໍ້າຂອງສາກົນ (MRC) ແລະປະເທດສະມາຊິກ ລຸ່ມແມ່ນໍ້າຂອງ ເພື່ອຕອບໂຕ້ ຫຼື ຫາແນວທາງແກ້ໄຂ ກັບປະເທດຈີນ ຢ່າງເປັນຮູບປະທໍາ, ດັ່ງທ່ານ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ການຄວບຄຸມລໍານໍ້າແບບນີ້ ມັນສົ່ງຜົນກະທົບ ກັບເລື່ອງຂອງປະມົງ ເລື່ອງຂອງວິຖີຜູ້ຄົນ ແຕ່ບາດນີ້ ກະບໍ່ໄດ້ແກ້ໄຂບັນຫາຫຍັງເລີຍ ທີ່ຜ່ານມາ ກະໄດ້ແຕ່ຮັບຮູ້ວ່າ ເຂົາຈະປິດ ຈະເປີດເນາະ ໃນເລື່ອງຂອງນະໂຍບາຍ ການເວົ້າລົມ ເຮົາກະຍັງບໍ່ເຫັນວ່າ ມັນຈະນໍາໄປສູ່ ການແກ້ໄຂບັນຫາໄດ້ແນວໃດ ເພາະສະນັ້ນ ຈີນ ກະຕ້ອງຟັງ ລາວ ກະຕ້ອງຟັງ ເຮົາຕ້ອງແກ້ໄຂ.”

ທາງດ້ານ ຄະນະກໍາມາທິການ ແມ່ນໍ້າຂອງສາກົນ ຫຼື MRC ກະໄດ້ລົງນາມ ຂໍ້ຕົກລົງ ຮ່ວມມືກັບປະເທດຈີນ ໃນການແລກປ່ຽນຂໍ້ມູນນໍ້າ ໃນແມ່ນໍ້າຂອງຕະຫຼອດທັງປີ ເພື່ອບໍລິຫານຈັດການແມ່ນໍ້າຂອງໃຫ້ດີຂຶ້ນ ລວມເຖິງ ການຄາດຄະເນ ນໍ້າຖ້ວມ, ໄພແລ້ງ ຢູ່ແມ່ນໍ້າຂອງຕອນລຸ່ມ ແຕ່ຂໍ້ມູນເຫຼົ່ານັ້ນ ກະເຂົ້າເຖິງຍາກ ສໍາລັບຊາວບ້ານ ທີ່ບໍ່ມີເຕັກໂນໂລຊີທັນສະໄໝ ເຊັ່ນ: ໂທລະສັບສະມາດໂຟນ ແລະ ຄອມພິວເຕີ້.

ປັດຈຸບັນ ຈີນ ໄດ້ສ້າງເຂື່ອນໄຟຟ້າ ໃນແມ່ນໍ້າລ້ານຊ້າງ ແລ້ວ 12 ແຫ່ງ ຈາກແຜນການທັງໝົດ 14 ແຫ່ງ ຂະນະທີ່ ແມ່ນໍ້າຂອງຕອນລຸ່ມ ມີແຜນຈະສ້າງເຂື່ອນທັງໝົດ 11 ແຫ່ງ ໃນລາວ, ໄທ ແລະກໍາປູເຈຍ ປັດຈຸບັນ ມີການດໍາເນີນການກໍ່ສ້າງ ສໍາເລັດໄປແລ້ວ ຈໍານວນ 2 ແຫ່ງ ຄື: ເຂື່ອນໄຊຍະບູລີ ແລະເຂື່ອນດອນສະໂຮງ ໃນປະເທດລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.