ຊາວນະຄອນຫຼວງວຽງຈັນ ໄດ້ຮັບຜົນກະທົບ ຍ້ອນຂາດນໍ້າໃຊ້

ຈຳປາທອງ
2024.05.07
ຊາວນະຄອນຫຼວງວຽງຈັນ ໄດ້ຮັບຜົນກະທົບ ຍ້ອນຂາດນໍ້າໃຊ້ ຮູບປະກອບ: ຊາວນະຄອນຫຼວງວຽງຈັນ ກຳລັງງຕຽມເກັບນ້ຳໄວ້ໃຊ້ອຸປະໂພກ. ເດືອນກໍລະກົດ ປີ 2023.
ນັກຂ່າວພົນລະເມືອງ

ປັດຈຸບັນ ປະຊາຊົນໃນນະຄອນຫລວງວຽງຈັນຫລາຍບ້ານຫລາຍເມືອງ ພົບບັນຫາເລື້ອງນໍ້າປະປາ ບໍ່ໄຫລຕາມປົກກະຕິ, ໄຫລບໍ່ແຮງ ບາງບ້ານກໍບໍ່ໄຫລມາຮອດ ເຮັດໃຫ້ປະຊາຊົນເດືອດຮ້ອນໃນການດໍາລົງຊີວິດປະຈໍາວັນ. ເປັນຕົ້ນ ໃນເຂດບ້ານນາຄໍາ ແລະບ້ານອ້ອມແອ້ມບ້ານນາຄໍາ ເມືອງສີໂຄດຕະບອງ ໄດ້ຮັບຄວາມເດືອດຮ້ອນມາເກືອບ 2 ເດືອນແລ້ວ ໃນເລື້ອງນໍ້າປະປາບໍ່ໄຫລ ແລະເມື່ອນໍ້າໄຫລ ກໍໄຫລບໍ່ແຮງ. ຫລາຍບໍລິສັດ ທີ່ຕັ້ງຢູ່ໃນເຂດອ້ອມແອ້ມບ້ານນາຄໍາ ກໍໄດ້ຮັບຜົນກະທົບເຊັ່ນກັນ, ຕ້ອງໄດ້ເອົາຖັງຕ່ງນໍ້າເອົາໄວ້ໃຊ້. ທີ່ຜ່ານມາ ປະຊາຊົນຈໍານວນນຶ່ງ ກໍໄປຂໍອາໄສຜູ້ທີ່ມີນໍ້າບາດານ ມາໃຊ້, ອີງຕາມຄໍາເວົ້າຂອງຊາວບ້ານບ້ານນາຄໍາ ຜູ້ນຶ່ງຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 7 ພຶດສະພານີ້.

ດຽວນີ້ບ້ານນາຄໍາ ຮ່ອມ 6 ຮ່ອມທະນາຄານພົງສະຫວັນ ຍັງບໍ່ມາໄດ້ເກືອບ 2 ເດືອນແລ້ວ ເຂົາເຈົ້າໄປຊອກຂໍນໍາຜູ້ທີ່ມີນໍ້າບາດານ ແລ້ວຫິ້ວເອົາມາ ໜ່ວຍ 18 ໜ່ວຍ 19 ໜ່ວຍ 20 ນີ້ມັນມາຢູ່ທີ່ວ່າທໍ່ຕໍ່າເດີ່ນບ້ານ ເຂົາເຈົ້າກໍຕ້ອງເອົາ ເຂົາເຈົ້າກໍຫີ້ວຂຶ້ນເຮືອນ ປະມານນີ້ ແລະມື້ເຊົ້າທາງບໍລິສັດແສງວິໄຊ ກະໂທມາຫາວ່າ ເດືອດຮ້ອນບໍ່ມີນໍ້າໃຊ້ນີ້ແຫລະ ໄຫລຢູ່ມັນບໍ່ແຮງ.

ແລະປະຊາຊົນໃນເມືອງ ໄຊທານີ ນະຄອນຫລວງວຽງຈັນ ຜູ້ນຶ່ງກໍເວົ້າວ່າ ຢູ່ເຂດບ້ານຂອງຕົນ ກໍໄດ້ຮັບຜົນກະທົບເຊັ່ນກັນ, ນໍ້າປະປາໄຫລຄ່ອຍ ແລະກໍບໍ່ໄຫລຕລອດເວລາ, ເມື່ອນໍ້າໄຫລມາ ກໍຕ້ອງໄດ້ໂຕ່ງໃສ່ຖັງໄວ້ໃຊ້. ບາງບ້ານທີ່ມີນໍ້າບາດານ, ນໍ້າສ້າງ, ເມື່ອນໍ້າປະປາຂາດ ບໍ່ໄຫລມາ ກໍໄປເອົານໍ້າຈາກບ່ອນນັ້ນມາໃຊ້. ໃນໄລຍະລະດູແລ້ງນີ້ ອາກາດຮ້ອນແຮງຫລາຍ ນໍ້າບົກແຫ້ງ ເຮັດໃຫ້ນໍ້າໄຫລຄ່ອຍ.

ເອີ! ມັນໄຫລບໍ່ແຮງ ລະດູນີ້ມັນມັກເປັນ ເພາະນໍ້າມັນຢາກຈະແຫ້ງເດ້ ມັນກໍຍາກ ອືທຸກເມືອງທຸກບ້ານເລື້ອງນໍ້ານີ້ແລະ ຄືກັນໝົດ ຕອນເຊົ້າກໍອີງໃສ່ຄົນໃຊ້ຫລາຍ ມັນກໍບໍ່ພຽງພໍປານໃດ ກໍໂຕ່ງອົາໄວ້ ມັນກໍບໍ່ມາແຮງ ລາງເທື່ອເຮືອນຂະເຈົ້າເຄີຍໃຊ້ນໍ້າສ້າງ ນໍ້າບາດານ ເວລານໍ້າປະປາຂາດ ເຂົາເຈົ້າກໍເອົາມາໃຊ້.

ພ້ອມດຽວກັນນີ້ ປະຊາຊົນຢູ່ເຂດເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ນາງນຶ່ງ ກໍເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ ເຖິງສະພາບນໍ້າປະປາວ່າ ກໍໄຫລມາຢູ່, ແຕ່ໄຫລບໍ່ແຮງ, ໄດ້ຮັບຜົນກະທົບ, ການໃຊ້ນໍ້າແມ່ນບໍ່ສະດວກ ມີແຕ່ລໍຖ້າເອົານໍ້າໄຫລມາ ກໍໂຕ່ງໃສ່ຖັງເອົາໄວ້ ແລະກໍຕ້ອງປະຢັດໃຊ້ນໍ້າ ຊຶ່ງໄລຍະນີ້ ໃນເຂດບ້ານຂອງຕົນ ກໍເຫັນມີຄົນມາສ້ອມແປງທໍ່ສົ່ງນໍ້າຢູ່, ຍັງແປງບໍ່ແລ້ວ ເຮັດໃຫ້ນໍ້າຍັງໄຫລຄ່ອຍຢູ່.

ເອີ! ກໍໄຫລຢູ່ເນາະ ແຕ່ວ່າອັນຜົນກະທົບເນາະ ອັນເຄີຍໃຊ້ສະດວກ ບໍ່ສະດວກມັນກໍມີຜົນກະທົບ ກະໃຊ້ຢ່າງປະຢັດຫັ້ນແຫລະ ລໍຖ້າເຂົາເຈົ້າປັບປຸງທໍ່ສໍາເລັດ ທໍ່ສົ່ງຫັ້ນນ່າ ໄລຍະນີ້ ການສ້ອມແປງທໍ່ເຂົາເຈົ້າຍັງບໍ່ທັນໄດ້ສົມບູນ.

ແລະພະນັກງານ ໂຮງແຮມ ຢູ່ນະຄອນຫລວງວຽງຈັນນາງນຶ່ງ ກໍເວົ້າວ່າ ໂຮງ ແຮມໃນນະຄອນຫລວງວຽງຈັນ ໄດ້ຮັບຜົນກະທົບໃນເລື້ອງນໍ້າປະປາ ບໍ່ໄຫລຕາມປົກກະຕິ, ນໍ້າໄຫລບໍ່ແຮງ, ແຕ່ກໍບໍ່ໄດ້ກະທົບຫຍັງຫລາຍ ເພາະຫລາຍໂຮງແຮມ ກໍມີຖັງນໍ້າສໍາລອງເອົາໄວ້ ແລະຊ່ວງນີ້ ກໍເປັນຊ່ວງນອກລະດູ ການ ທ່ອງທ່ຽວ, ບໍ່ຄ່ອຍມີນັກທ່ອງທ່ຽວ ຫລືລູກຄ້າມາພັກຫລາຍ.

ໜ້ອຍຄືກັນ ແຕ່ເຮົາກໍມີຖັງເກັບນໍ້າ ຊ່ວງນີ້ລູກຄ້າເຮົາກໍບໍ່ເຕັມນໍ ມັນເປັນອັນ Low Season ແລ້ວມັນເປັນໜ້າແລ້ງນໍ ນໍ້າມັນຈະຜະລິດບໍ່ທັນ.

ກ່ຽວກັບເລື່ອງນີ້ ລັດວິສາຫະກິດນໍ້າປະປາ ນະຄອນຫລວງວຽງຈັນ ກໍໄດ້ແຈ້ງໃນມື້ວັນທີ 4 ພຶດສະພານີ້ວ່າ ແຮງດັນນໍ້າປະປາ ຈະບໍ່ປົກກະຕິ ແລະບໍ່ມີນໍ້າພຽງພໍ ຕໍ່ການຊົມໃຊ້ ຍ້ອນມີການໃຊ້ນໍ້າຫລາຍ, ຂໍໃຫ້ປະຊາຊົນ ປະຢັດໃຊ້ນໍ້າ ແລະໃຫ້ເກັບນໍ້າໄວ້ ໃນຍາມສຸກເສີນ ໃນກໍລະນີນໍ້າໄຫລຄ່ອຍ ເນື່ອງຈາກປັດຈຸບັນ ເປັນລະດູແລ້ງ ມີຟ້າຝົນລົມແຮງ ເຮັດໃຫ້ກະແສໄຟຟ້າ ຂັດຂ້ອງບາງໄລຍະ ແລະການຜະລິດນໍ້າປະປາ ກໍອາດຈະຂັດຂ້ອງນໍາດ້ວຍ.

ກ່ຽວກັບເລື່ອງທີ່ວ່ານີ້ ເຈົ້າໜ້າທີ່ລັດວິສາຫະກິດນໍ້າປະປາ ນະຄອນຫລວງວຽງຈັນ ທ່ານນຶ່ງ ກ່າວວ່າ ການມີບັນຫາຄືທີ່ວ່ານັ້ນ ສ່ວນນຶ່ງ ກໍແມ່ນເປັນຍ້ອນ ນໍ້າຂອງ ນໍ້າງື່ມບົກລົງຫລາຍ ແລະແຮງດັນຂອງນໍ້າ ຈາກໂຮງງານຫລຸດລົງ ບາງບ້ານ ນໍ້າກໍອາດຈະໄປບໍ່ເຖິງ ແຕ່ກໍມີການແກ້ໄຂເປັນຈຸດໄປ.

ແມ່ນແລ້ວ ເພາະວ່າຢູ່ໂຮງງານເຮົານໍ ແຮງດັນນໍ້າມັນຕົກ ກໍເລີຍພາໃຫ້ນໍ້າມັນອອກຄ່ອຍ ບາງບ່ອນກໍອາດຈະບໍ່ມາເລີຍ ນໍ້າທີ່ວ່າເຮົາຜະລິດຂຶ້ນມາ ນ່າມັນແຫ້ງ ທີ່ວ່ານໍ້າຂອງກໍແມ່ນ ທີ່ວ່ານໍ້າງື່ມກໍແມ່ນ ມັນແຫ້ງຫັ້ນນະ ຂັດຂ້ອງແດ່ ດຽວນີ້ເພີ່ນກໍາລັງເລັ່ງແກ້ໄຂຢູ່ແຕ່ລະຈຸດ ແຕ່ລະບ່ອນ ເພາະວ່າມັນກໍເປັນຫລາຍບ່ອນ.

ທ່ານກ່າວຕື່ມວ່າ ເລື່ອງລາຍລະອຽດ ຂອງການແກ້ໄຂບັນຫານັ້ນ ທ່ານກໍຍັງບໍ່ຮູ້ຮູ້ແຕ່ວ່າ ແຕ່ລະບ່ອນ ແຕ່ລະຈຸດ ໄດ້ມີເຈົ້າໜ້າທີ່ສ່ວນນຶ່ງ ໄປຊ່ອມແປງແກ້ໄຂໃນເບື້ອງຕົ້ນ ແລະຂໍໃຫ້ປະຊາຊົນປະຢັດໃຊ້ນໍ້າໄປກ່ອນ.

ບັນຫາການຂາດເຂີນ ນໍ້າປະປາທີ່ວ່ານີ້ ບໍ່ແມ່ນເກີດຂຶ້ນ ພຽງແຕ່ຢູ່ນະຄອນ ຫລວງວຽງຈັນເທົ່ານັ້ນ ແຕ່ຢູ່ແຂວງອື່ນໆ ກໍເກີດຂຶ້ນເຊັ່ນກັນ ຍ້ອນໄພແຫ້ງແລ້ງ ອາກາດຮ້ອນອົບເອົ້າແຮງ, ປະຊາຊົນ ເປັນຕົ້ນຜູ້ທີ່ຢູ່ຕາມຊົນນະບົດ ຂາດເຂີນ ນໍ້າສະອາດສໍາລັບກິນ, ຂາດເຂີນນໍ້າໃຊ້ ຍ້ອນນໍ້າໃນຫ້ວຍ, ໜອງ, ຄອງ, ບຶງ ບົກລົງຫລາຍ ແລະຝົນກໍບໍ່ຕົກຕາມລະດູການ ຂະນະທີ່ທາງການ ກໍຍັງບໍ່ສາ ມາດຫາທາງແກ້ໄຂໄດ້ ຕ້ອງລໍຖ້າຝົນຕົກລົງມາຢ່າງດຽວ.

ເວົ້າສະເພາະ ປະຊາຊົນບ້ານສະຄຶນເໜືອ, ບ້ານສະຄຶນໃຕ້ ແລະບ້ານດົງເມືອງ ເມືອງຈໍາພອນ ແຂວງສະຫວັນນະເຂດ ກໍປະເຊີນກັບໄພແຫ້ງແລ້ງ ຂາດເຂີນ ນໍ້າເຊັ່ນກັນ, ຄອງຊົນລະປະທານ ນໍ້າຕື້ນຂຶ້ນ ແລະໃນວັນທີ 5 ພຶດສະພານີ້ ຊາວບ້ານໄດ້ພາກັນໄປຂຸດຄອງສູບນໍ້າ ຊົນລະປະທານ 2 ຄອງ ເອົາດິນ ແລະຜັກຕົບອອກ ເພື່ອໃຫ້ນໍ້າໄຫລຜ່ານໄດ້ສະດວກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.